ນັກສິລະປິນໜຸ່ມນຳສິລະປະຂັບແຈ່ວສູ່ມວນຊົນ

17:00 | 12/01/2022

ເມື່ອບໍ່ດົນມານີ້ ມີກຸ່ມເພື່ອໜຸ່ມຢູ່ແຂວງນາມດິ້ງໄດ້ສ້າງຕັ້ງໝູ່ນັກຮ້ອງ “ພວກອ້າຍບ່າວດິນແດນນາມດິ້ງ” ເພື່ອສະແດງບັນດາ ບົດລະຄອນຂັບແຈ່ວພື້ນເມືອງ. ດ້ວຍວິທີສະແດງແບບໄວລຸ້ນໃໝ່ອ່ຽມ ບັນດາລາຍການສະແດງ ຂອງກຸ່ມໄດ້ດຶງດູດຄວາມສົນໃຈແລະໄດ້ຮັບຄວາມຊົມຊອບຈາກຜູ້ຊົມທາງສື່ສັງຄົມອັນໄດ້ປະກອບສ່ວນນຳສິລະປະ ຂັບແຈ່ວຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າ.

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ
ການາດາໃຫ້ສັນຍາໃນການເສີມຂະຫຍາຍການພົວພັນການຄ້າກັບຫວຽດນາມ ການາດາໃຫ້ສັນຍາໃນການເສີມຂະຫຍາຍການພົວພັນການຄ້າກັບຫວຽດນາມ
ສິລະປິນລ້າຍແທັງມິງ (ເບື້ອງຊ້າຍ)
ສິລະປິນລ້າຍແທັງມິງ (ເບື້ອງຊ້າຍ)

ໂດຍບໍ່ໃຊ້ເວທີສະແດງທີ່ໃຫຍ່ໂຕຫຼືນຸ່ງຊຸດເສື້ອຍາວ,ແພພັນຫົວ, ກຸ່ມ “ບັນດາອ້າຍບ່າວດິນແດນ ນາມດິ້ງ” ໂດຍສິລະປິນ ຂັບແຈ່ວລ້າຍແທັງມິງສັງກັດໂຮງລະຄອນສິລະປະພື້ນເມືອງແຂວງນາມດິ້ງໄດ້ສ້າງຕັ້ງຂຶ້ນ. ກຸ່ມໄດ້ຖ່າຍທຳວີດີໂອທີ່ຫ້ອງໜຶ່ງເຊິ່ງແມ່ນບ່ອນຝຶກແອບຂອງທັງກຸ່ມແລ້ວກໍ່ເອົາລົງທາງສື່ສັງຄົມ.ເຖິງວ່າ ຫາກໍ່ໄດ້ຮັບການສ້າງຕັ້ງໃນເດືອນກັນຍາປີ 2021 ກໍ່ຕາມແຕ່ບັນດາກຣິບວີດີໂອ ທຳການສະແດງຂອງສິລະປິນໜຸ່ມ 6 ຄົນໄດ້ດຶງດູດຜູ້ຊົມນັບພັນເທື່ອຄົນເຂົ້າສື່ສັງຄົມຕິດຕາມແລະສະແດງຄວາມຊົມຊອບ, ວິເຄາະ, ແບ່ງປັນ. ສິລະປິນລ້າຍແທັງມິງໃຫ້ຮູ້ວ່າ:

“ຍ້ອນສະພາບໂລກລະບາດໂຄວິດ - 19 ທີ່ສັບສົນດັ່ງນັ້ນບັນດາປະເພດສິລະປະເວົ້າລວມຂັບແຈ່ວເວົ້າສະເພາະບໍ່ສາມາດທຳການສະແດງເພື່ອຮັບໃຊ້ປະຊາຊົນໄດ້. ຂ້າພະເຈົ້າໄດ້ມີແນວຄວາມຄິດເຕົ້າໂຮມນັກຮຽນຈຳນວນໜຶ່ງຂອງຕົນ ມາຝຶກແອບແລະຖ່າຍທຳວີດີໂອທີ່ພວມນັ່ງຂັບຮ້ອງ ແລ້ວກໍ່ເອົາລົງທາງສື່ສັງຄົມ ເພື່ອແນະນຳຕໍ່ມວນຊົນຜູ້ຊົມຊອບສິລະປະ ຂັບແຈ່ວກໍ່ຄືໂຄສະນາສິລະປະຂັບແຈ່ວເຖິງມວນຊົນຫຼາຍຂຶ້ນ”.

ສະມາຊິກສ່ວນຫຼາຍໃນກຸ່ມ“ພວກອ້າຍບ່າວດິນແດນນາມດິ້ງ”ກໍ່ແມ່ນນັກສຶກສາລົງເລິກຂະແໜງສິລະປະຂັບແຈ່ວ, ມະຫາວິທະຍາໄລເວທີຮູບເງົາ. ນ້ອງຟ້າມກວັກຮຸຍນັກສຶກສາປີທີໜຶ່ງມະຫາວິທະຍາໄລເວທີສະແດງຮູບເງົາ ແບ່ງປັນວ່າ:

“ນ້ອງເຫັນວ່າ ສິລະປະ ຂັບແຈ່ວ ແມ່ນໜຶ່ງໃນບັນດາປະເພດສິລະປະພື້ນເມືອງ ທີ່ເປັນເອກະລັກຂອງຊາດຕົນແລະອີກສິ່ງໜຶ່ງໃນສິລະປະຂັບແຈ່ວແມ່ນນ້ອງຮູ້ສຶກໄດ້ເຖິງຄວາມໝາຍວັດທະນະທຳມະນຸດແລະ ບັນດາບົດຮຽນທີ່ເລິກເຊິ່ງແລະມັນໄດ້ນຳວິນຍານຂອງຊາດ. ນ້ອງຢາກເປັນໜຶ່ງໃນບັນດາຄົນລຸ້ນໜຸ່ມໄດ້ຮັກສາແລະເສີມຂະຫຍາຍມູນເຊື້ອເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້”.

