ອາເມລິກາສົ່ງຈົດໝາຍທາງການເຖິງ ສປຊ ປະຕິເສດ “ປະກາດອະທິປະໄຕ” ຂອງຈີນ ຢູ່ ທະເລຕາເວັນອອກ | |
ງານບຸນ “ຕາເວັນອອກ” ໃນດິນແດນມໍລະດົກອ່າວຮ້າລອງ |
ແຜນນະໂຍບາຍເປີດເສັ້ນທາງເຈື່ອງເຊີນ
ໃນຖານະເປັນພະນັກງານກອງບັນຊາການ ເຈື່ອງເຊີນ ມີເວລາຢູ່ສະໜາມຮົບລາວ 6 ປີ, ທ່ານພົນຈັດຕະວາ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ ຮວ່າງກ່ຽນ, ຮອງປະທານສະມາຄົມ ເຈື່ອງເຊີນ ຫວຽດນາມ, ອະດີດຜູ້ບັນຊາການເຫຼົ່າຮົບທະຫານຊ່າງແສງ, ກອງທັບປະຊາຊົນຫວຽດນາມ ໄດ້ມີຄວາມເຂົ້າໃຈບົດບາດຂອງເສັ້ນທາງປະຫວັດສາດ ເຈື່ອງເຊີນ ຢ່າງຈະແຈ້ງ. ທ່ານໃຫ້ຮູ້ວ່າ, ໃນເບື້ອງຕົ້ນ, ເສັ້ນທາງເຈື່ອງເຊີນແມ່ນເສັ້ນທາງນ້ອຍລຽບຕາມທິດຕາເວັນອອກຂອງເຂດສາຍພູຫຼວງເຈື່ອງເຊີນ ທີ່ໃຫຍ່ໂຕມະໂຫຖານ. ຫຼັງຈາກນັ້ນ, ເສັ້ນທາງດັ່ງກ່າວນັບມື້ນັບຕໍ່ຍາວໄປໄກດ້ວຍຂອບຂະໜາດ ແລະ ຂອບເຂດທັງທິດຕາເວັນອອກ ແລະ ທິດຕາເວັນຕົກຂອງສາຍພູຫຼວງເຈື່ອງເຊີນ, ຂ້າມຜ່ານຫຼາຍແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ທ່ານ ຫວໍເບິ໊ມ, ອະດີດຫົວໜ້າກອງ 559 (ພາບເອກະສານ). |
ທ່ານພົນຈັດຕະວາ ຮວ່າງກ່ຽນ ໃຫ້ຮູ້ວ່າ “ເພື່ອຮັບໃຊ້ການຕໍ່ຕ້ານ, ເດືອນ ພຶດສະພາ 1959, ສູນກາງໄດ້ອອກມະຕິເລກທີ 15 ໝູນໃຊ້ຮູບແບບສົມທົບການຕໍ່ສູ້ປະກອບອາວຸດ ເພື່ອປ້ອງກັນຕົວ, ໃນນັ້ນມີການກໍ່ສ້າງຖານທີ່ໝັ້ນຢູ່ພາກໃຕ້ເພື່ອຕ້ານການກວາດລ້າງຢ່າງນອງເລືອດຂອງ ໂງດິ່ງຢ້ຽມ”.
ເພື່ອດໍາເນີນການຕໍ່ສູ້ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດເປັນເອກະພາບ, ຕ້ອງໜູນຊ່ວຍແຫຼ່ງກໍາລັງມະນຸດ ແລະ ວັດຖຸໃຫ້ແກ່ການປະຕິວັດພາກໃຕ້, ວັນທີ 19 ພຶດສະພາ 1959, ຄະນະປະຕິບັດງານການທະຫານພິເສດ (ກອງ 559) ໄດ້ຮັບການສ້າງຕັ້ງ. ທ່ານພັນເອກ ຫວໍເບິ໊ມ, ລູກຂອງ ກວາງຫງ້າຍ, ຜູ້ທີ່ຫຼັງຈາກນັ້ນໄດ້ຮັບຂະຫນານນາມ "ສະຖາປະນິກເຈື່ອງເຊີນ ທີ່ອະພິນິຫານ" ເປັນຫົວຫນ້າຄະນະ.
ພາກສ່ວນແກ່ນສານຂອງກອງ 559 ລ້ວນແຕ່ເຕົ້າໂຮມມາຈາກພາກໃຕ້, ຄຸ້ນເຄີຍກັບພູມີເຂດພູຜາປ່າດົງພາກຕາເວັນຕົກຂອງເຂດ V, ດ້ວຍຄວາມສະໝັກໃຈ, ມີຈິດໃຈກ້າຫານ, ມີລະບຽບວິໄນ, ມີສະຕິຮັບປະກັນຄວາມລັບດີ, ມີຊີວະປະຫວັດຈະແຈ້ງ, ຢຶດໝັ້ນ, ສັດຊື່, ຈົງຮັກພັກດີ, ພ້ອມທີ່ຈະເສຍສະຫລະຊີວິດເພື່ອປະເທດຊາດ, ມີສຸຂະພາບແຂງແຮງ.
