ນັກຊ່ຽວຊານສາກົນຕີລາຄາສູງຕໍ່ຄຳເໜັ້ນສັນຍາຫັນປ່ຽນພະລັງງານສະອາດຂອງ ຫວຽດນາມ

19:07 | 16/11/2021

ທີ່ກອງປະຊຸມ COP26, ທ່ານນາຍົກລັດຖະມົນຕີ ຟາບມີນຈີງ ໄດ້ຢືນຢັນວ່າ ຫວຽດນາມ ໃຫ້ຄຳເໜັ້ນສັນຍາຢ່າງແຮງຕໍ່ການປ່ອຍອາຍພິດເປັນ 0 ໃນປີ 2050.

ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ
ເສດຖະກິດຫວຽດນາມ ກໍາລັງຟື້ນຟູ ເສດຖະກິດຫວຽດນາມ ກໍາລັງຟື້ນຟູ
ທີ່ກອງປະຊຸມ COP26, ທ່ານນາຍົກລັດຖະມົນຕີ ຟາບມີນຈີງ ໄດ້ຢືນຢັນວ່າ ຫວຽດນາມ ໃຫ້ຄຳເໜັ້ນສັນຍາຢ່າງແຮງຕໍ່ການປ່ອຍອາຍພິດເປັນ 0 ໃນປີ 2050
ພາບປະກອບ

ຫວ່າງມໍ່ໆມານີ້ ທ່ານນາງ Claire Stockwell, ນັກຊ່ຽວຊາດ້ານນະໂຍບາຍກ່ຽວກັບດິນຟ້າອາກາດຂອງອົງການຈັດຕັ້ງດິນຟ້າອາກາດ Climate Analytics, ໄດ້ຕີລາຄາສູງຕໍ່ເລື່ອງຫວຽດນາມ ເຊັນຖະແຫຼງການຫັນປ່ຽນຈາກການໃຊ້ໄຟຟ້າຖານຫີນໄປສູ່ໄຟຟ້າສະອາດທີ່ກອງປະຊຸມຄັ້ງທີ່ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດີນຟ້າອາກາດ (COP26) ຫາກໍ່ອັດລົງຢູ່ນະຄອນ Glagow ( Slolan, ແຫ່ງລາຊະອານາຈັກ ອັງກິດ).

ທ່ານ ນາງ Claire Stockwell ເນັ້ນໜັກເຖີງວ່າ ເລື່ອງ ຫວຽດນາມ ຮັບຮອງເອົາຂໍ້ຕົກລົງລົບລ້າງຖ່ານຫີນແມ່ນການພັດທະນາທີ່ໜ້າຊື່ນຊົມ. ທ່ານນາງໃຫ້ຮູ້ວ່າ ເພື່ອຈຳກັດອຸນນະພຸມໜ່ວຍໂລກເພີ່ມຂຶ້ນຢູ່ໃນລະດັບ 1.5 ອົງສາ c ຕາມສັນຍາປ່າຮິ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຖານຫີນຕ້ອງໄດ້ປັດເຂ່ຍອອກຈາກຂະແໜງໄຟຟ້າ ໃນປີ 2030 ຢູ່ບັນດາປະເທດທີ່ຂຶ້ນກັບອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ທົ່ວໂລກໃນປີ 2040.

ຢູ່ທີ່ກອງປະຊຸມ COP26, ທ່ານນາຍົກລັດຖະມົນຕີ ຟາບມີນຈີງ ໄດ້ຢືນຢັນວ່າ ຫວຽດນາມ ໃຫ້ຄຳເໜັ້ນສັນຍາຢ່າງແຮງຕໍ່ການປ່ອຍອາຍພິດເປັນ 0 ໃນປີ 2050.

vovworld.vn

ເຫດການ
302 Found

Found

The document has moved here.