ພິທີສູດອະນິດຈາເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ: ຂໍຈົ່ງຮັບເອົານ້ຳໃຈຈິງໃຈ ແລະ ຄວາມສາມັກຄີ

11:00 | 02/09/2022

ຍສໝ - ວັນ​ທີ 24 ກໍລະກົດ 2022, ຢູ່​ແຂວງ​ຊຽງ​ຂວາງ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ແຂວງ​ຊຽງ​ຂວາງ ​ ​ສົມທົບ​ກັບ ອຳນາດການປົກຄອງ​ແຂວງ​ຊຽງ​ຂວາງ ​ແລະ ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ຫຼວງ​ພະ​ບາງ ໄດ້ຈັດ​ພິທີ​ສູດອະນິດຈາ​ເຖິງດວງວິນຍານ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ ​ແລະ ລາວ.

ມານະພະຍາຍາມຫັນຂໍ້ຕົກລົງລະຫວ່າງອົງການແນວໂຮມສອງປະເທດ ຫວຽດນາມ - ລາວ ໃຫ້ປະກົດຜົນເປັນຈິງ ມານະພະຍາຍາມຫັນຂໍ້ຕົກລົງລະຫວ່າງອົງການແນວໂຮມສອງປະເທດ ຫວຽດນາມ - ລາວ ໃຫ້ປະກົດຜົນເປັນຈິງ
ນະຄອນ​ໂຮ່ຈິ​ມິນ ​ລະນຶກ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19 ນະຄອນ​ໂຮ່ຈິ​ມິນ ​ລະນຶກ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19

ພິທີ​ສູດອະນິດຈາ​ ​ເພື່ອ​ຕອບບຸນແທນຄຸນ​ບັນດາ​ນັກຮົບ​ອາສາສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ທະຫານ​ລາວ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໃນ​ການ​ຕໍ່ສູ້​ຕ້ານ​ສັດຕູ​ໂຕດຽວກກັນ, ພ້ອມ​ກັນ​ນັ້ນ ​ກໍ່​ເພື່ອ​ໃຫ້​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ ໄດ້​ເຂົ້າ​ໃຈ​ເຖິງ​ຄຸນຄ່າຄວາມ​ສັນຕິພາບ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ພິທີ​​ສູດອະນິດຈາ ໄດ້ຈັດ​ຕັ້ງ​ຮ່ວມ​ກັນໂດຍ​​ສອງ​ປະ​ເທດ​.

ສວດມົນອະທິຖານດ້ວຍຄວາມຈິງໃຈ

​ແຕ່​ຕອນຮຸ່ງ​ເຊົ້າ​ວັນ​ທີ 24 ກໍລະກົດ​ນີ້, ອາກາດ​ຮ້ອນ​ອົບ​ເອົ້າ, ເສັ້ນທາງ​ໄກ, ພູ​ສູງ, ປະຊາຊົນ​ທ້ອງ​ຖິ່ນ​ນັບ​ພັນ​ຄົນມາ​ຈາກ 21 ບ້ານຂອງ​ໂພນ​ສະຫວັນ (​ແຂວງ​ຊຽງ​ຂວາງ), ປະຊາຊົນທຸກ​ຊັ້ນ​ວັນນະ ​ແລະ ຊາວ​ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຊຽງ​ຂວາງ ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ບູຊານັກຮົບອາສາສະໝັກ​ຫວຽດນາມ - ລາວ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​​ສູດອະນິດຈາ​.

ພິທີສູດອະນິດຈາເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ: ຂໍຈົ່ງຮັບເອົານ້ຳໃຈຈິງໃຈ ແລະ ຄວາມສາມັກຄີ

ບັນດາພະສົງລາວເຮັດພິທີສູດອະນິດຈາຕາມສາສະໜາລາວ. ພາບ: ກີມເທື່ອຍ

ມາທີ່ນີ້້ ຍັງມີນັກຮົບເກົ່າ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເຄີຍເຮັດວຽກ ແລະ ຕໍ່ສູ້ຢູ່ລາວ.

