ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຂໍ້ມູນຂ່າວສານ ແລະ ການສື່ສານ

14:34 | 14/05/2026

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພຶດສະພາ, ທ່ານນາງ ເລິມທິພືອງແທັງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ເຂົ້າຢ້ຽມຂຳນັບທ່ານ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ; ທ່ານ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດ ລາວ; ພ້ອມທັງໄດ້ພົບປະເຈລະຈາກັບທ່ານ ວັນສີ ກົວມົວ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ - ການສື່ສານ ແລະ ສື່ມວນຊົນ ລະຫວ່າງສອງປະເທດ.

ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ
ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ
ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຂໍ້ມູນຂ່າວສານ ແລະ ການສື່ສານ
ທ່ານລັດຖະມົນຕີ ເລິມທິພືອງແທັງ ແລະ ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລາວ ວັນສີ ກົວມົວ ແລກປ່ຽນບົດບັນທຶກການຮ່ວມມື ໄລຍະປີ 2026-2030. (ພາບ: ຊວນຕູ້ - ນັກຂ່າວ TTXVN ປະຈຳລາວ)

ຕາມການລາຍງານຂອງນັກຂ່າວ TTXVN ປະຈຳ ວຽງຈັນ, ໃນບັນດາການເຮັດວຽກດັ່ງກ່າວ, ການນຳລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນ ຫວຽດນາມ ແລະ ຢືນຢັນວ່າ ການຮ່ວມມືດ້ານຂໍ້ມູນຂ່າວສານ - ການສື່ສານ ໃນໄລຍະຜ່ານມາ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດທະພາບອັນພິເສດ ຫວຽດນາມ - ລາວ.

ຝ່າຍລາວ ຖືວ່າໃນທ່າມກາງສະພາບການຂອງພາກພື້ນ ແລະ ໂລກ ທີ່ມີການຜັນແປຢ່າງສັບສົນ, ວຽກງານຂໍ້ມູນຂ່າວສານ - ການສື່ສານ ແມ່ນມີບົດບາດສຳຄັນໃນການຮັກສາສະຖຽນລະພາບຂອງສັງຄົມ, ການພັດທະນາເສດຖະກິດ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງສອງປະເທດ. ລາວ ໄດ້ສະເໜີໃຫ້ ຫວຽດນາມ ສືບຕໍ່ຊ່ວຍເຫຼືອໃນການບຳລຸງສ້າງ ແລະ ຝຶກອົບຮົມໃຫ້ແກ່ຖັນແຖວນັກຂ່າວ, ບັນນາທິການ, ໂດຍສະເພາະແມ່ນໃນຂົງເຂດສື່ສານດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີໃໝ່.

ໃນການພົບປະເຈລະຈາລະຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ກັບ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດ ລາວ, ທັງສອງຝ່າຍໄດ້ເປັນເອກະພາບກັນທີ່ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງສື່ມວນຊົນ, ການບຳລຸງສ້າງວິຊາສະເພາະ ແລະ ປະສານງານກັນໃນການໂຄສະນາເຜີຍແຜ່ບັນດາເຫດການໃຫຍ່ຂອງສອງປະເທດ.

ໃນຕອນທ້າຍຂອງການເຈລະຈາ, ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ ໄລຍະປີ 2026-2030, ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານສື່ມວນຊົນ ແລະ ການສື່ສານ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ຂະຫຍາຍຕົວຂຶ້ນຕື່ມໃນຕໍ່ໜ້າ.

້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ

ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