ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

06:40 | 27/03/2024

ຍສໝ - ບຸນວົກນ້ຳ ແມ່ນ​ພິທີກຳວັດທະນະທຳທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວເຜົ່າ​ລາວ ​ຢູ່​ເມືອງ ຕ່າມເດືອງ, ແຂວງ ລາຍເຈົ່າ ເພື່ອພາວະນາຂໍໃຫ້ເປັນ​ປີ​ທີ່ດິນຟ້າອາກາດເອື້ອອຳ, ສັບພະສິ່ງງອກງາມ, ທຸກຄອບຄົວມີຄວາມຜາສຸກ, ສະຫງົບສຸກ. ຫຼາຍປີມານີ້ ງານບຸນໄດ້ກາຍເປັນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມູມໄປ.

ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະ​ເທດ ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະ​ເທດ
ພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ ພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ
ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ສ່ວນພິທີ​ຫວນຄືນພິທີບູຊາພາວະນາຂໍລະດູກ່ຽວເກັບໄດ້ຮັບຜົນດີ, ພິທີໄຫວ້ພາວະນາຂໍຝົນ, ຟ້ອມແຊວ່ ແລະ ຫົດນ້ຳ... ​ແລະ ​ແມ່ນບັນດາຈຸດວັດທະນະທຳທີ່ເປັນເອກະລັກພິເສດ​ຂອງ​ຊາວເຜົ່າ​ລາວ ຢູ່ ລາຍເຈົ່າ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ພິທີ​ກຳດັ່ງກ່າວ​ເລີ່​ມຕົ້ນ​ດ້ວຍ​ການ​ບູຊາ​ເທວະ​ດາ​ດ້ວຍ​ເຄື່ອງ​ບູຊາ​ຄື: ໝູ, ໄກ່, ເຂົ້າຕົ້ມ, ເຫຼົ້າ, ຊາ, ເຂົ້າ​ໜຽວ, ອ້ອຍ, ໝາກກ້ວຍ, ໝາກ​ໄມ້, ​ເຂົ້າໜົມ... (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ໃນຕອນທ້າຍຂອງພິທີດັ່ງກ່າວ, ໝໍເຢົາໄດ້ກ້າວຂຶ້ນ ແລະ ສັ່ງໃຫ້ຄະນະພິທີໄປຂໍນ້ຳຝົນເພື່ອໄຫວ້ພຣະພຸດທະຮູບຢູ່ໃນວັດ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ
ຄະນະພິທີໄປຂໍນ້ຳຝົນຈາກບັນດາຄອບຄົວທີ່ໄດ້ຮັບການຄັດເລືອກຈາກບ້ານ ແລະ ຄອບຄົວເຫຼົ່ານີ້ຕ້ອງມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີໃນປີກາຍນີ້, ທຸລະກິດຈະເລີນຮຸ່ງເຮືອງ, ຄອບຄົວອີ່ມໜຳສຳລານ, ມີຄວາມຜາສຸກ. (ພາບ: VOV)
ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ບັນດາຄອບຄົວໃນບ້ານ ຖືເອົານໍ້າຝົນມາຢືນຢູ່ສອງຟາກທາງເພື່ອຫົດນ້ຳໃສ່ຄະນະແຫ່ດ້ວຍຄວາມປາດຖະໜາຢາກປະກອບນ້ຳຖະຫວາຍ ໄຫວ້ບູຊາພະພຸດທະຮູບ ແລະ ພາລະນາຂໍໃຫ້ປີໃໝ່ມີແຕ່ຄວາມໂຊກດີ, ສຸຂະພາບແຂງແຮງ, ທຳມາຫາກິນຈະເລີນຮຸ່ງເຮືອງ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ຕໍ່ແມ່ນພິທີລ້າງຮູບພະພຸດທະຮູບດ້ວຍຄວາມຫວັງຂອງການຊໍາລະລ້າງ, ລ້າງຂີ້ຝຸ່ນຂອງເມືອງຄົນໃນປີທີ່ຜ່ານມາ ແລະ ພາລະນາຂໍໃຫ້ມີແຕ່ບັນດາສິ່ງທີ່ໃຫມ່, ສະອາດທີ່ສຸດສໍາລັບປີໃຫມ່. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ໝໍເຢົາເລີ່ມປະຕິບັດພິທີບູຊາເພື່ອຂໍຝົນ, ເພື່ອຫຼັງຈາກນັ້ນ ກໍ່ໃຫ້ທັງຄະນະພິທີຍ່າງອ້ອມຮອບວັດ 3 ຮອບ ແລ້ວໃຫ້ອະນຸຍາດທຸກຄົນຮ້ອງເພງ, ເຕັ້ນລຳຢູ່ຕໍ່ໜ້າວັດ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ບັນດາ​ຜູ້​ແທນ, ​ແຂກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ ໄດ້​ໄປຫ້ວຍ​ນ້ຳມູ້​ເພື່ອສະເຫຼີມສະຫຼອງ​ບຸນ​ຫົດນ້ຳຂອງ​ຊາວເຜົ່າ​ ລາວ; ພາລະນາຂໍໃຫ້ປີໃໝ່ ຈົ່ງມີສຸຂະພາບແຂງແຮງ, ສະຫງົບສຸກ, ລະດູການເກັບກ່ຽວນາປີໄດ້ຮັບຜົນດີ, ມີແຕ່ຄວາມໂຊກດີ.(ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ຊາວ​ເຜົ່າ ລາວ ​ຢູ່​ເມືອງ ຕ່າມເດືອງ (ລາຍເຈົ່າ) ແມ່ນຊຸມ​ຊົນ​ທີ່​ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​ລຽບ​ຕາມ​ສາຍ​ນ້ຳ, ບ່ອນ​ທີ່​ມີ​ນ້ຳ​ຫຼາຍ, ມີ​ຄວາມ​ສະດວກ​ໃນ​ການ​ຜະລິດ​ກະສິກຳ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

