ປະ​ກອບ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດແລະຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ​ຊາຍໃຫ້​ແກ່​ຊາວ​ໜຸ່ມຫວຽດ​ນາມ

07:07 | 06/10/2021

ຍ​ສ​ໝ - ວັນ​ທີ 4 ຕຸ​ລາ, ອົງ​ການສ​ປ​ຊກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງຊາຍແລະມອບ​ສິດ​ໃຫ້​ແກ່ແມ່​ຍິງ (UN Women) ​ສົມ​ທົບ​ກັບ​ສູນ​ຄົ້​ນ​ຄ້​ວາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (CSDS) ແລະ CEDLink ໄດ້​ໄຂ​ການ​ແຂ່ງ​ຂັນ Cyber S- ລຸ້ນ S: ຄວາມ​ປອດ​ໄພແລະຄວາມ​ສະ​ເໝີ​ພາບ​ທາງ​ອິນ​ເຕີ​ເນັດ.

“Vietnam Stories”  ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ “Vietnam Stories” ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ
ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ປະ​ກອບ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດແລະຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ​ຊາຍໃຫ້​ແກ່​ຊາວ​ໜຸ່ມຫວຽດ​ນາມ
ພິ​ທີ​ໄຂການ​ແຂ່ງ​ຂັນ Cyber S- ລຸ້ນ S: ຄວາມ​ປອດ​ໄພແລະຄວາມ​ສະ​ເໝີ​ພາບ​ທາງ​ອິນ​ເຕີ​ເນັດ (ພາບ: baoquocte)

ການ​ແຂ່ງ​ຂັນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ບັນ​ດາ​ເພື່ອນ​ໜຸ່ມຫວຽດ​ນາມຍົກ​ສູງ​ຄວາມ​ຮູ້​ກ່ຽ​ວ​ກັບ​ຄວາມ​ສະ​ເໝີ​ພາບລະ​ຫວ່າງ​ຍິງຊາຍກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ເນັດ, ຍົ​ກ​ອອກ​ສຽງ​ເວົ້າ​ຂອງ​ຕົນໄປ​ຍັງ​ປະ​ຊາ​ຄົມ​ສາ​ກົນ, ຖ່າຍທອດແຫຼ່ງ​ບັນ​ດານ​ໃຈກ່ຽວ​ກັບເຂດ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທີ່​ປອດ​ໄພ, ປອດ​ໄສແລະມີ​ຄວາມ​ສະ​ເໝີ​ພາບ.

ການ​ແຂ່ງ​ຂັນ​ໄດ້​ດຳ​ເນີນ​ນັບ​ແຕ່​ເດືອນກັນ​ຍາຫາ​ເດືອນພະ​ຈິກປີ 2021, ລວມ​ມີ 3 ການ​ເຄື່ອນ​ໄຫວຫຼັກ: ຝຶກ​ອົບ​ຮົບ​ຄວາມ​ຮູ້ກ່ຽວ​ກັບ​ເພດ, ຄວາມ​ປອດ​ໄພ​ໃນ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ການສື່ສານສຳລັບ​ຊາວ​ໜຸ່ມ, ນັກ​ສຶກ​ສາແລະຜູ້​ປະ​ດິດ​ສ້າງ​ເນື້ອ​ໃນ​ທາງ​ສື່​ສັງ​ຄົມ​ອອນ​ລາຍ, ແນະ​ນຳ​ໃຫ້​ແກ່​ນັກ​ຮຽນ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົບ​ສ້າງ​ບັນ​ດາ​ໂຄງ​ການ​ສະ​ເພາະກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍແລະຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຜັນ​ຂະ​ຫຍາຍ​ໂຄ​ງ​ການແລະເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ Cyber S-ລຸ້ນS ດ້​ວຍ​ຍ້ອນມ​ູນ​ຄ່າ​ລາງວັນ​ກ່​ວາ 70 ລ້ານ​ດົ່ງ.

ກ່າວ​ຄຳ​ເຫັນ​ທີ​່ພິ​ທີ​ໄຂ​ການ​ແຂ່ງ​ຂັນແລະເລີ່ມ​ຕົ້ນ​ໂຄງ​ການ​ຝຶກ​ອົບ​ຮົບ, ທ່ານ​ນາງຫວູ​ເຟືອງ​ລີນັກ​ຊ່ຽວ​ຊານ​ຂັ້ນ​ສູງ​ກ່ຽວ​ກັບ​ໂຄງ​ການ​ຂອງ UN Women ໃຫ້​ຮູ້​ວ່າ: “ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ການ​ຮ່ຳ​ຮຽນ, ເຮັດ​ວຽກ, ລະຫຼິ້ນ​ບັນ​ເທີງແລະເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ທາງ​ສັງ​ຄົມ​ຕ່າງໆໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດໄດ້ກາຍ​ເປັນ​ທົ່ວ​ໄປທີ່ສຸດ”.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຄຸນປະ​ໂຫຍດ, ເຄືອ​ຂ່າ​ຍ​ອິນ​ເຕີ​ເນັດ​ກ​ໍ່​ຊ້ອນ​ແຝງ​ຄວາມ​ສ່ຽງຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ, ຂາດ​ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ນຳ​ໃຊ້, ພິ​ເສດ​ແມ່ນ​ແມ່​ຍິງແລະເດັກ​ນ້ອຍ​ຍິງ, ເພາະ​ສະ​ນັ້ນ, ເລື່ອງ​ຍົກ​ສູງ​ຄວາມ​ເຂົ້າ​ໃຈແລະຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ປອດ​ໄພແລະຄວາມ​ສະ​ເໝີ​ພ​າບ​ລະ​ຫວ່າງຍິງ​ຊາຍ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດມີ​ຄວາ​ມ​ຮີບ​ດ່ວນ, ຈຳເປັນ​ເໜືອ​ກ່​ວາ​ເວ​ລາ​ໃດໝົດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.