| ດັກລັກ: ຊາວປະມົງເຊັນບົດບັນທຶກຄຳໝັ້ນສັນຍາ ຕ້ານການຫາປາ IUU | |
| ບົດທີ 2: ເຄືອຂ່າຍທີ່ຢູ່ເບື້ອງຫຼັງການໂຈມຕີ ດັກລັກ |
ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດັກລັກ ໃຫ້ຮູ້ວ່າ, ກອງປະຊຸມນີ້ມີຄວາມໝາຍໃນແງ່ບວກ ຕໍ່ກັບທິດທາງເສດຖະກິດສັງຄົມຂອງທ້ອງຖິ່ນ, ສ້າງຮາກຖານເພີ່ມເຕີມ ເພື່ອຜັນຂະຫຍາຍບັນດານ້າທີ່, ມາດຕະການຢ່າງມີປະສິດທິຜົນ ແນໃສ່ບັນລຸເປົ້າໝາຍການເຕີບໂຕທາງດ້ານເສດຖະກິດດ້ວຍຕົວເລກສອງຫຼັກ ຂອງແຂວງໃນໄລຍະ 2026 – 2030.
![]() |
| ຂະແໜງວັດທະນະທຳການທ່ອງທ່ຽວ ດັກລັກ ຊຸກຍູ້ການເຊື່ອມຕໍ່ກັບບັນດາວິສາຫະກິດ ແລະ ທ້ອງຖິ່ນການທ່ອງທ່ຽວ |
ແຜນງານເຄື່ອນໄຫວຮ່ວມກັນ
ຕາມທ່ານ ເຈິ່ນຮົ່ງຕ໋ຽນ, ຫົວໜ້າພະແນກ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດັກລັກ, ກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ໄດ້ດຳເນີນໄປຢູ່ ຕຸຍຮວາ ວັນທີ 10 ເດືອນມິຖຸນາ ປີ 2026, ໂດຍແມ່ນການນຳຄະນະກຳມະການປະຊາຊົນແຂວງ ດັກລັກ ເປັນປະທານ, ມີຜູ້ແທນເຂົ້າຮ່ວມເກືອບ 150 ທ່ານ, ລວມມີການນຳຂອງບັນດາອົງການຈັດຕັ້ງສູນກາງ, ຫົວໜ່ວຍການທູດ, ອົງການຈັດຕັ້ງສາກົນ, ພ້ອມກັບບັນດາຕົວແທນສະມາຄົມ, ວິສາຫະກິດໃນຂະແໜງການ ທັງພາຍໃນ ແລະ ຕ່າງແຂວງ…
ນີ້ຖືວ່າແມ່ນເຫດການຕີລາຄາທ່າແຮງບົ່ມຊ້ອນ, ທ່າດີ ແລະ ສະພາບຄວາມເປັນຈິງແຫ່ງການພັດທະນາການທ່ອງທ່ຽວຂອງແຂວງ; ໃນຂະນະດຽວກັນ ກໍແມ່ນເວທີປາໄສ ເພື່ອໃຫ້ບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ວິສາຫະກິດ ຮ່ວມກັນຕີລາຄາ, ສະເໜີບັນດາມາດຕະການພັດທະນາການທ່ອງທ່ຽວ, ຍົກສູງຂີດຄວາມສາມາດໃນການແຂ່ງຂັນຂອງຈຸດໝາຍປາຍທາງ ດັກລັກ ໃນສະພາບການໃໝ່.
![]() |
| ທ່ານ ເຈິ່ນຮົ່ງຕ໋ຽນ, ຫົວໜ້າພະແນກ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດັກລັກ ກ່າວປາໄສຢູ່ທີ່ກອງປະຊຸມ |
ກອງປະຊຸມໄດ້ຍົກອອກສີ່ກຸ່ມເນື້ອໃນຈຸດສຸມ. ອັນທີໜຶ່ງແມ່ນ ການສ້າງສັນ, ກຳນົດຕຳແໜ່ງຍີ່ຫໍ້ຈຸດໝາຍປາຍທາງ ດັກລັກ, ດ້ວຍບັນດາຄຸນຄ່າແກນກາງ, ເອກະລັກຂອງການທ່ອງທ່ຽວ ດັກລັກ, ຜ່ານນັ້ນພັດທະນາພາບພົດຈຸດໝາຍປາຍທາງທີ່ມີແຮງດຶງດູດ ແລະ ມີຂີດຄວາມສາມາດໃນການແຂ່ງຂັນສູງ.
