“ຂົວເຊື່ອມຕໍ່” ພື້ນຖານເສດຖະກິດ ຫວຽດນາມ-ລາວ

21:11 | 27/09/2022

ຍສໝ-ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ (Lao - Viet Bank) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ1999 ບົນພື້ນຖານການຮ່ວມມືທຸລະກິດ ລະຫວ່າງ ທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL). ການສ້າງຕັ້ງທະນາຄານ ຮ່ວມທຸລະກິດ ລາວ - ຫວຽດຈຳກັດ ທັງດໍາເນີນທຸລະກິດທັງປະຕິບັດໜ້າທີ່ການເມືອງໃນການເປັນ “ຂົວເຊື່ອມຕໍ່” ລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ-ລາວ.

ພື້ນຖານເສດຖະກິດ ຫວຽດນາມສືບຕໍ່ເຕີບໂຕຢ່າງແຮງໃນຊຸມເດືອນທ້າຍປີ 2022 ພື້ນຖານເສດຖະກິດ ຫວຽດນາມສືບຕໍ່ເຕີບໂຕຢ່າງແຮງໃນຊຸມເດືອນທ້າຍປີ 2022
ພື້ນຖານເສດຖະກິດ ທີ່ກຳນົດທິດສັງຄົມນິຍົມ ຊ່ວຍໃຫ້ຫວຽດນາມມີຄວາມເຊື່ອໝັ້ນໃນອະນາຄົດ ພື້ນຖານເສດຖະກິດ ທີ່ກຳນົດທິດສັງຄົມນິຍົມ ຊ່ວຍໃຫ້ຫວຽດນາມມີຄວາມເຊື່ອໝັ້ນໃນອະນາຄົດ

ດ້ວຍຄວາມເອົາໃຈໃສ່, ສະໜັບສະໜູນ ແລະ ຊີ້ນຳ-ນໍາພາຂອງ ລັດຖະບານ, ບັນດາກະຊວງຂອງສອງປະເທດ, ໂດຍສະເພາະແມ່ນການຊ່ວຍເຫຼືອໂດຍກົງຂອງທະນາຄານແມ່ ນັ້ນກໍຄື BIDV ແລະ BCEL, ໃນໄລຍະ 23 ປີທີ່ຜ່ານມາ Lao-Viet Bank ໄດ້ພະຍາຍາມດຳເນີນທຸລະກິດຢ່າງໝັ້ນຄົງສືບຕໍ່ຂະຫຍາຍຕົວໃນຕະຫຼາດ ຂອງ ສປປ ລາວ ຕະຫຼອດມາ, ເຊິ່ງໄດ້ເຮັດໃຫ້ມີບົດບາດກາຍເປັນສະຖາບັນການເງິນທີ່ສ້າງຂົວຕໍ່ແຫ່ງການຊຳລະ ແລະ ແລກປ່ຽນສະກຸນເງິນຂອງສອງປະເທດ (ສະກຸນເງິນກີບ ແລະ ຫວຽດນາມດົງ) ເພື່ອຮັບໃຊ້ສາຍພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທີ່ສຳຄັນລະຫວ່າງລັດຖະບານ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫຽດນາມ ຢ່າງຕັ້ງໜ້າ. ປະກອບສ່ວນປະຕິບັດນະໂຍບາຍເງິນຕາ, ການເງິນ ແລະ ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.

