ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືພັດທະນາພະລັງງານສີຂຽວ, ສະອາດກັບອາເມລິກາ

08:57 | 28/02/2022

ຫວ່າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ ທ່ານ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ໄດ້ຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ
ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022 ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022

ທ່ານ ຫງວຽນວັນເນັນ ຕີລາຄາສູງບັນດາຄວາມມານະພະຍາຍາມ, ປະກອບສ່ວນຂອງທ່ານ John Kerry ໃນການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ. ທ່ານ ເຊື່ອໝັ້ນວ່າຈະມີການເຄື່ອນໄຫວຮ່ວມມື ລະຫວ່າງສອງປະເທດໃນໄລຍະຈະມາເຖິງຫຼາຍກວ່າອີກ, ໂດຍສະເພາະແມ່ນກັບບັນດາທ້ອງ ຖິ່ນ, ວິສາຫະກິດອາເມລິກາ ເພື່ອພ້ອມກັບນະຄອນ ໂຮ່ຈີມິນ ພັດທະນາພະລັງງານສີຂຽວ, ພະລັງງານທົດແທນ.

ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືພັດທະນາພະລັງງານສີຂຽວ, ສະອາດກັບອາເມລິກາ
ທ່ານ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ John Kerry ໃຫ້ຮູ້ວ່າມີຫຼາຍວິສາຫະກິດອາເມລິກາ ທີ່ມີຄວາມສາມາດບົມຊ້ອນຢ່າງພຽງພໍເພື່ອຊ່ວຍນະຄອນໂຮ່ຈີມິນ ກໍ່ຄືບັນດາທ້ອງຖິ່ນຂອງຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕີລາຄາສູງຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສໍາຄັນ, ມີຄວາມສາມາດບົ່ມຊ້ອນພັດທະນາກ່ຽວກັບພະລັງງານສີຂຽວ, ພະລັງງານທົດແທນ, ທ່ານຍັງເຊື່ອໝັ້ນວ່າຫວຽດນາມ ອາດສາມາດນໍາໜ້າບັນດາປະເທດໃນພາກພື້ນໃນຂົງເຂດພັດທະນາພະລັງງານໃໝ່.

la.qdnd.vn

ເຫດການ
302 Found

Found

The document has moved here.