ສາມັກຄີກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື

09:00 | 02/10/2022

ວັນທີ 29 ກັນຍາ, ທີ່ແຂວງຫຼວງພະບາງ, ກອງບັນຊາການທະຫານແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງກອງປະຊຸມພົບປະແລກປ່ຽນ ແລະເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ.

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ
ບັນຍາກາດທີ່ພິທີເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ. ພາບ: qdnd.vn
ບັນຍາກາດທີ່ພິທີເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ. ພາບ: qdnd.vn

ສອງຝ່າຍໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການທະຫານ, ປ້ອງກັນຊາດໃນປີ 2021 ແລະ 9 ເດືອນປີ 2022, ວາງອອກທິດທາງ, ແຜນການຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນແກ້ໄຂບັນຫາອົບພະຍົບເສລີຂ້າມຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາລະຫວ່າງສອງກົມກອງ.

ສອງຝ່າຍກໍ່ເຫັນດີເປັນເອກະພາບພ້ອມກັນເພີ່ມທະວີວຽກງານສຶກສາ, ໂຄສະນາໃຫ້ແກ່ປະຊາຊົນປະຕິບັດກົດລະບຽບຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ສາມັກຄີກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ; ສຶກສາອົບຮົມພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນສອງຝ່າຍຍົກສູງຈິດໃຈ, ສະຕິການປະຕິວັດ, ເພື່ອບໍ່ໃຫ້ພວກຄົນບໍ່ດີສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ, ອະທິປະໄຕທະເລ, ໝູ່ເກາະ, ຊາຍແດນເພື່ອຍຸແຍ່, ກໍ່ຄວາມບໍ່ສະຫງົບທາງການເມືອງ ແລະການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ສືບຕໍ່ສົມທົບການເຄື່ອນໄຫວກ່ຽວກັບວຽກງານຊອກຫາກູ້ຊີບ-ກູ້ໄພ…

ດ້ວຍຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ເຂົ້າໃຈເຊິ່ງກັນ ແລະກັນ, ຜູ້ຕາງໜ້າສອງກົມກອງໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບເນື້ອໃນທີ່ໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.