ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ "ເດືອນຮັບຟັງສຽງປະຊາຊົນ" ແລະ "ໝູ່ບ້ານດິຈິຕອນ"

14:24 | 14/05/2026

ຍສໝ - ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ການນຳແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ຈະດຳເນີນການກວດກາຄືນບັນດາຂະບວນການແຂ່ງຂັນທັງໝົດ, ກ້າຫານທີ່ຈະຢຸດຕິບັນດາການເຄື່ອນໄຫວທີ່ມີລັກສະນະຮູບການ, ພ້ອມທັງຜັນຂະຫຍາຍບັນດາຮູບແບບໃໝ່ ເຊັ່ນ: "ເດືອນຮັບຟັງສຽງປະຊາຊົນ", "ແນວໂຮມດິຈິຕອນ", "ໝູ່ບ້ານດິຈິຕອນ" ເພື່ອເພີ່ມທະວີການພົວພັນໂດຍກົງກັບປະຊາຊົນ ແລະ ຍົກສູງປະສິດທິຜົນໃນການຕິດຕາມກວດກາ, ວິພາກວິຈານສັງຄົມ.

ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ

ວັນທີ 13 ພຶດສະພາ, ພາຍຫຼັງວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026 - 2031, ຄະນະປະຈຳການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດການຖແລງຂ່າວເພື່ອແຈ້ງໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026 - 2031 ແລະ ຕອບຄຳຖາມຂອງບັນດາອົງການສື່ມວນຊົນ.

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ
ການຖແລງຂ່າວແຈ້ງໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031. (ພາບ: ແນວໂຮມປະເທດຊາດ ຫວຽດນາມ)

ຜັນຂະຫຍາຍ "ເດືອນຮັບຟັງສຽງປະຊາຊົນ", ບໍ່ປ່ອຍໃຫ້ຄຳສະເໜີ "ມິດງຽບໄປ"

ຕາມຂໍ້ມູນຈາກແນວໂຮມປະເທດຊາດ ຫວຽດນາມ, ເມື່ອຕອບຄຳຖາມຂອງສື່ມວນຊົນກ່ຽວກັບມາດຕະການເສີມຂະຫຍາຍບົດບາດການຕິດຕາມກວດກາ ແລະ ວິພາກວິຈານສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝອາຍຸການໃໝ່, ທ່ານນາງ ຮ່າທິຫງາ, ຮອງປະທານ - ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ແນວໂຮມປະເທດຊາດ ຈະຍູ້ແຮງການຮັບເອົາຄຳຄິດຄຳເຫັນຂອງປະຊາຊົນຜ່ານບັນດາພື້ນຖານດິຈິຕອນ ເຊັ່ນ: "ແນວໂຮມດິຈິຕອນ 24/7".

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ
ທ່ານນາງ ຮ່າທິຫງາ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົນທະນາແລກປ່ຽນຢູ່ທີ່ການຖແລງຂ່າວ. (ພາບ: ແນວໂຮມປະເທດຊາດ ຫວຽດນາມ)

“ການຕິດຕາມກວດກາຂອງແນວໂຮມ ແມ່ນການຕິດຕາມກວດກາຂອງທົ່ວປວງຊົນ. ບັນດາຄຳຄິດຄຳເຫັນ ແລະ ຄຳສະເໜີຂອງປະຊາຊົນຈະຖືກສົ່ງໄປຍັງບັນດາອົງການຈັດຕັ້ງທີ່ມີສິດອຳນາດ, ຮັບປະກັນຄວາມແທ້ຈິງ, ບໍ່ປ່ອຍໃຫ້ຄຳຄິດຄຳເຫັນ ແລະ ຄຳສະເໜີທີ່ຖືກຕ້ອງຊອບທຳຂອງປະຊາຊົນມິດງຽບໄປ”, ທ່ານນາງ ຮ່າທິຫງາ ກ່າວ.

