| ຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ຄອບຄົວ ແລະ ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ | |
| ນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ຖະໜອມບຳລຸງສາຍພົວພັນມິດຕະພາບ ຈາກບັນດານາທີ່ຢູ່ແນວໜ້າ |
ການຈຳແນກບັນດາທັດສະນະພຽງດ້ານດຽວ ກ່ຽວກັບການຫັນປ່ຽນດິຈິຕອນ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
ການປະຕິວັດອຸດສາຫະກຳ ຄັ້ງທີ ສີ່ ພວມສ້າງບັນດາການຫັນປ່ຽນຢ່າງເລິກເຊິ່ງ ພາຍໃນທຸກໆຂົງເຂດຂອງຊີວິດການເປັນຢູ່ຂອງສັງຄົມ. ຄຽງຄູ່ກັບບັນດາໂອກາດການຂະຫຍາຍຕົວໃໝ່, ນີ້ກໍແມ່ນຫົວຂໍ້ທີ່ຖືກບັນດາອິດທິ ກຳລັງປ d d ແລະ ພວກກຸ່ມຄົນສວຍໂອກາດ ນຳໃຊ້ມາບິດເບືອນແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ, ເປັນຕົ້ນແມ່ນຕໍ່ກັບເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.
ບັນດາທັດສະນະບິດເບືອນກ່ຽວກັບການຫັນປ່ຽນດິຈິຕອນ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຍາມໃດກໍສະແດງອອກພາຍໃຕ້ສາມຮູບແບບຕົ້ນຕໍ:
ທີໜຶ່ງ, ການເອົາຄວາມຫຍຸ້ງຍາກທີ່ຄົງຄ້າງ ມາຕີລາຄາທຽບເທົ່າກັບທາດແທ້ຂອງນະໂຍບາຍ. ຈາກຕົວຈິງທີ່ບາງທ້ອງຖິ່ນຍັງມີຄວາມຈຳກັດທາງດ້ານໂຄງລ່າງພື້ນຖານດິຈິຕອນ, ເງື່ອນໄຂເສດຖະກິດ - ສັງຄົມ ຫຼື ລະດັບຄວາມຮູ້ການເຂົ້າເຖິງເຕັກໂນໂລຊີ, ບັນດາເປົ້າໝາຍບິດເບືອນໄດ້ຟ້າວຟັ່ງສະຫຼຸບວ່າ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແມ່ນບໍ່ໄດ້ຮັບຜົນປະໂຫຍດຈາກການຫັນປ່ຽນດિຈິຕອນ, ຖືວ່າຖືກ “ຖິ້ມໄວ້ທາງຫຼັງ”. ວິທີການອ້າງເຫດຜົນແບບນີ້ ແມ່ນຕັ້ງໃຈເບິ່ງຂ້າມຕົວຈິງພາວະວິໄສທີ່ວ່າ: ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ມີເງື່ອນໄຂທຳມະຊາດ, ເສດຖະກິດ, ສັງຄົມທີ່ຈໍາເພາະ; ວິວັດທະນາການຂະຫຍາຍຕົວ ຍາມໃດກໍຕ້ອງການແຜນວາດຄືບໜ້າ, ແຫຼ່ງທຶນຮອນ ແລະ ນະໂຍບາຍທີ່ສົມເຫດສົມຜົນ.
ທີສອງ, ການເອົາປະກົດການດ່ຽວໂດດ ມາປະຕິເສດພາບລວມທັງໝົດ. ບາງພາບພົດ ຫຼື ເຫດການສະເພາະໃດໜຶ່ງ ໄດ້ຮັບການແຍກອອກຈາກສະພາບແວດລ້ອມຕົວຈິງ, ແລ້ວເອົາມາຕີລາຄາລວມໃຫ້ແກ່ທົ່ວທັງນະໂຍບາຍການຫັນປ່ຽນດິຈິຕອນ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ນີ້ແມ່ນວິທີການທີ່ຄຸ້ນເຄີຍ ແນໃສ່ສ້າງຄວາມຮູ້ສຶກວ່າ ໄລຍະຫ່າງການຂະຫຍາຍຕົວນັບມື້ນັບໃຫຍ່ຫຼວງຂຶ້ນ, ໃນຂະນະທີ່ເບິ່ງຂ້າມບັນດາໝາກຜົນທີ່ບັນລຸໄດ້ ແລະ ພວມບັນລຸໄດ້ພາຍໃນຂອບເຂດທົ່ວປະເທດ.
