VNSF ມອບທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ 64 ຄົນທີ່ມີສະພາບຫຍຸ້ງຍາກຢູ່ ດົ່ງທາບ

14:55 | 09/11/2023

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ອົງການ The Viet Nam Scholarship Foundation (VNSF), ສະມາຄົມສົ່ງເສີມການສຶກສານະຄອນ ກາວ​ແລ໋ງ, ສະມາຄົມ​ສົ່ງ​ເສີມ​ການ​ສຶກສາ​ຂອງ​ຕາ​ແສງ​ໝີ່ຈ່າ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ມອບ​​ທຶນການ​ສຶກສາ VNSF ພາກຮຽນ 1, ສົກຮຽນປີ 2023 - 2024 ຢູ່​ສູນ​ວັດທະນະທຳ - ການຮຽນຊຸມຊົນ​ຕາ​ແສງ ໝີ່ຈ່າ (ນະຄອນ ​ກາວແລ໋ງ).

ນັກສຶກສາ ກ່າວກວຽດທັ໋ງ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023 ນັກສຶກສາ ກ່າວກວຽດທັ໋ງ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023
ນັກສຶກສາ ຫວຽດນາມ ຍາດໄດ້ລາງວັນທີ 3 ທີ່ງານແຂ່ງຂັນເຕັກໂນໂລຊີທົ່ວໂລກ ນັກສຶກສາ ຫວຽດນາມ ຍາດໄດ້ລາງວັນທີ 3 ທີ່ງານແຂ່ງຂັນເຕັກໂນໂລຊີທົ່ວໂລກ

ຢູ່ທີ່ນີ້ ໄດ້ມອບທຶນການສຶກສາ ແລະ ຂອງຂວັນ 64 ທຶນໃຫ້ແກ່ນັກຮຽນປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ, ນັກສຶກສາວິທະຍາໄລ ແລະ ມະຫາວິທະຍາໄລທີ່ມີສະພາບຫຍຸ້ງຍາກຢູ່ບັນດາເມືອງຄື: ກາວແລ໋ງ, ເລິບວໍ່ ແລະ ນະຄອນ ກາວແລ໋ງ.

ລວມມູນ​ຄ່າ​ທຶນການ​ສຶກສາ 240 ລ້ານ​ດົ່ງ, ​ໃນ​ນັ້ນ​ແຕ່ລະ​ທຶນການ​ສຶກສາ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ (ສຳລັບ​ລະດັບປະຖົມ); 1,25 ລ້ານດົ່ງ (ລະດັບມັດທະຍົມຕອນຕົ້ນ); 1,5 ລ້ານດົ່ງ (ລະດັບມັດທະຍົມຕອນປາຍ); 6 ລ້ານດົ່ງ (ລະດັບນັກສຶກສາວິທະຍາໄລ) ແລະ 7,6 ລ້ານດົ່ງ (ລະດັບນັກສຶກສາມະຫາວິທະຍາໄລ).

VNSF ມອບທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ 64 ຄົນທີ່ມີສະພາບຫຍຸ້ງຍາກຢູ່ ດົ່ງທາບ
ທ່ານນາງ ໂດ່ທິດາວ, ຜູ້ອໍານວຍການໂຄງການທຶນການສຶກສາ VNSF ປະຈຳ ຫວຽດນາມ ມອບທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ 64 ຄົນທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດົ່ງທາບ

ພ້ອມ​ກັນ​ນັ້ນ, ອົງການ VNSF ກໍ່​ໄດ້​ມອບ​ລາງວັນ​ໃຫ້​ນັກ​ສຶກສາ 8 ຄົນ​ທີ່ມີ​ສະພາບ​​ຫຍຸ້ງຍາກ​ໃນ​ການເສັງຈົບ​ມັດທະຍົມ​ຕອນ​ປາຍ ​ແລະ ​ ໄດ້ຮັບຄັດເລືອກເຂົ້າຮຽນຢູ່​ວິທະຍາ​ໄລ, ມະຫາວິທະຍາ​ໄລ (2 ລ້ານ​ດົ່ງ/​ນ້ອງ).

ທ່ານນາງ ໂດ່ທິດາວ, ຜູ້ອໍານວຍການໂຄງການທຶນການສຶກສາ VNSF ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: ທຶນການສຶກສາດັ່ງກ່າວໄດ້ມອບດ້ວຍຄວາມປາດຖະໜາຢາກປະກອບສ່ວນຊ່ວຍໃຫ້ນັກຮຽນ, ນັກສຶກສາມີກຳລັງໃຈຫຼາຍກວ່າເກົ່າ ເພື່ອມານະພະຍາຍາມຮໍ່າຮຽນໃຫ້ເປັນຢ່າງດີ ແລະ ກາຍເປັນຄົນທີ່ເປັນປະໂຫຍດໃຫ້ແກ່ສັງຄົມ.

ກ່ອນ​ໜ້າ​ນີ້, VNSF ຍັງ​ໄດ້​ມອບ​ທຶນ​ສຶກສາ​ເປັນຫຼາຍ​ຄັ້ງ​ໃຫ້​ແກ່​ນັກຮຽນ, ນັກ​ສຶກສາ​ທີ່​ມີສະພາບ​ຫຍຸ້ງຍາກ​ຢູ່​ ດົ່ງ​ທາບ. ເດືອນ ເມສາ 2022, VNSF ໄດ້ມອບ 87 ທຶນການສຶກສາ. ແຕ່ລະທຶນການສຶກສາມີມູນຄ່າ 2,000,000 ດົ່ງ/ປີ (ສຳລັບລະດັບປະຖົມ); 2,200,000 ດົ່ງ/ປີ (ລະດັບມັດທະຍົມ); 2,400,000 ດົ່ງ (ລະດັບມັດທະຍົມຕອນປາຍ); 4,100,000 ດົ່ງ/ປີ (ລະດັບນັກສຶກສາວິທະຍາໄລ); 5,100,000 ດົ່ງ/ປີ (ລະດັບນັກສຶກສາມະຫາວິທະຍາໄລ). ລວມຍອດຈຳນວນ​ເງິນ​ມອບແມ່ນ 213 ລ້ານ​ດົ່ງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.