ທ່ານນາງໃຫ້ຮູ້ຕື່ມວ່າ, ໃນປັດຈຸບັນ ບັນດາລະບຽບການຂອງພັກໄດ້ຊີ້ແຈ້ງວ່າ ພາຍຫຼັງບັນດາຄຳສະເໜີຂອງ ແນວໂຮມປະເທດຊາດ ຫວຽດນາມ ຈາກການຕິດຕາມກວດກາ ແລະ ວິພາກວິຈານສັງຄົມ, ບັນດາອົງການ, ອົງການຈັດຕັ້ງພັກທີ່ກ່ຽວຂ້ອງ ຕ້ອງມີຄວາມຮັບຜິດຊອບໃນການລາຍງານໝາກຜົນການປະຕິບັດບັນດາເນື້ອໃນຄຳສະເໜີຂອງແນວໂຮມ. ມີພຽງແຕ່ເມື່ອບັນດາຂໍ້ສະເໜີ ແລະ ຄຳສະເໜີຂອງປະຊາຊົນໄດ້ຮັບການປະຕິບັດ ແລະ ມີຄຳຕອບຢ່າງເໝາະສົມທີ່ສຸດເທົ່ານັ້ນ ຈຶ່ງຈະສ້າງຄວາມເພິ່ງພໍໃຈໃຫ້ແກ່ປະຊາຊົນໄດ້.

ການນຳ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ຈະຜັນຂະຫຍາຍຮູບແບບ “ເດືອນຮັບຟັງສຽງປະຊາຊົນ” ຢ່າງເປັນຮູບປະທຳ ເພື່ອຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ, ຮັບປະກັນຄວາມພາວະວິໄສ, ຮອບດ້ານ ແລະ ຄົບຖ້ວນໃນທຸກຂົງເຂດ, ໂດຍສະເພາະແມ່ນບັນດາເນື້ອໃນທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນພວມໃຫ້ຄວາມສົນໃຈໃນປັດຈຸບັນ.

“ນີ້ບໍ່ແມ່ນພຽງແຕ່ການເຄື່ອນໄຫວສົນທະນາແບບທຳມະດາ, ແຕ່ຈະມີການຈັດຕັ້ງການສົນທະນາໂດຍກົງຕາມກຳນົດເວລາ ລະຫວ່າງຕົວຕາງໜ້າບັນດາຊົນຊັ້ນ, ຊັ້ນຄົນໃນສັງຄົມ ກັບການນຳພັກ ແລະ ລັດ”, ທ່ານນາງ ຮ່າທິຫງາ ໃຫ້ຮູ້.

ຈະຢຸດຕິບັນດາຂະບວນການທີ່ມີພຽງແຕ່ລັກສະນະຮູບການ

ຕອບຄຳຖາມກ່ຽວກັບສະພາບການທີ່ບາງຂະບວນການແຂ່ງຂັນຍັງມີລັກສະນະຮູບການ, ທ່ານ ກາວຊວນທ້າວ, ຮອງປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຍອມຮັບວ່າ ນີ້ແມ່ນຂໍ້ຄົງຄ້າງທີ່ໄດ້ຮັບການເບິ່ງເຫັນຢ່າງຈະແຈ້ງ.

ຕາມທ່ານແລ້ວ, ແນວໂຮມ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກ ຈະປ່ຽນແປງໃໝ່ບັນດາຂະບວນການແຂ່ງຂັນ ແລະ ບັ້ນປຸກລະດົມ ຕາມທິດທາງທີ່ຊີ້ແຈ້ງເຈົ້າການໃນການກະທຳ ແລະ ຊີ້ແຈ້ງເປົ້າໝາຍສະເພາະ. ໝາກຜົນຂອງຂະບວນການແຂ່ງຂັນ ຕ້ອງມຸ່ງໄປສູ່ການແກ້ໄຂບັນດາບັນຫາທີ່ຮີບດ່ວນທີ່ສຸດໃນຊີວິດການເປັນຢູ່ຂອງປະຊາຊົນໃນປັດຈຸບັນ.

