ການແຂ່ງຂັນບານເຕະເພື່ອການກຸສົນ ລະດົມທຶນສ້າງວັດ ຂອງຊາວຫວຽດນາມ ຢູ່ ຍີ່ປຸ່ນ

12:16 | 12/07/2026

ຍສໝ - ຢູ່ທີ່ສູນກິລາ ຊານເຄ (Sankei), ນະຄອນ ໄຊຕາມະ (Saitama), ແຂວງ ໄຊຕາມະ (ປະເທດຍີ່ປຸ່ນ), ການແຂ່ງຂັນບານເຕະເພື່ອການກຸສົນ FAVIJA Charity Cup ຄັ້ງທີ 4 ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດ, ເຊິ່ງໄດ້ເຜີຍແຜ່ນ້ຳໃຈກິລາ, ຄວາມສາມັກຄີ ແລະ ການແບ່ງປັນເພື່ອປະຊາຄົມ.

ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ)

ການແຂ່ງຂັນໃນປີນີ້ ໄດ້ຖືກປຸກລະດົມຂຶ້ນ ເພື່ອແນໃສ່ບໍລິຈາກທຶນຮອນເຂົ້າໃນການກໍ່ສ້າງ ວັດ ດ່າຍເອີນ ໂຕກຽວ – ເຊິ່ງຈະກາຍເປັນບ່ອນເພິ່ງພາທາງດ້ານຈິດໃຈ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກບ້ານເກີດເມືອງນອນໃນປະເທດຍີ່ປຸ່ນ.

ການແຂ່ງຂັນນີ້ ຈັດຂຶ້ນໂດຍ ອົງການແລກປ່ຽນສາກົນ ຫວຽດນາມ - ຍີ່ປຸ່ນ (FAVIJA) ພາຍໃຕ້ການອຸປະຖຳຂອງ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ອຳນາດການປົກຄອງ ນະຄອນ ໄຊຕາມະ.

ການແຂ່ງຂັນບານເຕະເພື່ອການກຸສົນ ລະດົມທຶນສ້າງວັດ ຂອງຊາວຫວຽດນາມ ຢູ່ ຍີ່ປຸ່ນ

(ມີ 32 ທີມບານເຕະເຂົ້າຮ່ວມການແຂ່ງຂັນ. ພາບໂດຍ: FAVIJA)

ທີມບານເຕະທັງໝົດ 32 ທີມ ໄດ້ຖືກຄັດເລືອກມາຈາກເກືອບ 50 ທີມ ຂອງຊາວຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮຽນຮູ້ ແລະ ເຮັດວຽກ ຢູ່ເຂດ ຄັນໂຕ (Kanto) ປະເທດຍີ່ປຸ່ນ, ໂດຍແບ່ງອອກເປັນ 8 ສາຍ ເພື່ອແຂ່ງຂັນແບບພົບກັນໝົດພ້ອມກັນໃນ 4 ສະໜາມ. ແຕ່ລະສາຍຈະຄັດເລືອກເອົາ 2 ທີມ ທີ່ມີຜົນງານດີທີ່ສຸດ ເພື່ອຜ່ານເຂົ້າສູ່ຮອບຊີງຊະນະເລີດ ທີ່ຈະຈັດຂຶ້ນໃນວັນທີ 26 ກໍລະກົດ ທີ່ຈະມາເຖິງນີ້.

ການແຂ່ງຂັນບານເຕະເພື່ອການກຸສົນ ລະດົມທຶນສ້າງວັດ ຂອງຊາວຫວຽດນາມ ຢູ່ ຍີ່ປຸ່ນ

ບັນດານັກກິລາພວມແຂ່ງຂັນຢູ່ໃນສະໜາມ. (ພາບໂດຍ: FAVIJA)

ທ່ານນາງ ໂດ໋ຕືຮ່ຽນ, ທີ່ປຶກສາສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ, ສະຖານທູດ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງການແຂ່ງຂັນຄັ້ງນີ້. ກິດຈະກຳດັ່ງກ່າວ ໄດ້ສ້າງສະໜາມຫຼິ້ນທີ່ປອດໄພ, ມີປະໂຫຍດ ແລະ ໄດ້ຝຶກຝົນຫຼໍ່ຫຼອມສຸຂະພາບ ເພື່ອຮັບໃຊ້ໃຫ້ແກ່ການເຮັດວຽກ ແລະ ການສຶກສາ. ພ້ອມກັນນັ້ນ, ກໍ່ເປັນການສ້າງພາບພົດຊາວຫວຽດນາມ ທີ່ມີຄວາມຫ້າວຫັນ, ສາມັກຄີ ແລະ ເປັນກັນເອງ ໃນສາຍຕາຂອງປະຊາຊົນທ້ອງຖິ່ນ. ການແຂ່ງຂັນນີ້ ຍັງເປັນສາຍໃຍຜູກພັນຄວາມຮັກແພງຂອງພີ່ນ້ອງຮ່ວມຊາດ, ເພື່ອນຮ່ວມຊາດ ມຸ່ງໄປສູ່ຄຸນຄ່າອັນດີງາມຕ່າງໆ.

