ຝຣັ່ງ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍການພັດທະນາເລື່ອງພາບຢູ່ ຫວຽດນາມ

16:11 | 29/09/2024

ຍສໝ - ສະ​ຖາ​ບັນ ຝະ​ຣັ່ງ ປະ​ຈຳ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເລື່ອງພາບ (comic) ​ຢູ່​ຫວຽດ​ນາມ.

ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ
ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

ລະອຽດ: ແຕ່​ວັນ​ທີ 23-27 ກັນຍາ, ​ສະ​ຖາ​ບັນຝຣັ່ງ ປະຈຳ​ຫວຽດນາມ ​ແລະ​ ສຳນັກ​ພິມ​ຈຳໜ່າຍ ​ກິມ​ດົງ ​ໄດ້​ຈັດ​ຕັ້ງ​ຊຸດ Master-classe ​ກ່ຽວ​ກັບ​ການ​ສ້າງ​ເລື່ອງພາບ ​ໂດຍ​ໄດ້​ຮັບ​ການ​ແນະນຳ​ຈາກບັນດາ​ນັກ​ສິລະ​ປິນ​ຊາວ​ຝຣັ່ງ ​ແລະ ຫວຽດນາມ ​ທີ່​ມີ​ຊື່​ສຽງ.

ໃນຕອນທ້າຍຂອງລາຍການ, ຜູ້ຮຽນ ຈະມີໂອກາດນໍາສະເຫນີໂຄງການເລື່ອງພາບແຕ່ 6 ຫາ 10 ຫນ້າ ເພື່ອພິມຈຳໜ່າຍ. ໂຄງການໄດ້ສຸມໃສ່ການຂຸດຄົ້ນບັນດາປັດໄຈພື້ນຖານຂອງສິນລະປະ ແລະ ຄວາມຄິດສ້າງສັນ, ກໍ່ຄືການຫັນຄວາມສາມາດໃນການນໍາໃຊ້ອຸປະກອນປະກອບ ແລະ ການເລົ່າເລື່ອງໃຫ້ມີຄວາມຫຼາກຫຼາຍ.

ຝຣັ່ງ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍການພັດທະນາເລື່ອງພາບຢູ່ ຫວຽດນາມ

ສະ​ຖາ​ບັນ​ຝະ​ລັ່ງ ກໍ່​ຈັດ​ຕັ້ງ​ການ​ເສັງ​ຊອກ​ຫາ​ບັນ​ດາ​ນັກ​ປະ​ພັນ ແລະ ນັກແຕ້ມຮູບຢູ່ ​ຫວຽດ​ນາມ.

ໃນ​ບັນ​ດາ​ຜູ້​ສະ​ໝັກ​ 58 ຄົນ, ມີ 12 ຄົນ​ຈາກ​ທົ່ວ​ປະ​ເທດທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ໂດຍ​ຄະ​ນະ​ກຳມະການ ຝຣັ່ງ - ຫວຽດ​ນາມ.

​ເພື່ອ​ຊຸກຍູ້​ນັກ​ແປ​ໜຸ່ມ​ເຂົ້າ​ສູ່​ຂົງ​ເຂດ​ນີ້, ​ລາຍການ​ມີ​ແຜນ​ຈະ​ຈັດ​ຕັ້ງ 10 ​workshop ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ປະພັນ, ນັກ​ແຕ້ມຮູບ ​ແລະ ນັກນາທິການ​ຈາກ ​ຝຣັ່ງ, ພ້ອມ​ກັບ​ນັກ​ແປ​ຈາກ ຫວຽດນາມ ​ແລະ ກຳປູ​ເຈຍ ​ເພື່ອ​ແບ່ງປັນ​ປະສົບ​ການ.

ບັນດາ workshop ​ທີ່​ສຳ​ນັກ​ພິມ​ ກິມ​ດົງ ​ຈະຈັດ​ຂຶ້ນ​ແຕ່​ວັນ​ທີ 30 ກັນຍາ​ ຫາ​ວັນ​ທີ 2 ຕຸລາ​ນີ້​ ຈະ​ລວມມີ​ທັງ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດຕົວຈິງ, ​ໄດ້​ຈັດ​ຂຶ້ນ​ທັງ​ທາງ​ອອນ​ລາຍ ​ແລະ ແບບເຊິ່ງໜ້າ.

