ຍສໝ - ຕາມຂໍ້ມູນຈາກຄະນະຜູ້ຕາງໜ້າຫວຽດນາມ ປະຈຳອົງການສຶກສາ, ວິທະຍາສາ ແລະວັດທະນະທຳ ສປຊ (UNESCO) ແລ້ວ, ວັນທີ 4 ທັນວາ, ຢູ່ນະຄອນຫຼວງ Asuncion, ປາຣາກວຍ, ໃນຂອບເຂດກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ, UNESCO ໄດ້ຈັດຊື່ ວັນບຸນ ຂວັນບ່າຈົ່ວພູຊາມ ຂອງຫວຽດນາມ ເຂົ້າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ຢ່າງເປັນທາງການ.
ຍສໝ - ນັ້ນແມ່ນເນື້ອໃນໂດຍທ່ານ ເຈິ່ນເທ໊ເກືອງ, ຫົວໜ້າພະແນກສຶກສາ ແລະກໍ່ສ້າງ ນະຄອນຮ່າໂນ້ຍ ຍົກອອກທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບບັນດາກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະກໍ່ສ້າງນະຄອນຫຼວງ (1954-2024) ໃນຕອນບ່າຍວັນທີ 6 ພະຈິກ.
ຍສໝ - ຕອນເຊົ້າວັນທີ 5 ມັງກອນ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຍດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ (UBQG UNESCO) ຮ່າກິ່ມຫງອກ ໄດ້ມີການຕ້ອນຮັບຫົວໜ້າຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ປະຈຳ ຫວຽດນາມ.
ຍສໝ - ວັນທີ 16 ພະຈິກ 2023, ທີ່ການເຮັດວຽກຢູ່ສຳນັກງານໃຫຍ່ UNESCO ຢູ່ ປາຣີ (ສາທາລະນະລັດ ຝະລັ່ງ), ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແລະ ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO ໄດ້ເຫັນດີເປັນເອກະພາບວ່າ ຫວຽດນາມ ແລະ UNESCO ຈະສົມທົບກັນປະຕິບັດບັນດາເປົ້າໝາຍຂອງອົງການ UNESCO ແລະເຮັດໃຫ້ວັດທະນະທໍາກາຍເປັນເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.
ຍສໝ - ແຂວງ ຮ່າຢາງ ຫາກໍ່ຈັດຕັ້ງພິທີຮັບນາມມະຍົດສະມາຊິກເຄືອຂ່າຍປ່າສະຫງວນພູພຽງດົ່ງວັນກາສຂອງ UNESCO ເປັນຄັ້ງທີ 3 .
ຍສໝ - ຫຼັງຈາກຮ່າໂນ້ຍ, ອີກ 2 ນະຄອນຂອງຫວຽດນາມ ໄດ້ຮັບການຮັບຮອງເປັນ ນະຄອນປະດິດຄິດສ້າງຂອງ UNESCO ຄື: ດ່າລາດໃນຂົງເຂດດົນຕີ ແລະ ໂຮ້ຍອານ ໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ.
ຍສໝ - ຕອນຄ່ຳວັນທີ 16 ກັນຍານີ້ (ຕາມເວລາຫວຽດນາມ), ອ່າວຮ່າລອງ ແຂວງ ກວາງນິງ ແລະ ໝູ່ເກາະ ກາດບ່າ ຢູ່ນະຄອນ ຫາຍຟ່ອງ ໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກທຳມະຊາດໂລກ, ນີ້ຖືວ່າເປັນຄັ້ງທໍາອິດ ຫວຽດນາມ ໄດ້ຮັບມໍລະດົກລະຫວ່າງແຂວງ ແລະ ນະຄອນ.
ຍສໝ -ກອງປະຊຸມສາກົນເສີມຂະຫຍາຍຄຸນຄ່າບັນດານາມມະຍົດ UNESCO ເພື່ອການຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ' ໄດ້ຈັດຂຶ້ນຢູ່ແຂວງ ນິງບິ່ງ ແຕ່ວັນທີ 2 – 4 ເດືອນ ກໍລະກົດ.
