ກອ​ງ​ທຶນປົກ​ປ້ອງ​ເດັກ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

18:06 | 21/10/2021

ຕາມຂໍ້ມູນຈາກກອງທຶນປົກປ້ອງເດັກ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 18 ຕຸລາ, ກອງທຶນໄດ້ຊ່ວຍເຫຼືອເງິນຈຳນວນເກືອບ 7,8 ຕື້ດົ່ງໃຫ້ແກ່ເດັກກຳພ້າກວ່າ 1500 ຄົນ ຍ້ອນໂລກລະບາດໂຄວິດ - 19; ຊ່ວຍເຫຼືອເງິນສົດ ແລະ ວັດຖຸໃຫ້ແກ່ເດັກ 12.800 ຄົນ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ດ້ວຍມູນຄ່າກວ່າ 7 ຕື້ດົ່ງ.

ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊ່ວຍ​ເຫຼືອຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກລ​າວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊ່ວຍ​ເຫຼືອຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກລ​າວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ກອ​ງ​ທຶນປົກ​ປ້ອງ​ເດັກ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
(ພາບປະກອບ: TTXVN)

ດ້ວຍທິດນຳທີ່ວ່າ ບໍ່ປະໃຫ້ເດັກກຳພ້າຄົນໃດບໍ່ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ ແລະ ປົກປ້ອງ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຊີ້ນຳກອງທຶນປົກປ້ອງເດັກ ຫວຽດນາມ ຂົນຂວາຍປຸກລະດົມຜູ້ອຸປະຖຳຮ່ວມເດີນທາງພ້ອມກັບກອງທຶນຊ່ວຍເຫຼືອເດັກກຳພ້າຍ້ອນໂລກລະບາດໂຄວິດ - 19 ຢ່າງທັນການ.

ໃນໄລຍະຈະມາເຖິງ, ກອງທຶນປົກປ້ອງເດັກ ຫວຽດນາມ ຈະສືບຕໍ່ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແຂວງ, ນະຄອນແຫ່ງຕ່າງໆ ຜັນຂະຫຍາຍການຊ່ວຍເຫຼືອເດັກກຳພ້າ, ກຳພອຍຈາກໂລກລະບາດໂຄວິດ - 19.

ຄາດວ່າ ຮອດວັນທີ 31 ທັນວາ, ຈະມີເດັກກຳພ້າຍ້ອນໂລກລະບາດໂຄວິດ - 19 ປະມານ 2.500 ຄົນໄດ້ຮັບການໜູນຊ່ວຍຈາກກອງທຶນດັ່ງກ່າວ ດ້ວຍຍອດມູນຄ່າຊ່ວຍເຫຼືອຂຶ້ນເຖິງກວ່າ 14 ຕື້ດົ່ງ.

vovworld.vn

ເຫດການ
302 Found

Found

The document has moved here.