ອັນທີສອງ, ຈັດຕັ້ງການເຊື່ອມໂຍງກັບບັນດາທ້ອງຖິ່ນອ້ອມຂ້າງ ແລະ ມີການເຊື່ອມຕໍ່ເພື່ອຮ່ວມກັນພັດທະນາບັນດາລະບົບທົວສາຍທາງທ່ອງທ່ຽວ; ເປັນພິເສດແມ່ນກັບບັນດາແຂວງນະຄອນໃນເຂດພູພຽງພາກຕາເວັນຕົກ, ເຂດແຄມທະເລພາກກາງ, ບັນດາສູນກາງການທ່ອງທ່ຽວໃຫຍ່ຂອງທົ່ວປະເທດ ແລະ ບັນດາຄູ່ຮ່ວມມືສາກົນ.
ອັນທີສາມ, ເອົາໃຈໃສ່ສ້າງສັນ, ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຊອກຫາບັນດາມາດຕະການຍົກສູງຄຸນນະພາບການບໍລິການທ່ອງທ່ຽວຢູ່ໃນທ້ອງຖິ່ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ບັນດາຮູບແບບການທ່ອງທ່ຽວແບບທົດລອງປະສົບການຂອງນັກທ່ອງທ່ຽວມີຄວາມຫຼາກຫຼາຍ; ດຳເນີນການຍູ້ແຮງການນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ເຮັດເປັນຮາກຖານເພື່ອຊຸກຍູ້ພາບພົດການທ່ອງທ່ຽວ ດັກລັກ ໃຫ້ມີການແຜ່ຂະຫຍາຍ ແລະ ມີລວງເລິກ.
ສຸດທ້າຍ, ຢູ່ທີ່ກອງປະຊຸມ, ບັນດາຝ່າຍພັນທະມິດ ໄດ້ຮ່ວມກັນສົນທະນາ, ສະເໜີບັນດາກົນໄກ, ນະໂຍບາຍ ແນໃສ່ດຶງດູດການລົງທຶນ, ພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກ ໃຫ້ແກ່ວິສາຫະກິດໃນຂະແໜງການເຄື່ອນໄຫວ.
“ພວກເຮົາກຳນົດວ່າ, ທ້ອງຖິ່ນຕ້ອງກຳນົດ ນີ້ແມ່ນແຜນງານເຄື່ອນໄຫວຮ່ວມກັນ, ເຊິ່ງຕ້ອງມີຄວາມເອົາໃຈໃສ່ນຳພາຊີ້ນຳ, ຈັດຕັ້ງການຄວບຄຸມ, ເປັນພິເສດແມ່ນເອົາໃຈໃສ່ເຖິງບັນດາກົນໄກ, ນະໂຍບາຍປະສານງານ, ແບບຄົບຊຸດ, ຂອງການນຳຄະນະພັກແຂວງ, ອຳນາດການປົກຄອງແຂວງ, ພ້ອມກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ບັນດາອົງການຈັດຕັ້ງສະມາຄົມສັງຄົມ, ເພື່ອໃຫ້ບັນດາວິສາຫະກິດວັດທະນະທຳການທ່ອງທ່ຽວຢູ່ໃນທ້ອງຖິ່ນເຄື່ອນໄຫວໄດ້ຢ່າງສະດວກ, ປະສານງານກັບຂະແໜງຄຸ້ມຄອງ ປັບປຸງຄຸນນະພາບຂອງບັນດາຈຸດໝາຍປາຍທາງ, ຈຸດແວ່ພັກ ດັກລັກ ຢ່າງບໍ່ຢຸດຢັ້ງ”, ທ່ານ ເຈິ່ນຮົ່ງຕ໋ຽນ ໄດ້ເນັ້ນໜັກຄືແນວນັ້ນ.
