ຊາວກະສິກອນແຂວງ ດົ່ງທາບ ຫັນປ່ຽນຮູບແບບການປູກເຂົ້າສົມທົບກັບການລ້ຽງສິນໃນນ້ຳ

06:18 | 29/11/2021

ສຳລັບປະຊາຊົນແຂວງ ດົ່ງທາບ ແລ້ວ, ເມື່ອເກີດນ້ຳຖ້ວມໃນແຕ່ລະປີນັ້ນ ບໍ່ພຽງແຕ່ນຳເອົາສິນໃນນ້ຳມາໃຫ້ປະຊາຊົນເທົ່ານັ້ນ ຫາກດິນສັນດອນກໍ່ຍັງໄຫລເຂົ້າມາທົ່ງນາອີກດ້ວຍ. ປີນີ້ ນ້ຳໄຫລມາບໍ່ແຮງ ແລະ ຊ້າກວ່າເມື່ອທຽບໃສ່ຫລາຍປີຜ່ານມາ ສະນັ້ນ ຊາວກະສິກອນຫລາຍຄົນບໍ່ມີລາຍຮັບ. ແຕ່ກໍ່ມີ ປະຊາຊົນຫລາຍຄົນຢູ່ທີ່ນີ້ ໄດ້ມີຄວາມເປັນເຈົ້າການໃນການຮັບມື ແລະ ຫັນປ່ຽນຮູບແບບການລ້ຽງປູກໃຫ້ເໝາະສົມກັບການປ່ຽນແປງຂອງແຫລ່ງນ້ຳ, ປູກເຂົ້າສົມທົບກັບການລ້ຽງປູກສິນໃນນ້ຳ ນຳມາເຊິ່ງມູນຄ່າເສດຖະກິດສູງ.

ຫວຽດນາມ-ສະວິດ ຍູ້ແຮງການຮ່ວມມືດ້ານຄຸ້ມຄອງຕົວເມືອງ ຫວຽດນາມ-ສະວິດ ຍູ້ແຮງການຮ່ວມມືດ້ານຄຸ້ມຄອງຕົວເມືອງ
ປະເທດຫວຽດນາມເປັນເອກະລັກ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບສາກົນ ປະເທດຫວຽດນາມເປັນເອກະລັກ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບສາກົນ

ບໍ່ມີຮູບພາບປະຊາຊົນພາກັນໃສ່ມອງ, ໃສ່ໄຊ, ໃສ່ສຸ່ມຫາປາ, ຫາກຸ້ງ ຢູ່ຕາມກະແສນ້ຳຖ້ວມທີ່ລົ້ນຝັ່ງໄຫລມາຈາກແມ່ນ້ຳຂອງຄືກ່ອນນີ້ອີກແລ້ວ, ປະຈຸບັນ ຢູ່ຕາມທົ່ງນາໄດ້ປະກົດມີບັນດາຮູບແບບລ້ຽງປາຂາວ (ກ໊າລິງ) ສົມທົບກັບການລ້ຽງກຸ້ງກ້າມຂຽວ ຫລືຮູບແບບລ້ຽງປາຄໍ່ ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ນັບຫຼາຍຮ້ອຍລ້ານ ຈົນຮອດຫຼາຍຕື້ດົ່ງ/ປີ. ຕາມອ້າຍ ບຸ່ຍຈີເຍີນແລ້ວ, ລົງທຶນ 5 ລ້ານດົ່ງ ດ້ວຍການຊື້ປາຂາວນ້ອຍມາປ່ອຍໃນເບື້ອງຕົ້ນ, ຜົນໄດ້ຮັບແມ່ນສາມາດເກັບກູ້ປາໄດ້ 2 ໂຕນ, ຂາຍໄດ້ໃນລາຄາ 130.000 ດົ່ງ/ກິໂລກາຼມ, ລາຍຮັບເກັບມາໄດ້ແມ່ນ 260 ລ້ານດົ່ງ. ເປັນອັນວ່າ ລ້ຽງປາພຽງເດືອນດຽວ, ອ້າຍເຍີນສ້າງລາຍຮັບໄດ້ເທົ່າກັບການເກັບກ່ຽວເຂົ້າໃນສອງລະດູການ.

ພາບປະກອບ:
ພາບປະກອບ: thuysanvietnam.com.vn

“ປະຈຸບັນ, ຮູບແບບນີ້ພວມປະສົບຜົນສຳເລັດພໍສົມຄວນ, ຂ້າພະເຈົ້າພວມສ້າງຫລາຍແຜນການຄື: ພັດທະນາບັນດາຮູບແບບໃຫຍ່ ພ້ອມທັງແນະນຳໃຫ້ພໍ່ແມ່ປະຊາຊົນ, ບັນດາຄອບຄົວໃກ້ຄຽງເພື່ອໃຫ້ເຂົາເຈົ້າມາທັດສະນະສຶກສາ, ທາບທາມເຮັດທົດລອງ”

