ADB ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2023 ຈະ​ບັນ​ລຸ 5,8%

02:34 | 02/10/2023

ຍສໝ - ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າຈະມີການເຕີບໂຕຢູ່ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ກັບການຄາດຄະເນເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%.

ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ປີ 2023 ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ປີ 2023
ກອ​ງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ປະ​​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ ຫວຽດ​ນາມ - ມາ​ເລ​ເຊຍ ກອ​ງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ປະ​​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ ຫວຽດ​ນາມ - ມາ​ເລ​ເຊຍ

ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າຈະມີການເຕີບໂຕຢູ່ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ກັບການຄາດຄະເນເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%. ໃນຂະນະນັ້ນ, ບັນດາການຄາດຄະເນກ່ຽວກັບໄພເງິນເຟີ້ ໄດ້ຮັບການດັດປັບຫຼຸດລົງແຕ່ 4,5% ລົງເຫຼືອ 3,8% ໃນປີ 2023 ແລະ ຈາກ 4,2% ລົງເຫຼືອ 4% ໃນປີ 2024.ນີ້ແມ່ນເນື້ອໃນທີ່ໄດ້ເຕື້ອງເຖິງໃນບົດລາຍງານແງ່ຫວັງພັດທະນາອາຊີ (ADO) ໂດຍທະນາຄານພັດທະນາອາຊີ (ADB) ປະກາດໃນການຖະແຫຼງຂ່າວ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ.

ADB ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2023 ຈະ​ບັນ​ລຸ 5,8%
ການຖະແຫຼງຂ່າວຂອງທະນາຄານ ADB (ພາບ: vtc)

ບົດລາຍງານຂອງ ADB ຍົກໃຫ້ເຫັນບັນດາປັດໄຈຕົ້ນຕໍ່ທີ່ສົ່ງ ຜົນກະທົບຕໍພື້ນຖານເສດຖະກິດ ຫວຽດນາມ, ລວມມີ: ສະພາບການເສດຖະກິດທົ່ວໂລກຖືກຊຸດໂຊມ, ການຮັດແໜ້ນເງິນຕາຢູ່ບາງປະເທດພັດທະນາ ແລະ ການຂາດວັກຂາດຕອນຍ້ອນຄວາມເຄັ່ງຕຶງດ້ານພູມສາດການເມືອງໃນທົ່ວໂລກເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ຂອງ ADB ປະຈຳ ຫວຽດນາມ ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຄາດວ່າຈະມີການຟື້ນຟູໂດຍໄວໃນອະນາຄົດໃກ້ໆນີ້ ຍ້ອນການບໍລິໂພກຢູ່ພາຍໃນປະເທດເພີ່ມຂຶ້ນຢ່າງແຮງ, ໄພເງິນເຟີ້ໄດ້ຮັບການໜູນຊ່ວຍຢູ່ລະດັບພໍດີ, ການເພີ່ມຄວາມໄວໃນການປ່ອຍເງິນລົງທຶນພາກລັດ ແລະ ການປະຕິຮູບການເຄື່ອນໄຫວດ້ານການຄ້າ.

ທີ່ການຖະແຫຼງຂ່າວ, ທ່ານ ຫງວຽນບ໊າຮຸ່ງ ຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດ ADB ໃຫ້ຂໍ້ສັງເກດວ່າ:

ການເຕີບໂຕເສດຖະກິດມີຄວາມສາມາດຟື້ນຟູ ໃນສະພາບການປະສົບກັບສິ່ງທ້າຍນາໆປະການ. ດັ່ງນັ້ນ, ແງ່ຫວັງມີຄວາມປະເອີບໃຈພໍສົມຄວນ. ເສດຖະກິດຍັງມີການພັດທະນາໃນ ລະດັບ 5,8 – 6%, ແຕ່ຕ້ອງມີຄວາມລະມັດລະວັງຕໍ່ບັນດາຄວາມສ່ຽງທີ່ເກີດຂຶ້ນໃນປັດຈຸບັນ. ບັນດາປັດໄຈພາຍໃນປະເທດ ແລະ ນະໂຍບາຍເປັນເຈົ້າການຈະແມ່ນພື້ນຖານ ເພື່ອການເຕີບໂຕເສດຖະກິດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.