ນັກສິລະປິນ 50 ຄົນເຂົ້າຮ່ວມການຮ້ອງເພງປະສານສຽງ “ກຳລັງແຮງຫວຽດນາມ” ເພື່ອເປັນກຳລັງໃຈກຳລັງແຖວໜ້າໃນການຕ້ານໂລກລະບາດ

09:16 | 24/06/2021

ຍສໝ - ວິດີໂອເພງ “ກຳລັງແຮງຫວຽດນາມ” ດ້ວຍຈັງຫວະ, ເນື້ອຮ້ອງ ແລະ ຮູບພາບຂອງບັນດາຜູ້ຢູ່ແຖວໜ້າໃນການຕໍ່ຕ້ານການລະບາດ ໄດ້ເຮັດໃຫ້ສະເທືອນໃຈຫຼາຍລ້ານຄົນ.

ກອງທຶນວັກຊີນກັນ COVID-19 ໄດ້ຮັບຈຳນວນເງິນ  5,777 ຕື້ດົງ ກອງທຶນວັກຊີນກັນ COVID-19 ໄດ້ຮັບຈຳນວນເງິນ 5,777 ຕື້ດົງ
Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19 Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19
ນັກສິລະປິນ 50 ຄົນເຂົ້າຮ່ວມການຮ້ອງເພງປະສານສຽງ “ກຳລັງແຮງຫວຽດນາມ” ເພື່ອເປັນກຳລັງໃຈກຳລັງແຖວໜ້າໃນການຕ້ານໂລກລະບາດ
1.50 nghệ sĩ cùng hòa giọng "Sức mạnh Việt Nam" cổ vũ tuyến đầu chống dịch

ບົດເພງ “ກຳລັງແຮງຫວຽດນາມ” ແຕ່ງໂດຍນັກດົນຕີ ຊວນບິ່ງ ດ້ວຍຄວາມອາລົມຈິດຈາກບັນດາຮູບພາບທີ່ສວຍງາມຂອງຊາວຫວຽດນາມ ໃນໄລຍະເວລາທີ່ຫຍຸ້ງຍາກຍ້ອນອິດທິພົນຂອງໂລກລະບາດ COVID-19. ການແບ່ງປັນ ແລະ ຊ່ວຍເຫຼືອຂອງຊຸມຊົນ, ຄວາມກ້າຫານ ແລະ ຄວາມກ້າແກ່ນເພື່ອເອົາຊະນະຄວາມຫຍຸ້ງຍາກ ຂອງຜູ້ທີ່ຢູ່ແຖວໜ້າຕ້ານການລະບາດ ໄດ້ຖ່າຍທອດຜ່ານທາງວິດີໂອເພງນີ້, ໄດ້ກາຍເປັນກຳລັງແຮງທີ່ຍິ່ງໃຫຍ່ເພື່ອຊຸກຍູ້ໃຫ້ທຸກຄົນຈັບມືກັນ, ສາມັກຄີ ເພື່ອເອົາຊະນະໂລກລະບາດ.

ດ້ວຍຄວາມປາດຖະໜາຢາກແຜ່ກະຈາຍເນື້ອໃນຈິດໃຈທີ່ຍິ່ງໃຫຍ່ໃຫ້ກວ້າງຂວາງກ່ວາອີກ, ນັກສິລະປິນຫຼາຍກວ່າ 50 ຄົນ ໄດ້ຮ່ວມກັນປະສານສຽງຮ້ອງເພງ “ກຳລັງແຮງຫວຽດນາມ”. ໃນນັ້ນລວມມີນັກສິລະປິນທີ່ມີຊື່ສຽງຫຼາຍຄົນ ເຊັ່ນ diva ແທັງລາມ, ນັກຮ້ອງ ໂດງຍີ, ນັກສິລະປິນປະຊາຊົນ ລານເຮືອງ, ນັກສິລະປິນດີເດັ່ນ ຕຶລອງ, ນັກສິລະປິນດີເດັ່ນ ກ່ວາງທັ້ງ, ນາງງາມ ຫງອກເຮີນ, ນາງງາມ ເຟືອງແຄ໊ງ, MC ຖູຍເວີນ,...