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ
ທ່ານ ກາວຊວນທ້າວ, ຮອງປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົນທະນາແລກປ່ຽນຢູ່ທີ່ການຖແລງຂ່າວ. (ພາບ: ແນວໂຮມປະເທດຊາດ ຫວຽດນາມ)

“ຈະເຮັດແນວໃດໃຫ້ປະຊາຊົນຮູ້ສຶກໄດ້ວ່າ ເມື່ອມີຂະບວນການແຂ່ງຂັນແລ້ວ ຈະມີໝາກຜົນຕົວຈິງ, ຫຼີກເວັ້ນສະພາບການທີ່ວ່າ 'ມີຂະບວນການ ຫຼື ບໍ່ມີ ກໍຄືກັນ'. ຕ້ອງມຸ່ງໄປສູ່ໝາກຜົນຕົວຈິງ, ການກະທຳຕົວຈິງ, ມຸ່ງໄປສູ່ບັນດາບັນຫາທີ່ຕິດພັນກັບປະຊາຊົນ. ຕົວຢ່າງ: ບັນຫາສິ່ງແວດລ້ອມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງຈາລະຈອນ, ຄວາມສະຫງົບຢູ່ຮາກຖານ, ແລະ ໂດຍສະເພາະແມ່ນການນຳໃຊ້ການຫັນເປັນດິຈິຕອນໃນຊີວິດການເປັນຢູ່ຂອງປະຊາຊົນໃນປັດຈຸບັນ. ເຫຼົ່ານີ້ລ້ວນແຕ່ແມ່ນບັນຫາທີ່ໃກ້ຊິດຕິດພັນກັບປະຊາຊົນ”, ທ່ານ ກາວຊວນທ້າວ ໃຫ້ຮູ້.

ຕາມທ່ານແລ້ວ, ຈະມີການແນະນຳ ແລະ ຊີ້ນຳເພື່ອໃຫ້ທົ່ວລະບົບແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນ ແລະ ຕີລາຄາຄືນໂດຍລວມບັນດາຂະບວນການແຂ່ງຂັນ ແລະ ບັ້ນປຸກລະດົມໃນປັດຈຸບັນ ຕາມທິດທາງທີ່ວ່າ: ຂະບວນການໃດທີ່ແທ້ຈິງ ແລະ ຍັງມີຊີວິດຊີວາ ແມ່ນຈະສືບຕໍ່ຮັກສາ ແລະ ຊອກຫາວິທີການໃໝ່. ຂະບວນການໃດທີ່ມີພຽງແຕ່ລັກສະນະຮູບການ ແລະ ການເຄື່ອນໄຫວບໍ່ມີປະສິດທິຜົນແລ້ວ ແມ່ນໃຫ້ເປັນເຈົ້າການຢຸດຕິ ແລະ ເຊົາໄປ ເພື່ອໃຫ້ຂະບວນການອື່ນໆ ໄດ້ “ເກີດໃໝ່ ແລະ ຂະຫຍາຍຕົວ” ຕື່ມອີກ.

ພ້ອມດຽວກັນນັ້ນ, ກໍຈະປຸກລະດົມໃຫ້ແນວໂຮມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເປີດບັນດາຂະບວນການແຂ່ງຂັນໃໝ່ ແລະ ບັ້ນປຸກລະດົມໃໝ່ ທີ່ມຸ່ງໃສ່ບັນດາບັນຫາທີ່ຈຳເປັນໃນປັດຈຸບັນ. ຕົວຢ່າງ: “ການລຶບລ້າງຄວາມບໍ່ຮູ້ໜັງສືທາງດິຈິຕອນ” (Bình dân học vụ số), ປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມການພັດທະນາເສດຖະກິດເອກະຊົນ, ຮຽກຮ້ອງບັ້ນປຸກລະດົມ “ເວົ້າບໍ່ກັບອາຫານເປິເປື້ອນ” ຫຼື “ທົ່ວປວງຊົນເວົ້າບໍ່ກັບສິນຄ້າປອມ ແລະ ສິນຄ້າດ້ອຍຄຸນນະພາບ”.

