ອົດສະຕາລີ ຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ສໍາຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້

15:26 | 13/06/2019

ຍສໝ - ໃນວັນທີ 12 ຫາ 13 ມິຖຸນາ, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ທ່ານນາງ Marise Payne ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ຢ່າງເປັນທາງການ.

ອົດສະຕາລີ ຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ສໍາຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້

ລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ ຝ້າມ ບິງມິງ ແລະ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ທ່ານ Marise Payne. (ພາບ: thegioi&vietnam)

ໃນວັນທີ 12 ມິຖຸນາ, ລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ ຝ້າມ ບິງມິງ ໄດ້ພົບປະເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ທ່ານນາງ Marise Payne ຢູ່ຫໍຮັບແຂກຂອງລັດຖະບານ.

ໃນການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາຢ່າງສູງການພັດທະນາແບບຍືນຍົງ ແລະ ຕັ້ງໜ້າ ຂອງການພົວພັນລະຫວ່າງຫວຽດນາມ - ອົດສະຕຣາລີໃນໄລຍະຜ່ານມາ, ໂດຍສະເພາະນັບແຕ່ເມື່ອ ສອງປະເທດໄດ້ຍົກລະດັບສາຍສຳພັນ ກາຍເປັນ ຄູ່ຮ່ວມມືຍຸດທະສາດ (ມີນາ 2018).

ອົດສະຕາລີ ຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ສໍາຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້

ທັດສະນີຍະພາບ ການພົບປະເຈລະຈາຢູ່ຫໍຮັບແຂກຂອງລັດຖະບານ. (ພາບ: thegioi&vietnam)

ລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ ຟ້າມ ບິ່ງ ມິງ ໄດ້ຮຽກຮ້ອງໃຫ້ ອົດສະຕາລີ ຊຸກຍູ້ຂະບວນການກວດຜ່ານຄວາມປອດໄພ ແລະ ເປີດຕະຫຼາດສໍາລັບຜະລິດຕະພັນກະສິກໍາ ແລະ ອາຫານທະເລຂອງຫວຽດນາມ, ໂດຍສະເພາະແມ່ນ ໝາກລຳໄຍ ແລະ ໂຕກຸ້ງ.

ທ່ານ ທ່ານ ຝ້າມ ບິງມິງ ສະແດງຄວາມຂອບໃຈ ແລະ ຕີລາຄາຢ່າງສູງຄວາມໜູນຊ່ວຍຂອງ ອົດສະຕາລີ ທີ່ໄດ້ສືບຕໍ່ສະຫນັບສະຫນູນການພັດທະນາຂອງຫວຽດນາມ. ທ່ານ ທ່ານ ຝ້າມ ບິງມິງ ຢັ້ງຢືນວ່າ ການຊ່ວຍໜູນທຶນຂອງ ອົດສະຕາລີ ໄດ້ນໍາໃຊ້ຢ່າງມີປະສິດທິຜົນ, ສະຫນັບສະຫນູນຢ່າງຕັ້ງໜ້າຕໍ່ກັບຂະບວນການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ.

ອົດສະຕາລີ ຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ສໍາຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້

ລັດຖະມົນຕີການຕ່າງປະເທດສອງຝ່າຍ ໄດ້ລົງນາມບົດບັນທຶກຈົດຈຳໄວ້. (ພາບ: thegioi&vietnam)

ທ່ານ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໄດ້ຢັ້ງຢືນວ່າ ອົດສະຕາລີຖືວ່າຫວຽດນາມແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສໍາຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຫວັງວ່າຈະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ, ທັງໃນດ້ານການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ໃນໂອກາດນີ້, ລັດຖະມົນຕີທັງສອງໄດ້ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງການຕ່າງປະເທດຂອງຫວຽດນາມ ແລະ ກະຊວງການຕ່າງປະເທດອົດສະຕາລີ ກ່ຽວກັບການເສີມຂະຫຍາຍສິດຂອງແມ່ຍິງໃນຂະແໜງການຕ່າງປະເທດ. ນີ້ແມ່ນເອກສານທີ່ສໍາຄັນທໍາອິດ ຂອງກະຊວງການຕ່າງປະເທດ ຫວຽດນາມ ແລະຕ່າງປະເທດ ເພື່ອປັບປຸງຄວາມສາມາດ ແລະ ທັກສະ ໃຫ້ແກ່ພະນັກງານລັດຖະກອນຍິງໃນຂົງເຂດການຕ່າງປະເທດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.