ກອງປະຊຸມ AMM-56: ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພົບປະກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດ

10:55 | 22/09/2023

ຍສໝ - ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນກັບບັນດາປະເທດ ເກາະໃນພາກພື້ນປາຊີຟິກໃຕ້ນີ້, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ສິນໃນນຳ້ - ສິນທະເລ

ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ
ກອງປະຊຸມ AMM-56: ຫວຽດນາມ - ລາວ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ກອງປະຊຸມ AMM-56: ຫວຽດນາມ - ລາວ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ
ກອງປະຊຸມ AMM-56: ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພົບປະກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ທີ່ກອງປະຊຸມ AMM 56

(ພາບ:TTXVN)

ວັນທີ 17 ກໍລະກົດ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 56 (AMM-56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈັດຕັ້ງຢູ່ ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບລັດຖະມົນຕີບັນດາປະເທດ, ຄື: ປາປົວນິວກີເນ, ການາດາ, ຕວກກີ.

ທີ່ການພົບປະກັບນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ປາປົວນິວກີເນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນກັບບັນດາປະເທດ ເກາະໃນພາກພື້ນປາຊີຟິກໃຕ້ນີ້, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ສິນໃນນຳ້ - ສິນທະເລ, ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

ສ່ວນໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ Mekanie Joly, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຊົມເຊີຍ ຍຸດທະສາດມະຫາສະມຸດ ອິນເດຍ - ປາຊີຟິກ ຂອງລັດຖະບານ ການາດາ ແມ່ນຍົກສູງບົດບາດໃຈກາງຂອງ ອາຊຽນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ສະເໜີໃຫ້ ການາດາ ສືບຕໍ່ສ້າງຄວາມສະດວກ ແລະ ສະໜອງທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ຕື່ມອີກ; ພ້ອມທັງ ໜູນຊ່ວຍພົນລະເມືອງ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ທຳມະຫາກິນຢູ່ ການາດາ.

ຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Hakan Fidan, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາວິສາຫະກິດຂອງ ຕວກກີ ຍູ້ແຮງການດຳເນີນທຸລະກິດ ແລະ ລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ສອງຝ່າຍອາດຈະໜູນຊ່ວຍກັນໄດ້. ສ່ວນທ່ານລັດຖະມົນຕີ Hakan Fidan ຢັ້ງຢືນວ່າ: ເລື່ອງຫວຽດນາມ ຈັດສົ່ງກຳລັງໄປຍັງຕວກກີ ເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບໃນເຫດແຜ່ນດິນໄຫວເກີດຂຶ້ນໃນເດືອນກຸມພາ ຜ່ານມາແມ່ນປະກົດການທີ່ມີຊີວິດຊີວາ ໃຫ້ແກ່ນ້ຳໃຈສາມັກຄີລະຫວ່າງສອງປະເທດ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.