ກຳນົດທ່າແຮງ ມາດຕະການ ແລະ ຜະລິດຕະພັນ
ທ່ານ ເຈິ່ນຮົ່ງຕ໋ຽນ ເຫັນວ່າ, ເພື່ອດຶງດູດນັກທ່ອງທ່ຽວຢ່າງແທ້ຈິງ, ຮັກສາຂາເຂົາເຈົ້າໄວ້ຢູ່ບັນດາຈຸດໝາຍປາຍທາງ, ຂະແໜງວັດທະນະທຳການທ່ອງທ່ຽວ ດັກລັກ ຕ້ອງມີຄວາມອົດທົນກັບເປົ້າໝາຍ, ຄືຕ້ອງອອກແບບຢ່າງຕໍ່ເນື່ອງ, ຈັດຕັ້ງໃຫ້ໄດ້ບັນດາມາດຕະການລະອຽດ ແລະ ຜະລິດຕະພັນທີ່ເປັນເອກະລັກສະເພາະ.
“ພວກເຮົາມັກຈະເວົ້າເຖິງກຳລັງແຮງແຫ່ງການເຊື່ອມໂຍງເພື່ອພັດທະນາ, ແຕ່ແມ່ນການເຊື່ອມໂຍງຫຍັງເພື່ອພັດທະນາຢ່າງແທ້ຈິງນັ້ນ, ກໍຕ້ອງເບິ່ງເຂົ້າຊື່ໆໃນລາຍການບັນດາຜະລິດຕະພັນການທ່ອງທ່ຽວທີ່ມີແລ້ວ, ແລະ ທີ່ຈຳເປັນຕ້ອງມີຂອງພວກເຮົາ, ຈຶ່ງຈະສາມາດເລີ່ມຕົ້ນຮຽກຮ້ອງໃຫ້ບັນດາແຂວງນະຄອນອື່ນໆເອົາໃຈໃສ່, ພົບປະກັນ. ຢູ່ທີ່ກອງປະຊຸມເຊື່ອມຕໍ່, ດັກລັກ ມີບັນດາຮ້ານວາງສະແດງຜະລິດຕະພັນທ້ອງຖິ່ນຢ່າງຫຼາກຫຼາຍ, ແນະນຳເນື້ອໃນຂອງບັນດາແຜນງານທົວສາຍທາງ, ຈຸດໝາຍປາຍທາງ… ນັ້ນເປັນພຽງແຕ່ບັນດາສິ່ງທີ່ສະຫຼຸບຖອດຖອນໄດ້ທີ່ມີແລ້ວ, ແຕ່ຍັງຄົງຕ້ອງໄດ້ຈັດຕັ້ງ, ຮັກສາໃຫ້ມີຄວາມຊີວິດຊີວາ, ມີປະສິດທິຜົນ, ໄດ້ຮັບການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຈຶ່ງຈະມີຄຸນຄ່າແຫ່ງການເຊື່ອມໂຍງຢ່າງແທ້ຈິງ, ເພື່ອຈັດຕັ້ງປະຕິບັດການເຊື່ອມໂຍງ.
![]() |
| ດັກລັກ ເຊັນສັນຍາຮ່ວມມືຂຸດຄົ້ນຮ່ວມກັບບັນດາສາຍການບິນ |
ກອງປະຊຸມໄດ້ດຳເນີນການເຊັນສັນຍາເອກະສານຮ່ວມມືຈຳນວນໜຶ່ງ ລະຫວ່າງ ບັນດາວິສາຫະກິດທ່ອງທ່ຽວແບບຄົບວົງຈອນ, ບ່ອນພັກແຮມ, ກັບ ຂະແໜງວັດທະນະທຳການທ່ອງທ່ຽວຂອງແຂວງໂດຍກົງ, ແລະ ບັນດາຫົວໜ່ວຍຄຸ້ມຄອງທີ່ກ່ຽວຂ້ອງ, ພ້ອມກັນມຸ່ງໄປເຖິງການສ້າງສັນ, ສະເໜີ, ຂົນຂວາຍ ບັນດາກົນໄກ, ນະໂຍບາຍທີ່ມີປະສິດທິຜົນ, ມີຜົນສັກສິດ, ເຮັດໃຫ້ການເຄື່ອນໄຫວທ່ອງທ່ຽວມີຄວາມສະດວກ ແລະ ໂລ່ງລ່ຽນຍິ່ງຂຶ້ນ.
