ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່

13:00 | 20/05/2021

ຍ​ສ​ໝ - ປັດ​ຈຸ​ບັນນາງ Vera Mazhirina ແມ່ນ​ຜູ້​ຮັບ​ຜິດ​ຊອບດ້ານຮູບ​ພາບຂອງ​ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ, ເລີ່ມ​ທຳ​ຄວາມຮູ້​ຈັກ​ເຖິງ ຫວຽດ​ນາມ ນັບ​ແຕ່​ປີ 2016 ແລະ ໃນ​ທັນ​ທີ​ໄດ້​ດຶງ​ດູດ​ໃຈ​ດ້ວຍ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ.

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ
ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ
ສາວ​ລັດ​ເຊຍ​ຖ່​າຍ​ຮູບ​ກ່ຽວ​ກັບ​ລຸງ​ໂຮ່
ນາງ Vera Mazhirina

ໂຄງ​ການ​ຖ່າຍ​ຮູບ “ສະ​ໄໝ​ໂຮ່​ຈີ​ມິນ” ໂດຍ ​ນາງ Vera Mazhirina ປະ​ຕິ​ບັດ​ໄດ້​ສຳ​ເລັດ​ຂັ້ນ​ຕອນ​ພາບ​ຖ່າຍ, ກະ​ກຽມ​ວາງ​ສະ​ແດງ​ພາບ​ຖ່າຍ. ຄວາມ​ຮັກ​ຂອງ​ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ ຫວຽດ​ນາມ, ກໍ່​ຄື​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ໃນ​ດິນ​ແດງ​ຫວຽດ​ນາມ ນັບ​ມື້​ນັບ​ແຮງ​ກ້າໃນ​ໃຈ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ລັດ​ເຊຍ​ຄົນ​ນີ້.

ປັດ​ຈຸ​ບັນນາງ Vera Mazhirina ແມ່ນ​ຜູ້​ຮັບ​ຜິດ​ຊອບ​ດ້ານພາບ​ຖ່າຍ​ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ, ເລີ່ມ​ທຳ​ຄວາມຮູ້​ຈັກ​ເຖິງ ຫວຽດ​ນາມ ນັບ​ແຕ່​ປີ 2016 ແລະ ໃນ​ທັນ​ທີ​ໄດ້​ດຶງ​ດູດ​ໃຈ​ດ້ວຍ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ. ນາງ Vera Mazhirina ໃຫ້​ຮູ້​ວ່າ: ຫວຽດ​ນາມ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ, ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ນິງງຽບ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ, ຂອງ​ບັນ​ດາ​ຜູ້​ຄົນ​ເຊິ່ງ​ຂ້າ​ພະ​ເຈົ້າ​​ພົບ​ປະ. ຂ້າ​ພະ​ເຈົ້າ​ຢາກ​ຈົດ​ຈຳ​ບັນ​ດາ​ຄວາມ​ຊົ​ງ​ຈຳ​ໃນ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ຕົນ​ຢູ່​ຫວຽດ​ນາມ.

ເມື່ອ​ກັບ​ລັດ​ເຊຍ ຈາກ ຫວຽດ​ນາມ, ນາງ Vera Mazhirina ສືບ​ຕໍ່​ຄົ້ນ​ຄ້​ວາ ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ມະ​ນຸດ ຫວຽດ​ນາມ. ລາວ​ໄດ້​ຖ່າຍ​ຮູບຫຼາຍ​ແຜ່ນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ ຢູ່ ນະ​ຄອນຫຼວງ ມົດ​ສະ​ກູ.

ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ (1890 - 2021), ແຕ່​ເດືອນ​ກຸມ​ພາ 2021, Vera Mazhirina ເລີ່ມ​ລົງ​ມື​ປະ​ຕິ​ບັດ​ໂຄງ​ການ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ, ຜ່ານ​ການ​ໜູນ​ຊ່ວຍ​ຈາກ​ຫ້ອງ​ການ​ຮ່ວມ​ມື​ຂອງ​ສະ​ພາ​ຫະ​ຫະ​ພັນ ລັດ​ເຊຍ (ສະ​ພາ​ສູງ) ກັບ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ.

ຕາມ​ນາງ Vera Mazhirina ແລ້ວ, ໂຄງ​ການ​ພາບ​ຖ່າຍ ສະ​ໄໝ​ໂຮ່​ຈີ​ມິນ ໄດ້​ວາດ​ພາບ​ເຖິງ​ປະ​ທານ​ໂຮ່​ຈີ​ມິນ ກໍ່​ຄື​ໃນ​ບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ ຫວຽດ​ນາມ, ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ແລະ ເຊີດ​ຊູ ຜູ້​ນຳ​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ ຫວຽດ​ນາມ, ຜູ້​ຕັ້ງ​ພື້ນ​ຖານ ແລະ ເພີ່ມ​ພູນ​ຄູນ​ສ້າງນຳ​ໃຈ້​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ.

ໂຄງ​ການ “ສະ​ໄໝ​ໂຮ່​ຈີ​ມິນ” ລວມ​ມີ​ສອງ​ສ່ວນ, ສ່ວນ​ທີ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ຜ່ານ​ບັນ​ດາ​ພາບ​ຖ່າຍ, ລວມ​ມີ​ພາບ​ຖ່າຍ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ສ່ວນ​ທີ 2, ໂຄງ​ການ​ໄດ້​ແນະ​ນຳ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່ ມົດ​ສະ​ກູ, ກໍ່​ຄື​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ລັດ​ເຊຍ​ຂຶ້ນ​ກັ​ບ​ກຸ່ມ​ມິດ​ຕະ​ພາບ ກັບ ຫວຽດ​ນາມ. ເຂົາ​ເຈົ້າ​ປະ​ກົດ​ຂຶ້ນ​ກັບ​ບັນ​ດາ​ພາບ​ຖ່າຍ, ວັດ​ຖຸກ່ຽວ​ກັບ​ລຸງ​ໂຮ່ ແລະ ການ​ພົວ​ພັນ​ມິດ​ຕະ​ພາບ​ສອງ​ປະ​ເທດ.

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ

ສັງຄົມນິຍົມແມ່ນເປົ້າໝາຍ, ແມ່ນເສັ້ນທາງເຊິ່ງປະທານໂຮ່ຈີມິນ, ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ ແລະ ພວມຢຶດໝັ້ນເດີນຕາມ, ມັນກໍ່ແມ່ນຈຸດຫຼັກແຫຼ່ງແກ່ນສານໃນມໍລະດົກແນວຄິດຂອງປະທານໂຮ່ຈີມິນ. ຫວນຄືນມໍລະດົກແນວຄິດຂອງປະທານໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19 ພຶດສະພາ 1890 – 19 ພຶດສະພາ 2021), ຍິ່ງເຫັນໄດ້ ບັນດາຄຸນຄ່າຂອງມໍລະດົກແນວຄິດດັ່ງກ່າວໃນຍຸກສະໄໝປັດຈຸບັນຢ່າງຈະແຈ້ງ.

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ

ຍ​ສ​ໝ - CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

ມີຫຼາຍ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ ໄດ້​ຈັ​ດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 71 ປີ​ແຫ່ງວັນ​ມູນ​ເຊື້ອ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ ມີຫຼາຍ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ ໄດ້​ຈັ​ດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 71 ປີ​ແຫ່ງວັນ​ມູນ​ເຊື້ອ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ

ຍ​ສ​ໝ - ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ​ຂຶ້ນ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ ໄດ້​ພົບ​ປະ, ພົວ​ພັນ, ຈັດ​ຕັ້ງ​ພິ​ທີ​ການ​ຟ້ອນ​ລຳ​ທຳ​ນອງ, ແນະ​ນຳ​ພາບ​ຖ່າຍ, ປຶ້ມ, ວັດ​ນະ​ຄະ​ດີ…ຜ່ານ​ເຄືອ​ຂ່າຍ​ອິນ​ເຕິ​ແນດ. ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ​ກໍ່​ມີ​ບັນ​ດາ​ຮູບ​ແບບ​ແລກ​ປ່ຽນ, ພົບ​ປະ​ທາງ​ອອນ​ລາຍ ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ, ຕ້ອນ​ຮັບ​ບັນ​ດາ​ຄຳ​ອວຍ​ພອນ​ຂອງ​ເພື່ອນ​ລັດ​ເຊຍ​ດ້ວຍ​ຮູ​ບ​ການ​ທາງ​ອອນ​ລາຍ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.