ທີສາມ, ການຕີລາຄາການຫັນປ່ຽນດິຈິຕອນ ພຽງແຕ່ທາງດ້ານໂຄງລ່າງພື້ນຖານເຕັກໂນໂລຊີ. ຕາມວິທີການເບິ່ງແບບນີ້, ບ່ອນໃດທີ່ຍັງມີຄວາມຫຍຸ້ງຍາກກ່ຽວກັບອິນເຕີເນັດ, ອຸປະກອນ ຫຼື ບໍລິການດິຈິຕອນ ກໍມີຄວາມໝາຍເທົ່າກັບວ່າຍັງບໍ່ໄດ້ຮັບຜົນປະໂຫຍດຈາກໝາກຜົນຂອງການປະຕິວັດອຸດສາຫະກຳ ຄັ້ງທີ ສີ່. ພາຍໃນຕົວຈິງ, การຫັນປ່ຽນດິຈິຕອນ ແມ່ນບໍ່ແມ່ນພຽງແຕ່ເລື່ອງລາວຂອງໂຄງລ່າງພື້ນຖານເຕັກນິກເທົ່ານັ້ນ. ຄາດໝາຍສຸດທ້າຍ ແມ່ນການເປີດກວ້າງໂອກາດການຂະຫຍາຍຕົວໃຫ້ແກ່ປະຊາຊົນ ຜ່ານທາງການສຶກສາ, ສາທາລະນະສຸກ, ວິທີການດຳລົງຊີວິດ, ບໍລິການພາກລັດ ແລະ ການຍົກສູງສະມັດຖະພາບການເປັນເຈົ້າເຕັກໂນໂລຊີ.
ບັນດາວິທີການເບິ່ງພຽງດ້ານດຽວທີ່ກ່າວມາຂ້າງເທິງນັ້ນ ລ້ວນແຕ່ມີຈຸດຄືກັນ ເຊິ່ງແມ່ນການຕີລາຄາວິວັດທະນາການຂະຫຍາຍຕົວອັນໜຶ່ງ ດ້ວຍບັນດາພາບຕັດທີ່ກະແຈກກະຈາຍ ແທນທີ່ຈະເອົາໄປຈັດວາງໄວ້ພາຍໃນພາບລວມທັງໝົດຂອງແນວທາງ, ນະໂຍບາຍ ແລະ ໝາກຜົນການຜັນຂະຫຍາຍ. ຖ້າຫາກຢາກຕີລາຄາຢ່າງພາວະວິໄສ ຕໍ່ກັບບັນດາໝາກຜົນທີ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ຮັບຜົນປະໂຫຍດ ຈາກການປະຕິວັດອຸດສາຫະກຳ ຄັ້ງທີ ສີ່, ແມ່ນຈຳເປັນຕ້ອງເບິ່ງເຂົ້າພາຍໃນທົ່ວທັງແຜนນະໂຍບາຍ, ນະໂຍບາຍ ແລະ ຕົວຈິງ, ແທນທີ່ຈະແມ່ນບັນດາປະກົດການດ່ຽວໂດດ ທີ່ຖືກຕັດແຍກອອກຈາກສະພາບແວດລ້ອມການຂະຫຍາຍຕົວ.
