ຮັບ​ມື​ຢ່າງ​ປອດ​ໄພ, ກຽມ​ພ້ອ​ມ​​ເປີດ​ປະ​ຕູ ແລະ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​​ເສດ​ຖະ​ກິດ

14:06 | 07/10/2021

ບົນພື້ນຖານການຜັນແປຕົວຈິງ ແລະ ບົດຮຽນປະສົບການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງຢູ່ພາຍໃນປະເທດ ແລະ ໃນໂລກ, ຫວຽດນາມ ໄດ້ດັດປັບ ແລະ ພວມຕັ້ງໜ້າຜັນຂະຫຍາຍຍຸດທະສາດໃໝ່ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ຫັນເປົ້າໝາຍ “ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19” (Zero Covid) ໄປສູ່ເປົ້າໝາຍ ປັບຕົວໃຫ້ແທດເໝາະ ແລະ ດຳລົງຊີວິດຢູ່ຮ່ວມກັບໂລກລະບາດໂຄວິດ - 19 ຢ່າງປອດໄພ, ສ້າງເງື່ອນໄຂໃຫ້ແກ່ການເປີດປະຕູ ແລະ ຟື້ນຟູການເຄື່ອນໄຫວດ້ານເສດຖະກິດເທື່ອລະກ້າວ.

ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່ບັກ​ຢາງໄດ້​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 4 ຕຸ​ລາ ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່ບັກ​ຢາງໄດ້​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 4 ຕຸ​ລາ
ປະ​ກອບ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດແລະຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ​ຊາຍໃຫ້​ແກ່​ຊາວ​ໜຸ່ມຫວຽດ​ນາມ ປະ​ກອບ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດແລະຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ​ຊາຍໃຫ້​ແກ່​ຊາວ​ໜຸ່ມຫວຽດ​ນາມ
ພາບປະກອບ
ພາບປະກອບ

ຮັບມືຢ່າງປອດໄພເພື່ອເປີດປະຕູ ແລະ ຟື້ນຟູການເຄື່ອນໄຫວເສດຖະກິດເທື່ອລະກ້າວ ແມ່ນການດັດປັບສຳຄັນໃນຍຸດທະສາດຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ. ວິທີການສຳຜັດໃໝ່ນີ້ແມ່ນເໝາະສົມ, ຄ້າຍຄືກັນກັບຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ພວມນັບມື້ນັບໄດ້ຮັບການຜັນຂະຫຍາຍຈາກຫຼາຍປະເທດຢູ່ພາກພື້ນ ແລະ ໃນໂລກ.

ຮັບມືໂລກລະບາດໂຄວິດ - 19 ຢ່າງປອດໄພ

ຕາມທ່ານນາງຮອງສາສະດາຈານ, ປ.ອ ຫງວຽນທິລຽນເຮືອງ, ຫົວໜ້າກົມຄຸ້ມຄອງສິ່ງແວດລ້ອມທາງການແພດ - ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ການຮັບມືຢ່າງປອດໄພ ມີຄວາມໝາຍວ່າບໍ່ເດີນຕາມເປົ້າໝາຍ “ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19, ແຕ່ຍອມຮັບວ່າ ມີຜູ້ຕິດເຊື້ອຈຳນວນໜຶ່ງໃນຊຸມຊົນ, ແຕ່ຕ້ອງຮັບປະກັນຄວາມປອດໄພດ້ານຊີວິດອິນຊີໃຫ້ແກ່ປະຊາຊົນ ແລະ ສືບຕໍ່ມີການເຄື່ອນໄຫວພັດທະນາເສດຖະກິດສັງຄົມ, ການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນ.

ຢູ່ທີ່ກອງປະຊຸມສະໄໝສາມັນປະຈຳເດືອນ ກັນຍາ 2021 ຂອງລັດຖະບານ ທີ່ຈັດຂຶ້ນໃນວັນທີ 2 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ສ່ວນຫຼວງຫຼາຍແມ່ນອີງໃສ່ໝາກຜົນຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ອີງຕາມສະພາບການ, ທ່າອ່ຽງ ແລະ ບົດຮຽນປະສົບການສາກົນ, ອີງຕາມຈຸດພິເສດຂອງສະພາບການໂລກລະບາດ, ກຳລັງຄວາມສາມາດທາງການແພດ, ບົດຮຽນປະສົບການໃນພຶດຕິກຳຕົວຈິງ ແລະ ໝາກຜົນ, ຂະບວນການສັກວັກຊິນ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນການດຳລົງຊີວິດ; ບົນພື້ນຖານການໄຈ້ແຍກວິທະຍາສາດໃນຫຼາຍດ້ານ, ການທາບທາມຄຳເຫັນຈາກຫຼາຍອົງການຈັດຕັ້ງ, ນັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ, ຫວຽດນາມ ມີພື້ນຖານຢ່າງຄົບຖ້ວນເພື່ອຫັນປ່ຽນທິດຍຸດທະສາດໄປສູ່: ການຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ໃນນັ້ນການແຍກຕົວ, ວິໄຈຫາເຊື້ອ ແລະ ປິ່ນປົວຍັງແມ່ນເສົາຫຼັກຕົ້ນຕໍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ:

