| ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 | |
| ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ |
![]() |
| ທ່ານນາຍົກລັດຖະມົນຕີໄທ ອະນຸທິນຊານວີຣະກູນ ເຂົ້າຮ່ວມເປັນສັກຂີພະຍານ ພາຍໃດພິທີຈັດຕັ້ງພິທີການຮ່ວມມື ລະຫວ່າງ ຜູ້ວ່າການ TAT ພ້ອມກັບ ສາຍການບິນ Vietjet ແລະ ບັນດາສະຫະກອນ/ວິສາຫະກິດ |
ວາລະການລົງນາມແມ່ນໄດ້ດຳເນີນໄປ ຕໍ່ໜ້າການເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານຮອງນາຍົກລັດຖະມົນຕີ Suphajee Suthumpun ແລະ ທ່ານລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາ Surasak Phancharoenworakul ແຫ່ງ ລາຊະອານາຈັກໄທ.
ເຫດການດັ່ງກ່າວນີ້ ຍັງແມ່ນກິດຈະກຳສືບຕໍ່ບັນດາຂີດໝາຍການຮ່ວມມືອັນພົ້ນເດັ່ນ ຂອງ ສາຍການບິນ Vietjet ຢູ່ພາຍໃດ ປະເທດ ໄທ, ນັບຕັ້ງແຕ່ຫຼັກໄມລ໌ບໍລິການຜູ້ໂດຍສານ 50 ລ້ານເທື່ອຄົນ, ແຜນງານການພັດທະນາຝູງບິນ Boeing ຍຸກໃໝ່ ແລະ ໂຄງການ MRO U-Tapao ມຸ່ງໜ້າສູ່ບັນດາຂໍ້ລິເລີ່ມກ່ຽວກັບກິລາບານເຕະ, ກິລາ, ວັດທະນະທຳ ແລະ ປະຊາຄົມ ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ປະເທດ ຫວຽດນາມ - ປະເທດ ໄທ ຄົບຮອບ 50 ປີ.
ການເຊື່ອມຕໍ່ທາງອາກາດ, ໂຄສະນາ "ສອງຊາດ - ໜຶ່ງການເດີນທາງ"
ສາຍການບິນ Vietjet ແລະ TAT ຈະປະສານງານກັນຊຸກຍູ້ບັນດາເສັ້ນທາງບິນທີ່ມີຢູ່ໃນປັດຈຸບັນ, ຄົ້ນຄວ້າເປີດກວ້າງບັນດາເສັ້ນທາງບິນໃໝ່ ລະຫວ່າງ ປະເທດ ຫວຽດນາມ ແລະ ປະເທດ ໄທ, ໃນຂະນະດຽວກັນ ກໍນຳໃຊ້ເຄືອຂ່າຍການບິນສາກົນທີ່ນັບມື້ນັບຂະຫຍາຍຕົວ ຂອງ Vietjet ເພື່ອເຊື່ອມຕໍ່ນັກທ່ອງທ່ຽວ ມຸ່ງໜ້າສູ່ບັນດາຕະຫຼາດຈຸດສຸມ ເປັນຕົ້ນແມ່ນ ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ຄາຊັກສະຖານ, ສາທາລະນະລັດ ເຊັກ ແລະ ຫຼາກຫຼາຍຈຸດໝາຍປາຍທາງທີ່ມີທ່າແຮງບົ່ມຊ້ອນອື່ນໆ.
ສອງຝ່າຍຍັງຈະຮ່ວມກັນຜັນຂະຫຍາຍຂໍ້ລິເລີ່ມ "Thailand – Vietnam: Two Countries, One Journey", ໂດຍໂຄສະນາ ປະເທດ ຫວຽດນາມ ແລະ ປະເທດ ໄທ ຄືດັ່ງການເດີນທາງທ່ອງທ່ຽວແບບເຊື່ອມໂຍງອັນມີສະເໜ່ຂອງອາຊີ ໂດຍຜ່ານບັນດາກິດຈະກຳສົ່ງເສີມ, ສື່ມວນຊົນ ແລະ ການໂຄສະນາຈຸດໝາຍປາຍທາງ ຢູ່ບົນລະບົບນິເວດທີ່ຫຼາກຫຼາຍຂອງ Vietjet ພ້ອມກັບເຄືອຂ່າຍຄູ່ຮ່ວມມືທົ່ວໂລກ.