![]() |
| ຊາວນາແຂວງ ລາງເຊີນ ຢູ່ພາຍໃນ “ຕະລາດນັດ OCOP 4.0”. (ພາບ: ໜັງສືພິມ ເຍິນເຢີນ) |
ການຂະຫຍາຍຕົວຢ່າງຮອບດ້ານ - ການເລືອກເຟັ້ນອັນສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ພາຍໃນການຫັນປ່ຽນດິຈິຕອນ
ດ້ວຍທັດສະນະທະລຸຊອດ "ປະຊາຊົນແມ່ນຮາກຖານ", ລັດຖະທຳມະນູນປີ 2013 (ສະບັບປັບປຸງ, ເພີ່ມເຕີມ ຕາມມະຕິສະບັບເລກທີ 203/2025/QH15) ໄດ້ຢັ້ງຢືນວ່າ “ບັນດາເຜົ່າລ້ວນແຕ່ມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຮ່ວມກັນຂະຫຍາຍຕົວ"; “ລັດປະຕິບັດນະໂຍບາຍການຂະຫຍາຍຕົວຢ່າງຮອບດ້ານ ແລະ ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ເສີມຂະຫຍາຍແຫຼ່ງທຶນຮອນພາຍໃນ, ຮ່ວມກັນຂະຫຍາຍຕົວໄປກັບປະເທດຊາດ”. ນີ້ແມ່ນຮາກຖານທາງດ້ານລັດຖະທຳມະນູນ ເພື່ອໃຫ້ທຸກໆແຜນນະໂຍບາຍກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ ຈຳເປັນຕ້ອງມຸ່ງໄປເຖິງຄາດໝາຍການຂະຫຍາຍຕົວຢ່າງຮອບດ້ານ, ບໍ່ປະປ່ອຍໃຫ້ຊຸມຊົນໃດໆຖືກກີດກັນໄວ້ຢູ່ຂ້າງນອກ.
ຢູ່ເທິງພື້ນຖານດັ່ງກ່າວ, ມະຕິສະບັບເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນແຫ່ງຊາດ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນ ແມ່ນກຳລັງຊຸກຍູ້ຕົ້ນຕໍ ເພື່ອຂະຫຍາຍຕົວຢ່າງວ່ອງໄວຕໍ່ກັບກຳລັງການຜະລິດທີ່ທັນສະໄໝ, ປັບປຸງການພົວພັນການຜະລິດໃຫ້ສົມບູນແບບ, ຫັນປ່ຽນໃໝ່ວິທີການຄຸ້ມຄອງບໍລິຫານແຫ່ງຊາດ ແລະ ຂະຫຍາຍຕົວເສດຖະກິດ - ສັງຄົມ. ມະຕິໄດ້ກຳນົດໃຫ້ປະຊາຊົນ ແລະ ວິສາຫະກິດ ຢູ່ໃນທີ່ຕັ້ງໃຈກາງ, ແມ່ນເຈົ້າການຂອງວິວັດທະນາການນີ້. ດ້ວຍວິທີການເຂົ້າເຖິງແບບນັ້ນ, ການຫັນປ່ຽນດິຈິຕອນ ແມ່ນບໍ່ແມ່ນເລື່ອງລາວສະເພາະຂອງເຕັກໂນໂລຊີ, ແຕ່ແມ່ນວິທີການສ້າງໂອກາດການຂະຫຍາຍຕົວເພີ່ມເຕີມໃຫ້ແກ່ປະຊາຊົນ.
ຈິດໃຈດັ່ງກ່າວ ໄດ້ຮັບການຫັນເປັນຮູບປະທຳ ພາຍໃນຂໍ້ຕົກລົງສະບັບເລກທີ 749/QĐ-TTg ລົງວັນທີ 3 ມິຖຸນາ 2020 ຂອງທ່ານນາຍົກລັດຖະມົນຕີ ອະນຸມັດຜ່ານໂຄງການ "ການຫັນປ່ຽນດິຈິຕອນແຫ່ງຊາດ ຮອດປີ 2025, ບອກທິດທາງຮອດປີ 2030". ໂຄງການໄດ້ວາງຄາດໝາຍຂະຫຍາຍຕົວລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ພາຍໃນຂອບເຂດທົ່ວປະເທດ, ຮັບປະກັນໃຫ້ທຸກໆປະຊາຊົນ ລ້ວນແຕ່ມີໂອກາດເຂົ້າເຖິງ ແລະ ຮັບຜົນປະໂຫຍດຈາກບັນດາການບໍລິການດິຈິຕອນທີ່ຈຳເປັນ.
ຕໍກັບເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ຫຼາກຫຼາຍນະໂຍບາຍສະເພາະຂະແໜງ ໄດ້ສືບຕໍ່ປະກາດໃຊ້. ຂໍ້ຕົກລົງສະບັບເລກທີ 1719/QĐ-TTg ລົງວັນທີ 14 ຕຸລາ 2021 ຂອງທ່ານນາຍົກລັດຖະມົນຕີ ອະນຸມັດຜ່ານ “ໂຄງການເປົ້າໝາຍແຫ່ງຊາດຂະຫຍາຍຕົວເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະປີ 2021 - 2030, ໄລຍະ I: ແຕ່ປີ 2021 ຮອດປີ 2025” ໄດ້ສະຫງວນແຫຼ່ງທຶນຮອນ ເພື່ອຂະຫຍາຍຕົວໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ, ການຫັນປ່ຽນດິຈິຕອນ ແລະ ຍົກສູງຄຸນນະພາບແຫຼ່ງບຸກຄະລາກອນ. ຂໍ້ຕົກລົງສະບັບເລກທີ 1087/QĐ-TTg ລົງວັນທີ 2 ຕຸລາ 2024 ຂອງທ່ານນາຍົກລັດຖະມົນຕີ ອະນຸມັດຜ່ານເຄົ້າໂຄງການ "ເພີ່ມທະວີການຫັນປ່ຽນດິຈິຕອນພາຍໃນຂົງເຂດວຽກງານຊົນເຜົ່າ ຮອດປີ 2030" ໄດ້ກຳນົດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ມີບົດບາດເປັນແກ່ນສານ; ກົນໄກ, ນະໂຍບາຍແມ່ນຮາກຖານ; ໂຄງລ່າງພື້ນຖານດິຈິຕອນແມ່ນໝາກຫົວແຫຼມບຸກທະລຸ.
ເມື່ອເບິ່ງພາຍໃນພາບລວມທັງໝົດຂອງລະບົບນະໂຍບາຍ ສາມາດເຫັນໄດ້ຈຸດໜຶ່ງອັນສະເໝີຕົ້ນສະເໝີປາຍ: ການຫັນປ່ຽນດິຈિຕອນຢູ່ ຫວຽດນາມ ແມ່ນບໍ່ໄດ້ຮັບການອອກແບບຕາມວິທີການບຸລິມະສິດໃຫ້ແກ່ເຂດທີ່ຂະຫຍາຍຕົວແລ້ວ ຈຶ່ງຄ່ອຍເປີດກວ້າງເທື່ອລະກ້າວໄປຫາເຂດທີ່ມີຄວາມຫຍຸ້ງຍາກ. ຕັ້ງແຕ່ຂັ້ນເລີ່ມຕົ້ນ, ບັນດາແຜນນະໂຍບາຍຂອງພັກ ແລະ ລັດ ໄດ້ວາງຄາດໝາຍຂະຫຍາຍຕົວຢ່າງຮອບດ້ານ, ໃນຂະນະດຽວກັນ ກໍໄດ້ສະຫງວນບັນດານະໂຍບາຍສະເພາະໃຫ້ແກ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແນໃສ່ຮັດແຄບໄລຍະຫ່າງການຂະຫຍາຍຕົວ. ຈາກຮາກຖານດັ່ງກ່າວ, ການຫັນປ່ຽນດິຈິຕອນ ໄດ້ຮັບການຫັນເປັນຮູບປະທຳດ້ວຍຫຼາກຫຼາຍໂຄງການ, ຮູບແບບຢູ່ທີ່ທ້ອງຖິ່ນ. ນີ້ແມ່ນຮາກຖານພາວະວິໄສ ເພື່ອຕີລາຄາປະສິດທິຜົນຂອງນະໂຍບາຍ, ແທນທີ່ຈະແມ່ນບັນດາການຮັບຮູ້ພຽງດ້ານດຽວ ອີງຕາມບັນດາປະກົດການສະເພາະບາງກໍລະນີ.
ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
ເມື່ອໂຄງລ່າງພື້ນຖານດິຈິຕອນ ໄດ້ເທື່ອລະກ້າວປົກຄຸມໄປຮອດເຂດຫ່າງໄກສອກຫຼີກ ແລະ ບັນດາເວທີການບໍລິການດິຈິຕອນ ນັບມື້ນັບເປັນທີ່ແຜ່ຫຼາຍ, ໄລຍະຫ່າງທາງດ້ານພູມສາດ - ທີ່ເຄີຍແມ່ນໜຶ່ງພາຍໃນສິ່ງກີດຂວາງທີ່ໃຫຍ່ຫຼວງທີ່ສຸດ ຕໍ່ກັບການຂະຫຍາຍຕົວ - ພວມຄ່ອຍໆໄດ້ຮັບການຮັດແຄບລົງ, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ຄວາມຮູ້ ແລະ ບັນດາການບໍລິການທີ່ຈຳເປັນ ຢ່າງສະເໝີພາບກວ່າເກົ່າ.