ຕາມ​ຂໍ້​ມູນ​ຈາກ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ແຂວງ​ຊຽງ​ຂວາງ ​ແລະ ຄະນະ​ຄຸ້ມ​ຄອງຫໍບູຊາ​ ໃຫ້ ຮູ້ວ່າ: ພິທີ​ສູດອະນິດຈາ​ ໄດ້​ເລີ່ມພິທີໃນຕອນເຊົ້າ ​ເວລາ 7ໂມງ30ນາທີ ​ແລະ ​ແກ່ຍາວ​ຮອດ​ເວລາ 17ໂມງ​ຂອງ​ວັນ​ດຽວ​ກັນ. ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ມີ​ເຂົາອາວາດ ​​ຫວຽດນາມ - ລາວ 21 ອົງ, ພະສົງສຳມະເນນເກືອບ 100 ອົງ ​ແລະ ພຸດທະສາສະນິກະຊົນປະມານ 3.500 ຄົນ​ທີ່​ມາ​ຈາກ​ສອງ​ປະ​ເທດ​ ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ. ຢູ່​ທີ່​ນີ້, ແມ່​ເຖົ້າ, ພີ່ປ້່ນ້າອາໄດ້ພ້ອມກັບລູກຫລານ​ນຸ່ງ​ຊຸດ​ອາພອນປະຈຳຊາດ, ໃນມືຖື​ຕຸກ​ນ້ຳ, ດອກ​ໄມ້​ສົດ, ເຂົ້າ​ໜຽວ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ລາວ​ ເພື່ອ​ລະ​ນຶກ​ເຖິງ​ວິ​ລະ​ຊົນ ແລະ ຜູ້​ເສຍ​ຊີ​ວິດເພື່ອຊາດ. ບັນດາ​ສະມາຄົມ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຫວຽດນາມ.

ທ່ານ​ນາງ ກ່ຽວຖິຫັ່ງຝູກ, ຜູ້ຕາງໜ້າ​ສະຖານ​ກົງສຸນ​ໃຫຍ່ ຫວຽດນາມ ປະຈຳ ​ແຂວງ ຫຼວງ​ພະ​ບາງ ​ໃຫ້​ຮູ້​ວ່າ: “​ໃນ​ໄລຍະ​ຕໍ່ສູ້​ຢ່າງ​ດຸ​ເດືອດ ​ແລະ ທຸກຍາກລຳບາກ​ທີ່​ສຸດ ​ເພື່ອ​ຍາດ​ເອົາ​ຄວາມເອກະລາດ​ໃຫ້​ຫວຽດນາມ - ລາວ ນັ້ນ, ມີ​ພະນັກງານ, ນັກຮົບ ​ແລະ ອາສາ​ສະໝັກ​ຫວຽດນາມ ​ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ຢູ່ສະໜາມຮົບ​ຂອງ​ລາວ”.

ຕາມ​ຜູ້ຕາງໜ້າ​ສະຖານກົງສູນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ຫຼວງ​ພະ​ບາງ ​ແລ້ວ, ສະໜາມຮົບ​ທົ່ງໄຫ​ຫີນ​ຊຽງ​ຂວາງ, ​ແຂວງ​ຊຽງ​ຂວາງ, ​ແຂວງ​ໄຊ​ສົມບູນ ​ແລະ ​ແຂວງ​ວຽງ​ຈັນ ມີ​ບັນດານັກຮົບ​, ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ທະຫານ​ຫວຽດນາມ 15.000 ກວ່າ​ຄົນ​ ໄດ້​ເສຍສະຫຼະຊີວິດຢ່າງພິລະອາດຫານ. ມາ​ຮອດ​ປະ​ຈຸ​ບັນ, ຍັງ​ມີ​​ທະ​ຫານ​ຫວຽດ​ນາມ ນັບພັນຄົນ​ ​ນອນ​ຢູ່​ໃນ​ລາວ.

