ຂົວແກ້ວ ຣົ່ງໄມ “ມະຫັດຈັນແດນສະຫວັນ” ຢູ່ທ່າມກາງດິນຟ້າລາຍເຈົາ

07:48 | 30/09/2022

ຍສໝ-ມາເຖິງຂົວແກ້ວຮົ່ງໄມ, ນັກທ່ອງທ່ຽວຈະຕົກຕະລຶງຕໍ່ທິວທັດທຳມະຊາດອັນສວຍສົດງົດງາມຂອງແກດນສະຫວັນຂອງດິນແດນເຂດທິດຕາເວັນຕົກສ່ຽງເໜືອ - ລາຍເຈົາ, ເຊິ່ງໄດ້ເບິ່ງຈາກລະດັບຄວາມສູງກວ່າ 2.000 ແມັດທຽບໃສ່ໜ້ານ້ຳທະເລ ແລະ ສຳຜັດກັບຄວາມຮູ້ສຶກ “ໃຈຊິຂາດ” ເມື່ອຍ່າງເທິງຂົວທີ່ເຮັດດ້ວຍແກ້ວກັນແຕກທີ່ໃສທັງໝົດ ດ້ວຍຄວາມສູງຂອງຮ່ອມພູແມ່ນ 600 ແມັດ.

“ຂົວເຊື່ອມຕໍ່” ພື້ນຖານເສດຖະກິດ ຫວຽດນາມ-ລາວ “ຂົວເຊື່ອມຕໍ່” ພື້ນຖານເສດຖະກິດ ຫວຽດນາມ-ລາວ
ເຈື່ອງເຊີນ ຕາເວັນອອກ ຂົວເຊື່ອມຕໍ່ຖານທີ່ໝັ້ນພາກເໜືອ ແລະ ແນວໜ້າພາກໃຕ້ ເຈື່ອງເຊີນ ຕາເວັນອອກ ຂົວເຊື່ອມຕໍ່ຖານທີ່ໝັ້ນພາກເໜືອ ແລະ ແນວໜ້າພາກໃຕ້
ຂົວແກ້ວ ຣົ່ງໄມ “ມະຫັດຈັນແດນສະຫວັນ” ຢູ່ທ່າມກາງດິນຟ້າລາຍເຈົາ

ບັນດາການສໍາຜັດທີ່ບໍ່ອາດພາດ

ຂົວແກ້ວຣົ່ງໄມ ຕັ້ງຢູ່ຕາແສງ ເຊີນບິງ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ, ຫ່າງຈາກຮ່າໂນ້ຍໄປທາງທິດເໜືອ 400 ກິໂລແມັດ, ຫ່າງຈາກສະຖານທີ່ທ່ອງທ່ຽວຊາປາ (ລາວກາຍ) 16 ກິໂລແມັດ, ຕັ້ງ​ຢູ່​ເສັ້ນທາງກິ່ວພູໂອກຸຍໂຮ່ ເຊິ່ງເປັນສະຖານທີ່ທີ່ໄດ້ຂະໜານນາມເປັນ “ເສັ້ນທາງພູສວຍງາມທີ່ສຸດຂອງຫວຽດນາມ”, ບ່ອນທີ່ໄດ້ອ້ອມຮອບດ້ວຍພູຜາ.

ຂົວແກ້ວ ຣົ່ງໄມ “ມະຫັດຈັນແດນສະຫວັນ” ຢູ່ທ່າມກາງດິນຟ້າລາຍເຈົາ

ການຊົມທໍາມະຊາດສວຍສົດງົດງາມຈາກຂົວແກ້ວຮົ່ງໄມຈະເປັນການສໍາຜັດທີ່ນັກທ່ອງທ່ຽວບໍ່ຄວນພາດເມື່ອມາທ່ຽວສະຖານທີ່ແຫ່ງນີ້. ເວລາຢືນຢູ່ໃນລະດັບຄວາມສູງຂອງຂົວແກ້ວ, ແລ້ວແນມເບິ່ງໄກໆ ນັກທ່ອງທ່ຽວຈະຮູ້ສຶກຕົນເອງນ້ອຍໆຢູ່ໃນພື້ນທີ່ອັນກວ້າງໃຫຍ່ໄພສານຂອງທໍາມະຊາດທີ່ບໍ່ມີບ່ອນສິ້ນສຸດດ້ວຍສີຂຽວຂອງພູເຂົາແລະ ປ່າໄມ້ທີ່ເຊື່ອງໄວ້ໃນເມກເຝື້ອໄຫຼລອຍ, ເສັ້ນທາງຄົດລ້ຽວໂງເງ, ນໍ້າຕົກຕາດ ຫຼື ຄື້ນລົມພັດວູດໆ, ເມກຂາວປົກຄຸມທັງສີ່ດ້ານ... ຈາກລະດັບຄວາມສູງກວ່າ 2.000 ແມັດ, ສະຖານທີ່ທຳມະຊາດທີ່ສວຍສົດງົດງາມໄດ້ປະກົດຂຶ້ນຕໍ່ໜ້ານັກທ່ອງທ່ຽວດ້ວຍວິທີທຳມະຊາດທີ່ສຸດ, ນັກທ່ອງທ່ຽວຫຼາຍຄົນເມື່ອມາເຖິງສະຖານທີ່ແຫ່ງນີ້ຕ້ອງເປັ່ງອອກວ່າ “ນີ້ຄືສິ່ງມະຫັດສະຈັນແດນສະຫວັນຂອງດິນຟ້າລາຍເຈົາ”.