ຕາມການໃຫ້ຮູ້ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຮອດທ້າຍເດືອນກັນຍາ 2025, ເຄືອຂ່າຍອິນເຕີເນັດຄວາມໄວສູງເຄື່ອນທີ່ (mobile broadband) ໄດ້ປົກຄຸມຮອດ 99,88% ຂອງຈຳນວນບ້ານ, ຊ່ອງ; ເຄືອຂ່າຍ 4G ປົກຄຸມ 99,8% ຂອງປະຊາກອນ; 91,3% ຂອງຜູ້ໃຊ້ບໍລິການໂທລະສັບເຄື່ອນທີ່ ແມ່ນນຳໃຊ້ໂທລະສັບສະຫຼາດ (smartphone); 87,4% ຂອງຄົວເຮືອນ ໄດ້ຮັບການເຊື່ອມຕໍ່ສາຍກາບແກ້ວ (fiber optic). ບັນດາຕົວເລກເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າ ການຫັນປ່ຽນດິຈິຕອນ ໄດ້ເທື່ອລະກ້າວຜ່ານຜ່າສິ່ງກີດຂວາງທາງດ້ານພູມສາດ ເພື່ອໄປຮອດຫຼາກຫຼາຍເຂດຫ່າງໄກສອກຫຼີກ.
ຄຽງຄູ່ກັບການລົງທຶນໂຄງລ່າງພື້ນຖານ, ຫຼາກຫຼາຍທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາຮູບແບບສະໜັບສະໜູນທັກສະດິຈິຕອນ ຕັ້ງແຕ່ຂັ້ນຮາກຖານໂດຍກົງ, ຜ່ານທາງ ໜ່ວຍງານເຕັກໂນໂລຊີດິຈິຕອນຊຸມຊົນ, ຂະບວນການ “ລົບລ້າງຄວາມບໍ່ຮູ້ໜັງສືທາງດ້ານດິຈິຕອນ” ແລະ ກຳນົດກຳລັງສະມາຊິກຊາວໜຸ່ມ ທີ່ເຮັດໜ້າທີ່ແນະນຳປະຊາຊົນໂດຍກົງ ພາຍໃນການນຳໃຊ້ບໍລິການພາກລັດແບບອອນລາຍ, ການຊຳລະເງິນລະບົບດິຈິຕອນ ແລະ ບັນດາເວທີການບໍລິການດິຈິຕອນທີ່ຈຳເປັນ.
![]() |
| ຕາແສງ ບາດຊາດ (ແຂວງ ລາວດາຍ) ເປັນກຳລັງປະຈັນບານທົດລອງ ຮູບແບບ "ບ້ານດິຈິຕອນ" ຢູ່ທີ່ບັນດາບ້ານເຂດພູດອຍສູງ, ເຂດຊາຍແດນ. (ພາບ: ໜັງສືພິມ ລາວດາຍ) |
ລາວກາຍ ແມ່ນທ້ອງຖິ່ນຕົວແບບ ພາຍໃນການຜັນຂະຫຍາຍຮູບແບບ “ບ້ານດິຈິຕອນ” ແລະ “ພົນລະເມືອງດິຈິຕອນປະຈຳທ້ອງຖິ່ນ”. ໃນປີ 2026, ທາງແຂວງໄດ້ວາງຄາດໝາຍສ້າງຕັ້ງ “ພົນລະເມືອງດິຈິຕອນປະຈຳທ້ອງຖິ່ນ” ໃຫ້ໄດ້ປະມານ 1.200 ຄົນ ຢູ່ທີ່ບັນດາບ້ານ, ຊ່ອງ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ເຫຼົ່ານີ້ແມ່ນບັນດາປັດໄຈແກ່ນສານຢູ່ພາຍໃນຊຸມຊົນ, ທີ່ເຮັດໜ້າທີ່ແນະນຳປະຊາຊົນໂດຍກົງ ພາຍໃນການນຳໃຊ້ບໍລິການພາກລັດແບບອອນລາຍ, ການຊຳລະເງິນລະບົບດິຈິຕອນ ແລະ ບັນດາເວທີການບໍລິການດິຈິຕອນ (digital platforms). ວິທີການເຮັດແບບນີ້ ໄດ້ສະແດງໃຫ້ເຫັນວ່າ ການຫັນປ່ຽນດິຈິຕອນ ແມ່ນບໍ່ໄດ້ຢຸດຢູ່ພຽງແຕ່ການນຳເອົາເຕັກໂນໂລຊີໄປຫາປະຊາຊົນເທົ່ານັ້ນ, ແຕ່ແມ່ນການກໍ່ຕົວສະມັດຖະພາບດິຈິຕອນເທື່ອລະກ້າວ ຢູ່ພາຍໃນຊຸມຊົນໂດຍກົງ.