ຈຸດເລີ່ມຕົ້ນຂອງເສັ້ນທາງປະຫວັດສາດ
ວັນທີ 4 ມິຖຸນາ ປີ 1959, ຄະນະໄດ້ເດີນຂະບວນຈາກສະຖານີລົດໄຟ ຕຽນກຽນ (ເລິມທາວ, ຝູເຖາະ) ໄປຍັງວິ້ງລິງ, ກວາງຈີ້ ແລະ ຢຸດຢູ່ເຂດແຄຫໍ່ ເພື່ອຕັ້ງກອງບັນຊາການ, ຊອກຫາທາງຂ້າມແມ່ນ້ຳເບັນຫາຍ ເຂົ້າສູ່ພາກໃຕ້ຊ່ວຍເຫຼືອ.
ທ່ານພົນຈັດຕະວາ ຮວ່າງກ່ຽນ ໃຫ້ຮູ້ວ່າ: ແຄຫໍ່ ແມ່ນຕັ້ງຢູ່ຝັ່ງເໜືອ, ທິດເໜືອຂອງແມ່ນ້ຳເບັນຫາຍ. ການຕັດສິນໃຈເລືອກ ແຄຫໍ່ ເປັນຈຸດເລີ່ມຕົ້ນຂອງເສັ້ນທາງປະຫວັດສາດເຈື່ອງເຊີນ ໄດ້ຖືກຄົ້ນຄວ້າ ແລະ ສຳຫຼວດຢ່າງລະອຽດ.
ກ່ອນໜ້ານັ້ນ, ທ່ານພັນເອກ ຫວໍເບິ໊ມ ໄດ້ຈັດຕັ້ງກຳລັງລົງສຳຫຼວດເສັ້ນທາງ ແລະ ໄດ້ປະສານສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ, ພ້ອມທັງໄດ້ຜັນຂະຫຍາຍຈັດຕັ້ງກຳລັງຢ່າງທັນການ.
ພະນັກງານ, ນັກຮົບກອງ 559 ສຳຫຼວດເສັ້ນທາງເປີດເສັ້ນທາງ ເຈື່ອງເຊີນ ປີ 1960 (ພາບເອກະສານ). |
ຄະນະບໍລິຫານງານກອງ 559 ໄດ້ພົບປະກັບ ທ່ານ ເຈີ່ນເລືອງ (ເຈີ່ນນາມຈູງ), ເລຂາຄະນະພັກເຂດ V ຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກເປັນເທື່ອລະກ້າວ ແລະ ໄດ້ຮັບການຊີ້ນຳ, ຊ່ວຍເຫຼືອຢ່າງຕັ້ງໜ້າ.
ການເປີດເສັ້ນທາງຕໍ່ເພື່ອຊ່ວຍພາກໃຕ້ແມ່ນອີງໃສ່ຫຼັກການຄວາມລັບຢ່າງສຸດຍອດ “ຢູ່ແບບບໍ່ມີເຮືອນ, ຍ່າງບໍ່ມີຮອຍ, ປຸງແຕ່ງບໍ່ມີຄວັນ, ເວົ້າບໍ່ມີສຽງ”. ເປົ້າໝາຍແມ່ນສົ່ງເອກະສານ-ຄຳສັ່ງຂອງສູນກາງ ແລະ ອາວຸດຍຸດໂທປະກອນເຂົ້າສູ່ພາກໃຕ້.
ອາວຸດຍຸດໂທປະກອນທີ່ສົ່ງເຂົ້າໄປໃນພາກໃຕ້ໃນເບື້ອງຕົ້ນແມ່ນອາວຸດທີ່ພວກເຮົາໄດ້ ທ້ອນເອົາຂອງຝຣັ່ງ, ລວມມີປືນ Maz, ປືນກົນຕວຽນ, ໝາກລະເບີດ, ກ້ອງສ່ອງ, ແຜນທີ່ຂອງຝຣັ່ງ... ກໍ່ໄດ້ມອບໃຫ້ກອງ 559 ເພື່ອຂົນສົ່ງໄປຍັງພາກໃຕ້. ນອກຈາກນັ້ນ, ອາວຸດຍຸດໂທປະກອນຂອງປະເທດສັງຄົມນິຍົມ ລ້ວນແຕ່ຕ້ອງໄດ້ລົບທຸກຮ່ອງຮອຍເພື່ອປ້ອງກັນບໍ່ໃຫ້ຕົກຢູ່ໃນກຳມືຂອງສັດຕູ.
