ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່ບັກ​ຢາງໄດ້​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 4 ຕຸ​ລາ

09:28 | 06/10/2021

ຍ​ສ​ໝ - ຕາມ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາແລະການ​ທ່ອງ​ທ່ຽວ​ແຂວງບັກ​ຢາງ, ນັບ​ແຕ່​ວັນ​ທີ 4 ຕຸ​ລາ, ບ​ັນ​ດາ​ເຂດ, ສະ​ຖານ​ທີ່​ທ່ອງ​ທ່ຽວ, ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ - ວ​ັດ​ທະ​ນະ​ທຳ​, ເດີ່ນກອບການ​ບໍ​ລິ​ການອຽນ​ຢຸງໄດ້​ເປີດ​ປະ​ຕູ​ຮັບ​ແຂກ​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ທ້ອງ​ຖິ່ນ “ຂຽວ” ໃນ​ແຜນ​ທີ່​ໂຄວິດ - 19.

ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ
ການ​ທ່ອງ​ທ່ຽວ​ຫວຽດ​ນາມ ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ລະ​ຫວ່າງ ຂະ​ແໜງ​ສຳ​ລັບ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ການ​ທ່ອງ​ທ່ຽວ​ຫວຽດ​ນາມ ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ລະ​ຫວ່າງ ຂະ​ແໜງ​ສຳ​ລັບ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ
ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່ບັກ​ຢາງໄດ້​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 4 ຕຸ​ລາ
​ສະ​ຖານ​ທີ່​ທ່ອງ​ທ່ຽວ ຢູ່​ບັກ​ຢາງ (ພາບ: baobacgiang.com.)

ແຂກ​ທ່ອງ​ທ່ຽວ “ເຂດ​ຂຽວ” (ໄດ້​ເອົາ​ລົງ​ໃນ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກແຂວງບັກ​ຢາງໃນ​ທີ່​ຢູ່: https://drive.google.com/file/d/1ZiRWPQelUKgXo4CLT2BC2ww-SIrHedoA/view) ມາ​ບັກ​ຢາງຕ້ອງ​ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 ຄົບ 2 ເຂັມ (ເຂັມ​ທີ 2 ຕ້ອງ​ສັກຢ່າງ​ໜ້ອຍ​ສຸດ 14 ວັນແລະບໍ່​ເກີນ 12 ເດືອນ​ໄລ່ແຕ່ເວລາຮັກ​ຮອດ​ເວ​ລາ​ມາ​ບັກ​ຢາງ) ມີ​ຜົນ​ກວດ​ຫາ​ເຊື້ອ SARS-CoV-2 ດ້ວຍ​ວີ​ທີ​ການ RT-PCR ເປັນ​ລົບຫຼື​ການ​ກວດວິໄຈຫາ​ເຊືື້ອ​ໂດຍ​ໄວໃນ​ຮອບ​ເວ​ລາ 72 ຊົ່ວ​ໂມງ.

ບັນ​ດາ​ເຂດ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ບໍ​ລິ​ເວນ​ແຂວງໃນ​ວິ​ວັດ​ການ​ເຄື່ອນ​ໄຫວ​ຕ້ອງ​ຮັບ​ປະ​ກັນ​ການປະ​ຕິ​ບັດ​ຕາມ​ບັນ​ດາ​ເງື່ອ​ນ​ໄຂ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຕາມ​ຂໍ້​ກຳ​ນົດ​ຢ່າ​ງ​ເຂັ້ມ​ງວດ, ປະ​ຕິ​ບັດ​ການ​ເປີດ​ລະ​ຫັດ QR ແລະຮຽກ​ຮ້ອງ​ໃຫ້​ແຂກ​ທ່ອງ​ທ່ຽວ​ໝົດ​ທຸກ​ຄົນເມື່ອ​ມານີ້ຕ້ອງ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ດ້ວຍ​ວິ​ທີ Scan ລະ​ຫັດ QR. ສ່ວນ​ບຸກ​ຄົນທີ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ຮາກ​ຖານ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ 5 ປະ​ການແລະບັນ​ດາ​ຂໍ້​ກຳ​ນົດໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຂອງທ້ອງ​ຖິ່ນຢ່າງ​ເຂັ້ມ​ງວດ.

ປັດ​ຈຸ​ບັນ, ບັກ​ຢາງ​ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ອອກ​ກຳ​ລັງ​ກາຍ, ຫຼິ້ນກິ​ລາຄືນ​ໃໝ່, ບັນ​ດາ​ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ຮ້ານອາ​ຫານ​ຮັບ​ໃຊ້​ການ​ກິນ, ດື່ມ (ດຳ​ເນີນ​ທຸ​ລະ​ກິດ​ໃນ​ເຮືອນ) ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ລູກ​ຄ້າ​ກິນຢູ່ໃນ​ຮ້ານ. ບັນ​ດາ​ການ​ເຄື່ອນ​ໄ​ຫວ​ປຶກ​ສາ​ການ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ຮາກ​ຖານ​ສອນ​ເພີ່ມ, ສູນ​ການ​ສອນ​ພາ​ສາ, ບັນ​ດາ​ຮູບ​ແບບ​ການ​ບໍ​ລິ​ການໄດ້​ຮັບ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່.

ໄລ່​ຮອດ​ປັດ​ຈຸ​ບັນ, ຜ່ານ 1 ເດືອນ​ແລ້ວທີ່ໃນ​ບໍ​ລິ​ເວນ​ແຂວງບັກ​ຢາງ​ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃນ​ຊຸມ​ຊົນ, ທົ່ວ​ແຂວງມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລວມ​ທັງ​ໝົດ15 ຄົນທີ່​ພວມ​ໄດ້​ຮັບ​ການ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍຫຼາຍ​ພະ​ແນກຂອງ​ແຂວງ, ມີ​ຄົນ​ໜຶ່ງ​ພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ເຂດ​ຮ້ອນ​ສູນ​ກາງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.