ການຫັນປ່ຽນດິຈິຕອນ ກໍພວມສ້າງບັນດາວິທີການຂະຫຍາຍຕົວໃໝ່ ໃຫ້ແກ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເປັນຕົ້ນແມ່ນພາຍໃນການເຊື່ອມຕໍ່ຕະຫຼາດ ແລະ ຍົກສູງຄຸນຄ່າຜະລິດຕະພັນ. ຫຼາກຫຼາຍຜະລິດຕະພັນກະສິກຳ, ຢາພື້ນເມືອງ, ຜະລິດຕະພັນ OCOP ຫຼື ຜະລິດຕະພັນຫັດຖະກຳມູນເຊື້ອ ທີ່ມີຄຸນນະພາບ ແຕ່ຜ່ານມາການຈຳໜ່າຍອອກແມ່ນຍັງຂຶ້ນກັບພໍ່ຄ້າຄົນກາງ ແລະ ບັນດາຊ່ອງທາງການຢາຍຜະລິດຕະພັນແບບມູນເຊື້ອເປັນຕົ້ນຕໍ. ວິສາຫະກິດເອເລັກໂຕຣນິກ (E-commerce) ແລະ ບັນດາເວທີການບໍລິການດິຈິຕອນ ພວມປ່ຽນແປງສະພາບຕົວຈິງດັ່ງກ່າວ.
ໄລເຈົາ (Lai Châu) ແມ່ນຕົວຢ່າງຕົວແບບອັນໜຶ່ງ. ຕາມການໃຫ້ຮູ້ຂອງຄະນະຊີ້ນຳການຫັນປ່ຽນດິຈິຕອນແຂວງ ໄລເຈົາ, ພຽງແຕ່ພາຍໃນໄຕມາດ I/2026, ມີຫົວໜ່ວຍ OCOP ແລະ ຄົວເຮືອນດຳເນີນທຸລະກິດ ຫຼາຍກວ່າ 200 ແຫ່ງ ຢູ່ເທິງບໍລິເວນແຂວງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວໄລຟ໌ສົດ (livestream) ຂາຍສິນຄ້າ; ຍອດລາຍຮັບການຂາຍຜະລິດຕະພັນກະສິກຳ ຜ່ານທາງສະພາບແວດລ້ອມດິຈິຕອນ ບັນລຸໄດ້ຫຼາຍກວ່າ 12 ຕື້ດົ່ງ, ເພີ່ມຂຶ້ນ 35% ເມື່ອປຽບທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນດາໝາກຜົນເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າ ປະຊາຊົນບໍ່ແມ່ນພຽງແຕ່ຜະລິດແລ້ວລໍຖ້າໃຫ້ຕະຫຼາດຊອກຫາມາເອງອີກຕໍ່ໄປ, ແຕ່ໄດ້ເທື່ອລະກ້າວເປັນເຈົ້າການແນະນຳຜະລິດຕະພັນ, ສ້າງຕັ້ງຍີ່ຫໍ້ ແລະ ເຊື່ອມຕໍ່ໂດຍກົງຫາຜູ້ບໍລິໂພກ.
