ປະເທດຫວຽດນາມເປັນເອກະລັກ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບສາກົນ

06:30 | 29/11/2021

ງານວາງສະແດງ “ຫວຽດນາມຜ່ານກ້ອງຖ່າຍຂອງນັກຖ່າຍຮູບສາກົນ” ໄດ້ເປີດປະຕູ ຮັບໃຊ້ມວນຊົນຢູ່ບໍລິເວນ ຫໍສະຫມຸດແຂວງນິງບິ່ງ ແຕ່ວັນທີ 26 ພະຈິກ - 2 ທັນວາ ປີ 2021 ຈຶ່ງອັດລົງ.

ເສີມຂະຫຍາຍພູມປັນຍາຂອງແມ່ຍິງຫວຽດນາມ ໃນການພັດທະນາປະເທດຊາດ ເສີມຂະຫຍາຍພູມປັນຍາຂອງແມ່ຍິງຫວຽດນາມ ໃນການພັດທະນາປະເທດຊາດ
ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ
ຮ່າໂນ້ຍຍາມໃກ້ຈະຮອດບຸນເຕັດ, ຢູ່ບໍລິເວນວັນມ້ຽວ - ກວັກຕືຢາມ”
ຮ່າໂນ້ຍຍາມໃກ້ຈະຮອດບຸນເຕັດ, ຢູ່ບໍລິເວນວັນມ້ຽວ - ກວັກຕືຢາມ”

ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ໄດ້ຕົກລົງ ຈັດຕັ້ງ “festival ຖ່າຍຮູບສາກົນ ຫວຽດນາມ” 2 ປີເທື່ອໜຶ່ງ ດ້ວຍເປົ້າໝາຍ ສ້າງ “ເຄື່ອງໝາຍລະດັບຊາດ” ໃຫ້ແກ່ນັກຖ່າຍຮູບ ຫວຽດນາມ ພ້ອມທັງປະກອບສ່ວນໂຄສະນາພາບພົດທີ່ ສວຍງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ເພີ່ມທະວີການພົວພັນແລກປ່ຽນ ຮ່ວມມືສາກົນ ຜ່ານການເຄື່ອນໄຫວຖ່າຍຮູບ.

ປີ 2021 “festival ຖ່າຍຮູບສາກົນ ຫວຽດນາມ” ເປັນຄັ້ງທຳອິດໄດ້ຈັດຕັ້ງຂຶ້ນ ເຊິ່ງມີການສົມທົບ ຂອງຄະນະກຳມະການປະຊາຊົນແຂວງນິງບິ່ງ, ງານວາງສະແດງດັ່ງກ່າວແມ່ນເຫດການຈຸດສຸມຂອງ “festival ຖ່າຍຮູບສາກົນ ຫວຽດນາມ” ປີນີ້.

ພາຍຫຼັງປຸກລະດົມມາເປັນໄລຍະໜຶ່ງ, ຄະນະຈັດຕັ້ງໄດ້ຮັບຮູບຖ່າຍ 1569 ແຜ່ນຂອງນັກຖ່າຍຮູບ 98 ຄົນ ຈາກ 19 ປະເທດ ແລະ ເຂດແຄ້ວນສົ່ງມາຮ່ວມ. ສະພາສິລະປະໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສ້າງຕັ້ງຂຶ້ນໄດ້ເລືອກເອົາຮູບຖ່າຍ 177ແຜ່ນຂອງນັກຖ່າຍຮູບ 93 ຄົນ ເພື່ອນຳມາວາງສະແດງ.

ຕາມຄະນະຈັດຕັ້ງແລ້ວ, ນີ້ແມ່ນບັນດາຮູບຖ່າຍທີ່ສວຍງາມ, ອຸດົມສົມບູນກ່ຽວກັບຫວຽດນາມ ສ່ອງແສງ ຢ່າງມີຊີວິດຊີວາ ກ່ຽວກັບການດຳລົງຊີວິດ ຄວາມງາມຂອງປະເທດຊາດ ວັດທະນະທຳ ແລະ ຊາວຫວຽດນາມ ໃນນັ້ນມີຮູບຖ່າຍກ່ຽວກັບສະຖານທີ່ ໃໝ່ອ່ຽມ ແລະ ເປັນເອກະລັກ. ຂໍເຊີນບັນດາທ່ານຮັບຊົມຮູບຖ່າຍຈຳນວນໜຶ່ງທີ່ໄດ້ນຳມາວາງສະແດງໃນງານວາງສະແດງ:

ງານວາງສະແດງເປີດປະຕູຮັບໃຊ້ມວນຊົນ ຢູ່ຫໍສະໝຸດ ແຂວງນິງບິງ ພ້ອມທັງແນະນຳຜ່ານເວັບໄຊຂອງກົມວິຈິດສິນ ຖ່າຍຮູບ ແລະ ງານວາງສະແດງດ້ວຍລະຫັດ http://ape.gov.vn.

vovworld.vn

ເຫດການ
302 Found

Found

The document has moved here.