ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະອາກຊັງຕິນ ຄົບຮອບ 50 ປີ | |
ຊຸກຍູ້ຂະບວນການຂອງນັກສຶກສາຫວຽດນາມ ປະຈຳ ໂຮນລັງ |
ອາທິດທີ່ຜ່ານມາ, ຄະນະປະຕິບັດງານຈາກ 3 ແຂວງ ເລີມດົ່ງ, ດົ່ງທາບ ແລະ ເຊີນລາ, ບັນດາເຈົ້າຂອງຟາມປູກດອກໄມ້ ແລະ ບັນດາຮາກຖານຄົ້ນຄວ້າ ແລະ ບຳລຸງສ້າງວິທະຍາສາດຂອງຫວຽດນາມ ໄດ້ໄປຍັງ ໂຮນລັງ ເພື່ອເຮັດວຽກກັບບັນດາຄູ່ຮ່ວມມືໃນຂະແໜງການປູກດອກໄມ້ຢູ່ ໂຮນລັງ.
![]() |
ແນວພັນດອກ ລິນລີ້ ຊະນິດໃໝ່ໄດ້ມີຊື່ເປັນທາງການແມ່ນ ສິງແດງ (Sutudo). ພາບ: Onings Holland Flowerbulbs |
ເນື່ອງໃນໂອກາດນີ້, ແນວພັນດອກ ລິນລີ້ ຊະນິດໃໝ່ໄດ້ມີຊື່ເປັນທາງການແມ່ນ ສິງແດງ (Sutudo), ໄດ້ເພາະພັນໂດຍບໍລິສັດ Onings Holland Flowerbulbs - ວິສາຫະກິດໜຶ່ງທີ່ມີໜ້າຢູ່ ຫວຽດນາມ ມາເປັນເວລາຫຼາຍປີ, ໄດ້ຮ່ວມມື ແລະ ສົ່ງອອກແນວພັນດອກໄມ້ ແລະ ໜູນຊ່ວຍບັນດາຄູ່ຮ່ວມມືຫວຽດນາມ ຢ່າງມີປະສິດທິຜົນ.
ພິທີພິທີຕັ້ງຊື່ໄດ້ດຳເນີນໂດຍທີ່ປືກສາຝ່າຍກະສິກຳ ໂຮນລັງ ປະຈຳ ຫວຽດນາມ, ທ່ານນາງ Ingrid Korving ແລະ ທີ່ປືກສາທູດການຄ້າ, ສະຖານທູດ ໂຮນລັງ ປະຈຳ ຫວຽດນາມ ທ່ານນາງ ຫວໍທິງອກດຽບ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໂຮນລັງ ຄົບຮອບ 50 ປີ.
ເປັນທີ່ຮູ້ຈັກວ່າ Sutudo ຈະມີໜ້າໃນຕະຫຼາດນັບແຕ່ປີ 2026.
ການຮ່ວມມືລະຫວ່າງຫວຽດນາມ ແລະ ໂຮນລັງ, ພິເສດແມ່ນຂົງເຂດປູກດອກໄມ້ ແລະ ຕົ້ນໄມ້ປະດັບໄດ້ຮັບການສ້າງຕັ້ງຂຶ້ນຢ່າງມີພື້ນຖານອັນໝັ້ນແກ່ນ, ເປີດກວ້າງຄວາມສາມາດບົ່ມຊ້ອນຫລາຍຢ່າງໃຫ້ແກ່ອະນາຄົດ. ຢູ່ ຫວຽດນາມ, ເນື້ອທີ່ປູກດອກໄມ້, ຕົ້ນໄມ້ປະດັບ, ດອກໄມ້ປະດັບແມ່ນ 45.000 ເຮັກຕາ, ໃນນັ້ນ ເລີມດົ່ງ ແມ່ນເຂດຜະລິດຈຸດສຸມ.
ການໄປປະຕິບັດງານໂດຍການສົມທົບກັນຈັດຕັ້ງຂອງ ສະຖານທູດໂຮນລັງ ປະຈຳ ຫວຽດນາມ, ອົງການວິສາຫະກິດໂຮນລັງ (RVO), ສະມາຄົມການຮ່ວມມືປູກຝັງ ການຄ້າ ໂຮນລັງ - ຫວຽດນາມ ( Netherlands - Vietnam Horti Business Platform - NVHBP) ແລະ Dutch Greenhouse Delta ເພື່ອແບ່ງປັນຄວາມຮູ້, ຄົ້ນຫາບັນດາສາຍສຳພັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດປູກຝັງ, ເຮັດສວນແບບຍືນຍົງໃຫ້ທັງສອງປະເທດ.

ດີງເລື້ອງ
ຂ່າວທີ່ກ່ຽວຂ້ອງ

ຮ່າໂນ້ຍ ເພີ່ມທະວີການແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືຫຼາຍດ້ານກັບອາຟຼິກາໃຕ້

VUFO, ສູນຄົ້ນຄວ້າລາຄາ ແລະ ໂຄສະນາແຫ່ງຊາດ ສືບຕໍ່ສົມທົບກັນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ເບລາຣຸດ

ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ
ທ່ານອາດຈະມັກ

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ຊຸກຍູ້ການຮ່ວມມືກັບບັນດາປະເທດ ເອີລົບ, ຕັ້ງໜ້າປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ

ເພີ່ມທະວີການແລກປ່ຽນປະຊາຊົນ ເພື່ອຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ອິນເດຍ - ຫວຽດນາມ

ກະກຽມເງື່ອນໄຂເພື່ອນຳເອົາພາສາລາວເຂົ້າການສອນຢູ່ໂຮງຮຽນມັດທະຍົມ ຫວຽດນາມ

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ
