| ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ | |
| ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ |
ໃນຕອນບ່າຍວັນທີ 12 ພຶດສະພາ, ທ່ານ ເລງອກເຈົາ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນ ຫາຍຟອງ ໄດ້ເປັນປະທານໃນການຕ້ອນຮັບການເຂົ້າຢ້ຽມຂຳນັບຂອງຄະນະຜູ້ແທນຂັ້ນສູງແຂວງ ຫຼວງພະບາງ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໂດຍແມ່ນທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ຫຼວງພະບາງ ເປັນຫົວໜ້າຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫາຍຟອງ.
![]() |
| ພາບບັນຍາກາດລວມຂອງການຕ້ອນຮັບ |
ກ່າວປາໄສໃນການຕ້ອນຮັບ, ທ່ານ ເລງອກເຈົາ, ເລຂາຄະນະພັກນະຄອນ ຫາຍຟອງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງ ຫຼວງພະບາງ (ລາວ) ໃນໂອກາດທີ່ມີຄວາມໝາຍສຳຄັນເປັນພິເສດສຳລັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຄື: ສະເຫຼີມສະຫຼອງວັນປົດປ່ອຍ ຫາຍຟອງ ຄົບຮອບ 71 ປີ (13/5/1955 - 13/5/2026) ແລະ ເທສະການດອກຫາງນົກຍູງແດງ - ຫາຍຟອງ ປີ 2026.
ທ່ານ ເລງອກເຈົາ ເນັ້ນໜັກວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ ແລະ ປະຊາຊົນສອງປະເທດຫຼາຍຮຸ່ນຄົນ. ການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນນີ້ ແມ່ນຄວາມຮັບຜິດຊອບ ແລະ ເປັນບຸລິມະສິດອັນດັບໜຶ່ງຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫາຍຟອງ.
![]() |
| ທ່ານ ເລງອກເຈົາ, ເລຂາຄະນະພັກນະຄອນ ຫາຍຟອງ ແຈ້ງຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫາຍຟອງ. |
ຂໍ້ມູນໃຫ້ຄະນະຜູ້ແທນຊາບກ່ຽວກັບສະພາບການພັດທະນາຂອງນະຄອນ, ທ່ານເລຂາຄະນະພັກນະຄອນ ໃຫ້ຮູ້ວ່າ, ຫາຍຟອງ ແມ່ນນະຄອນທ່າເຮືອທະເລທີ່ໃຫຍ່, ເປັນປະຕູອອກສູ່ທະເລຂອງພາກເໜືອ, ເປັນສູນກາງອຸດສາຫະກຳ, ຈຸດລວມຂອງການຄົມມະນາຄົມ ແລະ ເປັນຈຸດເຕີບໂຕຂອງເຂດເສດຖະກິດຈຸດສຸມພາກເໜືອ.
ພາຍຫຼັງການໂຮມເຂົ້າກັບແຂວງ ຫາຍເຢືອງ, ນະຄອນ ຫາຍຟອງ ມີຂະໜາດເສດຖະກິດຢືນຢູ່ອັນດັບທີ 3 ຂອງທົ່ວປະເທດ ແລະ ແມ່ນທ້ອງຖິ່ນດຽວທີ່ຮັກສາລະດັບການເຕີບໂຕເສດຖະກິດເປັນຕົວເລກສອງຫຼັກຢ່າງຕໍ່ເນື່ອງເປັນເວລາ 11 ປີ.
ໃນ 4 ເດືອນຕົ້ນປີ 2026, ນະຄອນສືບຕໍ່ຮັກສາທ່າອ່ຽງການເຕີບໂຕໃນແງ່ບວກ ໂດຍມີຍອດລາຍຮັບງົບປະມານແຫ່ງລັດບັນລຸໄດ້ກວ່າ 78.000 ຕື້ດົ້ງ; ດຶງດູດການລົງທຶນຈາກຕ່າງປະເທດ (FDI) ໄດ້ປະມານ 1,29 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 76,7% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຍອດມູນຄ່າການສົ່ງອອກບັນລຸໄດ້ປະມານ 18,3 ຕື້ໂດລາສະຫະລັດ.
ໃນບັນດາການພົບປະເຈລະຈາ ແລະ ການພົບປະຂັ້ນສູງຫວ່າງມໍ່ໆມານີ້ ລະຫວ່າງການນຳສອງພັກ, ສອງລັດ, ທັງສອງຝ່າຍໄດ້ສືບຕໍ່ຢືນຢັນຄວາມມຸ່ງໝັ້ນໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ເປັນເອກະພາບກັນໃນການຊຸກຍູ້ການເຊື່ອມໂຍງສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນໃນຂົງເຂດໂຄງລ່າງພື້ນຖານຄົມມະນາຄົມ, ໂລຈິສຕິກ (logistics), ການຄ້າ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ.
