![]() | ປະສິດທິຜົນຢ່າງຕັ້ງໜ້າຈາກການເຄື່ອນໄຫວລາດຕະເວນຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ |
![]() | ນະຄອນ ໂຮ່ຈິມິນ ສ້າງ “ໂອກາດທອງ” ໃຫ້ບັນດາວິສາຫະກິດ ອິດສະຣາແອນ ລົງທຶນ, ຮ່ວມມືດຳເນີນທຸລະກິດ |
ວັນທີ 10 ກຸມພາ, ຄະນະຈັດຕັ້ງ Festival ອາຊີບເກືອ ຫວຽດນາມ - ບາກລຽວ 2025 ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບຂໍ້ມູນເຫດການ Festival ອາຊີບເກືອ ຫວຽດນາມ - ບາກລຽວ 2025 “ການເດີນທາງ 100 ປີແຫ່ງອາຊີບເກືອ- ຊີວິດຂອງມະນຸດ”.
![]() |
ຄະນະຈັດຕັ້ງໄດ້ແຈ້ງໃຫ້ຊາບກ່ຽວກັບເຫດການ Festiva ອາຊີບເກືອ ຫວຽດນາມ - ບາກລຽວ 2025 “ການເດີນທາງ 100 ປີແຫ່ງອາຊີບເກືອ - ຊີວິດຂອງມະນຸດ” ທີ່ກອງປະຊຸມຖະແຫຼງຂ່າວ. |
ເຫດການແມ່ນເພື່ອເຊີດຊູ, ອະນຸລັກຮັກສາ ແລະ ພັດທະນາອາຊີບເກືອພື້ນເມືອງ, ຍົກສູງຄຸນຄ່າອາຊີບເກືອຂອງຫວຽດນາມ ເວົ້າລວມ, ແຂວງ ບາກລຽວ ເວົ້າສະເພາະ, ໂດຍຜ່ານນັ້ນ ກໍ່ປຸກລະດົມຄວາມຮັກໃນອາຊີບພື້ນເມືອງຂອງລຸ້ນໜຸ່ມທີ່ມີລະດັບວິຊາສະເພາະ ເຂົ້າຮ່ວມການເຄື່ອນໄຫວການຜະລິດ, ດຳເນີນທຸລະກິດ, ເລີ່ມດຳເນີນທຸລະກິດຈາກອາຊີບເກືອ. ພ້ອມກັນນັ້ນ, ກໍ່ຈັດຕັ້ງການຜະລິດຂະແໜງການອາຊີບເກືອ ຫວຽດນາມ ຕາມທິດທັນສະໄໝ, ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດເພື່ອຍົກສູງສະມັດຕະພາບ, ຄຸນນະພາບ ແລະ ຄຸນຄ່າຂອງເມັດເກືອ. ນີ້ກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາຮູບພາບ, ປະຊາຊົນ, ຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ບາກລຽວ ໄປເຖິງປະຊາຊົນ, ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.
ຕາມຄະນະຈັດຕັ້ງແລ້ວ, Festival ອາຊີບເກືອ ຈະດຳເນີນຢູ່ 2 ສະຖານທີ່ຕົ້ນຕໍຄື: ນະຄອນ ບາກລຽວ ແລະ ເມືອງ ດົ່ງຫາຍ (ແຂວງ ບາກລຽວ) ເຊິ່ງຈະໄຂຂຶ້ນຢ່າງເປັນທາງການໃນເວລາ 20:00 ໂມງຂອງວັນທີ 6 ມີນາ ຢູ່ສະໜາມຫຼວງ ຮຸ່ງເວືອງ (ຕາແສງ 1, ນະຄອນ ບາກລຽວ).
ກ່ອນພິທີໄຂເປີດ, ຄະນະຈັດຕັ້ງຈະຈັດລາຍການສຳຫຼວດຕົວຈິງທີ່ທົ່ງນາເກືອຂອງແຂວງ ບາກລຽວ ແລະ ພິທີເປີດໂຄງການຍົກສູງພື້ນຖານໂຄງລ່າງທົ່ງນາເກືອ ດົ່ງຫາຍ, ເມືອງ ດົ່ງຫາຍ ແມ່ນແຕ່ເວລາ 14:00 ໂມງ - 17:00 ໂມງຂອງວັນທີ 6 ມີນາ ຢູ່ທົ່ງນາເກືອແຂວງ ບາກລຽວ (ຕາແສງ ດ່ຽນຫາຍ, ຕາແສງ ລອງດ່ຽນດົ່ງ, ເມືອງ ດົ່ງຫາຍ ແລະ ຕາແສງ ວິ້ງທິ້ງ, ເມືອງ ຮວ່າບິ່ງ).
