ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ

10:55 | 06/06/2022

ຍ​ສ​ໝ - ຫວຽດ​ນາມ​ມີ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ແຕ່​ເໜືອ​ຮອດ​ໃຕ້. ບັນ​ດາ​ໝູ່​ບ້ານ​ຫາ​ປາ​ແຄມ​ທະ​ເລ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ເປັນໜ້າສົນໃຈຂອງແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ.

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ

ໝູ່​ບ້ານຫາປ່າ ເກືອວ້ານ (ຮະລອງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາ​ບ: dulichhalong.net

ໂດຍນອນ​ຢູ່​ທ່າມ​ກາງ​ອ່າວ​ຮະ​ລອງ, ໝູ່​ບ້ານ​ເກືອ​ວ້ານ ປັດ​ຈຸ​ບັນ​ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ​ຂອງ 176 ຄ​ອບ​ຄົວ, ດ້ວຍ​ປະ​ຊາ​ຊົນ​ກ່​ວາ 750 ຄົນ, ສ່ວນຫຼາຍ​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ຫາ​ປາ. ມາ​ເຂດ​ເກຶອ​ວ້ານ, ແຂກ​ທ່ອງ​ທ່ຽວ​ຈະ​ຖືກ​ດຶງ​ດູດ​ໃຈ​ດ້ວຍ​ຄວາມ​ງາມ​ຂອງ​ເຮືອ, ເຮືອນ​ຊານ, ຊາວ​ປະ​ມົງ​ທີ່​ລຽບງ່າຍ​ ແຕ່​ມີ​ຄວາມ​ຮັກ​ແພງ​ແຂກ​ຄົນ...

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: dulichhalong.net

ໝູ່ບ້ານກ໊າຍແບ່ວ (ກາດບ່າ, ຫ໋າຍຟ່ອງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: truyenhinhdulich.vn

ໝູ່ບ້ານກ໊າຍແບ່ວມີຄວາມກວ້າງປະມານ 18.000 ຕາແມັດ, ຂຶ້ນກັບເທດສະບານກ໊າດບ່າ, ເມືອງກາດຫ໋າຍ, ຫ໋າຍຝ່ອງ ເຊິ່ງແມ່ນໝູ່ບ້ານດິນພົ້ນແມ່ນ້ຳໃຫຍ່ທີ່ສຸດຂອງຫວຽດນາມ, ພ້ອມທັງກໍ່ແມ່ນຮ່ອງຮອຍວັນນະຄະດີບູຮານສຳຄັນທີ່ສຸດຢູ່ເຂດແຄມທະເລ ແລະ ໝູ່ເກາະທາງທິດຕາເວັນອອກສ່ຽງເໜືອ ຫວຽດນາມ. ໝູ່ບ້ານກ໋າຍແບ່ວຍັງດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມດັ່ງໃນຝັນຂອງທຳມະຊາດ ແລະ ການດຳລົງຊີວິດທີ່ຄຶກຄື້ນຂອງຊາວປະມົງ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: truyenhinhdulich.vn

ໝູ່ບ້ານລັງໂກ (ເຫ້ວ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່ບ້ານລັງໂກ (ເມືອງຝູລົກ, ແຂວງເທື່ອທຽນ ເຫ້ວ) ມີຄວາມງາມຄືດັ່ງພາບ ດ້ວຍຫາດຊາຍຂາວທີ່ແກ່ຍາວນັບສິບກີໂລແມັດ, ນ້ຳທະເລທີ່ຂຽວໃສ​. ຄວາມງາມພ້ອມກັບຄວາມຮັແພງແຂກຄົນ, ຄວາມສຸດຈິດສຸດໃຈຂອງຊາວເຫ້ວ ເຮັດໃຫ້ບ່ອນນີ້ຍາມໃດກໍ່ສ້າງຄວາມປະທັບໃຈທີ່ຍາກຈະຫຼົງລື່ມໄດ້ຂອງແຂກທ່ອງທ່ຽວ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່ບ້ານຫ໋າຍມິງ (ກຸຍເຍິນ, ບິ່ງດິ້ງ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: ອານ​ແຄ໊ງ

ໝູ່ບ້ານຫ໋າຍມິງນອນຢູ່ແຫຼມເຟືອງມາຍ, ຂຶ້ນກັບເຂດ 9, ຕາແສງຫ໋າຍກ໋າງ, ນະຄອນກຸຍເຍິນ. ມາ​​ໝູ່ບ້ານຫ໋າຍມິງ, ແຂກທ່ອງທ່ຽວບໍ່ພຽງແຕ່ໄປຄົ້ນຫາຄວາມງາມຂອງທຳມະຊາດແບບປະຖົມປະຖານເທົ່ານັ້ນ ຫາກຍັງຮູ້ສຶກໄດ້ເຖິງຄວາມຮັກແພງແຂກຄົນຂອງຊາວປະມົງທິ່ໃຈດີອີກດ້ວຍ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
​ພາບ: ເຕືອງກວຽນ

ໝູ່ບ້ານບິກເດິມ (ຍາຈາ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ນອນໃນກຸ່ມໝູ່ເກາະຮ່ອນແຈ, ຂຶ້ນກັບຕາແສງໄກທີ່ສຸດຂອງຍາຈາງ, ບ່ອນນີ້ມີຊື່ສຽງດ້ວຍໜອງນ້ຳທີ່ຂຽວສົດງົດງາມຄືເພັດ ແລະ ນັ້ນກໍ່ແມ່ນຕົ້ນກຳເນີດຂອງບິດເດິມ. ເມື່ອຍ່າງຢູ່ທີ່ນີ້ ກໍຮູ້ສຶກ​​ມີຄວາມສະຫງົບສຸກທີ່ສຸດ.

