ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19

17:08 | 25/08/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 21 ສິງ​ຫາ, ທ່ານ​ນາງ ເລ​ທິ​ງວຽດ ຮອງ​ຫົວ​ໜ້າ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ​ແຄ໊ງ​ຮ່​ວາ ໃຫ້​ຮູ້​ວ່າ ຫາ​ກໍ່​ປະ​ຕິ​ບັດ​ສຳ​ເລັດ​ການມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ລັດ​ເຊຍທີ່​ພວມ​ດຳ​ລົງ​ຊີ​ວິດ​ໃນ​ບໍ​ລິ​ເວນ​ນະ​ຄອນ ຍາ​ຈາງ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ​ຍ້ອນ​ໂລກ​ລ​ະ​ບາດ​ໂຄວິດ - 19.

ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
KFHI ໜູນ​ຊ່ວຍ​ແມ່​ຍິງ 110 ຄົນ​ທີ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ຢູ່​ແຂວງ ກ໋​ວາງ​ນາມ KFHI ໜູນ​ຊ່ວຍ​ແມ່​ຍິງ 110 ຄົນ​ທີ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ຢູ່​ແຂວງ ກ໋​ວາງ​ນາມ
ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: vufo.org.vn

ພະ​ແນກ​​ພົວ​ພັນ​ຕ່າງ​ປະ​ເທດ ໄດ້​ສົມ​ທົບ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ, ຄະ​ນະ​ຊາວ​ໜຸ່ມ​ແຂວງ ແລະ ຕຳຫຼວດ​ແຂວງ ແຄ໊ງ​ຮ່​ວາ ມອບ​ຂອງ​ຂວັນ 150 ພູດ​ໃຫ້​ແກ່​ພົນ​ລະ​ເມືອງ ລັດ​ເຊຍ ຢູ່​ບັນ​ດາ​ຕາ​ແສງ: ວິງ​ຮ່​ວາ, ວິ​ງ​ຫ໋າຍ, ວິງ​ເຟືອກ, ວິງ​ເທາະ, ວິງງອກ, ວິງ​ຮຽບ, ວິງງວຽນ, ເຟືອກ​ລອງ, ເຟືອກດົງ, ເຕິ​ນ​ເລ​ີບ, ເຟືອກ​ຫ໋າຍ (ນະ​ຄອ​ນ​ຍາ​ຈາງ).

ບັນ​ດາ​ພູດ​ຂອງ​ຂວັນ​ລວມ​ມີ ເຂົ້າ​ສານ, ໝີ່​ສຳ​ເລັດ​ຮູ​ບ, ນ້ຳ​ມັນ, ໄຂ່… ໂດຍ​ສູນ​ຊ່ວຍ​ເຫຼືອ​ແຂວງ ແຄ໊ງ​ຮ່​ວາ ພ້ອມ​ກັບ​ອົງ​ການ​ຈັດ​ຕັ້ງ ແລະ ຜູ້​ໃຈ​ບູນ​ໃຈ​ກຸ​ສົນຈຳນວນໜຶ່ງ​ໜູນຊ່ວຍ. ຄະ​ນະ​ໄດ້​ໄປ​ແຕ່​ລະ​ເຂດ​ທີ່​ມີ​ຊາວ​ລັດ​ເຊຍ​ດຳ​ລົງ​ຊີ​ວິດ​ເພື່ອມອບ​ຂອງ​ຂວັນ.

ທ່ານ Dugin Denis, ພົນ​ລະ​ເມືອງ​ ລັດ​ເຊຍ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ຖະ​ໜົນ ຝໍ​ດ​ຶກ​ຈິງ (ຕາ​ແສງ ວິງ​ຫ໋າຍ​) ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ຮູ​້​ສຶກ​ຕຶ້ນ​ຕັນ​ໃຈ ເມື່ອ​ພວກ​ເພື່ອນ​ໄດ້​ມອ​ບ​ບັນ​ດາ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ, ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ ແລະ ຮູ້​ສຶກ​ໄດ້​ຮັບ​ຄວາມ​ຮັກ​ແພງ, ຄວາມເອົາ​ໃຈ​ໃສ່​ຈາກ​ພວກ​ເພື່ອນ.

ຕາມ​ທ່ານ​ນາງ ງວຽດ ​ແລ້ວ, ໃນ​ບໍ​ລິ​ເວນ​ຕາ​ແສງ​ແຄ໊ງ​ຮ່​ວາ ມີ​ພົນ​ລະ​ເມືອງ​ຊາວ​ລັດ​ເຊຍ 780 ຄົນ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ, ໂດຍເຕົ້າ​ໂຮມ​ຢູ່​ນະ​ຄອນ​ຍາ​ຈາງ. ສຳ​ລັບ​ບັນ​ດາ​ພົນ​ລະ​ເມືອງ​ຊາວ​ລັດ​ເຊຍ ທີ່​ມີ​ຄວາມ​ຕ້ອງ​ການກັບ​ເມືອ​ປະ​ເທດ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ ແລະ ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ແຄ໊ງ​ຮ່​ວາ ກໍ່ໄດ້​ຕິດ​ຕໍ​່ພົວ​ພັນ​ບັນ​ດາ​ຖ້ຽວ​ບິນ​ໜູນ​ຊ່ວຍ​ເພື່ອ​ພາ​ເຂົ​າ​ເຈົ້າ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ. ແຕ່​ສ່ວນຫຼາຍ​ພົນ​ລະ​ເມືອງ​ຊາວ​ລັດ​ເຊຍ ລ້ວນ​ແຕ່​ຖື ຍາ​ຈາງ​ແມ່ນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ, ໄດ້​ນຳ​ຄອບ​ຄົວ​ຂອງ​ຕົນ​ມາ​ເຮັດ​ວຽກ ແລະ ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.