ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS)

13:00 | 14/06/2022

ຍສໝ- ຫວ່າງແລ້ວນີ້ ໄດ້ດຳເນີນກອງປະຊຸມທາງໄກ ເຈົ້າໜ້າທີ່ຂັ້ນສູງ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ລວມມີ ບັນດາປະເທດອາຊຽນ ແລະ ບັນດາປະເທດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວ​ຊີ​ແລນ, ອິນເດຍ, ລັດເຊຍ, ອາເມລິກາ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມ.

SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ
ກອງ​ປະ​ຊຸມສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) ກອງ​ປະ​ຊຸມສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS)
ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS)
ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ໂດຍກ່າວຄໍາປາໄສທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ສະເໜີ​​ບັນດາ​​ຄູ່​ຮ່ວມ​ມືຂັ້ນສູງ ​ອາຊີ​ຕາ​ເວັນ​ອອກ ສືບ​ຕໍ່​ສົມທົບ​​ຢ່າງ​ແໜ້ນ​ແຟ້ນກັບ​ອາ​ຊຽນ ​ໃນ​ການ​ຮັບມືກັບການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະ ຊຸກຍູ້​ການ​ຟື້ນ​ຟູ ກໍຄື​ໜູນ​ຊ່ວຍ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ ​ແລະ ພັດທະນາ​ອະນຸ​ພາກ​ພື້ນ, ​ເຊິ່ງໃນນັ້ນລວມມີ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ຮັບປະກັນ​ການ​ພັດທະນາ​ແບບ​ສະໝໍ່າສະເໝີກັນ, ຍືນ​ຍົງຢູ່ໃນພາກພື້ນ.

​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ຄືປະຈຸ​ບັນ, ຕ້ອງເສີມ​ຂະຫຍາຍ​ບົດບາດ​ຍຸດ​ທະ​ສາດ​ຂອງ​ຂັ້ນສູງ​ອາຊີ​ຕາ​ເວັນ​ອອກກວ່າອີກ, ຊຸກຍູ້​ການ​ເຈລະຈາ, ການ​ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຄວາມສະ​ເໝີ​ພາບ, ​ເຄົາລົບນັບຖື​ເຊິ່ງກັນ​ແລະ​ກັນ, ຄຸ້ມ​ຄອງ​ການບໍ່ລົງຮອຍກັນ ແລະ ຫຼຸດຜ່ອນຄວາມ​ແຕກ​ຕ່າງ​ກັນ, ສ້າງຄວາມ​ສະຖຽນ​ລະ​ພາບ​ໃຫ້ແກ່ການພົວພັນ​ຂອງບັນດາ​ປະ​ເທດ​ໃຫຍ່, ​ໂດຍ​ບໍ່​ໃຫ້ມີຜົນສະທ້ອນເຖິງ​ເປົ້າ​ໝາຍ ແລະ​ ຄວາມ​ມານະ​ພະຍາຍາມ​ຮ່ວມກັນພັດທະນາ​ຂອງ​ພາກ​ພື້ນ, ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​​ໂລກ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍຢືນຢັນ​ຄືນ​ໃໝ່​ຫຼັກ​ໝັ້ນຫຼັກການ​ຂອງ​ອາ​ຊຽນກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ການ​ເຈລະຈາ, ການ​ຮ່ວມ​ມື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ຍົກສູງ​ກົດໝາຍ​ສາກົນ, ອົດ​ກັ້ນ, ບໍ່ນໍາໃຊ້ກໍາລັງອາວຸດ, ​ແກ້​ໄຂ​ບັນດາການຂັດແຍ້ງ ແລະ ບໍ່ລົງຮອຍກັນ​ໂດຍ​ສັນຕິ​ວິທີ, ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ສືບ​ຕໍ່ປະຕິບັດ​ຖະ​ແຫຼ​ງການ​ວ່າດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ສ້າງກົດແຫ່ງການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ແທດ​ຈິງ, ມີປະສິດທິພາບ, ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ໃຫ້ສໍາເລັດໂດຍໄວ, ປະກອບສ່ວນເຂົ້າໃນການ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ກາຍ​ເປັນເຂດ​ທະ​ເລ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ຫອມມາລາ

ເຫດການ
302 Found

Found

The document has moved here.