ໝູ່ບບ້ານມຸຍແນ໊ (ຟານທຽດ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່ບ້ານມຸຍແນ໊ ຫຼື ຍັງໄດ້ເອີ້ນວ່າ ທ່າກ່ຳປັ່ນຫາປາມຸຍແນ໊ ແມ່ນສະຖານທີ່ທ່ອງທ່ຽວດຶງດູດແຂງທ່ອງທ່ຽວເມື່ອມາຍັງຟານທຽດ. ໝູ່ບ້ານຕັ້ງຢູ່ເສັ້ນທາງຮິງທຸກຄ໊າງ, ລຽບຕາມຫາດຊາຍທີ່ຍາວປະມານ1ກິໂລແມັດ, ໝູ່ບ້ານມຸຍແນ໊ແມ່ນສະຖານທີ່ຂອງບັນດາຄອບຄົວທີ່ຫາປາເປັນມືອາຊີບ.

ພາບ: kinhtemoitruong.vn

ໝູ່ບ້ານແທງນາມ (ໂຮ້ຍອານ)

ພາບ: kinhtemoitruong.vn

ແທງ​ນາມ ແມ່ນ​ໝູ່​ບ້ານ​ຫາ​ປາ​ນອນ​ຢູ່​ແຄມ​ທະ​ເລ​ເກືອ​ດ້າຍ, ເຊິ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ເມື່ອ​ມາ​ໂຮ້ຍ​ອານ. ມາ​ຮອດ​ໝູ່​ບ້ານ​ແທງ​ນາມ, ​ຊາວ​ປະ​ມົງ​ຢູ່​ແຫ່ງ​ນີ້ ຈະພາແຂກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເຂດ​ແມ່​ນ້ຳ​ລຳ​ເຊທີ່ສວຍ​ສົດ​ງົດ​ງາມ, ໄດ້ຮັບການ​ແນະ​ນຳ​ວິ​ທີ​ພາຍ​ເຮືອ, ຫ້າງ​ແຮ້ວຫາ​ປ່າ.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານ​ຫາ​ປາ ເຟືອກ​ຫ໋າຍ (ຫວູງ​ເຕົ​າ)

ພາບ: kinhtemoitruong.vn

ໝູ່​ບ້ານ​ຫາ​ປາ​ເຟືອກ​ຫ໋າຍ ມີ​ແຕ່​ດົນ​ນານ​ແລ້ວ, ຂຶ້ນ​ກັບ​ຕາ​ແສງ​ເຟືອ​ກ​ຫ໋າຍ, ເມືອງ​ເດິດ​ດໍ, ແຂວງ​ບ່າ​ເຣ້ຍ - ຫວູງ​ເຕົາ, ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ສ່ວນຫຼາຍ​ດຳ​ລົງ​ຊີ​ວິ​ດ​ດ້ວຍ​ອາ​ຊີ​ຫາ​ປາ ແລະ ເຮັດ​ແຫ້ງ. ປັດ​ຈຸ​ບັນ, ເຟືອກ​ຫ໋າຍ​ຍັງ​ຄຶກ​ຄື້ນຍາມ​ຮຸ່ງ​ເຊົ້າ ແລະ ໃນ​ເມື່ອ​ກ່ຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ນຳ​ອາ​ຫານ​ທະ​ເລ​ແຊບສົດກັບ​ມາ​​.

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: thoidai.com.vn

ໝູ່​ບ້ານ​ຫາ​ປາຮ່າມ​ນິງ (ຝູກວັກ)

ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ພາບ: kinhtemoitruong.vn

ໝູ່​ບ້ານນອນ​ຢູ່​ຕນ​ພູ​ຮ່າມ​ນິງ, ຂຶ້ນ​ກັບ​ຕາ​ແສງ​ຮ່າ​ມ​ນິງ, ເມືອງ​ຝຸກວັກ, ແຂວງ​ກຽນ​ຢາງ. ປະ​ຊາ​ຊົນ​ຢູ່ແຫ່ງ​ນີ້​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ຫາ​ປາ, ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢູ່​ມະ​ຫາ​ສະ​ມຸດ​ທະ​ເລ. ປັດ​ຈຸ​ບັນ, ເຂດ​ນີ້​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ການ​ຂຸດ​ຄົ້ນ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ຂະ​ແໜງ​ທ່ອງ​ທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.