ພາຍຫລັງເກັບກູ້ປາແລ້ວ, ໃນເດືອນກໍລະກົດ ອ້າຍບຸ່ຍຈີເຍີນ ເລີ່ມຕົ້ນປູກເຂົ້າ. ເມື່ອເປູກໄດ້ເດືອນຫນຶ່ງແລ້ວ, ອ້າຍເຍີນກໍ່ເລີ່ມເອົາກຸ້ງມາລ້ຽງໃສ່, ກຸ້ງກິນສິ່ງເສດເຫລືອຈາກທົ່ງນາ ໂດຍບໍ່ຕ້ອງເກືອຫົວອາຫານ. ຕາມການຄາດຄະເນຂອງ ອ້າຍເຍີນແລ້ວ, ຜົນຜະລິດກຸ້ງ ປະມານ 5-6 ໂຕນ ຂາຍໃນລາຄາ 150.000 ດົ່ງ/ກິໂລກາຼມນັ້ນ, ຈະມີລາຍຮັບປະມານ 750-900 ລ້ານດົ່ງ.

ທ່ານ ເຢືອງຟູຊວນ, ຫົວຫນ້າຫ້ອງການເສດຖະກິດ ນະຄອນ ດົ່ງງື້ ແຂວງ ດົ່ງທາບ ໃຫ້ຮູ້ວ່າ: ຮູບແບບການລ້ຽງປາ ສົມທົບກັບການລ້ຽງກຸ້ງກ້າມຂຽວໃສ່ທົ່ງນາ ແມ່ນບາດກ້າວເດີນເພື່ອດັດປັບບັນດາຮູບແບບຫາເງິນລ້ຽງຊີບຂອງປະຊາຊົນໃນຍາມນ້ຳຖ້ວມ

“ນະຄອນ ຮົ່ງງື້ ກໍ່ມີການກຳນົດທິດຜັນຂະຫຍາຍຮູບແບບສິນໃນນ້ຳຂອງວົງຄະນາຍາດ. ພາຍຫລັງສິ້ນສຸດການເກັບກ່ຽວເຂົ້າລະດູແລ້ງ ພໍ່ແມ່ປະຊາຊົນປະດິນໃຫ້ເປົ່າວ່າງໃນໄລຍະຫນຶ່ງ ເພື່ອລໍຖ້ານ້ຳໄຫລເຂົ້າມາ, ເຮັດອະນາໄມທົ່ງນາ, ມີຄວາມເປັນເຈົ້າການໃນການເອົານ້ຳເຂົ້ານາ, ສິນໃນນ້ຳຕາມກະແສນ້ຳໄຫຼຈະມີຫລາຍ ເວລານັ້ນ ຈະຮັກສາໄດ້ແຫລ່ງສິນໃນນ້ຳ, ທັງຊ່ວຍພໍ່ແມ່ປະຊາຊົນອະນາໄມທົ່ງນາ ທັງມີລາຍຮັບຕື່ມອີກຈາກແຫລ່ງສິນໃນນ້ຳຈາກຮູບແບບລ້ຽງປາວົງຄະນາຍາດ.”

ໃນຊຸມປີມໍ່ໆມານີ້ ນ້ຳຖ້ວມມາຊ້າ ແລະ ນາໍ້ກໍ່ຢູ່ໃນລະດັບຕ່ຳ, ປະຊາຊົນຫລາຍຄົນໃນເຂດຍ່ານເຫນືອແມ່ນ້ຳຂອງແຂວງ ດົ່ງທາບ ໄດ້ຫັນປ່ຽນວິທີການທຳມາຫາກິນ ແທນທີ່ດ້ວຍການປູກເຂົ້າຕາມ 3 ລະດູການຄືກ່ອນນີ້ ຫັນມາລ້ຽງສິນໃນນ້ຳຕາມລະດູນ້ຳຖ້ວມ ນຳເອົາລາຍຮັບມາໃຫ້ປະຊາຊົນຕັ້ງຫລາຍເທົ່າເມື່ອທຽບໃສ່ການປູກເຂົ້າ

ໂດຍໜູນໃຊ້ລະດູນ້ຳຖ້ວມ, ບັນດາທ້ອງຖິ່ນໃນຍ່ານເຫນືອແມ່ນ້ຳຂອງ ໄດ້ຜັນຂະຫຍາຍເຖິງບັນດາຄອບຄົວຮູບແບບພັດທະນາການຫາເງິນລ້ຽງຊີບແບບຍືນຍົງ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ບັນດາຮູບແບບລ້ຽງກຸ້ງກ້າມຂຽວ, ລ້ຽງປາຄໍ່, ປາຂາວ ສົມທົບກັບການປູກເຂົ້າຕາມລະດູ ໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ປະຊາຊົນ. ສຳຄັນກວ່ານັ້ນ ແມ່ນເຫັນໄດ້ຜົນປະໂຫຍດຈາກການຜະລິດຄືນໃຫມ່, ການຮັກສາແຫລ່ງຜົນປະໂຫຍດຈາກສິນໃນນາໍ້, ດຳລົງຊີວິດຢ່າງແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດ.

vovworld.vn

ເຫດການ
302 Found

Found

The document has moved here.