ກອງ​ປະ​ຊຸມສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS)

16:32 | 21/07/2020

ຍ​ສ​ໝ -   EAS ໄດ້​ສ້າງ​ຕັ້ງ​ແຕ່​ປີ 2005 ແລະ ປັດ​ຈຸ​ບັນ ມີ 18 ປະ​ເທດ​ສະ​ມາ​ຊິກລ​ວມ​ມີ 10 ປະ​ເທດ ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ແມ່ນ ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ສ.ເກົາຫຼີ, ນິວ​ຊີ​ແລນ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ.

ກອງ ປະ ຊ ມສ ດຍອດ ອາ ຊ ຕາ ເວ ນ ອອກ eas ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ
ກອງ ປະ ຊ ມສ ດຍອດ ອາ ຊ ຕາ ເວ ນ ອອກ eas ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ ກອງ​ທັບ
ກອງ ປະ ຊ ມສ ດຍອດ ອາ ຊ ຕາ ເວ ນ ອອກ eas
ກອງ​ປະ​ຊຸມສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) (ພາບ: TTXVN)

ທີ່ກອ​ງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຮັ​ບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ມະ​ຕິ​ຂອງ​ການ​ນຳ​ຂັ້ນ​ສູງ​ທີ່​ໄດ້​ສະ​ແດງ​ຜ່ານ​ບັນ​ດາ​ຖະ​ແຫຼງ​ການ​ສຸດຍ​ອດ ອາ​ຊີ​ຕາ​ເວັນ​ອອກ ແຕ່​ປີ 2005 ມາ​ຮອດ​ປັດ​ຈຸ​ບັນ​ກ​ໍ່​ຄື​ແຜນ​ການ​ກະ​ທຳ Manila (2018 - 2020)… ພ້ອມ​ທັງ​ກະ​ກຽ​ມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສຸດ​ຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 10 ແລະ ກອງ​ປະ​ຊຸ​ມ​ສຸດຍອດ​ອາ​ຊີ​ຕາ​ເວັ​ນ​ອອກ (EAS) ຄັ້ງ​ທີ 15 ໃນ​ທ້າຍ​ປີ​ນີ້ິ້. ຕອນ​ຄ່ຳ​ວັນ​ທີ 20 ກໍ​ລະ​ກົດ, ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ອ​າ​ວຸ​ໂສ 18 ປະ​ເທດ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕ​າ​ເວັນ​ອອກ (EAS) ທາງ​ອອນ​ລາຍ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ໜ້າ SOM ອາ​ຊຽ​ນ ຫວຽດ​ນາມ, ເນັ້ນ​ໜັກເຖິງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ບັນ​ດາ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທຳ​ອິດ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ ຂອງ​ຫວຽດ​ນາມ, ໂດຍ​ໄດ້​ດຳ​ເນີນ​ຢູ່​ສຳ​ນັກ​ງານ​ເລ​ຂ​າ​ທິ​ການ ອາ​ຊຽນ, ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ​ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ກອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫົວ​ຂໍ້ “ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື”, ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽ​ນ , ຍູ້​ແຮງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອາ​ຊຽ​ນ​ໃນ​ປະ​ຊາ​ຄົມ​ສາ​ກົນ, ເປີດ​ກ້​ວາງ ແລະ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື, ປະ​ກອບ​ສ່ວນ​ເຂົ້າ​ກາ​ນ​ປັບ​ປຸງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ. ບັນ​ດາ​ປະ​ເທດ​ກໍ່​ສະ​ແດງ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ປ​ະ​ຕິ​ບັດ​ບັນ​ດາ​ບຸ​ລິ​ມະ​ສິດ​ປະ​ກົດ​ຜົນ​ເປັນ​ຈິງ.

EAS ໄດ້​ສ້າງ​ຕັ້ງ​ແຕ່​ປີ 2005 ແລະ ປັດ​ຈຸ​ບັນ ມີ 18 ປະ​ເທດ​ສະ​ມາ​ຊິກລ​ວມ​ມີ 10 ປະ​ເທດ ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ແມ່ນ ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່​ປຸ່ນ, ສ.ເກົາຫຼີ, ນິວ​ຊີ​ແລນ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ.

ກອງ ປະ ຊ ມສ ດຍອດ ອາ ຊ ຕາ ເວ ນ ອອກ eas ກຸ່ມອາຊຽນຢູ່ລັດຖະສະພາ ອາເມລິກາຢັ້ງຢືນເພີ່ມທະວີການພົວພັນຕໍ່ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ອາເມລິກາ

ຍ​ສໝ - ໃນ​ການປຶກສາຫາລື, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງອາເມລິກາ ໃນຄວາມມານະພະຍາຍາມຮັກສາກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຢູ່ທະເລຕາເວັນອອກ ແລະ ບັນດາເຂດທະເລຢູ່ພາກພື້ນ.

ກອງ ປະ ຊ ມສ ດຍອດ ອາ ຊ ຕາ ເວ ນ ອອກ eas ກວາງ​ນິງ​ຮັບ​ລາງວັນ​ທ່ອງ​ທ່ຽວ​ແບບ​ຍື່​ນ​ຍົງ​ຕົວ​ເມືອງ ອາ​ຊຽນ

ຍ​ສໝ - ວັນ​ທີ 16 ມັງ​ກອນ 2020, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ອາ​ຊີ​ຕາ​ເວັນ​ອອກ - FTA 2020 ໄດ້​ຈັດ​ຂຶ້ນ​ຢູ່​ລາ​ຊະ​ອາ​ນາ​ຈັກ ບ​ຣຸ​ໄນ, ກຸ່ມ​ດັງ​ກ່າວ​ໄດ້​ຮັບ​ລ​າງວັນ “ຜະ​ລິດ​ຕ​ະ​ພັ​ນ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ຕົວ​ເມືອງ​ອາ​ຊຽນ”.

ກອງ ປະ ຊ ມສ ດຍອດ ອາ ຊ ຕາ ເວ ນ ອອກ eas ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ

ຍສໝ - ໃນຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ ເພື່ອຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.