ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ໄທ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ

15:22 | 05/09/2022

ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນຂອງຊາວເຜົ່າໄຕ່, ນຸ່ງ, ໄທ ຢູ່ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ແລະພິທີໄຂງານບຸນແທ່ງຕວຽນ ປີ 2022 ດ້ວຍຫົວຂໍ້ວ່າ: “ເພື່ອທຳນອງຂັບແທນຍືນຍົງຄົງຕົວຕະຫຼອດການ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ກັນຍາ, ຢູ່ສະໜາມຫຼວງ ຫງວຽນເຕີດແທັ່ງ, ນະຄອນຕວຽນກວາງ, ແຂວງຕວຽນກວາງ.

ຮ່າ​ໂນ້ຍ: ປະ​ຊາ​ຊົນ​ນຸ່ງ​ເຄື່ອງກັນ​ຝົນ​ໄປ​ວັດ ຟຸກ​ແຄັງ ເຂົ້າ​ຮ່ວມ​ບຸນເຂົ້າປະດັບດິນ ຮ່າ​ໂນ້ຍ: ປະ​ຊາ​ຊົນ​ນຸ່ງ​ເຄື່ອງກັນ​ຝົນ​ໄປ​ວັດ ຟຸກ​ແຄັງ ເຂົ້າ​ຮ່ວມ​ບຸນເຂົ້າປະດັບດິນ
ເຄື່ອງ​ນຸ່ງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວປາຢິ໊ ເຄື່ອງ​ນຸ່ງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວປາຢິ໊
ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ໄທ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເລື່ອງຢັ້ງຢືນ “ສິລະປະຂັບແທນຂອງຊາວເຜົ່າໄຕ່, ນຸ່ງ, ໄທ ຢູ່ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸນັ້ນແມ່ນເຄື່ອງໝາຍແຫ່ງຊາດ ເຊິ່ງໂລກສະຫງວນໃຫ້ແກ່ຫວຽດນາມ, ຜ່ານນັ້ນປະກອບສ່ວນແນະນຳກັບເພື່ອນມິດສາກົນກ່ຽວກັບມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດພູພຽງທາງພາກເໜືອຫວຽດນາມ, ປະກອບສ່ວນເຮັດໃຫ້ເຂດນີ້ຍິ່ງມີຄວາມດູດດື່ມຂຶ້ນຕື່ມ, ດຶງດູດແຂກທ່ອງທ່ຽວຫຼາຍກ່ວາ. ຍ້ອນເຫດນັ້ນ, ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນສືບຕໍ່ເອົາໃຈໃສ່ສ້າງລາຍການໂຄສະນາ, ເຜີຍແຜ່ຢ່າງເລິກເຊິ່ງ, ກ້ວາງຂວາງ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນເພື່ອຊຸກຍູ້ຄວາມສະໜິດຕິດພັນໃນສັງຄົມ, ສົ່ງເສີມສະຕິກ່ຽວກັບສີສັນ ແລະຄວາມຮັບຜິດຊອບຂອງປະຊາຊົນທ້ອງຖິ່ນ ໃນການແຜ່ຂະຫຍາຍ ແລະການດຳເນີນຊີວິດໃນຊຸມຊົນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດນ່າເນືອ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດນ່າເນືອ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍສືບຕໍ່ລາຍການເຮັດວຽກ ຢູ່ແຂວງຕວຽນກວາງ, ຕອນເຊົ້າວັນທີ 4 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດນ່າເນືອ, ບ້ານເຕີນເລິບ, ຕາແສງເຕີນຈ່າວ, ເມືອງເຊີນເຢືອງ, ເຊິ່ງເປັນສະຖານທີ່ປະທານໂຮ່ຈີມິນ ອາໄສ, ເຮັດວຽກແຕ່ທ້າຍເດືອນພືດສະພາ ຮອດວັນທີ 22 ສິງຫາ 1945 ເພື່ອນຳພາການບຸກໂຈມຕີຄັ້ງໃຫຍ່ເດືອນສິງຫາ ຍາດຊີງເອົາອຳນາດການປົກຄອງໃນທົ່ວປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.