ກອງປະຊຸມຍັງໄດ້ບັນທຶກເອກະສານຮ່ວມມື, ຂະຫຍາຍການເຄື່ອນໄຫວຈຳນວນໜຶ່ງ, ລະຫວ່າງ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ກັບ ບັນດາສາຍການບິນ, ການຂົນສົ່ງ, ຈັດຕັ້ງປະຕິບັດບັນດາສາຍທາງເຊື່ອມຕໍ່ຈຸດໝາຍປາຍທາງທີ່ມີຄຸນນະພາບ ແລະ ສະດວກສະບາຍ. ນີ້ບໍ່ພຽງແຕ່ແມ່ນບັນດາການຕົກລົງຮ່ວມມືເຄື່ອນໄຫວ ເທົ່ານັ້ນ ແຕ່ຍັງແມ່ນຄຳໝັ້ນສັນຍາຕໍ່ຕະຫຼາດ, ຊື່ສຽງຍີ່ຫໍ້ ລະຫວ່າງ ທາງແຂວງ, ບັນດາບໍລິສັດລົງທຶນ, ກັບ ນັກທ່ອງທ່ຽວ ແລະ ປະຊາຊົນໃນທ້ອງຖິ່ນເອງ.
“ເຮັດແນວໃດເພື່ອໃຫ້ ດັກລັກ ມີຄວາມສະດວກສະບາຍຢ່າງແທ້ຈິງໃຫ້ແກ່ນັກທ່ອງທ່ຽວທີ່ຊອກຫາມາ, ປະຊາຊົນໄປມາ, ນັ້ນຈຶ່ງແມ່ນຮາກຖານເພື່ອໃຫ້ທ້ອງຖິ່ນເຊື່ອມໂຍງພັດທະນານັບມື້ນັບແຂງແຮງກວ່າເກົ່າ, ດຶງດູດໄດ້ຕື່ມບັນດາແຫຼ່ງກຳລັງການລົງທຶນ, ສ້າງຕັ້ງໄດ້ບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຂີດຄວາມສາມາດໃນການແຂ່ງຂັນສູງ, ຊ່ວຍໃຫ້ ດັກລັກ ກາຍເປັນຈຸດໝາຍປາຍທາງທີ່ມີແຮງດຶງດູດ, ມີເອກະລັກສະເພາະ”, ທ່ານ ເຈິ່ນຮົ່ງຕ໋ຽນ ໄດ້ແບ່ງປັນ.
ຕາມວັນພະນັກງານ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດັກລັກ, ຈາກມຸມມອງນີ້, ສາມາດເຫັນໄດ້ວ່າ, ໂອກາດ ແລະ ຂີດຄວາມສາມາດໃນການເຊື່ອມຕໍ່, ພັດທະນາການທ່ອງທ່ຽວທ້ອງຖິ່ນແມ່ນຍັງມີສິ່ງທ້າທາຍຫຼາຍຢ່າງ, ຈຳເປັນຕ້ອງໄດ້ຮັບການປັບປຸງ ແລະ ຫັນປ່ຽນໃຫ້ດີຂຶ້ນກວ່າເກົ່າ. ສິ່ງທີ່ອຳນວຍຄວາມສະດວກ, ແມ່ນເປັນຄັ້ງທຳອິດ, ທ້ອງຖິ່ນໄດ້ມີຄວາມກ້າຫານວາງອອກຢ່າງຈະແຈ້ງກ່ຽວກັບກອງປະຊຸມສະເພາະກິດກ່ຽວກັບການເຊື່ອມຕໍ່ການທ່ອງທ່ຽວ, ໂດຍແມ່ນການນຳທ້ອງຖິ່ນເອງເປັນປະທານ, ພິສູດໃຫ້ເຫັນເຖິງຈິດໃຈ ແລະ ທິດທາງທີ່ຕັ້ງໜ້າ.
ດັກລັກ ດ້ວຍບັນດາລະບົບນິເວດການລົງທຶນ, ພັດທະນາຜະລິດຕະພັນທີ່ມີແລ້ວ, ເປັນພິເສດແມ່ນກ່ຽວກັບກະສິກຳອິນຊີສະເພາະປູກ ແລະ ຜະລິດຕະພັນສູງ, ດ້ວຍບັນດາທ່າແຮງບົ່ມຊ້ອນສະເພາະຕົວ, ທີ່ເປັນເອກະລັກກ່ຽວກັບວັດທະນະທຳທ້ອງຖິ່ນ, ປະຫວັດສາດມູນເຊື້ອ…, ແມ່ນມີຄວາມພ້ອມສະເໝີທີ່ຈະກາຍເປັນຈຸດສຳພັດທີ່ດຶງດູດໃຈເພື່ອທົດລອງປະສົບການແບບຫຼາຍມິຕິ.
