ຫວຽດນາມ-ສະວິດ ຍູ້ແຮງການຮ່ວມມືດ້ານຄຸ້ມຄອງຕົວເມືອງ

06:39 | 29/11/2021

ຕອນເຊົ້າວັນທີ 27 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alec Von Graffenried ເຈົ້າຄອງນະຄອນ Bern.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ
ທ່ານນາງ  ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ ທ່ານນາງ ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Alec Von Graffenried ເຈົ້າຄອງນະຄອນ Bern. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Alec Von Graffenried ເຈົ້າຄອງນະຄອນ Bern. ພາບ: ສໍານັກຂ່າວສານຫວຽດນາມ.

ຈາກການທີ່ເຂດຖະໜົນເກົ່າຂອງນະຄອນ Bern ແລະ ນະຄອນລາຮາວານ (ກູບາ) ໄດ້ຮັບການຮັບຮອງຈາກອົງການການສຶກສາ, ວິທະຍາສາດ ແລະວັດທະນະທຳຂອງສະຫະປະຊາຊາດ (UNESCO) ເປັນມໍລະດົກວັດທະນະທຳໂລກໃນຕົ້ນຊຸມປີ 1980. ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ສະເໜີໃຫ້ອຳນາດການປົກຄອງນະຄອນ Bern ຄົ້ນຄວ້າຮ່ວມມືກັບ 12 ທ້ອງຖິ່ນຂອງຫວຽດນາມ ທີ່ມີມໍລະດົກໂລກໂດຍ UNESCO ຮັບຮອງ, ພິເສດແມ່ນໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳ ກໍ່ຄືໂຄສະນາເຜີຍແຜ່ມໍລະດົກຢູ່ສະວິດ ເພື່ອໃຫ້ປະຊາຊົນປະເທດນີ້ ແລະເອີລົບ ໄປທ່ອງທ່ຽວຢູ່ຫວຽດນາມ ໃຫ້ນັບມື້ນັບຫຼາຍຂຶ້ນ. ທ່ານປະທານປະເທດ ເນັ້ນໜັກວ່າ ການສ້າງເງື່ອນໄຂເພື່ອໃຫ້ປະຊາຊົນສອງປະເທດເຂົ້າໃຈເຊິ່ງກັນ ແລະກັນ ແມ່ນພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ທ່ານເຈົ້າຄອງນະຄອນ Alec Von Graffenried ເນັ້ນໜັກວ່າ Bern ແມ່ນນະຄອນນ້ອຍໃນປະເທດ ທີ່ມີເນື້ອທີ່ໜ້ອຍດຽວຢູ່ເອີລົບ, ແຕ່ຮັກແພງຫວຽດນາມ ຫຼາຍທີ່ສຸດ. ສະນັ້ນ, ອໍານາດການປົກຄອງນະຄອນ Bern ກັບອໍານາດການປົກຄອງນະຄອນຮ່າໂນ້ຍ ຈະພ້ອມກັນເພີ່ມທະວີການພົວພັນຮ່ວມມືທີ່ມີມາແຕ່ຫຼາຍປີນີ້.

la.qdnd.vn

ເຫດການ
302 Found

Found

The document has moved here.