ບໍ່ພຽງແຕ່ເທົ່ານັ້ນ, ຂົວແກ້ວຣົ່ງໄມ ຍັງເປັນທາງເລືອກທີ່ໜ້າສົນໃຈທີ່ສຸດສຳລັບນັກທ່ອງທ່ຽວທີ່ມັກຄວາມສູງ ເມື່ອສໍາຜັດການຍ່າງເທິງໜ້າຂົວທີ່ເຮັດດ້ວຍແກ້ວກັນແຕກໃສທັງໝົດ, ທັງເນື້ອຄີງເໝືອນເຄວ້ງຄວ້ງລອຍຢູ່ກາງຫາວ ຫຼື ເຂົ້າຮ່ວມເກມຜະຈົນໄພເຊັ່ນ: ​ໂດດ Bungee ​ຈາກ​ຄວາມ​ສູງ​ຂອງ​ຂົວ​ລົງ​ໄປ​ເຫວ​​ພູ, ຫຼິ້ນ zipline, paragliding, ຍ່າງ​ເທິງ​ຂົວ ດົກໂມກ... ບໍ່​ພຽງ​ແຕ່ມີທິວທັດ​ທຳ​ມະ​ຊາດ​ສວຍສົດງົດ​ງາມ​ເທົ່າ​ນັ້ນ, ສະຖານທີ່​ແຫ່ງນີ້​ຍັງ​ເປັນ​ບ່ອນຢູ່​ຂອງ 16 ຊົນ​ເຜົ່າ​ອີກດ້ວຍ.

ຂົວແກ້ວ ຣົ່ງໄມ “ມະຫັດຈັນແດນສະຫວັນ” ຢູ່ທ່າມກາງດິນຟ້າລາຍເຈົາ
ຂົວແກ້ວ ຣົ່ງໄມ “ມະຫັດຈັນແດນສະຫວັນ” ຢູ່ທ່າມກາງດິນຟ້າລາຍເຈົາ

ການສໍາຜັດຕົວຈິງຂອງການບໍລິການ

ມາ​ຮອດ​ຂົວ​ແກ້ວ​ຣົ່ງໄມ, ນັກ​ທ່ອງ​ທ່ຽວ​ສາມາດ​ເລືອກກິນ​ອາ​ຫານ​ທີ່ໄດ້ລ້ຽງປູກ ແລະ ປຸງແຕ່ງໂດຍຊາວ​ທ້ອງ​ຖິ່ນ​ ເຊັ່ນ: ໝູມົ້ງຊາປາ, ປາ​ປີ້ງ, ​ໄກ່ບ້ານ, ເຂົ້າ​ໜຽວ​, ຜັກ​ນາໆ​ຊະນິດ ​ແລະ ໝາກ​ໄມ້​ທີ່​ໄດ້​ຮັບ​ການ​ຫຼໍ່​ລ້ຽງ​ຈາກ​ພູຜາ ແລະ ປ່າດົງ ຫຼື ຊີມລາບປາເຊມອນ ແລະ ແກງປາລວມມິດທີ່ລ້ຽງດ້ວຍນ້ໍາສະອາດທີ່ລາຍເຈົາ ຢູ່ທ່າມກາງບັນຍາກາດທີ່ເຢັນສະບາຍຂອງສະຖານທີ່ແຫ່ງນີ້.

ນອກຈາກອາຫານທີ່ເປັນເອກະລັກສະເພາະແລ້ວ, ຂົວແກ້ວຣົ່ງໄມ ຍັງມີ Bungalow ເຊິ່ງເປັນບ່ອນພັກຜ່ອນທີ່ຫຼູຫຼາ, ສະດວກສະບາຍ ແລະ ເປັນສ່ວນຕົວ ເຊິ່ງມີວິວແມ່ນເປີ້ນພູ, ສ້າງພື້ນທີ່ສ່ວນຕົວໃຫ້ໄວໜຸ່ມ ຫຼື ຄອບຄົວທີ່ຢາກພັກຜ່ອນ. ຈາກພື້ນທີ່ bunglow ແລະໂຮງແຮມ ທ່ານສາມາດຊົມວິວທັງໝົດຂອງຂົວແກ້ວຮົ່ງໄມ ກັບອາກາດສີ່ລະດູໃນປີ.

ບັນດາເຫດຜົນທີ່ກ່າວມາຂ້າງເທິງນັ້ນພຽງພໍເພື່ອໃຫ້ທ່ານເລືອກມາທ່ຽວຂົວແກ້ວລາຍເຈົາໃນການເດີນທາງໄປເຂດພູດອຍ - ຕາເວັນຕົກສ່ຽງເຫນືອແລ້ວບໍ? ຖ້າເຈົ້າເລືອກມາທ່ຽວຂົວແກ້ວລາຍເຈົາ ແລ້ວກໍຢ່າພາດໂອກາດໄປຄົ້ນຫາສະຖານທີ່ທີ່ໜ້າຈັບໃຈແຫ່ງນີ້! ຂໍໃຫ້ທ່ານມີການເດີນທາງທີ່ຫນ້າຈົດຈໍາຢູ່ເຂດດິນແດນທີ່ສວຍງາມແຫ່ງນີ້.

ຫອມມາລາ

ເຫດການ
302 Found

Found

The document has moved here.