​ເຖິງ​ວ່າ​ປະຊາກອນ​ບໍ່​ຫຼາຍ​ປານ​ໃດ​ກໍ່ຕາມ, ​ແຕ່​ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ກໍ່​ມີ​ຈຸດ​ພິ​ເສດ, ອຸດົມສົມບູນ ​ແລະ ຫຼາກຫຼາຍ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ແຕ່ບູຮານນະການມາ, ຄົນເຜົ່າ ລາວ ຖືນ້ຳເປັນສຳຄັນທີ່ສຸດ, ນ້ຳເປັນສິ່ງທີ່ຈຳເປັນໃນການດຳລົງຊີວິດຂອງມະນຸດ ແລະ ສັບພະສິ່ງ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ຈາກຄວາມປາດຖະໜານັ້ນ, ຊົນເຜົ່າລາວ ຈຶ່ງໄດ້ເພິ່ງພາອາໄສ “ຟ້າ” ແລະ “ດິນ” ເພື່ອຂໍໃຫ້ອາກາດເອື້ອອຳນວຍ, ປະຊາຊົນຢູ່ເຢັນເປັນສຸກ ແລະ ມີແຕ່ສິ່ງດີໆເຂົ້າມາຊີວິດ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ນີ້​ແມ່ນ​ຕົ້ນ​ກຳເນີດ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາວເຜົ່າ ​ລາວ ໃນ​ການ​ອະທິຖານ​ຂໍ​ນ້ຳ​ຝົນ ທີ່ສືບທອດກັນມາ ​ ​ແລະ ​ເອີ້ນ​ວ່າ ບຸນ​ວົກນ້ຳ ຫຼື ບຸນ​ຫົດ​ນ້ຳ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ປະຊາຊົນ ແລະ ນັກ​ທ່ອງ​ທ່ຽວເຊື່ອມຕົວເຂົ້າກັບວັນບຸນຫົດນ້ຳ ດ້ວຍ​ຄວາມ​ຫວັງ​ວ່າ​ປີ​ໃໝ່​ຈະຊະລ້າງຄວາມ​ກັງວົົົົນ ແລະ ຄວາມ​ຫຍຸ້ງ​ຍາກ​ຂອງ​ປີ​ເກົ່າ ​ແລະ ​ໄດ້​ຕ້ອນຮັບ​ຄວາມ​ໂຊກ​ດີ. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ປະຊາຊົນທີ່​ນີ້​ເຊື່ອ​ວ່າ​ຜູ້​ໃດ​ປຽກ​ຫຼາຍ​ ຜູ້ນັ້ນຈະ​ມີ​ໂຊກຫຼາຍ​ໃນ​ປີ​ໃໝ່. (ພາບ: VOV)

ມາ ລາຍເຈົ່າ ພ້ອມກັບຊາວເຜົ່າລາວ ມ່ວນຊື່ນບຸນວົກນ້ຳ

ປະຊາຊົນເຜົ່າລາວ ຢູ່ໃນວົງແຊວ່ ສ້າງຄວາມສາມັກຄີ ດ້ວຍຄວາມຫວັງວ່າ ຈະເປັນປີທີ່ດິິນຟ້າອາກາດເອື້ອອຳນວຍດີ, ບ້ານເກີດເມືອງນອນມີຄວາມສະຫງົບສຸກ. (ພາບ: VOV)

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.