ເພື່ອນຳເອົາອາວຸດໄປຍັງພາກໃຕ້, ກອງ 559 ຕ້ອງດໍາເນີນການກະຈາຍກຳລັງທະຫານໄປຕາມເສັ້ນທາງ. ທົ່ວເສັ້ນທາງຖືກຈັດເປັນ 9 ໜ່ວຍກອງ, ຈຳນວນທະຫານຫຼຸດລົງຈາກໜ່ວຍກອງທຳອິດຫາກອງສຸດທ້າຍຕາມລຳດັບ. ປ້ອມທີ 1 ຕັ້ງຢູ່ແຄຫໍ່, ປ້ອມທີສຸດທ້າຍແມ່ນຢູ່ປາລິນ (ອາເລື໊ອຍເໜືອ, ແຂວງ ເທື່ອທຽນເຫ້ວ). ຮອດເດືອນກໍລະກົດ ປີ 1959, ການກະຈາຍກຳລັງທະຫານຢູ່ເສັ້ນທາງດັ່ງກ່າວໄດ້ສຳເລັດ. ວັນທີ 13 ສິງຫາ 1959, ພາຍຫຼັງ 8 ມື້ ແລະ ຄືນ, ການຂົນສົ່ງ ຄັ້ງທໍາອິດຂ້າມເຈື່ອງເຊີນ ມາຮອດ ຕາຣຽບ ຢ່າງເປັນຄວາມລັບສຸດຍອດ ແລະ ປອດໄພ.
ບັນດານັກຮົບທະຫານເຈື່ອງເຊີນພວມຂົນເຄື່ອງຢູ່ເສັ້ນທາງເຈື່ອງເຊີນຕາເວັນຕົກ (ພາບເອກະສານ). |
ທ່ານ ກ່ຽນ ໃຫ້ຮູ້ວ່າ“ດ້ວຍເສັ້ນທາງຕາເວັນອອກເຈື່ອງເຊີນ, ແຕ່ປີ 1959 ຮອດປີ 1961, ພວກເຮົາສາມາດສົ່ງອາວຸດ, ເອກະສານໄປພາກໃຕ້ໄດ້ຈຳນວນໜຶ່ງ, ເຖິງວ່າບໍ່ຫຼາຍປານໃດກໍ່ຕາມ. ທີ່ສຳຄັນແມ່ນແລວທາງຕິດຕໍ່ພາທາງນີ້ໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງຖານທີ່ີໝັ້ນພາກເໜືອກັບແນວໜ້າພາກໃຕ້”.
ໃນເວລານັ້ນ, ບັນດາແຂວງຕອນໃຕ້ພາກກາງ, ເຂດໄຕງວຽນ, ໄຕງວຽນໃຕ້ ໄດ້ຊອກຫາວິທີຕິດຕໍ່ພົວພັນກັບພາກເໜືອ. ມາຮອດປີ 1959, ການຕິດຕໍ່ສື່ສານຈາກພາກເໜືອຫາໃຕ້ຜ່ານເສັ້ນທາງ 559 ພ້ອມກັບເສັ້ນທາງຕິດຕໍ່ພາທາງນີ້ ເຊິ່ງບັນດາແຂວງໃນພາກໃຕ້ ໄດ້ເຊື່ອມຕໍ່ລ່ວງກັນ.
ພາຍຫຼັງຖືກສັດຕູຄົ້ນພົບ ແລະ ດຳເນີນການກວາດລ້າງ, ຕໍ່ໜ້າໄພອັນຕະລາຍຖືກເສຍຄວາມລັບ, ປີ 1961, ກອງ 559 ໄດ້ຮີບດ່ວນຂ້າມໄປ ເຈື່ອງເຊີນຕາເວັນຕົກ, ເປີດເສັ້ນທາງຊ່ວຍເຫຼືອຜ່ານປະເທດເພື່ອນລາວ. ແລະຈາກນີ້, ເສັ້ນທາງອະພິນິຫານອີກເສັ້ນໜຶ່ງໄດ້ເປີດອອກນຳພາການຕໍ່ສູ້ຂອງທັງສອງຊາດ ຫວຽດນາມ ແລະ ລາວ ໂດຍຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ພ້ອມກັນນັ້ນ, ກໍ່ໄດ້ຂຽນໜ້າປະຫວັດສາດວິລະຊົນ, ສະຫງ່າລາສີ ແລະ ນອງເລືອດບໍ່ຈັກວ່າເທົ່າໃດໜ້າ.
ແທ່ງລວນ