ພໍ່ທິດທາ, ຜູ້ພາທາງໃນການເກີດຕາຍ

21:14 | 26/09/2022

ຍສໝ-ອະດີດນັກຊ່ຽວຊານຫວຽດນາມ ຜູ້ຫນຶ່ງ ທີ່ເຮັດວຽກຢູ່ລາວ ໃນຊຸມປີສົງຄາມທີ່ດຸເດືອດ. ປີນີ້ທ່ານມີອາຍຸໄດ້ 93 ປີແລ້ວ, ແຕ່ທ່ານຮູ້ສຶກຕື່ນເຕັ້ນ ແລະ ຕື້ນຕັນໃຈຫຼາຍເມື່ອເວົ້າເຖິງເພື່ອນລາວ ພໍ່ ທິດທາຄາວນັ້ນເປັນຜູ້ພາທາງ ໃຫ້ເພິ່ນ ແລະ ສະຫາຍ ຫຼຸດພົ້ນຈາກຄວາມເປັນຕາຍຢ່າງຫວຸດຫວິດ. ລາວແມ່ນ ດ່າວວັນຕ໋ຽນ, ອາໄສຢູ່ຮ່ອມຮ່ວາບິ່ງ 6, ຖະໜົນມິນຄາຍ, ຮ່າໂນ້ຍ.

ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022
ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ

ຄວາມຊົງຈໍາຂອງຂຸມວັນເດືອນສິງຫາ

ພວກຂ້າພະເຈົ້າໄດ້ໄປເຮືອນເລກ 1710 ຢູ່ອາພາດເມັນ CT1, ຮ່ອມຮ່ວາບິ່ງ 6, ຖະໜົນມິນຄາຍ, ຮ່າໂນ້ຍ ໃນຕອນເຊົ້າວັນທີ 19 ສິງຫາ. ເຈົ້າຂອງເຮືອນແມ່ນທ່ານ ດ່າວວັນຕ໋ຽນ ໄດ້ເຊີນບັນດາແຂກນັ່ງລົງ ແລ້ວລຸກໄປຫ້ອງເຮັດວຽກເພື່ອຈູດທູບທຽນຢູ່ຕໍ່ໜ້າຮູຂອງຜົວເມຍ ພໍ່ ທິດທາ. ໃບໜ້າຂອງລາວໄດ້ສະແດງອອກຄວາມນຶກຄິດຢ່າງຈະແຈ້ງ, ປາກຂອງລາວຄືວ່າ ລາວກຳລັງລົມກັບຜົວເມຍໝູ່ຂອງລາວທີ່ລ່ວງລັບໄປແລ້ວນັ້ນ. ເປັນເວລາ 12 ປີແລ້ວນັບແຕ່ ພໍ່ ທິດທາ ແລະ ພັນລະຍາເສຍຊີວິດໄປ, ທ່ານດ່າວວັນຕ໋ຽນ ຍັງໄດ້ຈູດທູບທຽນລະລຶກເຖິງເພື່ອນເກົ່າ ໃນມື້ຂຶ້ນ 1 ຄ່ຳ, ມື້ເພັງ ແລະ ວັນທີ 19 ສິງຫາ.

ຮູບຖ່າຍແມ່ນຕັ້ງຢ່າງສະຫງ່າຜ່າເຜີຍຢູ່ເທິງຊັ້ນວາງປຶ້ມ - ບ່ອນບັນຈຸປຶ້ມທີ່ທ່ານ ດ່າວວັນຕ໋ຽນ ໄດ້ຂຽນກ່ຽວກັບປະເທດລາວ. ທ່ານກ່າວວ່າ, ຮູບພາບດັ່ງກ່າວແມ່ນໄດ້ຖ່າຍຢູ່ເຮືອນຂອງພໍ່ ທິດທາ ໃນການເຕົ້າໂຮມກັນເມື່ອ 22 ປີກ່ອນ. ໃນຮູບພາບ, ຜົວເມຍພໍ່ເຖົ້າ ຜົມຂາວ, ໜ້າທີ່ໃຈດີອ່ອນໂຍນ, ນຸ່ງເສື້ອຜ້າລຽບງ່າຍ, ນັ່ງຕັ່ງຢາງສີແດງ.

