ພົບປະແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ລາຍເຈົາ

16:55 | 11/12/2022

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ​ແລະ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນຊາດລາວ (2/12/1975 – 2/12/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022) ແລະ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້ ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້
ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ນຳແກ້ໄຂບັນເທົາທຸກຈາກໄພພິບັດ ຢູ່ແຂວງ ລາຍເຈົາ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ນຳແກ້ໄຂບັນເທົາທຸກຈາກໄພພິບັດ ຢູ່ແຂວງ ລາຍເຈົາ

ຫວ່າງແລ້ວນີ້, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ​ລາຍ​ເຈົາ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບປະແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງ ລາຍເຈົາ.

Giao lưu, gặp mặt với lưu học sinh Lào đang học tập tại Lai Châu

ພົບປະແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ລາຍເຈົາ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ​ແລະ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນຊາດລາວ (2/12/1975 – 2/12/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022) ແລະ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.

Giao lưu, gặp mặt với lưu học sinh Lào đang học tập tại Lai Châu

ພົບປະແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ລາຍເຈົາ.

​ໃນ​ຂອບ​ເຂດ​ລາຍ​ການ, ສະມາຊິກຊາວໜຸ່ມບັນດາຫົວໜ່ວຍ​ແຂວງ​ລາຍ​ເຈົາ ​ແລະ ນັກ​ສຶກສາ​ລາວ 14 ຄົນ​ ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ວັດທະນະທຳ​ຫຼາຍ​ຢ່າງ ຄື: ຫຼິ້ນເກມ “​ໂດດເປົາປ່ານ”, “​ດຶງເຊືອກ”, “ບານ​ເຕະ”, ຊິມ​ອາ​ຫານ​ລາຍ​ເຈົາ ແລະ ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ, ການ​ຕັ້ງ​ຄ້າຍ...

​ໃນ​ບັນຍາກາດ​ເຕັມໄປດ້ວຍນໍ້າໃຈມິດຕະພາບ​ຂອງ​ການ​ພົບ​ປະ​ແລກປ່ຽນ, ນັກສຶກສາ​ລາວ​ຮູ້ສຶກເບີກບານມ່ວນຊື່ນ, ຕື່ນ​ເຕັ້ນ ​ເມື່ອ​​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ລວມໝູ່.

ຜ່ານນັ້ນ, ໄດ້ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດລະຫວ່າງລຸ້ນໜຸ່ມຂອງສອງປະເທດ ແລະ ພ້ອມກັນນັ້ນ ກໍໂຄສະນາ ເຜີຍແຜ່ຢ່າງເລິກເຊິ່ງ ກ້ວາງຂວາງ ເພື່ອໃຫ້ສະມາຊິກຊາວໜຸ່ມໄດ້ມີ ຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວັດທະນະທຳຮີດຄອງປະເພນີອັນດີງາມຂອງສອງປະເທດຫວຽດນາມ ແລະ ລາວ. ນີ້​ກໍ່​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ໃຫ້​ແຂວງ ​ລາຍ​ເຈົາ (ຫວຽດນາມ) ​ແລະ ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ ​ແລະ ພ້ອມກັນພັດທະນາ​.

ບູນມີ

ເຫດການ
302 Found

Found

The document has moved here.