ທ່ານ ຟ້າມຕ໊ວນອັງ, ຜູ້ອຳນວຍການບໍລິສັດເຄືອຂ່າຍໂທລະຄົມມະນາຄົມ J-Connect ໃຫ້ຮູ້ວ່າ: “ໃນນາມເປັນວິສາຫະກິດຫວຽດນາມ ທີ່ດຳເນີນທຸລະກິດຢູ່ ຍີ່ປຸ່ນ, ນອກຈາກການສະໜັບສະໜູນຂະບວນການຕ່າງໆຂອງປະຊາຄົມແລ້ວ, ການເຂົ້າຮ່ວມສະໜັບສະໜູນທຶນສ້າງວັດ ກໍ່ແມ່ນສ່ວນໜຶ່ງໃນຄວາມຮັບຜິດຊອບຂອງບໍລິສັດ ຕໍ່ກັບກິດຈະກຳທາງສັງຄົມ”.

ຢູ່ບໍລິເວນທີ່ຈັດການແຂ່ງຂັນ, ບັນດາເຈົ້າໜ້າທີ່ຕຳຫຼວດແຂວງ ໄຊຕາມະ ກໍ່ໄດ້ຕັ້ງຮ້ານໂຄສະນາເຜີຍແຜ່, ແຈກຢາຍໃບປິວເພື່ອໃຫ້ຄວາມຮູ້ກ່ຽວກັບກົດໝາຍຂອງຍີ່ປຸ່ນ ແລະ ອັບເດດ (Update) ຂໍ້ມູນໃໝ່ໆທີ່ມີການປ່ຽນແປງ ຕໍ່ກັບນະໂຍບາຍຕ່າງໆ ທີ່ກ່ຽວຂ້ອງກັບຄົນຕ່າງປະເທດ ທີ່ອາໄສຢູ່ ຍີ່ປຸ່ນ.

ການແຂ່ງຂັນບານເຕະເພື່ອການກຸສົນ ລະດົມທຶນສ້າງວັດ ຂອງຊາວຫວຽດນາມ ຢູ່ ຍີ່ປຸ່ນ

ມອບລາງວັນໃຫ້ແກ່ບັນດາທີມບານເຕະ. (ພາບໂດຍ: FAVIJA)

ຍາແມ່ຂາວ ທິກຕຳຈີ, ປະທານສະມາຄົມພຸດທະສາສະນິກະຊົນ ຫວຽດນາມ ປະຈຳ ຍີ່ປຸ່ນ, ເຈົ້າອາວາດວັດ ດ່າຍເອີນ ໂຕກຽວ ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງ ມາຍັງບັນດາສະມາຊິກ FAVIJA ສຳລັບການເຊື່ອມຕໍ່ ແລະ ຈັດການແຂ່ງຂັນອັນມີຄວາມໝາຍເລິກເຊິ່ງນີ້. ເປັນທີ່ຮັບຮູ້ນຳກັນວ່າ, ນີ້ແມ່ນຄັ້ງທີ 4 ແລ້ວ ທີ່ການແຂ່ງຂັນໄດ້ຖືກຈັດຂຶ້ນ ເພື່ອຈຸດປະສົງລະດົມທຶນສ້າງວັດ ນັບຕັ້ງແຕ່ແຜນການກໍ່ສ້າງວັດ ດ່າຍເອີນ ໂຕກຽວ ໄດ້ຮັບການຜັນຂະຫຍາຍ.

ທ່ານ ໂດ໋ກວາງບາ, ປະທານ FAVIJA ກ່າວວ່າ, ເງິນບໍລິຈາກທັງໝົດ ທີ່ໄດ້ຮັບຢູ່ສະໜາມບານ ຈາກບັນດານັກກິລາ ແລະ ກອງເຊຍ ກໍ່ຄືການປະກອບສ່ວນຈາກບັນດາຜູ້ໃຈບຸນ ຈະຖືກເປີດເຜີຍຢ່າງລະອຽດ, ໂປ່ງໃສ ແລະ ຈະມອບໃຫ້ແກ່ວັດໂດຍກົງ ໃນພິທີປິດ ແລະ ມອບລາງວັນ ໃນວັນທີ 26 ກໍລະກົດ ທີ່ຈະມາເຖິງນີ້

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ...

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

ຍສໝ -​ ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