The Economist: ຫວຽດນາມ ນຳໜ້າອາຊີຕາເວັນອອກສຽງໃຕ້ ໃນການຫັນໄປສູ່ພະລັງງານສະອາດ

14:43 | 15/06/2022

ຍສໝ - ວາລະສານ The Economist ຂອງອັງກິດ ຫາກໍລົງພິມບົດໜຶ່ງທີ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຈຸດປະກາຍແຈ້ງໃນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຫັນປ່ຽນໄປສູ່ພະລັງງານສະອາດ. ຕາມ​ບົດ​ຂຽນ​ວ່າ: "Vietnam is leading the transition to clean energy in South-East Asia" ແປວ່າ “ຫວຽດ​ນາມ ພວມ​ນຳ​ໜ້າ​ການ​ຫັນ​ເປັນ​ພະ​ລັງ​ງານ​ສະ​ອາດ ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”.

ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ
ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືພັດທະນາພະລັງງານສີຂຽວ, ສະອາດກັບອາເມລິກາ ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືພັດທະນາພະລັງງານສີຂຽວ, ສະອາດກັບອາເມລິກາ

ອາຊີຕາເວັນອອກສ່ຽງໃຕ້ ເປັນໜຶ່ງໃນບັນດາພາກພື້ນທີ່ມີຄວາມສ່ຽງທີ່ສຸດໃນໂລກ ຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ, ແຕ່ພາກພື້ນນີ້ເບິ່ງຄືວ່າຍັງບໍ່ທັນສົນໃຈ ທີ່ຈະປະເຊື້ອເຟີງຟອດຊິວເທື່ອ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບົດ​ຂຽນ​ໃນ​ໜັງສືພິມ The Economist ​ໄດ້​ກຳນົດ​ວ່າ ຫວຽດນາມ ​ແມ່ນ​ຈຸດ​ທີ່​ປະກາຍແຈ້ງ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ຂະ​ບວນການ​ນີ້. ຕາມ​ບົດ​ຂຽນ​ແລ້ວ, ​ໃນ 4 ປີ (ໄລ່ຮອດ​ປີ 2021), ອັດຕາສ່ວນ​​ພະລັງງານ​ໄຟຟ້າ​ທີ່ຜະລິດຈາກ​ແສງ​ຕາ​ເວັນ​ຂອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຈາກ​ສູນ​ເປັນ​ເກືອບ 11%.

The Economist: ຫວຽດນາມ ນຳໜ້າອາຊີຕາເວັນອອກສຽງໃຕ້ ໃນການຫັນໄປສູ່ພະລັງງານສະອາດ
ຫວຽດນາມ ນຳໜ້າອາຊີຕາເວັນອອກສຽງໃຕ້ ໃນການຫັນໄປສູ່ພະລັງງານສະອາດ. (ພາບປະກອບ: baoquangnam)

ການເຕີບໂຕນີ້ ບໍ່ພຽງແຕ່ແມ່ນໄວກວ່າເກືອບທຸກແຫ່ງໃນໂລກ, ແຕ່ອັດຕາສ່ວນແມ່ນສູງກວ່າໃນປະເທດເສດຖະກິດໃຫຍ່ ເຊັ່ນ: ຝຣັ່ງ ຫຼື ຍີ່ປຸ່ນ. ຮອດ​ປີ 2021, ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ຜະ​ລິດ​ໄຟ​ຟ້າ​ແສງ​ຕາ​ເວັນ​ໃຫຍ່​ອັນ​ດັບ 10 ຂອງ​ໂລກ.

ໃນ​ເດືອນ​ພະຈິກ 2021, ໂດຍ​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນຍາ ​ກ່ຽວ​ກັບ​ການ​ຫັນປ່ຽນ​ດ້ານ​ພະລັງງານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ປະຕິຍານ​ວ່າ ຈະ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ສຸດ​ທິຂອງ ຫວຽດນາມ ​ໃຫ້​ເປັນ​ສູນ​ໃນ​ປີ 2050.

ບົດ​ຂຽນ​ຊີ້​ອອກ​ວ່າ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ອື່ນໆ​ ສາມາດ​ຖອດ​ຖອນ​ບົດຮຽນ​ຈາກ​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ໄດ້​ເພີ່ມສະມັດຕະພາບໄຟຟ້າແຮງ​ລົມ ​ແລະ ແສງ​ຕາ​ເວັນ​ຂຶ້ນ​ເປັນ 4 ​ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ປີ 2019. ຜົນ​ງານທີ່​ພົ້ນ​ເດັ່ນ​ນີ້ ​ຕົ້ນຕໍ​ແມ່ນ​ຍ້ອນ​ເຈດ​ຈຳນົງ​ດ້ານ​ການ​ເມືອງ ​ແລະ ຂະ​ບວນການ​ຕະຫຼາດ.

ໃນປີ 2017, ລັດຖະບານຫວຽດນາມ ໄດ້ເລີ່ມຈ່າຍໃຫ້ຜູ້ຜະລິດພະລັງງານແສງຕາເວັນໃນລາຄາຄົງທີ່ສູງເຖິງ 9,35 ເຊັນ USD/kWh ສໍາລັບຕາຂ່າຍໄຟຟ້າ, ເຊິ່ງແມ່ນຂ້ອນຂ້າງຫຼາຍເພາະວ່າຄ່າໃຊ້ຈ່າຍຕໍ່ກິໂລວັດໂມງປົກກະຕິແມ່ນຕັ້ງແຕ່ 5 ຫາ 7 ເຊັນ.

ດ້ວຍ​ເຫດ​ນີ້, ​ໃນ​ປີ 2019 ​ແລະ 2020 ​ໄດ້​ຮັບ​ການ​ຕິດ​ຕັ້ງ 100.000 ​ແຜ່ນພະລັງງານ​ແສງ​ຕາ​ເວັນ​ເທິງ​ດາດ​ຟ້າ, ​ເຮັດ​ໃຫ້​ສະມັດຕະພາບ​ການ​ຜະລິດ​ແສງ​ຕາ​ເວັນ​ຂອງ​ຫວຽດນາມ ບັນລຸ 16 GW.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.