ການຮ່ວມມືດັ່ງກ່າວ ຍັງມຸ່ງໜ້າສູ່ການພັດທະນາການທ່ອງທ່ຽວທີ່ມີມູນຄ່າສູງ (MICE, ການພັກຜ່ອນ, ກອຟ, ການດູແລຮັກສາສຸຂະພາບ) ຕິດພັນກັບການທ່ອງທ່ຽວ ແລະ ການບິນແບບຍືນຍົງ, ການອະນຸລັກວັດທະນະທຳ ແລະ ການສະໜັບສະໜູນປະຊາຄົມທ້ອງຖິ່ນ.
ຊຸກຍູ້ການທ່ອງທ່ຽວຜ່ານກິລາບານເຕະ, ກິລາ, ວັດທະນະທຳ ແລະ ການພັດທະນາປະຊາຄົມ
ສາຍການບິນ Vietjet ແລະ TAT ຈະປະສານງານກັນຊຸກຍູ້ບັນດາກິດຈະກຳທາງດ້ານວັດທະນະທຳ, ກິລາ, ການບັນເທີງ, ອາຫານ ແລະ ການທ່ອງທ່ຽວ, ພາຍໃດນັ້ນກິລາບານເຕະແມ່ນໄດ້ຮັບການກຳນົດວ່າແມ່ນຈຸດສຸມຂອງການຮ່ວມມືທາງດ້ານກິລາ. ໂດຍຜ່ານບັນດາແຜນງານບານເຕະປະຊາຄົມ, ບັນດາເຫດການການທ່ອງທ່ຽວຕິດພັນກັບບານເຕະ, ການອຸປະຖຳ ແລະ ກິດຈະກຳສຳລັບແຟນບານ, ກິລາບານເຕະແມ່ນໄດ້ຮັບຄວາມຫວັງວ່າຈະກາຍເປັນຂົວຕໍ່ອັນສຳຄັນ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ສາຍພົວພັນມິດຕະພາບ ແລະ ການແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ປະເທດ ຫວຽດນາມ - ປະເທດ ໄທ ກໍຄືພາກພື້ນ ASEAN.
ພາຍໃດໄລຍະເວລາຫຼາຍກວ່າໜຶ່ງທົດສະວັດຜ່ານມາ, ສາຍການບິນ Vietjet ໄດ້ຮ່ວມເດີນທາງຢ່າງທົນທານ ຮ່ວມກັບກິລາບານເຕະ ແລະ ຟຸດຊໍ (Futsal) ຫວຽດນາມ ໂດຍຜ່ານຫຼາກຫຼາຍກິດຈະກຳການອຸປະຖຳ, ການພັດທະນາກິລາປະຊາຄົມ ແລະ ການສະໜັບສະໜູນບັນດາທີມຊາດ.
ໂດຍຜ່ານນັ້ນ, ປະເທດ ຫວຽດນາມ ແລະ ປະເທດ ໄທ ແມ່ນໄດ້ຮັບຄວາມຫວັງວ່າຈະຮັດແໜ້ນບົດບາດເປັນບັນດາປະຕູຂ້າມຜ່ານອັນສຳຄັນ ພາຍໃດການເຊື່ອມຕໍ່ການທ່ອງທ່ຽວ, ການຄ້າ, ການລົງທຶນ, ໃນຂະນະດຽວກັນ ກໍຊຸກຍູ້ການແລກປ່ຽນດ້ານກິລາບານເຕະ, ກິລາ ແລະ ວັດທະນະທຳ ລະຫວ່າງ ASEAN ຮ່ວມກັບທົ່ວໂລກ.