ທ່ານ ຮ່າ​ວັນ​ແກັງ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: “ບໍ່​ມີ​ບ່ອນ​ໃດ​ຢູ່​ລາວ ​ທີ່​ບໍ່​ມີ​ຮອຍ​ຕີນ ​ແລະ ​ເລືອດ​ເນື້ອ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ. ມີ​ຜູ້​ເສຍ​ຊີວິດ​ເກືອບ 17.000 ຄົນ​ຢູ່​ພູພຽງ​ຊຽງ​ຂວາງ, ​ໃນ​ນັ້ນ, ສົບ​ຂອງ​ຜູ້​ເສຍ​ຊີວິດ 6.000 ຄົນ ​ຍັງ​ຄົງ​ຢູ່​ທີ່​ນີ້, ພວກເຂົສຢູ່ບ່ອນໃດ​ບ່ອນ​ໜຶ່ງ​ໃນ​ສະໜາມ​ຮົບ​ປາງກ່ອນ, ​ຢູ່ໜ່ວຍ​ພູ​​​ແປກ ​ຫຼື ​​ໃນຂ້າງໝູ່​ບ້ານ.

ໂດຍຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ​ບັນດາ​ອາດີດນັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ​ທີ່​ຕໍ່ສູ້​ຢູ່​ລາວ, ທ່ານ​ພັນ​ເອກ ​ເຈີ່ນ​ດັກ​ຟອງ ​ໄດ້​ອ່ານ​ຄຳ​ອາໄລຫາ. ​ໃນ​ນັ້ນ​ມີ​ຕອນ​ຂຽນ​ວ່າ: “ຂໍ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ, ສະແດງນ້ຳໃຈພາວະນາ​ຂໍ​ໃຫ້​ດວງ​ວິນ​ຍານ​ຂອງ​ບັນດາ​ວິລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ທີ່​ພວມ​ຢູ່​ໃນ​ປະ​ເທດ ​ລາວ-ຫວຽດນາມ ໄປສູ່ສຸຂະຕິພົບດ້ວຍເທີ້ນ…”.

ປະຊາຊົນ​ສອງ​ປະ​ເທດ​​ຫົວ​ໃຈ​ດຽວກັນ

ຫລາຍ​ຄົນ​ເລ່ົາ​ວ່າ, ປີ 2007, ​ໃນ​ຄັ້ງການ​ຢ້ຽມຢາມ​ບ້ານ​ຍຢວນ (​ເມືອງ ​ແປກ, ​ແຂວງ​ຊຽງ​ຂວາງ, ລາວ) ​ເພື່ອ​ເຮັດ​ວຽກ, ພະອາຈານ ​ທິ້ກຫງວຽນ​ເທາະ, ຫົວໜ້າ​ຄະນະ​ບໍລິຫານ​ງານ​ສາສະໜາ​ພຸດ​ຫວຽດນາມ ຢູ່​ ແຂວງ ບ່າ​ເຣ້ຍ-ວູງເຕົ່າ) ຮູ້ສຶກວ່າ ດິນແດນແຫ່ງນີ້ມີຫຼາຍຈິດວິນຍານທີ່ຍັງບໍ່ທັນໄດ້​ໄປຜຸດໄປເກີດ.

ພະອາຈານ ​ທິກຫງວຽນ​ເທາະ ຄອງຄອຍ, ຄິດເຖິງວິທີແນວໃດ ເພື່ອປົດປ່ອຍດວງວິນຍານເຫຼົ່ານັ້ນ. ປີ 2009 ​ເມື່ອ​ກັບ​ຄືນ ​ແຂວງ​ຊຽງ​ຂວາງ, ພະອາຈານ ​ທິກຫງວຽນ​ເທາະ ​ໄດ້​ແບ່ງປັນ​ຄວາມ​ຄິດ​ສ້າງຫໍໍບູຊາວິລະ​ຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ​ຫວຽດນາມ - ລາວ, ​ຈັດ​ພິທີ​ສູດອະນິດຈາ​ກັບ​ອຳນາດ​ການ​ປົກຄອງ​ຢູ່​ທີ່​ນີ້. ຫຼັງ​ຈາກ​ນັ້ນ​ບໍ່​ດົນ, ໃນ​ປີ 2022, ແນວ​ຄວາມ​ຄິດ​ ແລະ ​ຄວາມ​ປາດ​ຖະ​ຫນາ​ເຫຼົ່າ​ນັ້ນ​ໄດ້​ຮັບ​ການປະຕິບັດ.

ພິທີສູດອະນິດຈາເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ: ຂໍຈົ່ງຮັບເອົານ້ຳໃຈຈິງໃຈ ແລະ ຄວາມສາມັກຄີ

ປະຊາຊົນ ລາວ ຈໍານວນ ຫຼວງຫຼາຍ ຕັ້ງແຕ່ຮຸ່ງເຊົ້າ ໄດ້ມາຕັກບາດ (ຖວາຍ ບູຊາ) ໃຫ້ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ. ພາບ: ກີມເທື່ອຍ

ມາຮອດສະຖານທີ່ຈັດພິທີພິທີ​ສູດອະນິດຈາ ໃນຕອນຮຸ່ງເຊົ້າ, ທ່ານນາງ ຊາດາ ສີຫາໜັກ (ເມືອງໂພນສະຫວັນ ແຂວງຊຽງຂວາງ) ໄດ້ຖືເອົາດອກໄມ້, ນ້ຳ, ເຂົ້າໜຽວມານຳ. ທ່ານນາງກ່າວວ່າ: “ຂ້າພະເຈົ້າມາທີ່ນີ້ເພື່ອທຳພິທີບູຊາ, ສະແດງໃຈສັດທາຖະຫວາຍນ້ຳ ແລະ ເຂົ້າໜຽວໃຫ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຕາມຮີດຄອງປະເພນີຂອງລາວ”.

ຕາມ​ຄະນະ​ຈັດ​ຕັ້ງ​ພິທີ​ແລ້ວ, ຜົນສຳເລັດ​ຂອງ​ພິທີ​ ແມ່ນ​ຍ້ອນ​ການ​ເຂົ້າ​ຮ່ວມ, ສະໜັບສະໜູນ ​ແລະ ​ຮ່ວມ​ເດີນທາງຂອງ​ລະບົບ​ບັນດາສຳນັກງານ, ອົງການ​ຂອງ 2 ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ - ລາວ 3.500 ຄົນ.

ລະອຽດ, ​ແຂວງ​ຊຽງ​ຂວາງ​ໄດ້​ມອບ​ເນື້ອ​ທີ່ 10 ​ເຮັກຕາ ​ໃຫ້​ປະຊາ​ຄົມ​ເພື່ອ​ກໍ່ສ້າງ​ເຂດຫໍບູຊາ. ທີ່​ພິທີ, ປະຊາຊົນ 21 ບ້ານ​ໃນ​ເມືອງ​ແປ​ກ ​ໄດ້​ປະກອບສ່ວນພາ​ເຂົ້າ 105 ພາ, ຄະນະພະແນກ ຂະແໜງການ​ແຂວງ​ຊຽງ​ຂວາງ ​ໄດ້​ປະກອບສ່ວນພາ​ເຂົ້າ 60 ພາ, ທ່ານ​ນາງ ຮ່ວາ - ເຂົ້າ​ປຸ້ນຮ່າ​ໂນ້ຍ ​, ທ່ານ​ນາງ ຮ່ຽນ - ​ເຂົ້າ​ຈີ່​ມາ​ລີ, ຄອບຄົວທ່ານ ຮຸ່ງແທງ, ທ່ານ ດຶກວີ, ທ່ານ ທ໋າຍຮວນ, ຄອບຄົວຂອງ ສາວ ຫາຍ ສະ​ຫນັບ​ສະ​ຫນູນ​ອາ​ຫານ​ຈໍາ​ນວນ​ຫຼາຍ​ ໃນ​ວັນ​ຈັດພິທີ...

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ແຂວງ​ຊຽງ​ຂວາງ​ຄາດ​ວ່າ​ ຈະ​ສົມທົບ​ກັບ​ອຳນາດການປົກຄອງ​ແຂວງ​ຊຽງ​ຂວາງ​ ຈັດ​ຕັ້ງ​ພິທີ​ສູດອະນິດຈາ​ເຖິງດວງວິນຍານ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ - ລາວ ໃນ​ຮູບ​ແບບເປັນ​ປະ​ຈໍາ​ປີ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.