ການແຮກສ່ຽວບ້ານ ຕໍ່ ບ້ານ: ຂົວຕໍ່ແຫ່ງຄວາມສາມັກຄີມິດຕະພາບ

14:00 | 25/06/2022

ຍສໝ - ຮູບ​ແບບ “ການແຮກສ່ຽວບ້ານ ຕໍ່ ບ້ານ” ຢູ່​ເຂດ​ຊາຍ​ແດນ ​ຫວຽດ​ນາມ - ລາວ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສ້າງສັນ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ
ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ

ການເຊື່ອມ​ຕໍ່​ມິດຕະພາບ​ຢູ່​ເຂດ​ຊາຍ​ແດນ

ປີ 2009, ຕາ​ແສງ ເຊີນ​ກິມ 1, (ເມືອງ ເຮືອງເຊີນ, ແຂວງ ຮ່າ​ຕິ້ງ) ແລະ ບ້ານ​ທົ່ງແປ (ເມືອງ ຄຳເກີດ, ແຂວງ ​ບໍ​ລິ​ຄຳ​ໄຊ, ລາວ) ໄດ້ພ້ອມກັນ​​ເຊັນບົດບັນທຶກກ່ຽວກັບການແຮກສ່ຽວ​. ທັງສອງຝ່າຍ​ເຫັນ​ດີ​ເປັນ​ເອກະພາບ ຈະ​ສົມທົບ​ກັນເພື່ອ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ​ກໍ່ສ້າງ, ​ເພີ່ມ​ພູນຄູນສ້າງ​ຄວາມ​ສາມັກຄີ, ມິດຕະພາບ, ມູນເຊື້ອ​ຂອງ​ສອງ​ພັກ, ສອງ​ລັດ, ສອງ​ທ້ອງ​ຖິ່ນ ແລະ ມູນເຊື້ອອັນ​ດີງາມ​ຂອງ​ພີ່ນ້ອງໃນຕະກຸນດຽວ ຫຼື ເຊື້ອສາຍ ​ທີ່​ມີ​ມາ​ແຕ່​ດົນ​ນານຢູ່ສອງຟາກ​ຂອງ​ຊາຍ​ແດນ​. ໂດຍການມາຢ້ຽມຢາມ ແລະ ປຸກລະດົມເຊິ່ງກັນ ແລະ ກັນເປັນປະຈໍາ ໃນຍາມງານບຸນ, ປີໃໝ່, ເວລາເຈັບປ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ, ສ້າງບ້ານໃຫ້ຮັ່ງມີ ແລະ ສວຍງາມ.

ທ່ານ ອູໄດ, ນາຍບ້ານ​ທົ່ງແປ ໃຫ້ຮູ້ວ່າ, ນັບແຕ່ມື້ທີ່ແຮກສ່ຽວ, ປະຊາຊົນຢູ່ສອງຟາກເຂດຊາຍແດນ ໄດ້ປຸກລະດົມເຊິ່ງກັນ ແລະ ກັນເປັນປະຈໍາຄື ປະຕິບັດຂໍ້ກຳນົດເຂດຊາຍແດນດ້ວຍຄວາມສະໝັກໃຈ. ​​ແຕ່ລະຝ່າຍແກ້​ໄຂໄດ້ບັນດາວຽກງານທີ່ກ່ຽວຂ້ອງ​ຢ່າງ​ສົມ​ເຫດ​ສົມ​ຜົນ, ​ທັງ​ຮັບປະກັນ​ການ​ປະຕິບັດ​ຖືກຕ້ອງຕາມກົດໝາຍ, ທັງຮັກສາ​ຄວາມ​ສາມັກຄີ, ມິດຕະພາບ. ພິ​ເສດ, ສຸກສາລາ​ແພດ​ທະຫານ ແລະ ສຸຂາພິບານປະຊາຊົນ ​ບ້ານ​​ທົ່ງແປ ​ໄດ້​ລົງທຶນ​​ອຸປະກອນ​ການ​ແພດ, ພ້ອມ​ກັນນັ້ນ ກໍມີການຮ່ວມເດີນທາງຂອງ​ບັນດາ​ທ່ານໝໍຂອງສຸກສາລາຕາແສງ ​ເຊີນ​ກິມ 1 ​ເຊິ່ງໄດ້​ມີການ​ໜູນ​ຊ່ວຍຢ່າງຕັ້ງໜ້າໃນການ​ດູແລ ​ສຸຂະພາບ​ໃຫ້ປະຊາຊົນ​ບ້ານ​​ທົ່ງແປ​. “ພວກ​ຂ້າພະເຈົ້າຈະ​ສືບ​ຕໍ່​ເພີ່ມ​ພູນຄູນສ້າງຄວາມ​ເປັນມິດຕະພາບ​ໃຫ້ນັບມື້ນັບແໜ້ນແຟ້ນ, ໃຫຍ່ໂຕມະໂຫຖານເໝືອນ​ຄື​ສາຍພູຫຼວງ, ພ້ອມກັນ​ພັດທະນາ, ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຢູ່ສອງຟາກຂອງຊາຍແດນ ມີຊີວິດ​ການ​ເປັນ​ຢູ່​ທີ່ນັບ​ມື້​ນັບອີ່ມໜໍາສໍາລານ ແລະ ມີ​ຄວາມ​ຜາ​ສຸກ…”, ທ່ານ ອູໄດ ແບ່ງປັນ.