ບົນພື້ນຖານໝາກຜົນທີ່ບັນລຸໄດ້ນັ້ນ, ທ່ານ ເລງອກເຈົາ ເຊື່ອໝັ້ນວ່າ ໃນທ່າມກາງທີ່ສອງປະເທດພວມຕັ້ງໜ້າຍູ້ແຮງການເຊື່ອມໂຍງສາກົນ, ສາຍພົວພັນຮ່ວມມືລະຫວ່າງນະຄອນ ຫາຍຟອງ ແລະ ແຂວງ ຫຼວງພະບາງ ເວົ້າສະເພາະ, ກໍຄືກັບບັນດາທ້ອງຖິ່ນຂອງລາວເວົ້າລວມ ຈະສືບຕໍ່ໄດ້ຮັບການເປີດກວ້າງ ແລະ ເຂົ້າສູ່ລວງເລິກ, ໂດຍສະເພາະແມ່ນໃນຂົງເຂດ: ການສຶກສາ, ການບຳລຸງສ້າງຊັບພະຍາກອນມະນຸດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ.
ໃນສະພາບການທີ່ສອງປະເທດພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະປະເທດ, ຍູ້ແຮງການເຊື່ອມໂຍງສາກົນ ແລະ ພັດທະນາເສດຖະກິດ - ສັງຄົມ, ສາຍພົວພັນຮ່ວມມືລະຫວ່າງ ຫາຍຟອງ ກັບແຂວງ ຫຼວງພະບາງ ເວົ້າສະເພາະ ແລະ ບັນດາທ້ອງຖິ່ນຂອງລາວເວົ້າລວມ ຈະສືບຕໍ່ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ມີລັກສະນະຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ.
ເລຂາຄະນະພັກນະຄອນ ຫາຍຟອງ ເຫັນດີເປັນເອກະພາບສູງຕໍ່ກັບບັນດາຂໍ້ສະເໜີການຮ່ວມມືຂອງແຂວງ ຫຼວງພະບາງ; ພ້ອມທັງມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງນະຄອນ ຄົ້ນຄວ້າ ແລະ ຫັນເປັນອັນລະອຽດບັນດາເນື້ອໃນການຮ່ວມມືລະຫວ່າງສອງທ້ອງຖິ່ນໃນຂົງເຂດຕ່າງໆ ເຊັ່ນ: ການສຶກສາ - ບຳລຸງສ້າງ, ກະສິກຳ, ການທ່ອງທ່ຽວ ແລະ ການແລກປ່ຽນຄະນະຜູ້ແທນລະຫວ່າງສອງທ້ອງຖິ່ນ.
![]() |
| ທ່ານ ບຸນເລື່ອມ ມະນີວົງ, ເລຂາຄະນະພັກແຂວງ ຫຼວງພະບາງ ມີຄວາມມຸ່ງມາດປາດຖະໜາວ່າ ຜ່ານການຢ້ຽມຢາມໃນຄັ້ງນີ້, ທັງສອງຝ່າຍຈະເພີ່ມທະວີການແລກປ່ຽນບົດຮຽນ, ຊຸກຍູ້ບັນດາກິດຈະກຳການຮ່ວມມື |
ຕາງໜ້າໃຫ້ຄະນະຜູ້ແທນແຂວງ ຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກການນຳນະຄອນ ຫາຍຟອງ. ສະຫາຍໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ ທີ່ໂດດເດັ່ນ ແລະ ທ່າແຮງອັນບົ່ມຊ້ອນທີ່ເໜືອກວ່າຂອງນະຄອນທ່າເຮືອແຫ່ງນີ້. ເລຂາຄະນະພັກແຂວງ ຫຼວງພະບາງ ມີຄວາມມຸ່ງມາດປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້, ທັງສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດທີ່ເປັນຈຸດແຂງຂອງແຕ່ລະຝ່າຍ ເຊັ່ນ: ການທ່ອງທ່ຽວ, ກະສິກຳ, ການສຶກສາ - ບຳລຸງສ້າງ; ພ້ອມທັງຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະສ້າງສັນ ແລະ ແບ່ງປັນບົດຮຽນລະຫວ່າງບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງທ້ອງຖິ່ນໃຫ້ດີຂຶ້ນເລື້ອຍໆ.