ຍັງຕ້ອງຕິດແທດ 3 ເສົາຫຼັກເຊິ່ງພວກເຮົາໄດ້ຢັ້ງຢືນ: ທີ 1 ແມ່ນແຍກຕົວ, ທີ 2 ແມ່ນວິໄຈຫາເຊື້ອ, ແລະ ທີ 3 ແມ່ນການປິ່ນປົວ ແລະ ເບິ່ງແຍງດູແລ. ການແຍກຕົວນັ້ນຕ້ອງຢູ່ໃນຂອບເຂດຈຳກັດຮັດແຄບທີ່ສຸດ, ແຕ່ຕ້ອງປະຕິບັດຢ່າງເຂັ້ມງວດ ແລະ ຄວບຄຸມໃຫ້ເປັນຢ່າງດີ. ສ່ວນການວິໄຈຫາເຊື້ອແມ່ນຕ້ອງປະຕິບັດໂດຍໄວ, ມີວິທະຍາສາດ, ເໝາະສົມ ແລະ ມີປະສິດທິຜົນ. ເສົາຫຼັກທີ 3 ກ່ຽວກັບການປິ່ນປົວນັ້ນ ຕ້ອງຈຳແນກການເບິ່ງແຍງ, ປິ່ນປົວໂດຍໄວ, ທາງໄກ, ນັບແຕ່ຂັ້ນຮາກຖານ, ເພື່ອໃຫ້ຜູ້ຕິດເຊື້ອບໍ່ມີອາການເຈັບໜັກ ແລະ ບໍ່ພາໄປເຖິງການເສຍຊີວິດ. ຈາກ 3 ເສົາຫຼັກດັ່ງກ່າວ ພວກເຮົາກໍ່ໄດ້ຍົກອອກສູດໜຶ່ງ ເພື່ອໃຫ້ພວກເຮົາປະຕິບັດຕາມນັ້ນແມ່ນ: 5 ປະການ + ວັກຊິນ + ຢາປິ່ນປົວ + ເຕັກໂນໂລຢີ ແລ້ວນັ້ນ, ສຸດທ້າຍແມ່ນສະຕິຄວາມຮັບຮູ້ຂອງ ປະຊາຊົນ.

ໂດຍຢັ້ງຢືນການເປີດປະຕູພື້ນຖານເສດຖະກິດຄືນໃໝ່ ແມ່ນຄວາມຮຽກຮ້ອງຕ້ອງການທີີ່ຮີບດ່ວນ, ແຕ່ພ້ອມກັນນັ້ນທ່ານນາຍົກລັດຖະມົນຕີ ກໍ່ເຕືອນວ່າ ການເປີດປະຕູຕ້ອງລະມັດລະວັງ, ມີແຜນການ, ມີຂັ້ນຕອນທີ່ເໝາະສົມ, ມີປະສິດທິຜົນ, ປະຕິບັດເທື່ອລະກ້າວ ແລະ ມີໄຫວພິບໃນການນຳໃຊ້ໃຫ້ແກ່ແຕ່ລະທ້ອງຖິ່ນ, ຮັບປະກັນຄວາມລົງຕົວລະຫວ່າງການເປີດປະຕູ ແລະ ຄວາມປອດໄພໂລກລະບາດ.

