ຫວຽດ​ນາມ ລອດ​ເຂົ້າ​​ກຸ່ມ 10 ປະ​ເທດ​ທີ່​​ສະ​ໜອງ​ສິນ​ຄ້າຫຼາຍ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ ອີ​ຢູ

06:30 | 28/10/2021

ສັນຍາ EVFTA ສວມບົດບາດສຳຄັນ, ສ້າງກຳລັງຢືດຢຸ່ນໃຫ້ແກ່ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໃນສະພາບເປັນປົກກະຕິໃໝ່ ແລະ ຍາດແຍ່ງກາລະໂອກາດໃໝ່ ຕໍ່ໜ້າທ່າອ່ຽງຟື້ນຟູເສດຖະກິດທົ່ວໂລກ. ນີ້ແມ່ນເນື້ອໃນໄດ້ເນັ້ນໜັກຢູ່ເວທີປາໄສການຄ້າ ຫວຽດນາມ - ສະຫະພາບເອີຣົບ ເຊິ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ.

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ
ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ
ຫວຽດ​ນາມ ລອດ​ເຂົ້າ​​ກຸ່ມ 10 ປະ​ເທດ​ທີ່​​ສະ​ໜອງ​ສິນ​ຄ້າຫຼາຍ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ ອີ​ຢູ
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງແອັງ ກ່າວຄຳເຫັນທີ່ເວທີປາໄສ.ພາບ: TTXVN

ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຢູ ໃນພາກພື້ນ ອາຊຽນ ແລະ ຖືກຈັດເຂົ້າໃນກຸ່ມ 10 ປະເທດທີ່ສະໜອງສິນຄ້າຫຼາຍທີ່ສຸດໃຫ້ຕະຫຼາດນີ້, ດ້ວຍສິນຄ້າປະເພດຕ່າງໆຄື ຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ… ເຫຼົ່ານີ້ເປັນຕົ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນກຳລັງແຂ່ງຂັນ ແລະ ອັດຕາສ່ວນສິນຄ້າຂອງ ຫວຽດນາມ ໃນຕະຫຼາດທີ່ເຄັ່ງຄັດນີ້ໄດ້ຮັບການປົວແປງຂຶ້ນຢ່າງເຫັນໄດ້ຊັດ. ນີ້ແມ່ນບ່ອນອີງໃຫ້ແກ່ການຢືດຢຸ່ນທາງການຄ້າ, ການລົງທຶນຂອງ ຫວຽດນາມ ແລະ ອີຢູ ໃນໄລຍະເກີດໂລກລະບາດ ກໍຄື ໃນໄລຍະຟື້ນຟູ. ລະອຽດ, ເຖິງວ່າການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງບັນດາເຂດສົ່ງອອກຈຸດສຸມພາກໃຕ້ ຫວຽດນາມ ກໍຕາມ, ແຕ່ 9 ເດືອນຜ່ານມາ, ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ອີຢູ ຍັງມີການເຕີບໂຕພໍສົມຄວນ, ນັບທັງເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ ບັນລຸ 41,3 ຕື້ USD ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຈຳນວນໂຄງການລົງທຶນຊັກຊ້າລົງ ແຕ່ຍັງຮັກສາໄວ້ໄດ້ກວ່າ 2.200 ໂຄງການ, ເພີ່ມຂຶ້ນ 164 ໂຄງການ ເມື່ອທຽບໃສ່ໄລຍະດຽວກັນ ດ້ວຍທຶນຈົດທະບຽນບັນລຸກວ່າ 22,2 ຕື້ USD.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງແອັງ ເນັ້ນໜັກວ່າ: “ການຄ້າເອເລັກໂຕນິກໄດ້ກາຍເປັນຈຸດພົ້ນເດັ່ນ ໃນຂະນະທີ່ແບບວິທີການຄ້າທີ່ມີມາແຕ່ດົນນານຖືກຈຳກັດຍ້ອນໂລກລະບາດ. ລັດຖະບານຫຼາຍປະເທດໃນໂລກເວົ້າລວມ, ບັນດາປະເທດ ອີຢູ ແລະ ຫວຽດນາມ ເວົ້າສະເພາະໄດ້ວາງມາດຕະການຊຸກຍູ້ເສດຖະກິດດີຈີຕອນ, ພິເສດແມ່ນການຄ້າເອເລັກໂຕນິກ, ກາຍເປັນໜຶ່ງໃນບັນດາຂົງເຂດທີ່ໃຫ້ບຸລິມະສິດໃນຍຸດທະສາດຟື້ນຟູເສດຖະກິດຫຼັງໂລກລະບາດ, ເປີດແງ່ຫວັງແກການແລກປ່ຽນຄ້າຂາຍຂ້າມຊາຍແດນທີ່ມີຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງ”.

vovworld.vn

ເຫດການ
302 Found

Found

The document has moved here.