ນັບແຕ່ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມິຖຸນາ 1999 ເປັນຕົ້ນມາ, ທຶນຈົດທະບຽນທັງໝົດມີເຖິງ 791,3 ຕື້ກີບ (ທຽບເທົ່າກັບ 100 ລ້ານ ໂດລາສະຫະລັດ ໃນເວລາປະກອບທຶນ). ປະຈຸບັນ Lao-Viet Bank ມີເຄືອຂ່າຍເຄື່ອນໄຫວຢ່າງກ້ວາງຂວາງ, ມີລະບົບສາຂາ ແລະ ໜ່ວຍບໍລິການທີ່ສະດວກ ແລະ ທັນສະໄໝ, ກວມຢູ່ໃນ 9/18 ຕົວເມືອງໃຫຍ່ ແລະ ບັນດາແຂວງຕ່າງໆຂອງລາວ, ສາມາດສ້າງວຽກເຮັດງານທຳໃຫ້ພະນັກງານເກືອບ 500 ຄົນ ດ້ວຍລາຍຮັບສະເລ່ຍ 08 ລ້ານກວ່າກີບ/ ຄົນ/ເດືອນ. ຊັບສິນທັງໝົດຂອງ Lao - Viet Bank ຢູ່ໃນອັນດັບທີ 03 ຂອງບັນດາທະນາຄານທັງໝົດໃນລາວ, ບັນລຸໄດ້ ຫຼາຍກວ່າ 1.1 ຕື້ USD (ສູງກວ່າເວລາສ້າງຕັ້ງ ກວ່າ 100 ເທົ່າ); ຍອດເງິນລະດົມທຶນ ຢູ່ອັນດັບທີ 03 ໃນບັນດານາຄານ ບັນລຸເຖິງ 01 ຕື້ USD (ສູງກວ່າເວລາສ້າງຕັ້ງເກືອບ 700 ເທົ່າ); ຍອດເງິນກູ້ ຢູ່ອັນດັບທີ 03, ບັນລຸເຖິງ 700 ລ້ານ USD (ສູງກວ່າເວລາສ້າງຕັ້ງເກືອບ 1000 ເທົ່າ).

ສຳນັກງານໃຫຍ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ (ລາວ).
ສຳນັກງານໃຫຍ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ (ລາວ).

ໃນແຕ່ລະປີ Lao - Viet Bank ໄດ້ເປັນເຈົ້າການໃນການປະກອບສ່ວນເຂົ້າງົບປະມານແຫ່ງລັດລວມທັງອາກອນເງິນເດືອນ, ອາກອນກຳໄລ, ອາກອນຈາກການຈັດຊື້ຈາກຜູ້ຮັບເໝົາຕ່າງປະເທດ ແລະ ອາກອນແບ່ງປັນຜົນກຳໄລ. ມາຮອດທ້າຍປີ 2021, Lao-Viet Bank ໄດ້ປະກອບສ່ວນເຂົ້າງົບປະມານແຫ່ງລັດກວ່າ 311 ຕື້ກີບ. (33.5 ລ້ານ USD). ຄຽງຄູ່ກັນນັ້ນ Lao - VietBank ຍັງໄດ້ສະໜອງການເກັບພາສີ ແລະ ຄ່າທໍານຽມຕ່າງໆໃຫ້ແກ່ງົບປະມານແຫ່ງລັດ ຂອງ ລາວດ້ວຍລາຍຮັບປະຈໍາປີ 600 ຕື້ກີບ (50 ລ້ານໂດລາສະຫະລັດ) ໂດຍຜ່ານລະບົບ ຂອງ Lao - Viet Bank.

Lao - Viet Bank ເປັນໜຶ່ງໃນທະນາຄານທີ່ມີລະບົບໄອທີທີ່ທັນສະໄໝທີ່ສຸດດ້ວຍຫຼາຍລາງວັນລະດັບສາກົນຄື: ທະນາຄານ core banking/ທະນາຄານດິຈິຕ້ອນ/ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ທັງຍັງເປັນທະນາຄານທໍາອິດທີ່ມີສູນສໍາຮອງຂໍ້ມູນທີ່ມີມາດຕະຖານ ແລະ ທັນສະໄໝ, ເປັນທະນາຄານທໍາອິດທີ່ມີການນໍາໃຊ້ເຕັກໂນໂລຊີ biometric fingerprint ໃນການກວດສອບການເຮັດທຸລະກຳຂອງລູກຄ້າ. ພ້ອມທັງບັນດາຜະລິດຕະພັນທະນາຄານແບບດັ້ງເດີມ, Lao-Viet Bank ໄດ້ເປີດນຳໃຊ້ບັນດາຜະລິດຕະພັນ ແລະ ການບໍລິການທະນາຄານທີ່ທັນສະໄໝເຊັ່ນ: ທະນາຄານດິຈິຕ້ອນ, eKYC, QRpay, ການບໍລິການຊຳລະເເບບອັດສະລິຍະ(ຄ່າໄຟຟ້າ/ຄ່ານ້ຳປະປາ/ຈ່າຍຄ່າພາສີ/ຊື້ປະກັນໄພອອນໄລນ໌), ການເກັບງົບປະມານຊ່ວຍພາກລັດ, ເຊື່ອມໂຍງທະນາຄານ-ກະເປົ໋າເງິນຂອງບັນດາບໍລິສັດໂທລະຄົມ.

