| ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026 | |
| ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ: ລາວ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບ ຫວຽດນາມ |
![]() |
| ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ - ພາບ: VGP/Thu Sa |
ຢູ່ພາຍໃດວາລະພົບປະຮ່ວມກັບ ທ່ານນາຍົກລັດຖະມົນຕີລາວ, ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ກັບການທີ່ ທ່ານນາຍົກລັດຖະມົນຕີລາວ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງໃນວາລະປີ 2026-2031, ໃນຂະນະ dຽວກັນ ກໍສະແດງຄວາມຍິນດີຊົມເຊີຍຕໍ່ກັບການເດີນທາງມາຢ້ຽມຢາມ ປະເທດ ຫວຽດນາມ ຢ່າງເປັນທາງການ ແລະ ການເຂົ້າຮ່ວມເວທີປາໄສອະນາຄົດ ASEAN 2026 ທີ່ຫາກໍຜ່ານມາ ຂອງ ທ່ານນາຍົກລັດຖະມົນຕີ ເຊິ່ງໄດ້ດຳເນີນໄປຢ່າງປະສົບຜົນສຳເລັດເປັນຢ່າງດີ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມປິຕິຊົມຊື່ນ ພ້ອມທັງຮັບຮູ້ວ່າ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ແມ່ນໄດ້ແລະພວມຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ກໍຄືຜົນສຳເລັດຂອງກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ - ລາວ (ເດືອນທັນວາ 2025) ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມທັງໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືຮອບດ້ານພາຍໃດບັນດາຂົງເຂດ, ພາຍໃດນັ້ນມີການປະຕິຮູບ, ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ອົບຮົມ, ບຸລິມະສິດໃຫ້ແກ່ການລົງນາມ ແລະ ຜັນຂະຫຍາຍໂຄງການ ມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມ ໂດຍໄວ, ພ້ອມທັງຊຸກຍູ້ບັນດາໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຄຽງຄູ່ກັນນັ້ນ, ແມ່ນການຜັນຂະຫຍາຍບົດບັນທຶກຂໍ້ຕົກລົງການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ໄລຍະປີ 2026-2030 ຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນບົດຮຽນປະສົບການກ່ຽວກັບການຫັນປ່ຽນເປັນດິຈິຕອນ, ການປະຍຸກໃຊ້ AI ເຂົ້າໃສ່ວຽກງານການສ້າງຕັ້ງ ແລະ ການບັງຄັບໃຊ້ກົດໝາຍ.
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍລາວ ສືບຕໍ່ສ້າງເງື່ອນໄຂອັນສະດວກ ເພື່ອໃຫ້ປະຊາຄົມຄົນ ຫວຽດນາມ ໄດ້ດຳລົງຊີວິດ, ທຳມາຫາກິນຢ່າງມີສະຖຽນລະພາບຢູ່ພາຍໃດ ປະເທດ ລາວ, ໃນຂະນະດຽວກັນ ກໍຢືນຢັນວ່າ ປະເທດ ຫວຽດນາມ ຈະແນະນຳໃຫ້ປະຊາຄົມປະຕິບັດກົດໝາຍຂອງປະເທດເຈົ້າພາບໄດ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດ ລາວ ແລະ ສືບຕໍ່ເປັນຂົວຕໍ່ແຫ່ງມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ທ່ານນາຍົກລັດຖະມົນຕີລາວ ໄດ້ເຫັນດີເປັນເອກະພາບຕໍ່ກັບບັນດາຂໍ້ສະເໜີຂອງ ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ, ພ້ອມທັງສະເໜີໃຫ້ສອງຝ່າຍປະສານງານກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ປະເທດ ຫວຽດນາມ - ລາວ ຄົບຮອບ 65 ປີ.
ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ການສຶກສາ ແລະ ຍຸຕິທຳ ກໍແມ່ນສອງຂົງເຂດບຸລິມະສິດພາຍໃດການຜັນຂະຫຍາຍຂອງ ປະເທດ ລາວ ໃນໄລຍະປັດຈຸບັນ, ພ້ອມທັງສະເໜີໃຫ້ສອງຝ່າຍຕັ້ງໜ້າປະສານງານຮ່ວມກັນ ເພື່ອນຳມາຊຶ່ງຜົນສຳເລັດອັນເປັນຮູບປະທຳ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ສຸມໃສ່ຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບການຄົມມະນາຄົມ ແລະ ພະລັງງານ ເປັນຕົ້ນແມ່ນ ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟ ວຽງຈັນ - ວຸງອ໊າງ (Vũng Áng), ລະບົບທໍ່ສົ່ງນ້ຳມັນ ແລະ ເສັ້ນທາງສາຍສົ່ງກະແສໄຟຟ້າ 500 kV.
| ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊີທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ເດິນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7-9/6. ການຢ້ຽມຢາມ ຫວຽດນາມ ... |
| ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຮັດວຽກກັບຄະນະກວດກາ IUU ຂອງ EC ຍສໝ - ຕອນບ່າຍວັນທີ 19 ມີນາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ມີກອງປະຊຸມເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີຣົບ (EC) ເພື່ອປະເມີນ ແລະ ກວດກາການປະຕິບັດມາດຕະການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ຢູ່ຫວຽດນາມ. |