ທ່ານ ຕ໋ຽນ ເລົ່າຄືນໄລຍະທີ່ລາວປະຕິບັດໜ້າທີ່ ຢູ່ລາວ ຊຶ່ງພໍ່ທິດທາເປັນຜູ້ພາທາງ. ພາບ: ທູຮ່າ.
ທ່ານ ຕ໋ຽນ ເລົ່າຄືນໄລຍະທີ່ລາວປະຕິບັດໜ້າທີ່ ຢູ່ລາວ ຊຶ່ງພໍ່ທິດທາເປັນຜູ້ພາທາງ. ພາບ: ທູຮ່າ.

ນອກຈາກຮູບພາບບູຊາແລ້ວ, ຢູ່ຝາເບື້ອງຊ້າຍຂອງໂຕະເຮັດວຽກຂອງທ່ານຕ໋ຽນ ກໍມີອີກຮູບໜຶ່ງ ຖ່າຍທ່ານຕ໋ຽນ ນັ່ງຢູ່ຂ້າງຜົວເມຍພໍ່ ທິດທາ. ຮູບພາບໄດ້ແຕ່ງແຕ້ມການເວລາ, ແຕ່ມັນຍັງຄົງແມ່ນວັດຖຸທີ່ລະນຶກອັນລ້ຳຄ່າ, ຍາມໃດ ທ່ານຕ໋ຽນ ກໍສະແດງອວດໃຫ້ບັນດາແຂກທີ່ມາຢາມເຮືອນ. ສຳລັບລາວແລ້ວ, ຖ້າຫາກບໍ່ມີພໍ່ ທິດທາ, ລາວກໍບໍ່ສາມາດລອດຕາຍຈາກໄພນ້ຳຖ້ວມ ແລະ ການປິດລ້ອມຂອງສັດຕູໃນເດືອນສິງຫາ ປີ 1969.

ແຕ່ທ້າຍປີ 1968 ເຖິງຕົ້ນປີ 1970, ລາວ ແລະ ສະຫາຍ ສົມສະຫວາດ ເລັ່ງສະຫວັດ (ຜູ້ທີ່ຕໍ່ມາໄດ້ຂຶ້ນເປັນຜູ້ນຳຂັ້ນສູງຂອງພັກ ແລະ ລັດຖະບານລາວ) ໄດ້ໄປປະຕິບັດວຽກງານໄລຍະຍາວ ຢູ່ ເຂດສັດຕູ ວຽງຈັນ. ພໍ່ ທິດທາ ເປັນຜູ້ພາທາງຈາກພູຜານາງ ທາງທິດຕາເວັນຕົກສ່ຽງເໜືອຂອງ ວຽງຈັນ ໄປເຂດຊານນະຄອນຫຼວງ.

“ເປັນເວລາກວ່າ 1 ປີທີ່ພວກເຮົາບໍ່ຮູ້ວ່າຕຽງນອນ ແລະ ເຮືອນເປັນແນວໃດ, ພຽງແຕ່ກາງອູ່ຢູ່ໃນປ່າ, ຖ້າຫາກວ່າ ຕ້ອງການເຮັດວຽກກັບຜູ້ໃດຜູ້ຫນຶ່ງກໍຝາກຄວາມນຳ ພໍ່ ທິດທາ. ພໍ່ ທິດທາ ເປັນທັງຜູ້ພາທາງ ແລະ ຈັດຕັ້ງກອງປະຊຸມຂອງພວກເຮົາກັບຄູບາອາຈານ, ພະນັກງານ, ເຈົ້າໜ້າທີ່ກຳລັງທີ່ເປັນກາງ,” ທ່ານຕ໋ຽນ ກ່າວ.

ໃນເດືອນສິງຫາ ປີ 1969, ໃນເວລາກຸ່ມຄົ້ນຄວ້າຂອງ ທ່ານ ຕ໋ຽນ ພວມເຮັດວຽກຢູ່ບ້ານ ນາຊັບ (ວຽງຈັນ) ນັ້ນ ນ້ຳບໍ່ຮູ້ວ່າຫຼັ່ງໄຫຼມາແຕ່ທາງໃດ ເຮັດໃຫ້ຖ້ວມຢ່າງໄວວາ.