ດ້ວຍຄວາມລຽບງ່າຍພ້ອມກັບຄວາມເມົາມົວກັບສິລະປະ ຂັບແຈ່ວບູຮານຂອງບັນດານັກສິລະປະໜຸ່ມທີ່ໄດ້ດຶງດູດຄວາມສົນໃຈແລະຕອບສະໜອງຈາກຜູ້ຊົມຢ່າງສຸດໃຈ. ຕີລາຄາສູງຄວາມສາມາດຂັບຮ້ອງແລະແຜ່ກະຈາຍຈາກບັນດາກຣິບວີດີໂອສະແດງຂັບແຈ່ວຈາກບັນດານັກສິລະປິນໜຸ່ມຢູ່ດິນແດນນາມດິ້ງ, ສິລະປິນປະຊາຊົນ ດວ່ານແທັງບິ່ງ ອ້າຍຄູທີ່ເປັນແບບຢ່າງຂອງກອງສິລະປະຂັບແຈ່ວຖືວ່າ:

“ສຳລັບໄວໜຸ່ມທີ່ພວກນ້ອງແມ່ນບັນດາຜູ້ມາໃໝ່ປີທີໜຶ່ງມະຫາວິທະຍາໄລເວທີສະແດງຮູບເງົາ ພະແນກລະຄອນບັນດາເຜົ່າ ແຕ່ພວກເພື່ອນສາມາດຂັບຮ້ອງເຊັ່ນນັ້ນ ຂ້າພະເຈົ້າກໍມີຄວາມດີໃຈທີ່ສຸດ ແລະມີຄວາມຮັກແພງກັບກຸ່ມສິລະປິນນີ້. ຂ້າພະເຈົ້າຄິດວ່າ ນີ້ແມ່ນໜຶ່ງໃນບັນດາຈຸດຄວາມງາມຄວນຮັກສາໃນສິລະປະພື້ນເມືອງເວົ້າລວມແລະສິລະປະຂັບແຈ່ວເວົ້າສະເພາະ”.

ສຽງຂັບຮ້ອງຂອງພວກອ້າຍບ່າວໜຸ່ມບໍ່ພຽງແຕ່ໄດ້ຮັບການຕອບສະໜອງຈາກຜູ້ນິຍົມສິລະປະພື້ນເມືອງເທົ່ານັ້ນຫາກຍັງດຶງດູດຄວາມສົນໃຈຂອງບັນດາເພື່ອນໜຸ່ມອີກດ້ວຍ. ເພື່ອນ ຈິ້ງທິງາຜູ້ຊົມຢູ່ແຂວງນິງບິ່ງເປີດເຜີຍວ່າ: “ເຮົາກໍ່ບໍ່ເຄີຍຟັງຂັບແຈ່ວ ແຕ່ນັບແຕ່ເມື່ອໄດ້ຊົມບັນດາ ກຣິບວີດີໂອຂອງພວກເພື່ອນໜຸ່ມນາມດິ້ງຂັບແຈ່ວບູຮານ ກໍ່ບໍ່ຄິດວ່າສຽງຂັບຮ້ອງພັດມ່ວນເຊັ່ນນັ້ນ. ເພື່ອນໜຸ່ມ 6 ຄົນໄດ້ປະສານສົມທົບເປັນຢ່າງດີແລະສ້າງແຫຼ່ງບັນດານໃຈ”.

ໂດຍແມ່ນຜູ້ຊົມຊອບສິລະປະ ຂັບແຈ່ວບູຮານ, ນາງຫງວຽນຮົ່ງຫ໋າຍຢູ່ແຂວງແທັງຮວ໊າໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ຊົມ ກຣິບວີດີໂອ ເຫັນພວກຫຼານຂັບຮ້ອງມ່ວນທີ່ສຸດການສະແດງກໍ່ດີທີ່ສຸດ. ພວກເພື່ອນໜຸ່ມເຖິງວ່າບໍ່ນຸ່ງຊຸດເສື້ອຍາວແພພັນຫົວກໍ່ຕາມແຕ່ຊ້ຳພັດສະແດງໃຫ້ເຫັນຄວາມໃກ້ຊິດສະໜິດສະໜົມທີ່ສຸດ”.

ໃນມໍ່ໆມານີ້ ກຸ່ມ“ພວກອ້າຍບ່າວດິນແດນນາມດິ້ງ”ພ້ອມກັບບັນດາກອງຂັບແຈ່ວຢູ່ ຮ່າໂນ້ຍຖາຍບິ່ງນິງບິ່ງ... ໄດ້ໄປສະແດງຢູ່ບັນດາໂຮງຮຽນມັດທະຍົມຕອນປາຍໃນແຂວງນາມດິ້ງ. ກຸ່ມໄດ້ທຳການສະແດງໂດຍບໍ່ເກັບຄ່າຢູ່ສູນພົບປະແລກປ່ຽນວັດທະນະທຳຢູ່ຄຸ້ມຖະໜົນເກົ່າໃນເຮືອນເລກທີ 50 ດ່າວຢຸຍຕື່ ຮ່າໂນ້ຍເພື່ອແນໃສ່ໂຄສະນາປະເພດສິລະປະຂັບແຈ່ວພື້ນເມືອງຂອງຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.