ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ

14:00 | 26/09/2022

ແຕ່ວັນທີ 20 ຫາວັນທີ 24 ກັນຍາ, ຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ນຳພາຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕວັກກີ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ: 7 ປັດ​ໄຈ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ກາຍ​ເປັນການ​ພົວ​ພັນພິ​ເສດ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ: 7 ປັດ​ໄຈ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ກາຍ​ເປັນການ​ພົວ​ພັນພິ​ເສດ
ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ
ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ
ທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ພົບປະກັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ຕວັກກີ Kemal Okuyan (ພາບ: TTXVN)

ໃນຂອບເຂດຂອງການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຮັດວຽກັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ຕວັກກີ Kemal Okuyan ພ້ອມດ້ວຍການນຳຄະນະພົວພັນຕ່າງປະເທດສູນກາງພັກຍຸຕິທຳກໍາອຳນາດ ແລະ ພັດທະນາ (AKP); ພົບປະທ່ານຫົວໜ້າຄະນະຜູ້ແທນ ຕວັກກີ ຢູ່ສະພາລັດຖະສະພາ ອາຊີ, ການນຳກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຕວັກກີ; ເຮັດວຽກກັບການນຳກະຊວງພາຍໃນ, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຕວັກກີ. ພ້ອມດຽວກັນນັ້ນ, ຄະນະກໍໄປຢ້ຽມຢາມ, ໄຫວ້ອາໄລສຸສານກຳນນຳ Artatuk ແລະ ຢ້ຽມຢາມບາງຮາກຖານວັດທະນະທຳ - ປະຫວັດສາດ ຢູ່ນະຄອນ ອິນຕານບຸນ.

ໃນການເຮັດວຽກຄັ້ງຕ່າງໆ, ຄະນະຜູ້ແທນ ຫວຽດນາມ ຕ່າງກໍເນັ້ນໜັກເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງ ຫວຽດນາມ - ຕວັກກີ ເລິກເຊິ່ງກວ່າອີກ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຢາກຊຸກຍູ້ການພົວພັນຮ່ວມມືກັບ ຕວັກກີ.

ສ່ວນການນຳຕວັກກີ ຖືວ່າ ຫວຽດນາມ ແມ່ນປະເທດທີ່ມີບົດບາດສຳຄັນ ໃນພາກພື້ນ ອາຊີ - ປາຊີຟິກ ແລະ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອພັດທະນາ. ຕວັກກີ ຈະຮ່ວມມືກັບ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນ ແລະ ສະແດງຄວາມຫວັງວ່າ ສອງຝ່າຍຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ຫຼາຍກວ່າອີກ, ເພີ່ມທະວີສາຍພົວພັນສອງຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.