"ພວກຂ້າພະເຈົ້າໄດ້ນອນຢູ່ອູ່ແບບລັບໆຂ້າງຫ້ວຍຂອງບ້ານ. ເມື່ອຮູ້ເມື່ອຕອນກາງຄືນ, ຢ່ອນຕີນລົງກໍ່ຈຸ່ມໃສ່ນ້ໍາ, ໂທຫາທຸກຄົນຂຶ້ນ, ພວກເຮົາຮູ້ວ່ານ້ໍາຖ້ວມກໍາລັງມາ" - ທ່ານ ຕ໋ຽນ ກ່າວ.

ກ່ອນນໍ້າຊຸໄຫຼຖ້ວມ, ພໍ່ ທິດທາ ໄດ້ນຳພາທີມງານຍ່າງລຸຍນໍ້າຕອນກາງຄືນ ເພື່ອຊອກຫາບ່ອນພັກເຊົາຊົ່ວຄາວ. ເພື່ອຫຼີກລ່ຽງສັດຕູ, ພໍ່ ທິດທາ ໄດ້ຈັດໃຫ້ປະຊາຊົນບ້ານນາຊັບ ເອົາຕາໜ່າງໄປອ້ອມບ່ອນພັກຂອງທິມງານ, ປືນກໍ່ກຽມພ້ອມ.

ຢູ່ຫ້ອງເຮັດວຽກຂອງ ທ່ານ ດ່າວວັນຕ໋ຽນ, ມີປຶ້ມຫຼາຍຫົວຂຽນກ່ຽວກັບປະເທດລາວ ແລະ ການພົວພັນ  ລາວ-ຫວຽດນາມ. ພາບ: ທູຮ່າ.
ຢູ່ຫ້ອງເຮັດວຽກຂອງ ທ່ານ ດ່າວວັນຕ໋ຽນ, ມີປຶ້ມຫຼາຍຫົວຂຽນກ່ຽວກັບປະເທດລາວ ແລະ ການພົວພັນ ລາວ-ຫວຽດນາມ. ພາບ: ທູຮ່າ.

ເມື່ອນ້ຳຫຼຸດລົງ, ກຸ່ມປະຕິບັດງານໄດ້ກະກຽມສຳລັບຄືນຕໍ່ໄປ ໂດຍຂ້າມເຂດທີ່ຖືກນ້ຳຖ້ວມ ແລະ ຂຶ້ນໄປພູຜານາງ. ແຕ່ວ່າ, ສະມາຊິກຄົນຫນຶ່ງໄດ້ທໍລະຍົດ ແລະ ແຈ້ງໃຫ້ສັດຕູ. ກຸ່ມປະຕິບັດງານດັ່ງກ່າວ ໄດ້ຖືກສັດຕູປິດລ້ອມ ແລະ ຍິງປືນໃສ່ເຂດປ້ອມຢ່າງຕໍ່ເນື່ອງ. ກ່ອນເກີດເຫດການສຸກເສີນ, ພໍ່ ທິດທາ ໄດ້ນຳພາກຸ່ມລຸຍນ້ຳຕະຫຼອດຄືນ ເພື່ອໜີອອກຈາກເຂດອັນຕະລາຍ. ໃນຕອນເຊົ້າຂອງວັນທີ 19 ສິງຫາ 1969, ກຸ່ມໄດ້ໄປລີ້ຕົວຢູ່ຂ້າງບ້ານ Hna Khủa ໃກ້ກັບຖະໜົນຫົນທາງ, ພໍ່ ທິດທາ ທັງແຊມຟົດໄມ້ ແລະ ຫາອາຫານໃຫ້ທຸກຄົນ.

“ເປັນເວລາກວ່າ 1 ປີ, ພວກຂ້າພະເຈົ້າ ໄດ້ຍ່າງຕາມພໍ່ ທິດທາ ໄປທົ່ວເຂດສັດຕູຢູ່ ວຽງຈັນ, ຂຶ້ນພູລົງຫ້ວຍ, ພົບກັບສັດຕູເປີດບັ້ນກວາດລ້າງ, ປະສົບໄພນ້ຳແກ່ງນ້ຳຊຸ, ສັດຮ້າຍ, ອົດຢູ່ອົດກິນ ເພື່ອມາຮອດເຖິງຈຸດໝາຍ. ໃນຕົ້ນຊຸມປີ 1970, ສັດຕູເຂົ້າຍຶດເອົາແຂວງຊຽງຂວາງ, ພວກຂ້າພະເຈົ້າລົງໄປພາກກາງຂອງລາວ, ສ່ວນ ພໍ່ ທິດທາ ຢູ່ຕໍ່ສືບຕໍ່ປະຕິບັດໜ້າທີ່ຢູ່ເບື້ອງຫຼັງ” ທ່ານ ດ່າວວັນຕ໋ຽນ ກ່າວ.