ການແຮກສ່ຽວບ້ານ ຕໍ່ ບ້ານ: ຂົວຕໍ່ແຫ່ງຄວາມສາມັກຄີມິດຕະພາບ
ຄ້າຍທະຫານປ້ອງກັນຊາຍແດນ ​ອາເດິິດ ແລະ ບັນດາກໍາລັງທີ່ມີໜ້າທີ່ ໄດ້ມອບ​ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ, ​ອຸປະກອນການ​ແພດໃຫ້ຊາວບ້ານກາໂລ. ພາບ: ແອງຢຸງ

ພາຍຫຼັງ​ທີ່​ບ້ານ ​ອາຕິນ (ຕາ​ແສງ ​ອາເດິິດ, ​ເມືອງ ​ອາເລື໋ອຍ, ​ແຂວງ ​ເທື່ອ​ທຽນ​ເຫ້ວ) ​ແລະ ບ້ານ​ກາ​ໂລ (​ເມືອງ​ ກະລືມ, ​ແຂວງ​ເຊ​ກອງ, ລາວ) ໄດ້ແຮກສ່ຽວກັນ, ຄະນະ​ກຳມະການປົກຄອງແຂວງ ​ເທື່ອ​ທຽນ​ເຫ້ວ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍແດນ ​ແຂວງ ​ໄດ້​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຂອງ​ບ້ານ​ກາໂລໃນການ​ສ້າງ​ເຮືອນ​ຢູ່, ​ເສັ້ນທາງ. ຄ້າຍທະຫານປ້ອງກັນຊາຍແດນຂອງຕາ​ແສງ ​ອາເດິິດ, ກອງບັນຊາການທະຫານປ້ອງກັນຊາຍແດນ ເທື່ອ​ທຽນ​ເຫ້ວ ແລະ ປະຊາຊົນບ້ານ ອາຕິນ ໄດ້ສົມທົບກັນເພື່ອຮຽກຮ້ອງແຫຼ່ງກໍາລັງໜູນຊ່ວຍດ້ານວັດຖຸ, ກວດ ແລະ ປິ່ນປົວພະຍາດ, ດູແລສຸຂະພາບ; ໜູນ​ຊ່ວຍ​ນັກຮຽນ​ທີ່ທຸກ​ຍາກຂາດເຂີນ ໂດຍອີງຕາມ​ໂຄງການ “​ຊ່ວຍເຫຼືອນ້ອງນັກຮຽນໄປ​ໂຮງຮຽນ”, ​ ​ຍົກສູງຊີວິດດ້ານ​ວັດຖຸ ​ແລະ ຈິດ​ໃຈໃຫ້ແກ່ປະຊາຊົນບ້ານ ກາໂລ ເປັນ​ເທື່ອລະກ້າວ.

"ພະຍາດ ໂຄວິດ-19 ລະບາດ ແລະ ຜັນແປຢ່າງສັບສົນ, ປະຊາຊົນທັງສອງຝ່າຍຕ້ອງຈຳກັດການໄປມາຢ້ຽມຢາມ. ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຊາວ​ບ້ານ ອາຕິນ ​ໄດ້​ຂົນຂວາຍງົບປະມານເພື່ອ​ໜູນ​ຊ່ວຍ​ຊາວ​ບ້ານ ກາໂລ ດ້ານ​ສະບຽງ​ອາຫານ, ​ອຸປະກອນການ​ແພດ ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ, ຕ້ານໂລກລະບາດ ​ແລະ ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ”. ພັນເອກ ອາລຽງຮ່າ, ຜູ້ຮັບຜິດຊອບຝ່າຍການເມືອງ ຄ້າຍທະຫານປ້ອງກັນຊາຍແດນ ດ່ານ ອາເດິດ ໃຫ້ຮູ້.