ຄຽງຄູ່ກັນນັ້ນ, Lao - Viet Bank ຍັງປະຕິບັດໄດ້ເປັນຢ່າງດີໃນບົດບາດຂອງການສະໜອງແຫຼ່ງທຶນໃຫ້ກັບບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ ລາວ. ລວມຍອດການອະນຸມັດເງິນກູ້ໃຫ້ແກ່ວິສາຫະກິດຫວຽດນາມທີ່ລົງທຶນຢູ່ລາວນັບແຕ່ປີ 2013, ປະຈຸບັນແມ່ນຄາດຄະເນຢູ່ທີ່ປະມານ 600 ລ້ານ USD. ນອກຈາກນີ້, Lao - Viet Bank ຍັງເປັນໜຶ່ງໃນບັນດາທະນາຄານທີ່ນຳໜ້າໃນການຈັດຕັ້ງປະຕິບັດບັນດານະໂຍບາຍດ້ານການເງິນ-ສິນເຊື່ອເພື່ອຊຸກຍູ້ການພັດທະນາເສດຖະກິດ ຂອງ ລັດຖະບານ ແລະ ທະນາຄານ ແຫ່ງ ສປປ ລາວ (ທຫລ) ທີ່ໄດ້ວາງອອກໃນຊຸມປີທີ່ຜ່ານມາ ເຊັ່ນ: ການສະໜັບສະໜູນດ້ານສິນເຊື່ອໃຫ້ແກ່ທຸລະກິດ SMEs, ສະໜັບສະໜູນທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງ ພະຍາດ Covid - 19.

ທ່ານ ຫງວຽນດຶກຫວູ - ຜູ້ອຳນວຍການທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ
ທ່ານ ຫງວຽນດຶກຫວູ - ຜູ້ອຳນວຍການທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ

ກວ່າ 23 ປີທີ່ຜ່ານມາດ້ວຍຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, ຂະຫຍັນຂັນແຂງ, ມີຫົວຄິດປະດິດສ້າງ, ການປ່ຽນແປງໃໝ່ເພື່ອກໍ່ສ້າງ ແລະ ພັດທະນາ, Lao-Viet Bank ໄດ້ຖືກຮັບຮອງຈາກພັກ, ລັດ, ຂະເເໜງການທະນາຄານ, ບັນດາຂະເເໜງການອື່ນໆ, ບັນດາທ້ອງຖິ່ນ ແລະ ປະຊາຊົນຈົນໄດ້ຮັບລາງວັນຂັ້ນສູງຫຼາຍລາງວັນ ເຊັ່ນ:

ຫຼຽນໄຊແຮງງານ ຊັ້ນ III (ປີ 2002 ແລະ 2018), ຫຼຽນໄຊແຮງງານ ຊັ້ນ II (ປີ 2004 ແລະ 2014) ແລະ ຫຼຽນໄຊແຮງງານ ຊັ້ນ I (ປີ 2008 ແລະ 2019); ຫຼຽນໄຊມິດຕະພາບ (2009); ຫຼຽນໄຊເອກະລາດຊັ້ນ III (2012).

ຫຼຽນໄຊແຮງງານຊັ້ນ III (2009); ຫຼຽນໄຊມິດຕະພາບ (2014); ທຸງແຂ່ງຂັນຂອງທະນາຄານແຫ່ງລັດຫວຽດນາມ (2019).