ຄວາມເປັນຈິງນີ້ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍ, ແລະ ຂະແໜງວັດທະນະທຳການທ່ອງທ່ຽວທ້ອງຖິ່ນເອງກໍຮັບຮູ້ໄດ້ຢ່າງຄົບຖ້ວນທີ່ສຸດ. ຕາມນັ້ນແລ້ວ, ທິດທາງການເລືອກເອົາການທ່ອງທ່ຽວເປັນປາຍແຫຼມແຫ່ງການເຕີບໂຕຂອງທ້ອງຖິ່ນແມ່ນມີຮາກຖານຢ່າງສິ້ນເຊີງ. ໃນສະພາບການພັດທະນາໃໝ່, ດັກລັກ ຈຳເປັນຕ້ອງໄດ້ເສີມຂະຫຍາຍປາຍແຫຼມນີ້ໃຫ້ດີຢ່າງແທ້ຈິງ, ເອົາການທ່ອງທ່ຽວເຕີບໂຕ ແລະ ການເຊື່ອມຕໍ່ຢ່າງຕໍ່ເນື່ອງເປັນບ່ອນອີງ, ຊຸກຍູ້ການພັດທະນາເສດຖະກິດ.
“ທັງສີ່ກຸ່ມໜ້າວຽກຈຸດສຸມທີ່ພວກເຮົາວາງອອກ, ລ້ວນແຕ່ປະກອບສ່ວນກຳນົດທີ່ຕັ້ງໃຫ້ຈະແຈ້ງກວ່າເກົ່າ, ທິດທາງການເລືອກເອົາການລົງທຶນຂອງແຂວງ, ຕໍ່ໜ້າບັນດາສິ່ງທ້າທາຍຂອງຍຸກສະໄໝທີ່ກຳລັງດຳເນີນໄປ”, ທ່ານ ເຈິ່ນຮົ່ງຕ໋ຽນ ໄດ້ເນັ້ນໜັກ.
| ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຍສໝ - ວັນທີ 4 ມັງກອນ, ຢູ່ເມືອງ ກືກູອິນ, ຄະນະຊາວໜຸ່ມຕຳຫຼວດປະຊາຊົນ (ກະຊວງຕຳຫຼວດ ຫວຽດນາມ) ໄດ້ສົມທົບກັບຕຳຫຼວດ ແຂວງ ດັກລັກ, ຄະນະຊາວໜຸຸ່ມແຂວງ ດັກລັກ ຈັດຕັ້ງລາຍການ “ກັບຄືນໝູ່ບ້ານ” ດ້ວຍຫຼາຍການເຄື່ອນໄຫວຮັບປະກັນຊີວິດສັງຄົມທີ່ມີຄວາມຫມາຍ, ມີມະນຸດສະທຳ. |
| CTFK (ອາເມລິກາ) ຊ່ວຍເຫຼືອເດັກນ້ອຍ 4,000 ຄົນຢູ່ ດັກລັກ ຮຽນລອຍນໍ້າຢ່າງປອດໄພ ຍສໝ - ນີ້ແມ່ນຂໍ້ມູນທີ່ໄດ້ຍົກຂື້ນໃນກອງປະຊຸມຜັນຂະຫຍາຍການເຄື່ອນໄຫວຂອງໂຄງການຊ່ວຍເຫຼືອຜັນຂະຫຍາຍບັນດາວຽກງານປ້ອງກັນບໍ່ໃຫ້ເດັກນ້ອຍຈົມນ້ຳຢູ່ແຂວງ ດັກລັກ ໄລຍະ 2024-2025 ຢ່າງມີປະສິດທິຜົນ ແລະ ຍືນຍົງ ໂດຍພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັນກັບອົງການ Campaign for Tobacco-Free Kids(CTFK/USA) ຈັດຕັ້ງ. |
ແທັງຮັ່ງ