ສະພາບແວດລ້ອມດິຈິຕອນ ຍັງໄດ້ເປີດກວ້າງໂອກາດການເຂົ້າເຖິງບັນດາການບໍລິການທີ່ຈຳເປັນ. ລະບົບຂໍ້ມູນການຮຽນດິຈິຕອນແຫ່ງຊາດ ພວມໄດ້ຮັບການສ້າງຕັ້ງໂດຍກະຊວງສຶກສາທິການ ແລະ ກໍ່ສ້າງ ແນໃສ່ຊ່ວຍໃຫ້ນັກຮຽນຢູ່ຫຼາກຫຼາຍທ້ອງຖິ່ນ ໄດ້ເຂົ້າເຖິງແຫຼ່ງຂໍ້ມູນການຮຽນທີ່ມີຄຸນນະພາບດີກວ່າເກົ່າ. ພາຍໃນຂົງເຂດສາທາລະນະສຸກ, ເຄົ້າໂຄງການກວດ, ປິ່ນປົວພະຍາດທາງໄກ ໄປກັບການຜັນຂະຫຍາຍປຶ້ມຕິດຕາມສຸຂະພາບເອເລັກໂຕຣນິກ ຢູ່ເທິງແອັບພລິເຄຊັນ VNeID ໄດ້ເທື່ອລະກ້າວຊ່ວຍໃຫ້ປະຊາຊົນເຂດຫ່າງໄກສອກຫຼີກ ເຂົ້າເຖິງບໍລິການສາທາລະນະສຸກໄດ້ສະດວກສະບາຍກວ່າເກົ່າ. ຢູ່ພາຍໃນຂົງເຂດວັດທະນະທຳ, ຂໍ້ຕົກລົງສະບັບເລກທີ 611/QĐ-TTg ລົງວັນທີ 4 ເມສາ 2026 ຂອງທ່ານນາຍົກລັດຖະມົນຕີ ອະນຸມັດຜ່ານເຄົ້າໂຄງການ “ການຫັນປ່ຽນດິຈິຕອນພາຍໃນຂົງເຂດວັດທະນະທຳ ຮອດປີ 2030, ວິໄສທັດຮອດປີ 2045” ໄດ້ເປີດໂອກາດອະນຸລັກຮັກສາ, ຫັນເປັນດິຈິຕອນ ແລະ ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳມູນເຊື້ອ ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ເທິງສະພາບແວດລ້ອມດິຈິຕອນ.
ບັນດາຫຼັກຖານອ້າງອີງ ແຕ່ແຜນນະໂຍບາຍ, ນະໂຍບາຍ ຕະຫຼອດຮອດຕົວຈິງການຜັນຂະຫຍາຍ ໄດ້ສະແດງໃຫ້ເຫັນວ່າ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແມ່ນບໍ່ໄດ້ຢູ່ນອກວິວັດທະນາການການຫັນປ່ຽນດິຈິຕອນ ຂອງຫວຽດນາມ. ແຕ່ການເປີດກວ້າງໂຄງລ່າງພື້ນຖານດິຈິຕອນ, ຍົກສູງທັກສະດິຈິຕອນ, ສ້າງວິທີການດຳລົງຊີວິດໃໝ່ ຕະຫຼອດຮອດການປັບປຸງຄວາມສາມາດການເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ອະນຸລັກຮັກສາວັດທະນະທຳ, ການປະຕິວັດອຸດສາຫະກຳ ຄັ້ງທີ ສີ່ ພວມເທື່ອລະກ້າວເປີດກວ້າງໂອກາດການຂະຫຍາຍຕົວໃຫ້ແກ່ພໍ່ແມ່ປະຊາຊົນ. ສິ່ງທີ່ສຳຄັນກວ່າ, ວິວັດທະນາການດັ່ງກ່າວ ພວມສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ ຫັນປ່ຽນຈາກທ່າທີຜູ້ຮັບຜົນປະໂຫຍດ ໄປເປັນການເຂົ້າຮ່ວມຢ່າງເປັນເຈົ້າການ, ເທື່ອລະກ້າວກາຍເປັນກຳລັງຮ່ວມເດີນທາງ ແລະ ສ້າງສາການຫັນປ່ຽນດິຈິຕອນ ຕັ້ງແຕ່ຂັ້ນຮາກຖານໂດຍກົງ.