ເມື່ອກັບຄືນເມືອປະເທດໃນຊຸມປີຕໍ່ໄປ, ທ່ານ ດ່າວວັນຕ໋ຽນ ຍັງຄິດເຖິງພໍ່ ທິດທາ, ທ່ານ ສົມສະຫວາດ ແລະ ອ້າຍນ້ອງທີ່ເຮັດວຽກຮ່ວມກັນຈຳນວນໜຶ່ງ.

ການພົບພໍ້ກັນອັນສັ້ນໆ

ປີ 2004, ເມື່ອປຶ້ມບັນທຶກ "ບັນດາເລື່ອງລາວປ່າໄມ້ລາວ" ທີ່ມີລາຍລະອຽດຫຼາຍຢ່າງ ກ່ຽວກັບທ່ານ ດ່າວວັນຕ໋ຽນ, ທ່ານຕ໋ຽນ ໄດ້ສົ່ງປຶ້ມດັ່ງກ່າວໄປຍັງທ່ານ ເຈີ່ນຕ໋ຽນແອງ, ຫົວໜ້າຫ້ອງການສະຖານທູດ ສສ. ຫວຽດນາມ ປະຈຳ ສປປ. ລາວ ເພື່ອຖາມຫາເພື່ອນເກົ່າ. ໃນປີ 2005, ຂ່າວດີຈາກປະເທດລາວ ລາຍງານວ່າ ໄດ້ເພົບພໍ່ ທິດທາ ຢູ່ໃນບ້ານ ນາຊັບ.

“ປີ 2006, ຜົວເມຍຂ້າພະເຈົ້າ ໄດ້ໄປຢ້ຽມຢາມປະເທດລາວເພື່ອພົບປະກັບສະຫາຍເກົ່າຂອງພວກເຮົາ, ກ່ອນອື່ນຫມົດແມ່ນໄປຢ້ຽມຢາມ ພໍ່ ທິດທາ. ໃນປັດຈຸບັນ, ຜູ້ພາທາງ ໄດ້ເປັນພໍ່ເຖົ້າອາຍຸກ່ວາຮ້ອຍປີແລ້ວ, ນາທີທີ່ໄດ້ພົບກັນ, ພໍ່ ທິດທາ ຍັງຈື່ຂ້າພະເຈົ້າ. ພວກເຮົາກອດກັນນໍ້າຕາໄຫລ... ສິ່ງທີ່ດີໃຈທີ່ສຸດແມ່ນ ເຖິງວ່າເຖົ້າແກ່ແລ້ວ, ພໍ່ ທິດທາ ກໍຍັງຈື່ບັນດາສະມາຊິກໃນຄະນະປະຕິບັດງານເກົ່າໄດ້ເປັນຢ່າງດີ. ເພິ່ນຍັງກິນເຫຼົ້າ ແລະ ຮ້ອງເພງກັບພວກຂ້າພະເຈົ້າ” ທ່ານ ຕ໋ຽນ ກ່າວ.

ທັງປະຊາຊົນບ້ານນາຊັບ ແລະ ບັນດາພະນັກງານທີ່ເຮັດວຽກກັບທ່ານ ຕ໋ຽນ ໃນເມື່ອກ່ອນ ກໍໄດ້ເຂົ້າຮ່ວມການພົບປະອັນສັ້ນໆ ແຕ່ມີຄວາມຕື້ນຕັນໃຈ.

ໃນປີ 2010, ລາວໄດ້ຮັບຂ່າວວ່າ ພໍ່ ທິດທາ ໄດ້ເຖິງແກ່ມໍລະນະກຳ, ເມື່ອມີອາຍຸ 110 ປີ. ໃນເວລານັ້ນ, ທ່ານຕ໋ຽນ ບໍ່ອາດກັ້ນນ້ຳຕາໄວ້ໄດ້ ແລະ ເອົາຮູບຂອງຜູ້ພາທາງໄປຈູດທູບທຽນ.

ແທ່ງລວນ

ເຫດການ