ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026

12:04 | 30/06/2026

ຍສໝ​ - ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ທີ່ສະນາມຫຼວງ ດົງກິງເຫງີຍທຸກ, ກະຊວງປ້ອງກັນຄວາມສະຫງົບ ສົມທົບຮ່ວມກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີມິດຕິງ ແລະ ການແຂ່ງຂັນແລ່ນມາລາທອນຂະບວນການ ເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມຈິດຮ່ວມໃຈກັນສ້າງຕັ້ງຕາແສງ, ແຂວງ, ເຂດພິເສດ ປອດຢາເສບຕິດ”. ສະຫາຍ ຟາມທິແທັງຈາ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ພິທີມິດຕິງ.

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່
ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ

ເຂົ້າຮ່ວມມີ ພົນໂທ ຫງວຽນວັນລອງ, ກຳມະການສູນກາງພັກ, ທຸຕິຍະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ນະຄອນ ຮ່າໂນ້ຍ.

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ແມ່ນກິດຈະກຳປະຈຳປີ ທີ່ປ່ຽມລົ້ນໄປດ້ວຍຄວາມໝາຍອັນຄຳສຳຄັນ, ຢັ້ງຢືນເຖິງຄວາມມຸ່ງໝັ້ນສູ້ຊົນຂອງທົ່ວລະບົບການເມືອງ ພາຍໃນວຽກງານການປຸກລະດົມກຳລັງແຮງສັງລວມຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນ ເຂົ້າຮ່ວມການສະກັດກັ້ນ, ຕໍ່ສູ້, ຕ້ານ ແລະ ຍູ້ຖອຍໄພສັງຄົມຢາເສບຕິດ.

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026
ບັນດາຜູ້ແທນເຂົ້າຮ່ວມພິທີມິດຕິງ. (ພາບ: ໜັງສືພິມກອງທັບປະຊາຊົນ)

ພິທີມິດຕິງປະຈຳປີ 2026 ໄດ້ຮັບການຈັດຕັ້ງຂຶ້ນຢ່າງເປັນລະບົບ ແລະ ພ້ອມເພງກັນ ບົນຂອບເຂດທົ່ວປະເທດ. ຈາກຈຸດເຊື່ອມຕໍ່ສູນກາງຢູ່ທີ່ສະນາມຫຼວງ ດົງກິງເຫງີຍທຸກ, ໂຄງການໄດ້ເຊື່ອມຕໍ່ທາງອອນລາຍໄປຍັງ 3.321 ຕາແສງ, ເມືອງ, ເຂດພິເສດ ໃນທົ່ວປະເທດ.

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026
ຮອງນາຍົກລັດຖະມົນຕີ ຟາມທິແທັງຈາ ປຸກລະດົມການສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026. (ພາບ: ໜັງສືພິມກອງທັບປະຊາຊົນ)

ກ່າວຄຳເຫັນຢູ່ທີ່ພິທີມິດຕິງ, ຮອງນາຍົກລັດຖະມົນຕີ ຟາມທິແທັງຈາ ໄດ້ເນັ້ນຢ້ຽມວ່າ: ລັດຖະບານກຳນົດວ່າ ວຽກງານການປ້ອງກັນ ແລະ ຕ້ານຢາເສບຕິດ ບໍ່ພຽງແຕ່ແມ່ນໜ້າທີ່ຂອງກຳລັງສະເພາະກິດເທົ່ານັ້ນ ແຕ່ຍັງແມ່ນສະຕິຮັບຜິດຊອບລວມຂອງທົ່ວສັງຄົມ, ໂດຍຖືເອົາການສະກັດກັ້ນ (ການປ້ອງກັນ) ເປັນຕົ້ນຕໍ, ຖືເອົາບໍລິເວນຮາກຖານເປັນຈຸດສຸມ, ຖືເອົາປະຊາຊົນເປັນເຈົ້າການ ພາຍໃນການສ້າງສາສະພາບແວດລ້ອມແຫ່ງການດຳເນີນຊີວິດອັນປອດໄພ ແລະ ປອດຢາເສບຕິດ.

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026
ມອບທຶນຮອນຊ່ວຍເຫຼືອຕາມນະໂຍບາຍ ໃຫ້ແກ່ວິສາຫະກິດທີ່ນຳໃຊ້ແຮງງານແມ່ນຜູ້ຜ່ານການບຳບັດຢາເສບຕິດ ແລະ ເປົ້າໝາຍແມ່ນຜູ້ຜ່ານການບຳບັດຢາເສບຕິດ. (ພາບ: ໜັງສືພິມກອງທັບປະຊາຊົນ)

ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທົ່ວປວງຊົນໃນທົ່ວປະເທດ ຈົ່ງຮ່ວມແຮງຮ່ວມໃຈກັນປະຕິບັດດ້ວຍຄວາມມຸ່ງໝັ້ນສູ້ຊົນອັນດຽວກັນ ເພື່ອປະເທດ ຫວຽດນາມ ທີ່ປອດຢາເສບຕິດ. ປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນຮຸ່ນຄົນໜຸ່ມ, ຈົ່ງປະຕິບັດໃຫ້ດີຕາມສານຄຳຂວັນ “ສາມມີ”: ມີຄວາມຮັບຮູ້ກ່ຽວກັບໂທດໄພຂອງຢາເສບຕິດ, ມີຄຸນທາດກ້າເວົ້າຄຳວ່າບໍ່ຕໍ່ກັບຢາເສບຕິດ, ມີສະຕິຮັບຜິດຊອບພາຍໃນການປ້ອງກັນ ແລະ ຕ້ານຢາເສບຕິດ ແລະ “ສາມບໍ່": ບໍ່ທົດລອງເສບຢາເສບຕິດ, ບໍ່ລະເມີດກົດໝາຍກ່ຽວກັບຢາເສບຕິດ, ບໍ່ເປັນຫູເປັນຕາ (ບໍ່ໃຫ້ການຮ່ວມມື) ໃຫ້ແກ່ອາດຊະຍາກອນຢາເສບຕິດ; ໃນຂະນະດຽວກັນ ກໍໄດ້ປຸກລະດົມຂະບວນການເຄື່ອນໄຫວໃນທົ່ວປະເທດ: ຮ່ວມຈິດຮ່ວມໃຈກັນສ້າງຕັ້ງຕາແສງ, ແຂວງ, ເຂດພິເສດ ປອດຢາເສບຕິດ - ເພື່ອສຸຂະພາບຂອງປະຊາຊົນ, ເພື່ອອະນາຄົດຂອງຮຸ່ນຄົນໜຸ່ມ, ເພື່ອການຂະຫຍາຍຕົວຢ່າງຍືນຍົງຂອງປະເທດຊາດ.

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026
ພິທີມິດຕິງໄດ້ຮັບການຖ່າຍທອດສົດທາງອອນລາຍ ໄປຍັງ 33 ຈຸດເຊື່ອມຕໍ່ (ຈຸດຂົວທາງ) ໃນທົ່ວປະເທດ. (ພາບ: ໜັງສືພິມກອງທັບປະຊາຊົນ)

ຖັດຈາກພິທີມິດຕິງທັນທີ ແມ່ນການແຂ່ງຂັນແລ່ນມາລາທອນຂະບວນການ “ຮ່ວມຈິດຮ່ວມໃຈກັນສ້າງຕັ້ງຕາແສງ, ແຂວງ, ເຂດພິເສດ ປອດຢາເສບຕິດ” ໂດຍມີການເຂົ້າຮ່ວມ ຂອງບັນດານັກກິລາ ທີ່ເປັນຜູ້ແທນ ກໍຄືມວນຊົນປະຊາຊົນຢ່າງຫຼວງຫຼາຍ ບົນບໍລິເວນ 34 ແຂວງ, ນະຄອນ. ພາຍໃນນັ້ນ, ເສັ້ນທາງແລ່ນຢູ່ທີ່ຈຸດເຊື່ອມຕໍ່ສູນກາງ ແມ່ນໄດ້ຮັບການຈັດວາງລຽບຕາມໜອງ ຮ່ວານກ໋ຽມ (ຮ່າໂນ້ຍ).

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026
ຢູ່ທີ່ບໍລິເວນໜອງ ຮ່ວານກ໋ຽມ, ນັກກິລາຫຼາຍພັນຄົນເຂົ້າຮ່ວມການແຂ່ງຂັນແລ່ນມາລາທອນຂະບວນການ ພາຍຫຼັງພິທີມິດຕິງ. (ພາບ: ໜັງສືພິມກອງທັບປະຊາຊົນ)

ຕາມແຜນການ, ແຕ່ເວລາ 20 ໂມງ ຫາ 21 ໂມງ 30 ນາທີ ຂອງວັນດຽວກັນ ຈະມີການດຳເນີນໂຄງການສິລະປະພິເສດ ເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ຢູ່ທີ່ສະນາມຫຼວງ ດົງກິງເຫງີຍທຸກ. ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງ ແລະ ປະດິດສ້າງຂຶ້ນ ເພື່ອສະທ້ອນໃຫ້ເຫັນເຖິງຜົນກະທົບອັນໜັກໜ່ວງ ທີ່ເກີດມາຈາກຢາເສບຕິດ, ໃນຂະນະດຽວກັນ ກໍພັນລະນາເຖິງເສັ້ນທາງການເດີນຊີວິດ ຂອງບັນດາຜູ້ທີ່ເຄີຍຕົກຢູ່ໃນວັງວົນຂອງຢາເສບຕິດ ທີ່ສາມາດກ້າວຂ້າມຜ່ານສິ່ງກີດຂວາງ ແລະ ກັບຕົວມາສ້າງສາຊີວິດໃໝ່; ຜ່ານນັ້ນ ແມ່ນເພື່ອປຸກລະດົມຄວາມເຊື່ອໝັ້ນ, ຈິດໃຈສູ້ຊົນ ແລະ ຄວາມມຸ່ງມາດປາດຖະໜາພາຍໃນການສ້າງຕັ້ງຊຸມຊົນ ທີ່ປອດຢາເສບຕິດ.

ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຮ່ວມເດີນທາງຄຽງຄູ່ກັບ ວິງລອງ ຂະຫຍາຍການຮ່ວມມື ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຮ່ວມເດີນທາງຄຽງຄູ່ກັບ ວິງລອງ ຂະຫຍາຍການຮ່ວມມື

ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ.

ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ

ຍສໝ - ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ຄະນະຜູ້ແທນແຂວງ ວິງລອງ ໂດຍແມ່ນທ່ານ ເຈິ່ນຈີກວາງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ Esuhai ຈຳກັດ ແນໃສ່ຊຸກຍູ້ການຮ່ວມມືພາຍໃນຂົງເຂດແຮງງານ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