ພາຍໃນສະພາບແວດລ້ອມທີ່ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນ ພວມກາຍເປັນກຳລັງຊຸກຍູ້ການຂະຫຍາຍຕົວແບບຍຸດທະສາດ ຂອງປະເທດຊາດ ຕາມຈິດໃຈມະຕິສະບັບເລກທີ 57-NQ/TW, ຄວາມຕ້ອງການທີ່ວາງອອກແມ່ນບໍ່ພຽງແຕ່ແມ່ນການສືບຕໍ່ລົງທຶນໂຄງລ່າງພື້ນຖານດິຈິຕອນ ຫຼື ການເຮັດໃຫ້ບັນດາບໍລິການດິຈິຕອນເປັນທີ່ແຜ່ຫຼາຍເທົ່ານັ້ນ, ແຕ່ຈຳເປັນຕ້ອງຫັນປ່ຽນຢ່າງແຮງແກ່ນ ຈາກຈິນຕະນາການສະໜັບສະໜູນການເຂົ້າເຖິງ ໄປເປັນການຍົກສູງສະມັດຖະພາບການເປັນເຈົ້າເຕັກໂນໂລຊີ. ສິ່ງດັ່ງກ່າວມີຄວາມໝາຍເທົ່າກັບ ການສືບຕໍ່ລົງທຶນໃຫ້ແກ່ແຫຼ່ງບຸກຄະລາກອນດિຈິຕອນ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ; ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນເປັນເຈົ້າການປະຍຸກໃຊ້ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ເຂົ້າພາຍໃນການຜະລິດ, ຊີວິດການເປັນຢູ່ ແລະ ອະນຸລັກຮັກສາເອກະລັກວັດທະນະທຳ; ພ້ອມທັງເສີມຂະຫຍາຍບົດບາດຂອງຊຸມຊົນເອງ ພາຍໃນການແຜ່ຂະຫຍາຍຄວາມຮູ້ດິຈິຕອນ ແລະ ສ້າງຕັ້ງສັງຄົມດິຈິຕອນຈາກຂັ້ນຮາກຖານ.
ເມື່ອທຸກໆປະຊາຊົນ, ໂດຍບໍ່ຈຳແນກຊົນເຜົ່າ, ບ່ອນຢູ່ອາໄສ ຫຼື ເງື່ອນໄຂຊີວິດການເປັນຢູ່, ລ້ວນແຕ່ມີໂອກາດຮ່ຳຮຽນ, ປະດິດສ້າງ, ຂະຫຍາຍຕົວການດຳລົງຊີວິດ ແລະ ປະກອບສ່ວນເຂົ້າພາຍໃນວິວັດທະນາການຂະຫຍາຍຕົວປະເທດຊາດ, ຄາດໝາຍ “ບໍ່ປະປ່ອຍໃຫ້ໃຜຖືກຖິ້ມໄວ້ທາງຫຼັງ” ຈຶ່ງຈະໄດ້ຮັບການຫັນເປັນຕົວຈິງຢ່າງແທ້ຈິງ. ນັ້ນກໍແມ່ນຄວາມໝາຍອັນເລິກເຊິ່ງ ຂອງການຫັນປ່ຽນດິຈິຕອນຢູ່ ຫວຽດນາມ ແລະ ແມ່ນຄຳຕອບທີ່ມີຄວາມເຫດຜົນໜັກແໜ້ນທີ່ສຸດ ຕໍ່ກັບທຸກໆຖ້ອຍທຳນອງບິດເບືອນ, ປະຕິເສດໝາກຜົນການຂະຫຍາຍຕົວຂອງປະເທດຊາດ ຕໍ່ກັບເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
| ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ ຍສໝ - ໃນວັນທີ 1 ກໍລະກົດ, “ສັບປະດາປຶ້ມຍີ່ປຸ່ນ” ພາຍໃຕ້ຫົວຂໍ້ “ຍີ່ປຸ່ນໃນທຸກໜ້າປຶ້ມ” ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ ຮ້ານປຶ້ມ ຟາຮາຊາ ຫງວຽນເຫວ້ (Fahasa Nguyễn Huệ), ນະຄອນ ໂຮ່ຈີມິນ. |
| ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ ຍສໝ - ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢ່າງເປັນທາງການ, ເຊິ່ງເປັນການເປີດສາກລະດູຮ້ອນອັນມີຄວາມໝາຍ ສາກົນ ສຳລັບຮຸ່ນເຍົາວະຊົນ ຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ຣູມານີ. |