ຜູ້ຮຽນແຕ່ລະຄົນຈະມີໂອກາດໄດ້ແປເລື່ອງພາບ ແລະ ແລກປ່ຽນປະສົບການກັບນັກແປທີ່ແນະນຳ. ຫຼັງຈາກສິ້ນສຸດລາຍການ, ບັນດາຜົນງານທີ່ຜູ້ຮຽນໄດ້ແປ, ສຳນັກພິມຈຳໜ່າຍຄູ່ຮ່ວມມືຂອງລາຍການຈະໄດ້ພິມຈຳໜ່າຍ.

ເພື່ອຕອບສະໜອງໄດ້ການຝຶກອົບຮົມກ່ຽວກັບການພິມຈຳໜ່າຍປຶ້ມເລື່ອງພາບຂອງບັນດາສຳນັກພິມໃນທ້ອງຖີ່ນ, ກອງປະຊຸມສຳມະນາແບບລົງເລິກ ທີ່ຈະຈັດຂຶ້ນໃນວັນທີ 23-25 ​​ຕຸລາ ກໍ່ໄດ້ຈັດຕັ້ງຢູ່ ນະຄອນຫຼວງພະນົມເປັນ (ກຳປູເຈຍ) ເພື່ອສະໜອງບັນດາຄວາມຮູ້ສະເພາະດ້ານເຕັກນິກການອອກແບບ ແລະ ການຈັດໜ້າຂອງເລື່ອງພາບ.

ດ້ວຍ​ການ​ໜູນ​ຊ່ວຍ​ຂອງຫ້ອງການ​ສຳ​ນັກ​ພິມ​ຈຳ​ໜ່າຍ​ສາ​ກົນ ຝຣັ່ງ (BIEF), ກອງ​ປະ​ຊຸມ​ຈະ​ສຸມ​ໃສ່​ບັນ​ດາ​ທັດ​ສະ​ນະ ແລະ ການແລກ​ປ່ຽນ​ກ່ຽວ​ກັບ​ການ​ຈັດ​ພິມ​ເລື່ອງພາບ​ຢູ່ທັງ ​ຝຣັ່ງ, ຫວຽດນາມ ແລະ ກຳ​ປູ​ເຈຍ.

ຫຼາຍຫົວຂໍ້ທີ່ຫນ້າສົນໃຈຈະໄດ້ຮັບການປຶກສາ, ລວມມີທ່າອ່ຽງໃນປະຈຸບັນ, ລາງວັນ ແລະ ປຶ້ມຂາຍດີທີ່ສຸດໃນປະເທດຝຣັ່ງ; ກໍ່ຄືວິທີເບິ່ງລວມກ່ຽວກັບຄວາມຫຼາກຫຼາຍຂອງເລື່ອງພາບ ຝຣັ່ງ ສໍາລັບເດັກນ້ອຍ ແລະ ຜູ້ໃຫຍ່: ເລື່ອງພາບປັ້ນແຕ່ງຂຶ້ນຕາມຄວາມນຶກຄິດເອົາເອງ, ນະວະນິຍາຍກຼາບຟິກ, ເລື່ອງພາບສາລະຄະດີ, ປ່ຽນແບບເປັນຜົງານຄຼາດສິກ...

​ລາຍການ​ດັ່ງກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາສຳນັກ​ພິມ ​ແລະ ​ນັກປະພັນ​ຊາວ ​ຝຣັ່ງ: ທ່ານ Charlotte Moundlic, ຜູ້ອຳນວຍການ​ສິລະ​ປະ​ຂອງ​ສຳນັກ​ພິມ Rue de Sèvre; ທ່ານ François Le Bescond, ຜູ້ອໍານວຍການພິມຈຳໜ່າຍ Dargaud France; ແລະ ທ່ານ Wandrille LEROY, ຜູ້ຂຽນ, ບັນນາທິການເລື່ອງພາບ ແລະຄູສອນຢູ່ ສະຖາບັນ Delcourt.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.