ສ່ວນຢູ່ທີ່ແຂວງ ກວາງນິງ, ໃນຕອນບ່າຍວັນທີ 11 ພຶດສະພາ, ທ່ານ ກວ່ານມິງເກື່ອງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງນິງ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳນັບຂອງຄະນະຜູ້ແທນແຂວງ ຫຼວງພະບາງ (ລາວ).
ໃນການຕ້ອນຮັບ, ທ່ານ ກວ່ານມິງເກື່ອງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານເລຂາຄະນະພັກແຂວງ ຫຼວງພະບາງ ແລະ ຄະນະຜູ້ແທນ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ; ພ້ອມທັງແຈ້ງຂໍ້ມູນໃຫ້ຄະນະຜູ້ແທນຊາບກ່ຽວກັບໝາກຜົນອັນພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະຜ່ານມາ.
ເລຂາຄະນະພັກແຂວງ ກວາງນິງ ຢືນຢັນວ່າ: ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດລະຫວ່າງ ກວາງນິງ ກັບບັນດາແຂວງຂອງລາວ, ໃນນັ້ນມີແຂວງ ຫຼວງພະບາງ, ໄດ້ຮັບການເພີ່ມພູນຄູນສ້າງ ແລະ ປົກປັກຮັກສາຈາກການນຳ ແລະ ປະຊາຊົນສອງຝ່າຍຫຼາຍຮຸ່ນຄົນ, ຈົນກາຍເປັນຊັບສົມບັດອັນລ້ຳຄ່າ, ແໜ້ນແຟ້ນ ແລະ ຊື່ສັດບໍລິສຸດ. ໃນຊຸມປີຜ່ານມາ, ບັນດາກິດຈະກຳການຮ່ວມມື ແລະ ການຊ່ວຍເຫຼືອລະຫວ່າງສອງແຂວງ ນັບມື້ນັບເຂົ້າສູ່ລວງເລິກ, ມີລັກສະນະຕົວຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ.
ທິດທາງໃນໄລຍະຕໍ່ໜ້າ, ແຂວງ ກວາງນິງ ຈະສືບຕໍ່ເພີ່ມທະວີການຊ່ວຍເຫຼືອບັນດາແຂວງພາກເໜືອຂອງລາວ; ໂດຍສະເພາະແມ່ນການຊ່ວຍເຫຼືອງົບປະມານການລົງທຶນສ້າງບາງໂຄງລ່າງພື້ນຖານ, ການບຳລຸງສ້າງພະນັກງານ ແລະ ນັກສຶກສາລາວ ຢູ່ບັນດາສະຖານການສຶກສາພາຍໃນແຂວງ. ຜ່ານນັ້ນ, ສືບຕໍ່ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງກວ່າເກົ່າ.
![]() |
| ທ່ານ ກວ່ານມິງເກື່ອງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງນິງ, ສົນທະນາແລກປ່ຽນກັບທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກປະຊາຊົນ ປະຕິວັດ ລາວ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ຫຼວງພະບາງ. |
ທາງດ້ານແຂວງ ຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ, ເລຂາຄະນະພັກແຂວງ ມີຄວາມມຸ່ງມາດປາດຖະໜາໃຫ້ສອງແຂວງສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືພັດທະນາໃນບາງຂົງເຂດທີ່ເປັນທ່າແຮງຂອງທັງສອງທ້ອງຖິ່ນໃຫ້ຫຼາຍຂຶ້ນຕື່ມອີກ; ໂດຍສະເພາະແມ່ນການສ້າງເງື່ອນໄຂໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງຂອງແຂວງ ໄດ້ເຂົ້າຮ່ວມຊຸດອົບຮົມໄລຍະສັ້ນຢູ່ແຂວງ ກວາງນິງ; ຄົ້ນຄວ້າເປີດຖ້ຽວບິນໂດຍກົງລະຫວ່າງ ກວາງນິງ ແລະ ຫຼວງພະບາງ ເພື່ອຊຸກຍູ້ກິດຈະກຳການທ່ອງທ່ຽວລະຫວ່າງສອງທ້ອງຖິ່ນ. ຄຽງຄູ່ກັນນັ້ນ, ທ່ານ ບຸນເລື່ອມ ມະນີວົງ ຍັງຫວັງວ່າຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນມາຢ້ຽມຢາມ, ເຮັດວຽກ ແລະ ແບ່ງປັນບົດຮຽນປະສົບການລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນຂອງສອງແຂວງນຳກັນ.
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ. |