“ບັນດາຂະບວນການເຫຼົ່ານີ້ ບໍ່ຈຳເປັນຕ້ອງຍາວເກີນໄປ, ພຽງແຕ່ສຸມໃສ່ໃນ 1 ຫາ 2 ປີ, ເມື່ອສຳເລັດໜ້າທີ່ແລ້ວກໍຢຸດຕິ, ບໍ່ສ້າງຂະບວນການແບບ 'ມີຈຸດເລີ່ມຕົ້ນ ແຕ່ບໍ່ຮູ້ວ່າຈຸດຈົບຢູ່ໃສ'”, ທ່ານກ່າວ.

ກ່ຽວກັບວິທີການຜັນຂະຫຍາຍ, ຮອງປະທານ ກາວຊວນທ້າວ ໄດ້ຊີ້ແຈ້ງວ່າ, ແຕ່ກ່ອນມັກມີສະພາບການ “ປຸກລະດົມແລ້ວກໍເລີກກັນໄປພັກຜ່ອນ”, ຫຼັງຈາກນັ້ນຈຶ່ງຄ່ອຍຄົ້ນຄວ້າວິທີການຜັນຂະຫຍາຍ, ຈັດຕັ້ງການຝຶກອົບຮົມ ແລະ ບຳລຸງສ້າງ. ຫຼາຍຄັ້ງແມ່ນຫຼາຍເດືອນ ຫຼື ເຄິ່ງປີຫຼັງພິທີປຸກລະດົມ ຂະບວນການຈຶ່ງເລີ່ມເຄື່ອນໄຫວ. ແນວໂຮມປະເທດຊາດ ຫວຽດນາມ ຈະປ່ຽນແປງໃໝ່ຕາມທິດທາງທີ່ວ່າ: ທັນທີຫຼັງການປຸກລະດົມ ຕ້ອງມີວິທີການຜັນຂະຫຍາຍໄປພ້ອມໆກັນ, ວາງຄາດໝາຍສະເພາະທີ່ສາມາດວັດແທກໄດ້ ຕາມແນວຄິດໃໝ່: “ປຸກ” ແລ້ວຕ້ອງ “ລະດົມ” (ເຄື່ອນໄຫວ).

ຄຽງຄູ່ກັນນັ້ນ, ແຕ່ລະຂະບວນການຈະຕິດພັນກັບຄາດໝາຍການແຂ່ງຂັນ ແລະ ການກວດກາ. ຕົວຢ່າງ: ຂະບວນການປົກປັກຮັກສາສິ່ງແວດລ້ອມ ຈະວາງຮູບແບບ ແລະ ຄາດໝາຍສະເພາະ: ຄອບຄົວ ສີຂຽວ - ສະອາດ - ສວຍງາມ; ເຂດຊຸມຊົນ ສີຂຽວ - ສະອາດ - ສວຍງາມ; ຕາແສງ/ກຸ່ມບ້ານ/ເຂດພິເສດ ສີຂຽວ - ສະອາດ - ສວຍງາມ; ກົມກອງ/ໂຮງຮຽນ ສີຂຽວ - ສະອາດ - ສວຍງາມ; ໂຮງງານ/ວິສາຫະກິດ ສີຂຽວ - ສະອາດ - ສວຍງາມ.

ທ່ານຍັງໃຫ້ຮູ້ຕື່ມວ່າ, ຈະຫຼຸດຜ່ອນບັນດາກິດຈະກຳທີ່ມີລັກສະນະຮູບການ ເຊັ່ນ: ການປະຊຸມ, ການລາຍງານ, ການກວດກາທີ່ບໍ່ຈຳເປັນ ໃຫ້ໜ້ອຍທີ່ສຸດ ເພື່ອສຸມໃສ່ມຸ່ງໜ້າສູ່ຮາກຖານ, ສ້າງບັນດາຮູບແບບທີ່ແທ້ຈິງຢູ່ຮາກຖານ.