ຍສໝ - ໃນວັນທີ 3 ກໍລະກົດ, ຢູ່ນະຄອນນິງບິ່ງ, ກອງປະຊຸມສາກົນ “ເສີມຂະຫຍາຍຄຸນຄ່າບັນດານາມມະຍົດ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ” ໄດ້ໄຂຂຶ້ນສຳເລັດຢ່າງຈົບງາມ.
ຍສໝ - ນີ້ແມ່ນຄຳຢືນຢັນຂອງທ່ານອຳນວຍການສູນມໍລະດົກໂລກ ຂອງ UNESCO Lazare Eloundou Assomo ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ໃນຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ.
ຍສໝ - ວັນທີ 28 ກຸມພາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2022 ແລະ ວາງອອກການກຳນົດທິດການເຄື່ອນໄຫວ ປີ 2023.
ຍສໝ - ດ້ວຍພື້ນຖານປະຫວັດສາດວັດທະນະທໍາຕາແສງ ນໍ້ານຸງ (ເມືອງ Krông Nô) ໄດ້ແຂວງ ດັກນົງ ກຳນົດວ່າເປັນຈຸດໝາຍປາຍທາງໃນເສັ້ນທາງທ່ອງທ່ຽວ “ບົດເພງໄຊຂອງ ນ້ຳ ແລະ ໄຟ” ສັງກັດ ສວນສາທາລະນະ ທໍລະນີທົ່ວໂລກ UNESCO ດັກນົງ.
ຍສໝ - ນະຄອນ ກາວແລັງ ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງ ໃນການຮ່ຳຮຽນຕະຫຼອດຊີວິດ; ມີບັນດາຍຸດທະສາດ ແລະ ແຜນການສົ່ງເສີມການຮຳ່ຮຽນຕະຫຼອດຊີວິດໃນຊຸມຊົນທ້ອງຖິ່ນ.
ກອງປະຊຸມຊຸດທີ 215 ຂອງສະພາບໍລິຫານງານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈັດຂຶ້ນໃນລະຫວ່າງ 05 – 19 ຕຸລາ, ຢູ່ ປາຣີ, ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.
ຍສໝ - ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳ ຂອງ ຫວຽດນາມ.
ຍສໝ - ທ່ານນາງ ເລທິທູຮັ່ງ ເນັ້ນໜັກເຖິງຄວາມສຳຄັນ, ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ UNESCO ໃນການຮັບມື ແລະ ແກ້ໄຂບັນຫາທົ່ວໂລກ; ພ້ອມກັນນັ້ນ ກໍຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມພ້ອມກັບບັນດາສະມາຊິກ UNESCO ໃນການປະຕິບັດບັນດາການເຄື່ອນໄຫວຂອງ UNESCO ໃນຂົງເຂດຕ່າງໆ.
ເທື່ອທຽນ - ເຫວ້ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ.
ຕອນບ່າຍວັນທີ 6 ກັນຍາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 5 – 7 ກັນຍາ.
ຍສໝ - ທັດສະນີຍະພາບ "ຕາພະພູ" ຕັ້ງຢູ່ຂ້າງທະເລສາບນ້ຳຈາ, ຕາແສງກາວເຈືອງ, ເມືອງ ຈູ່ງແຄ໋ງ (ກາວບັ່ງ), ເປັນສ່ວນຫນຶ່ງຂອງລະບົບມໍລະດົກໂລກຂອງສວນ ສາທາລະທໍລະນີທົ່ວໂລກ UNESCO ນອນເນື໊ອກກາວບັ່ງ.
ຍສໝ - ເມື່ອເຕື້ອງເຖິງກວາງນິງ, ເຄີຍເວົ້າເຖິງອ່າວ ຮ້າລອງ, ແມ່ນສະຖານທີ່ທີ່ພົ້ນເດັ່ນ ແລະແມ່ນມໍລະດົກທຳມະຊາດໂລກເຊິ່ງ UNESCO ຮັບຮອງ.