ໃນສະພາບການທີ່ຫລາຍທ້ອງຖິ່ນ ພວມປະຕິບັດການແຍກຫ່າງສັງຄົມ, ບັນດານັກສິລະປິນທີ່ເຂົ້າຮ່ວມໂຄງການ ໄດ້ເປັນເຈົ້າການອັດສຽງຮ້ອງ, ຖ່າຍທຳວິດີໂອສ່ວນຕົວ ແລະ ໄດ້ສົ່ງໃຫ້ທິມງານ ເພື່ອປະຕິບັດໂຄງການ. ດ້ວຍເວລາເຮັ່ງຮີບປະມານໜຶ່ງອາທິດ, ວິດີໂອເພງ ໄດ້ສ້າງສຳເລັດ ແລະ ເປີດຕົວໃຫ້ຜູ້ຊົມໄດ້ຮັບຊົມ.

ໃນວິດີໂອເພງ, ປະກອບມີຮູບພາບຢ່າງຕື້ນຕັນໃຈຈາກຈຸດໃຈກາງລະບາດຂອງພະຍາດ. ນັ້ນແມ່ນຮູບພາບຂອງບັນດາທ່ານໝໍ ແລະ ພະຍາບານ ຜູ້ທີ່ບໍ່ຄຶດງໍ້ຕໍ່ຄວາມລຳບາກ ທີ່ຈະເຮັດວຽກໜັກທັງເວັນ ແລະ ຄືນເພື່ອຊ່ວຍຄົນເຈັບ; ນັກສຶກສາແພດຫຼາຍຮ້ອຍຄົນ, ພະນັກງານ ແລະ ພົນທະຫານຫລາຍພັນຄົນໄດ້ສະໝັກໃຈໄປປະຕິບັດງານຢູ່ຈຸດໃຈກາງຂອງພະຍາດ ເພື່ອຊ່ວຍປະຊາຊົນຕໍ່ສູ້ຕ້ານ COVID-19…ບັນດາຮູບພາບດັ່ງກ່າວໄດ້ສ້າງຄວາມປະທັບໃຈໃຫ້ແກ່ຊາວຫວຽດນາມຫລາຍລ້ານຄົນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19 ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19

ຍສໝ - ໃນໄລຍະເກືອບ 2 ປີທີ່ຜ່ານມາ, ພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ແລະ ນັກຮົບໃນທົ່ວປະເທດ ໄດ້ເຫັນຢ່າງຈະແຈ້ງເຖິງບົດບາດທີ່ສຳຄັນ ແລະ ບໍ່ອາດຂາດສື່ມວນຊົນໄດ້ ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.

ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ມອບເງິນຈຳນວນ 50 ລ້ານດົ່ງໃຫ້ກອງທຶນປ້ອງກັນຕ້ານ COVID-19 ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ມອບເງິນຈຳນວນ 50 ລ້ານດົ່ງໃຫ້ກອງທຶນປ້ອງກັນຕ້ານ COVID-19

ຍສໝ - ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ໄດ້ໂອນເງິນຈຳນວນ 50.000.000 ດົ່ງເຂົ້າໃນບັນຊີຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ທີ່ຮ່າໂນ້ຍ ເພື່ອຊ່ວຍເຫຼືອກອງທຶນປ້ອງກັນຕ້ານ COVID-19.

ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ

ຍສໝ - ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ສືບຕໍ່ລະດົມເງິນໄດ້ຫຼາຍຮ້ອຍລ້ານກີບ ເພື່ອອຸປະຖຳຫວຽດນາມ ໃນການຕ້ານການລະບາດຂອງພະຍາດ COVID-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.