ກຽມພ້ອມເປີດປະຕູ, ຟື້ນຟູການເຄື່ອນໄຫວເສດຖະກິດ

ໄປຄຽງຄູ່ກັບຄວາມມານະພະຍາຍາມໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ, ຫວຽດນາມ ກໍ່ໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍວຽກງານຢ່າງຕັ້ງໜ້າເພື່ອກະກຽມໃຫ້ແກ່ການເປີດປະຕູ, ຟື້ນຟູການຜະລິດ. ວັນທີ 3 ຕຸລາທີ່ຜ່ານມາ, ລັດຖະບານໄດ້ປະກາດໃຊ້ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຟື້ນຟູການຜະລິດຢູ່ບັນດາເຂດອຸດສາຫະກຳ ໃນສະພາບການຕ້ານໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ວິສາຫະກິດເຫັນດີເປັນເອກະພາບກັບຄະນະກຳມະການປະຊາຊົນແຂວງ, ນະຄອນກ່ຽວກັບວິທີການຜະລິດ, ການເດີນທາງໄປມາ, ກິນຢູ່ຂອງຜູ້ອອກແຮງງານ ເມື່ອຟື້ນຟູການຜະລິດໃນສະພາບການຮັບມືກັບໂລກລະບາດໂຄວິດ - 19. ວິທີການຕ່າງໆເຫຼົ່ານັ້ນຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການທີ່ໂລກລະບາດຍັງມີການຜັນແປຢ່າງສັບສົນ.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ໃນບາດກ້າວກະກຽມໃຫ້ແກ່ການເປີດປະຕູຄືນໃໝ່, ໃນຫຼາຍເດືອນຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍນະໂຍບາຍ “ໜັງສືຜ່ານແດນວັກຊິນ” (ໜັງສືຜ່ານແດນ ສຸຂະພາບສາທາລະນະສຸກ) ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ນັກຊ່ຽວຊານ, ຄູ່ຮ່ວມມື, ນັກລົງທຶນຕ່າງປະເທດມາເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ຊອກຮູ້ຕະຫຼາດຢູ່ຫວຽດນາມ… ສ້າງກຳລັງໜູນໃຫ້ແກ່ການເຄື່ອນໄຫວດ້ານເສດຖະກິດຕື່ມອີກ. ທ່ານນາງ ຫງວຽນທິເຮືອງລານ ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດໜ່ວຍງານຮັບຜິດຊອບການຜັນຂະຫຍາຍໂຄງການໜັງສືຜ່ານແດນສຸຂະພາບທາງການແພດ, ຢັ້ງຢືນວ່າ:

ຄວາມສຳຄັນຂອງນະໂຍບາຍໜັງສືຜ່ານແດນ ວັກຊິນໃນຍຸດທະສາດຟື້ນຟູເສດຖະກິດ ເມື່ອຄວບຄຸມໂລກລະບາດໄດ້ແລ້ວ, ພັກ, ລັດ, ລັດຖະບານໄດ້ສະແດງໃຫ້ເຫັນຢູ່ເອກະສານສຳຄັນຫຼາຍສະບັບ. ໃນນັ້ນ, ກຳນົດການຮັບຮອງເອົາ ໜັງສືຜ່ານແດນວັກຊິນ ຂອງຕ່າງປະເທດແມ່ນພື້ນຖານ ເພື່ອວາງແຜນກຳນົດ ນະໂຍບາຍເຂົ້າເມືອງໃໝ່, ເພີ່ມທະວີການດຶງດູດ, ສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ນັກຊ່ຽວຊານ, ນັກລົງທຶນ, ຊາວຕ່າງປະເທດເຂົ້າເມືອງ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຄວບຄູ່ຢ່າງມີໄຊ, ຮັບໃຊ້ການພັດທະນາເສດຖະກິດໃນໄລຍະຈະມາເຖິງ.

ທ່ານຫວູຕຽນລົກ, ປະທານສູນກຳມະການສາກົນ ຫວຽດນາມ (VIAC) ພ້ອມກັບນັກຊ່ຽວຊານດ້ານເສດຖະກິດຫຼາຍຄົນໄດ້ໃຫ້ຂໍ້ສັງເກດຄືກັນວ່າ: ລັດຖະບານ ແລະ ນາຍົກລັດຖະມົນຕີ ພວມສົ່ງສານໄປເຖິງປະຊາຊົນທຸກຖ້ວນໜ້າກໍ່ຄືປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດມີຄວາມຕັດສິນໃຈ ແລະ ວິທີການຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ເຊື້ອໄວຣັດ Sars-CoV-2 ບໍ່ສາມາດເຮັດໃຫ້ຫວຽດນາມ ຕ້ອງປິດປະຕູພື້ນຖານເສດຖະກິດ. ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ແມ່ນສະຖານທີ່ດູດດື່ມແຖວໜ້າຂອງນັກລົງທຶນສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.