ນໍາການເຊື່ອມຕໍ່ເຂົ້າສູ່ລວງເລິກ

ໂດຍຕາມທ່ານພົນຈັດຕະວາ ເຈີນດິງຢູງ, ອະດີດຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານປ້ອງກັນຊາຍແດນ, ອະດີດຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນ ກ໊ວາງຈິ, ແມ່ນ “ພໍ່” ຂອງຮູບແບບ “ການແຮກສ່ຽວບ້ານຕໍ່ບ້ານ”, ປະຊາຊົນຢູ່ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ. ບັນດາກິດຈະກຳ, ຮີດຄອງ​ປະ​ເພນີ, ການ​ອອກ​ແຮງ​ງານ ​ແລະ ການ​ປູກຝັງ​ມີ​ລັກສະນະ​ຄ້າຍຄື​ກັນ​ຫຼາຍ​ຢ່າງ. “ການແຮກສ່ຽວບ້ານຕໍ່ບ້ານ” ໄດ້​ຍົກ​ສູງ​ຄວາມ​ຮັບ​ຮູ້ເປັນເທື່ອລະກ້າວ​ໃຫ້ແກ່ປະຊາຊົນບັນດາເຜົ່າ​ຢູ່​ສອງ​ຟາກຂອງ​ຊາຍ​ແດນ​ຄື ມີສະຕິ​ຄວາມ​ຮັບ​ຜິດ​ຊອບຕໍ່​ອະ​ທິ​ປະ​ໄຕຜືນແຜ່ນ​ດິນຂອງ​ປະ​ເທດ​ຊາດ.

ຈາກ​ກິດຈະກໍາແຮກສ່ຽວ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຢູ່ສອງຟາກຂອງ​ຊາຍ​ແດນ​ໄດ້​ມີ​ເງື່ອນ​ໄຂເພື່ອ​ຈັດ​ຕັ້ງ​ຫຼາຍກິດຈະກໍາທີ່​ໜູນ​ຊ່ວຍ ແລະ ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ດ້ານ​ຄື ແບ່ງປັນ​ສະບຽງອາຫານ​ໃນ​ເວລາ​ເກີດ​ໄພ​ທຳ​ມະ​ຊາດ ​ແລະ ມີໂລກລະບາດ; ​ແລກປ່ຽນ​ປະສົບ​ການໃນ​ການ​ຜະລິດ, ໜູນ​ຊ່ວຍ​ແນວ​ພັນ​ພືດ ​ແລະ ສັດ, ນຳ​ໃຊ້​​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະລິດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ການ​ຈະລາຈອນ​ຜະລິດ​ຕະພັນທີ່​​ກາຍ​ເປັນ​ສິນຄ້າ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່ປະຊາຊົນ.

“ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຢູ່ເຂດຊາຍ​ແດນ​ກໍໄດ້​ຮັບ​ຄວາມ​ສະ​ດວກ​ກວ່າ. ຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ, ສອງຊົນເຜົ່າ ນັບມື້ນັບສະໜິດແໜ້ນ ແລະ ແໜ້ນແຟ້ນ”, ທ່ານພົນຈັດຕະວາ ເຈີນດິງຢູງ ໃຫ້ຮູ້.

ມາ​ຮອດ​ປະຈຸ​ບັນ, ຫວຽດນາມ - ລາວ ​ກໍໄດ້​ຈັດ​ຕັ້ງ​ໃຫ້​ຄູ່​ບ້ານຢູ່ຕໍ່ໜ້າຂອງສອງຟາກຊາຍແດນໄດ້ແຮກສ່ຽວກັນເປັນຈໍານວນ 103 ຄູ່ບ້ານ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ກິດຈະກໍາ​ເຊື່ອມ​ຕໍ່ ​ແລະ ໜູນ​ຊ່ວຍ, ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດຈະສົມທົບ​ກັນຜັນຂະຫຍາຍ, ນຳ​ເອົາ “ການແຮກສ່ຽວບ້ານຕໍ່ບ້ານ” ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາເຊິ່ງ​ປະສິດທິຜົນຫຼາຍຢ່າງ​ໃຫ້​ແກ່​ປະຊາຊົນ, ປະກອບສ່ວນເຂົ້າໃນການ​ປ່ຽນແປງໂສມໜ້າຢູ່ເຂດຊາຍແດນ, ກໍຄືສ້າງເຂດຊາຍແດນໃຫ້ເປັນເຂດແຫ່ງສັນຕິພາບ, ມິດຕະພາບ ແລະ ພັດທະນາ.

ຫອມມາລາ

ເຫດການ
302 Found

Found

The document has moved here.