![]() |
| TAT ແລະ Vietjet ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມື ຕໍ່ໜ້າການເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານຮອງນາຍົກລັດຖະມົນຕີ Suphajee Suthumpun ແລະ ທ່ານລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທ Surasak Phancharoenworakul. |
ຂົວຕໍ່ຍຸດທະສາດ ປະເທດ ຫວຽດນາມ - ປະເທດ ໄທ
ທ່ານ ປະທານສະພາການບໍລິຫານ ຂອງກຸ່ມບໍລິສັດ Vietjet Group, ປອ. ຫງວຽນທິເຟືອງຖາວ ໄດ້ແບ່ງປັນວ່າ: "ໂດຍຜ່ານການຮ່ວມມືຮ່ວມກັບ ການທ່ອງທ່ຽວແຫ່ງປະເທດໄທ, ສາຍການບິນ Vietjet ມີຄວາມມຸ່ງຫວັງທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອກໍ່ສ້າງບັນດາການເດີນທາງ ທີ່ບໍ່ພຽງແຕ່ເຊື່ອມຕໍ່ຈຸດໝາຍປາຍທາງເທົ່ານັ້ນ ແຕ່ຍັງເຊື່ອມຕໍ່ທາງດ້ານວັດທະນາທຳ, ປະຊາຄົມ ແລະ ບັນດາແຮງຂັບເຄື່ອນແຫ່ງການເຕີບໂຕໃໝ່, ປະກອບສ່ວນພູນຄູນສ້າງສາຍພົວພັນມິດຕະພາບ ປະເທດ ຫວຽດນາມ - ປະເທດ ໄທ ແລະ ຊຸກຍູ້ໃຫ້ ASEAN ນັບມື້ນັບມີຄວາມຜູກພັນ, ກະຕືລືລົ້ນ ແລະ ວັດທະນາຖາວອນ."
ພາຍຫຼັງການຂະຫຍາຍຕົວເປັນເວລາຫຼາຍກວ່າໜຶ່ງທົດສະວັດຢູ່ພາຍໃດ ປະເທດ ໄທ, ກຸ່ມບໍລິສັດ Vietjet Group ໄດ້ບໍລິການຜູ້ໂດຍສານໄປແລ້ວ 50 ລ້ານເທື່ອຄົນ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່, ການແລກປ່ຽນລະຫວ່າງປະຊາຊົນ ແລະ ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງຊາດ. ໂດຍຜ່ານບັນດາແຜນງານການຮ່ວມມື ແລະ ການລົງທຶນໃນໄລຍະຍາວ, ສາຍການບິນ Vietjet ໄດ້ສືບຕໍ່ຢືນຢັນບົດບາດເປັນຂົວຕໍ່ຍຸດທະສາດ ລະຫວ່າງ ປະເທດ ຫວຽດນາມ, ປະເທດ ໄທ ແລະ ພາກພື້ນ, ໂດຍມີສ່ວນຮ່ວມເຂົ້າໃສ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ກໍຄືການພັດທະນາລວມຂອງ ASEAN.
| ການຮ່ວມມືດ້ານຍຸຕິທຳ ຫວຽດນາມ-ລາວ: ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ຍສໝ - ນັບຕັ້ງແຕ່ປີ 2011 ຫາ ປີ 2024, ປະເທດ ຫວຽດນາມ ແລະ ປະເທດ ລາວ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ຄົບຮອບ 6 ຄັ້ງ, ໂດຍຜ່ານນັ້ນກໍໄດ້ປະກອບສ່ວນເພີ່ມທະວີການປະສານງານ, ຊຸກຍູ້ສາຍພົວພັນການຮ່ວມມືທີ່ສະໜິດແໜ້ນ ແລະ ຜູກພັນກັນຄືແຂ້ວກັບລິ້ນ ລະຫວ່າງ ກະຊວງຍຸຕິທຳ ຂອງສອງປະເທດ. |
| ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel. |