ບັນດາລາງວັນຢູ່ລາວ ແລະ ພາກພື້ນ: ວິສາຫະກິດດີເດັ່ນ ຫວຽດນາມ - ລາວ - ກຳປູເຈຍ (2009); ເຄື່ອງໝາຍການຄ້າທອງຄຳ ແມ່ນ້ຳຂອງ (2010); 100 ເຄື່ອງໝາຍການຄ້າອາຊຽນ (2013); ລາງວັນຈາກວາລະສານການທະນາຄານ & ການເງິນຂອງອາຊີ ເຊັ່ນ: ທະນາຄານທີ່ມີເຕັກໂນໂລຊີ ແລະ ການດໍາເນີນງານທີ່ດີທີ່ສຸດ (2014, 2015, 2016), ນະວັດຕະກໍາລະບົບທະນາຄານ Core Banking ທີ່ດີທີ່ສຸດ(2016), ລາງວັນລິເລີ່ມດ້ານການທະນາຄານດິຈິຕ້ອນ ປະຈຳປີ 2019) ແລະ ລາງວັນທະນາຄານທຸລະກິດ ແລະ ເຕັກໂນໂລຊີພາຍໃນປະເທດ ຂອງລາວ (2019, 2020), ລາງວັນ Laos Domestic Initiative of the Year(2021).

ນອກຈາກການເຄື່ອນໄຫວທຸລະກິດແລ້ວ, ທະນາຄານຮ່ວມທຸລະກິດ ລາວ - ຫວຽດ ຍາມໃດກໍ່ເອົາໃຈໃສ່ຕໍ່ການປະຕິບັດໂຄງການຊ່ວຍເຫຼືອສັງຄົມຢູ່ບັນດາທ້ອງຖິ່ນຂອງລາວ ເຊັ່ນ: ຊ່ວຍເຫຼືອການປ້ອງກັນພະຍາດໂຄວິດ - 19; ຊ່ວຍເຫຼືອໄພນ້ຳຖ້ວມຢູ່ອັດຕະປື/ໄຊຍະບູລີ/ສະຫວັນນະເຂດ, ສະໜັບສະໜູນອຸປະກອນ, ຄອມພິວເຕີໃຫ້ບັນດາກະຊວງ, ຂະແໜງການຕ່າງໆໃນລາວ, ຊ່ວຍເຫຼືອການກໍ່ສ້າງລະບົບນ້ຳສະອາດຢູ່ແຂວງຜົ້ງສາລີ, ສະໜອງທຶນອຸປະຖຳດ້ານວັດຖຸ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ອື່ນໆ ໃຫ້ກັບປະຊາຊົນທີ່ທຸກຍາກຢູ່ບັນດາແຂວງໃນລາວ. ນອກນັ້ນ Lao - Viet Bank ຍັງມີໂຄງການ ມອບເຄື່ອງໃຫ້ກັບຄອບຄົວຄົນຫວຽດນາມທຸກຍາກທີ່ອາໄສຢູ່ລາວ, ສະໜັບສະໜູນດ້ານສາດສະໜາ ຫວຽດນາມໃນລາວ, ເຂົ້າຮ່ວມຊ່ວຍເຫຼືອປະຊາຊົນຫວຽດນາມທີ່ປະສົບໄພນໍ້າຖ້ວມຕາມບັນດາໂຄງການຮຽກຮ້ອງຂອງສະຖານທູດ ແລະ ອື່ນໆ, ພ້ອມກັນນັ້ນກໍ່ຍັງເຂົ້າຮ່ວມການຊ່ວຍເຫຼືອວຽກງານທີ່ມີຄວາມໝາຍຄື: ສ້ອມແປງສຸສານ, ສ້ອມແປງອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ອື່ນໆ ລວມຄ່າໃຊ້ຈ່າຍໃນໂຄງການທັງໝົດແມ່ນເກືອບ 2 ລ້ານ ໂດລາສະຫະລັດ.

ອຽນບາ

ເຫດການ
302 Found

Found

The document has moved here.