ຍສໝ - ທ່ານ Dmitry Medvedev ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະສະແດງຄວາມຍິນດີຕໍ່ທ່ານ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການສຳຄັນທີ່ສຸດໃນຊີວິດການເມືອງຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການສາກົນທີ່ສຳຄັນອີກດ້ວຍ.
ຍສໝ - ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍກວດຄືນ ແລະ ສະເໜີການກຳນົດທິດການຮ່ວມມືອາຊຽນ - ລັດເຊຍໃນໄລຍະຈະມາເຖິງ ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຕ່າງຝ່າຍຕ່າງມີຄວາມສົນໃຈ.
ວັນທີ 16 ມັງກອນ, ຄະນະປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ສະຫະພັນ ລັດເຊຍ ໄດ້ຕັດສິນຟື້ນຟູບັນດາຖ້ຽວບິນການຄ້າກັບ ຫວຽດນາມ, ອິນເດຍ, ແຟັງລັງ ແລະ ກາຕາ ນັບແຕ່ວັນທີ 27 ມັງກອນເປັນຕົ້ນໄປ.
ຍສໝ - ບັນດາຖ້ຽວບິນຈະບິນຈາກນະຄອນຫຼວງມົດສະກູ ສອງຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງປະເທດຫວຽດນາມ, ອິນເດຍ, ແຟງລັງ ແລະ ສາມຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງ ກາຕາ.
ຍສໝ - ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ນະໂຍບາຍປ່ຽນແປງໃໝ່ ໄດ້ນຳມາເຊິ່ງບັນດາຜົນງານຢ່າງຈະແຈ້ງໃຫ້ແກ່ຫວຽດນາມ ໂດຍໄດ້ນອນໃນກຸ່ມບັນດາປະເທດນຳໜ້າໂລກກ່ຽວກັບຄວາມໄວໃນການເຕີບໂຕເສດຖະກິດ
ຍສໝ - ຕາມບົດຂຽນ, ໃນຈໍານວນ 30 ປະເທດທີ່ມີການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ມີຜົນເປັນບວກໃນປີ 2020, ຫວຽດນາມ ພວມພົ້ນເດັ່ນຂຶ້ນດ້ວຍລະດັບການເຕີບໂຕເພີ່ມຂຶ້ນ 2,9 %. ວົງການການຄ້າຂອງ ຫວຽດນາມໃນໄລຍະແຕ່ເດືອນ 1 – 11 ປີ 2020 ກໍ່ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ບັນລຸໄດ້ 490 ຕື້ USD.
ຍສໝ - ໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງຕໍ່ໄປຂອງພັກກອມມູນິດ ຫວຽດນາມ” ທີ່ໄດ້ເອົາລົງໃນໜັງສືພິມ “ຄວາມຈິງ”, ນັກຂ່າວ Piotr Tsvetov, ຮອງປະທານສະມາຄົງມິດຕະພາບ ລັດເຊຍ - ຫວຽດນາມ ໄດ້ຕີລາຄາສູງຄວາມຕັດສິນໃຈຂອງການນຳພັກກອມມູນິດ ຫວຽດນາມໃນການນຳພາປະເທດ.
ຍສໝ - ນັກຊ່ຽວຊານລັດເຊຍມີຄວາມສົນໃຈເປັນພິເສດຕໍ່ແງ່ຫວັງຂອງລັດເຊຍໃນການພົວພັນກັບອາຊຽນ;ໂດຍຮັບຮູ້ວ່າໃນປີ2020, ລັດເຊຍ ແລະບັນດາປະເທດອາຊຽນສະເຫຼີມສະຫຼອງຫຼາຍເຫດການສຳຄັນເຊັ່ນ:70 ປີແຫ່ງການພົວພັນທາງການທູດກັບຫວຽດນາມແລະອິນໂດເນເຊຍ, 60 ປີແຫ່ງການພົວພັນທາງການທູດລັດເຊຍ - ລາວ...
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນກາມແຣງຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ທ່ານເຈິ່ນແທັງເໝິນກໍ່ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Konstantin Vnukov ຈະສືບຕໍ່ເປັນຂົວຕໍ່ທີ່ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ລັດເຊຍໃຫ້ນັບມື້ນັບພັດທະນາ.
ຍສໝ - ຫວຽດນາມຮັກສານະໂຍບາຍທາງການທູດ ສັນຕິພາບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ພ້ອມແລ້ວທີ່ຈະເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ເປັນໜ້າໄວ້ວາງໃຈຂອງບັນດາປະເທດທັງໝົດໃນປະຊາຄົມສາກົນ, ຫວຽດນາມ ແລະ ສະຫະພັນລັດເຊຍມີການພົວພັນທີ່ອົບອຸນ, ມິດຕະພາບທີ່ເປັນມູນເຊື້ອ, ຍາມໃດກໍ່ຖືເປັນສຳຄັນການປັບປຸງ, ພັດທະນາການພົວພັນອັນດີງາມຂອງກັນ.
ຍສໝ - ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ໄດ້ປະຕິບັດສຳເລັດໜ້າທີ່ ໃນອາຍຸການປະຕິບັດງານຂອງຕົນເອງ, ທ່ານກໍ່ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ເອກອັກຄະລັດຖະທູດໃນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ.
ຍສໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.
ຍສໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕສູງ ແລະ ຄວາມຕ້ອງການດ້ານພະລັງງານແມ່ນໃຫຍ່ຫລວງທີ່ສຸດ ແລະ ແມ່ນກາລະໂອກາດການຮ່ວມມືໃຫຍ່ຫລວງໃຫ້ແກ່ບັນດານັກລົງທຶນທີ່ມີທ່າແຮງຂອງລັດເຊຍ ໃນຂົງເຂດນີ້.
ຍສໝ - ກອງປະຊຸມສຳມະນາທາງອອນລາຍ ນອນໃນຂອບເຂດໂຄງການແຫ່ງຊາດ ຂອງ ສະຫະພັນ ລັດເຊຍ ທີ່ມີຊື່ວ່າ “ການໜູນຊ່ວຍຂໍ້ລິເລີ່ມດຳເນີນທຸລະກິດສ່ວນຕົວ ແລະ ວິສາຫະກິດຂະໜາດນ້ອຍ ແລະກາງ”.
ຍສໝ - ໂຄງການຊັກວັກຊິນເພື່ອເປົ້າໝາຍເສດຖະກິດໄດ້ອຳນາດການປົກຄອງນະຄອນ ມົດສະກູປຸກລະດົມແຕ່ຕົ້ນເດືອນກັນຍາ ຢູ່ຮາກຖານການແພດ 20 ແຫ່ງ, ໂດຍໄດ້ຖືວ່າແມ່ນໜຶ່ງໃນບັນດາມາດຕະການຊ່ວຍໃຫ້ອຳນາດການປົກຄອງຄວບຄຸມໂລກລະບາດ Covid – 19 ໂດຍໄວ.
ຍສໝ - ທ່ານ Alexander Ivanov ເອກອັກຄະລັດຖະທູດ ລັດເຊຍປະຈຳ ອາຊຽນໃຫ້ຮູ້ວ່າ ບັນຫາຮີບດ່ວນທີ່ສຸດໄດ້ຮັບການຄວາມສົນໃຈຢູ່ກອງປະຊຸມແມ່ນບັ້ນຕໍ່ສູ້ລວມຕ້ານໂລກລະບາດ Covid – 19 ແລະ ບັນດາຜົນກະທົບຈາກເສດຖະກິດ ສັງຄົມມາຈາກໂລກລະບາດ.