ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ ຫວຽດ​ນາມ ແລະ ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​

06:25 | 08/11/2021

ຍ​ສ​ໝ - ມູນເຊື້ອງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ ຫວຽດ​ນາມ ແລະ ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ມູນເຊື້ອ” ຈະ​ດຳ​ເນີນ​ຢູ່​ນິງ​ບິ່ງ ໃນ​ລະ​ຫວ່າງວັນ​ທີ 17 – 24 ທັນ​ວາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2021 - ຮ​ວາ​ລື, ນິງ​ບິງ ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ສົມ​ທົບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນິງ​ບິ່ງ ຈັດ​ຕັ້ງ.

AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ
ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ ຫວຽດ​ນາມ ແລະ ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​
ເຄື່ອງ​ຫັດ​ຖະ​ກຳທີ່​ເປັນ​ມູນ​ເຊື້ອ ຂອງ ຫວຽດ​ນາມ (ພາບ: nhandan.vn)

ງານ​ວາງ​ສະ​ແດງ​ລວມ​ມີຫຼາຍ​ເນື້ອ​ໃນ​ວາງ​ສະ​ແດງ​ທີ່​ເປັນຫຼາຍ​ຮູບ​ແບບ, ມີ​ຄວາມ​ດຶງ​ດູດ​ໃຈ, ໃນ​ນັ້ນ ງານ​ວາງ​ສະ​ແດງ ລວມ​ມີ 2 ຫົວ​ເລື່ອງ. ທຳ​ອິດ​ແມ່ນ​ບັນ​ດາ​ມໍ​ລະ​ດົກ​ທີ່​ UNESCO ເຊີດຊູ (ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ມໍ​ລະ​ດົມ​ປະ​ສົມ ລະ​ຫວ່າງ ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ແລະ ເຂດ​ປ່າ​ສະ​ຫງວນ, ມໍ​ລະ​ດົກ​ເອ​ກະ​ສານ, ສວນ​ທໍ​ລະ​ນີ​ທົ່ວ​ໂລກ), ຮ່ອງ​ຮອຍ​ປະ​ຫວັດ​ສາດ, ທັດ​ສະ​ນີ​ຍະ​ພາບທີ່​ມີ​ຊື່​ສຽງ​ຂອງ ຫວຽດ​ນາມ ພ້ອມ​ກັບ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງປະ​ຊາ​ຊົນ​ບັນ​ດາ​ເຂດ​ໃນ​ທົ່ວ​ປະ​ເທດ.

ຖັດ​ຈາກ​ນັ້ນ ແມ່ນ​ງານ​ວາງ​ສະ​ແດງ​ເຊີດ​ຊູ​ຜະ​ລິດ​ຕະ​ພັນ​ດີ​ເດັ່ນ​ຂອງຫຼາຍ​ນັກ​ສິ​ລະ​ປິນ, ນາຍ​ຊ່າງ​ທີ່​ມາ​ຈາກຫຼາຍ​ໝູ່​ບ້ານ​ອາ​ຊີບ: ເຄື່ອງ​ປັ້ນ​ດິນ​ເຜົາ ຝຸ​ດຽວ (ຫ໋າຍຝ່ອງ), ເຄື່ອງເງິນ ດິງ​ກົງ, ຫຼໍ່​ທອງ ງູ​ຊ໊າ, ຜ້າ​ໄໝ​ວ້ານ​ຟຸກ (ຮ່າ​ໂນ້ຍ), ດອກໄມ້ທີ່ເຮັດດ້ວຍ​ເຈ້ຍ ແທັງ​ຕຽນ (ເທື່ອ​ທຽນ - ເຫ້ວ).

ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ປູ​ຊະ​ນີ​ຍະ​ສ​ະ​ຖານ ຫວຽດ​ນາມ ແລະ ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳມູນເຊື້ອ” ກໍ່​ຈະ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ໃນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.