ໃນເວລາຈັດ Festival ອາຊີບເກືອ ນັບແຕ່ວັນທີ 06-08 ມີນາ ຈະໄດ້ຈັດຕັ້ງການເຄື່ອນໄຫວທີ່ພົ້ນເດັ່ນຫຼາຍຢ່າງຄື: ພື້ນທີ່ສະແດງ, ແນະນຳເກືອ, ເຄື່ອງປຸງ, ຜະລິດຕະພັນ OCOP ທີ່ Festival ອາຊີບເກືອ ຫວຽດນາມ - ບາກລຽວ (ຄາດວ່າຈະມີປະມານ 100 ຮ້ານແນະນຳ ແລະ ວາງສະແດງຜະລິດຕະພັນເກືອ, ຜະລິດຕະພັນ OCOP ຂອງວິສາຫະກິດ, ຜະລິດຕະພັນເກືອ ສົມທົບກັບການທ່ອງທ່ຽວ, ສະຫະກອນ ເພື່ອຜະລິດ, ປຸງແຕ່ງເກືອ ແລະ ບັນດາອຸປະກອນ, ເຕັກໂນໂລຢີການຜະລິດ, ປຸງແຕ່ງ, ຢູ່ສະໜາມຫຼວງ ຮຸ່ງເວືອງ). ຄຽງຄູ່ກັນນັ້ນ, ຍັງມີການເຄື່ອນໄຫວ “ກ່ຽວກັບ ບາກລຽວ ຮັບຟັງດົນຕີພື້ນເມືອງ ເດີນກາຕ່າຍຕື” ແລະ ຈັດຕັ້ງພື້ນທີ່ວາງສະແດງບັນດາຕົວແບບ, ວັດຖຸຸເຄື່ອງໃຊ້, ຄວາມກ້າວໜ້າທາງດ້ານເຕັກນິກໃນການຜະລິດ, ປຸງແຕ່ງເກືອ (ຢູ່ຕໍ່ໜ້າ ແລະ ຫລັງໂຮງລະຄອນ ກາວວັນເລົ່າ, ເມືອງ 1, ນະຄອນ ບາກລຽວ); ຈັດຕັ້ງບັນດາ tour ຢ້ຽມຢາມສະຖານທີ່ທ່ອງທ່ຽວ, ຮ່ອງຮອຍປະຫວັດສາດ ແລະ ຈັດຕັ້ງການສຳມະນາກ່ຽວກັບ “ການກຳນົດທິດ ແລະ ວິທີແກ້ໄຂເພື່ອພັດທະນາຜະລິດຕະພັນທ່ອງທ່ຽວເກືອ ບາກລຽວ”.
ໃນບັນດາເຫດການຍັງມີບັນດາກອງປະຊຸມ, ສຳມະນາຄື: ກອງປະຊຸມສົ່ງເສີມການລົງທຶນແຂວງ ບາກລຽວ ປີ 2025 ແລະ ກອງປະຊຸມສະຫຼຸບເບື້ອງຕົ້ນການປະຕິບັດດໍາລັດ ສະບັບເລກທີ 40/2017/ND-CP ລົງວັນທີ 5 ເມສາ 2017 ຂອງລັດຖະບານ ວ່າດ້ວຍການຄຸ້ມຄອງການຜະລິດ, ດຳເນີນທຸລະກິດເກືອ ແລະ ການສຳມະນາກ່ຽວກັບຄຸນນະພາບເກືອ ບາກລຽວ ດ້ວຍຂະບວນການຜະລິດນ້ຳປາແບບດັ້ງເດີມ ຟູ໋ກວກ; ການສຳມະນາ “ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີໃນການຜະລິດເກືອ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ”…
ນອກນັ້ນ, ຫຼາຍການເຄື່ອນໄຫວນອນໃນບັນດາເຫດການ Festival ອາຊີບເກືອ ຫວຽດນາມ - ບາກລຽວ ປີ 2025 ກໍ່ໄດ້ຮັບການຈັ້ດຕັ້ງໂດຍຄະນະກຳມະການປະຊາຊົນແຂວງ ສົມທົບກັບສະຫະພັນສະຫະກອນ ຫວຽດນາມ ຄື: ງານວາງສະແດງສົ່ງເສີມການຄ້າເຂດເສດຖະກິດລວມໝູ່, ສະຫະກອນ, ດ້ວຍຂອບຂະໜາດຄາດວ່າຈະມີ 100 ຮ້ານ; ພິທີລົງນາມໃນໂຄງການຮ່ວມມືລະຫວ່າງສະຫະພັນສະຫະກອນ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ບາກລຽວ ໄລຍະ 2025-2030 ກ່ຽວກັບການພັດທະນາເສດຖະກິດລວມໝູ່, ສະຫະກອນ; ກອງປະຊຸມຄະນະບໍລິຫານງານສະຫະພັນສະຫະກອນ ຫວຽດນາມ ຄັ້ງທີ 13, ຊຸດທີ VI, ອາຍຸການ 2020-2025; ກອງປະຊຸມກ່ຽວກັບການເຊື່ອມຕໍ່ການຄ້າ, ສົ່ງເສີມການຄ້າໃຫ້ບັນສະຫະກອນ; ຍູ້ແຮງການນຳໃຊ້ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນໃຫ້ບັນດາສະຫະກອນ; ກອງປະຊຸມເຜີຍແຜ່ລະບຽບການກູ້ຢືມທຶນຈາກກອງທຶນສະໜັບສະໜູນສະຫະກອນສູນກາງໃຫ້ບັນດາສະຫະກອນ, ສະຫະພັນສະຫະກອນ ແລະ ສະມາຊິກ.
![]() | ຫຼາຍການເຄື່ອນໄຫວການຄ້າໃນງານບຸນໝາກໄມ້ຫວຽດນາມ ຢູ່ຈີນ ຍສໝ - ວັນທີ 29 ກັນຍາ 2024, ງານບຸນໝາກໄມ້ຫວຽດນາມ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ປັກກິ່ງ, ຈີນ. |
ມີງດຶກ