“ການເພີ່ມທະວີການຫັນເປັນດິຈິຕອນ ແມ່ນທິດທາງທີ່ແຂງແຮງ ເຊິ່ງໄດ້ວາງອອກໃນແຜນງານການເຄື່ອນໄຫວທີສີ່ຂອງເອກະສານກອງປະຊຸມໃຫຍ່, ໃນນັ້ນສຸມໃສ່ການປ່ຽນແປງໃໝ່ທີ່ສ້າງສັນ, ການຫັນເປັນດິຈິຕອນ ແລະ ຂະບວນການ 'ການລຶບລ້າງຄວາມບໍ່ຮູ້ໜັງສືທາງດິຈິຕອນ'. ທຸກເນື້ອໃນເຫຼົ່ານີ້ຈະຮັບໃຊ້ໃຫ້ແກ່ວຽກງານຂະບວນການ, ໃນນັ້ນມີເນື້ອໃນການສ້າງຖານຂໍ້ມູນຮັບໃຊ້ບັນດາຂະບວນການແຂ່ງຂັນ, ບັ້ນປຸກລະດົມ ແລະ ການສ້າງປັນຍາປະດິດ AI ເພື່ອຮັບໃຊ້ໃຫ້ແກ່ວຽກງານການຜັນຂະຫຍາຍບັນດາຂະບວນການ”, ຮອງປະທານ ກາວຊວນທ້າວ ກ່າວ.

ພັດທະນາ "ແນວໂຮມດິຈິຕອນ", ສ້າງຮູບແບບ "ໝູ່ບ້ານດິຈິຕອນ"

ຕອບຄຳຖາມກ່ຽວກັບຄວາມຫຍຸ້ງຍາກໃນການຮວບຮວມຄຳເຫັນຂອງປະຊາຊົນ ພາຍຫຼັງການໂຮມຕາແສງ, ທ່ານ ກາວຊວນທ້າວ ຖືວ່າ ນີ້ແມ່ນບັນຫາຕົວຈິງ, ໂດຍສະເພາະແມ່ນຢູ່ເຂດພູດອຍ ເມື່ອໄລຍະທາງຫ່າງໄກກັນຫຼາຍຂຶ້ນ, ການເຂົ້າເຖິງປະຊາຊົນກໍຫຍຸ້ງຍາກກວ່າເກົ່າ.

ຕາມທ່ານແລ້ວ, ແນວໂຮມປະເທດຊາດ ຈະຮັກສາວິທີການພົບປະໂດຍກົງ ຜ່ານລະບົບຂອງຄະນະກຳມະການແນວໂຮມ ແລະ ຄະນະວຽກງານແນວໂຮມຢູ່ເຂດຊຸມຊົນ, ພ້ອມທັງຍູ້ແຮງພື້ນຖານໂຄງລ່າງດິຈິຕອນ ເພື່ອໜູນຊ່ວຍການພົວພັນກັບປະຊາຊົນ.

ທ່ານໃຫ້ຮູ້ວ່າ ປັດຈຸບັນພື້ນຖານ “ແນວໂຮມດິຈິຕອນ” ໄດ້ເຊື່ອມຕໍ່ກັບທຸກອົງການຈັດຕັ້ງສະມາຊິກ, ຂະຫຍາຍໄປເຖິງ 34 ແຂວງ/ນະຄອນ, 3.321 ຕາແສງ ແລະ ມີບັນຊີຜູ້ເຂົ້າໃຊ້ເປັນປະຈຳປະມານ 50.000 ບັນຊີ. “ພວກເຮົາຈະຜັນຂະຫຍາຍຮູບແບບ 'ໝູ່ບ້ານດິຈິຕອນ' ທີ່ຕິດພັນກັບກິດຈະກຳຕ່າງໆຂອງຊຸມຊົນ. ນີ້ຈະແມ່ນຊ່ອງທາງເພື່ອໃຫ້ແນວໂຮມ ແລະ ຄະນະວຽກງານແນວໂຮມ ໄດ້ພົວພັນໂດຍກົງ ແລະ ຮັບຟັງປະຊາຊົນ ຜ່ານບັນດາແອັບພລິເຄຊັນ”, ທ່ານ ກາວຊວນທ້າວ ກ່າວ.

ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11 ຫາ 13 ພຶດສະພາ 2026 ຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ, ຕົກລົງຫຼາຍເນື້ອໃນສຳຄັນກ່ຽວກັບການຈັດຕັ້ງ, ບຸກທະລາກອນ ແລະ ທິດທາງການເຄື່ອນໄຫວໃນໄລຍະໃໝ່.

ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ...

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