ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

11:21 | 15/06/2026

ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?

ການທ່ອງທ່ຽວຫວຽດນາມ ປີ 2023: “ຍູ້ໄວການຟື້ນຟູ- ເພີ່ມຄວາມໄວໃນການພັດທະນາ”
ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່

ອັ່ງອີງຕາມຕົວເລກຂອງ ກົມສະຖິຕິ - ກະຊວງການເງິນ, ໃນເດືອນພຶດສະພາ ປີ 2026, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນປະມານ 1,78 ລ້ານເທື່ອຄົນ, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເລ່ຍລວມ 5 ເດືອນຕົ້ນປີ, ຈຳນວນນັກທ່ອງທ່ຽວສາກົນບັນລຸປະມານ 10,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

ເປັນທີ່ໜ້າສົນໃຈ, ນີ້ແມ່ນລະດັບສູງສຸດຂອງຫ້າເດືອນຕົ້ນປີແຕ່ກ່ອນຈົນເຖິງປັດຈຸບັນ, ສືບຕໍ່ຂະຫຍາຍຕ່ອງໂສ້ແຫ່ງຂີດໝາຍອັນຕັ້ງໜ້າ ເຊິ່ງການທ່ອງທ່ຽວຫວຽດນາມ ບັນທຶກໄດ້ຕັ້ງແຕ່ຕົ້ນປີ.

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຮູບປະກອບ

10,6 ລ້ານເທື່ອນັກທ່ອງທ່ຽວສາກົນ ແລະ ຂີດໝາຍທີ່ບໍ່ເຄີຍມີມາກ່ອນ

ກ່ອນທີ່ຈະສ້າງສະຖິຕິໃໝ່ໃນຫ້າເດືອນຕົ້ນປີ, ການທ່ອງທ່ຽວຫວຽດນາມ ໄດ້ບັນທຶກຕົວເລກທີ່ໜ້າສົນໃຈຢ່າງຕໍ່ເນື່ອງ. ໃນໄຕມາດທີໜຶ່ງ ປີ 2026, ທົ່ວປະເທດຕ້ອນຮັບນັກທ່ອງທ່ຽວສາກົນປະມານ 6,76 ລ້ານເທື່ອຄົນ, ເຊິ່ງແມ່ນລະດັບສູງສຸດໃນບັນດາໄຕມາດທີໜຶ່ງແຕ່ກ່ອນຈົນເຖິງປັດຈຸບັນ. ຮອດທ້າຍເດືອນເມສາ, ຈຳນວບັນລຸປະມານ 8,8 ລ້ານເທື່ອນັກທ່ອງທ່ຽວສາກົນ, ກໍແມ່ນລະດັບສູງສຸດທີ່ເຄີຍບັນທຶກໄດ້ໃນໄລຍະດຽວກັນ.

ຕົວເລກຂອງ ກົມສະຖິຕິ ສະແດງໃຫ້ເຫັນວ່າ, ໃນຫ້າເດືອນຕົ້ນປີ, ນັກທ່ອງທ່ຽວສາກົນສ່ວນໃຫຍ່ເດີນທາງມາ ຫວຽດນາມ ແມ່ນຜ່ານທາງອາກາດ, ໂດຍມີປະມານ 8,7 ລ້ານເທື່ອຄົນ, ກວມເອົາຫຼາຍກວ່າ 82% ຂອງຈຳນວນນັກທ່ອງທ່ຽວທັງໝົດ. ຄຽງຄູ່ກັນນັ້ນ, ນັກທ່ອງທ່ຽວທີ່ມາຜ່ານທາງບົກກໍເພີ່ມຂຶ້ນຢ່າງແຂງແຮງ, ສະທ້ອນໃຫ້ເຫັນເຖິງຄວາມສະດວກສະບາຍທີ່ນັບມື້ນັບໃຫຍ່ຫຼວງຂຶ້ນ ຂອງບັນດາເສັ້ນທາງເຊື່ອມຕໍ່ ຫວຽດນາມ ກັບພາກພື້ນ.

ໃນປີ 2026, ຂະແໜງການທ່ອງທ່ຽວຫວຽດນາມ ໄດ້ຕັ້ງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 25 ລ້ານເທື່ອຄົນ. ການບັນລຸ 10,6 ລ້ານເທື່ອຄົນ ພາຍຫຼັງພຽງຫ້າເດືອນຕົ້ນປີ ແມ່ນຖືກຖືວ່າເປັນບາດກ້າວເລີ່ມຕົ້ນອັນຕັ້ງໜ້າ, ສ້າງທ່າແຮງອັນສະດວກໃຫ້ແກ່ບັນດາເດືອນຕໍ່ໆໄປ.

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຮູບ: baochinhphu.vn

ແນວໃດກໍຕາມ, ທາງຫຼັງຂອງຕົວເລກສະຖິຕິດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງການຟື້ນຕົວຂອງການເຄື່ອນໄຫວທ່ອງທ່ຽວສາກົນເທົ່ານັ້ນ. ຜົນສຳເລັດນີ້ ຍັງມີສ່ວນຊ່ວຍຢັ້ງຢືນວ່າ ຫວຽດນາມ ນັບມື້ນັບກາຍເປັນຕົວເລືອກອັນດຶງດູດໃຈ ຍ້ອນລະບົບຈຸດໝາຍປາຍທາງທີ່ຫຼາກຫຼາຍ, ນັບຕັ້ງແຕ່ຕົວເມືອງທີ່ຮັ່ງມີໄປດ້ວຍເອກະລັກ, ຊັບສິນທາງວັດທະນະທຳທີ່ມີຊື່ສຽງ ໄປຈົນເຖິງທະເລເກາະ ແລະ ບັນດາປະສົບການພັກຜ່ອນຕາກອາກາດ

ສະເໜ່ຂອງການທ່ອງທ່ຽວຫວຽດນາມ ແມ່ນມາຈາກໃສ?

ສຳລັບນັກທ່ອງທ່ຽວສາກົນຫຼາຍທ່ານ, ຮ່າໂນ້ຍ ແມ່ນໜຶ່ງໃນບັນດາຈຸດແວ່ພັກທຳອິດເມື່ອມາຮອດ ຫວຽດນາມ. ບັນຍາກາດເຂດເມືອງເກົ່າ, ໜອງຮວ່ານກຽມ, ວັນມ໋ຽວ - ກົ້ກຕື໋ຢາມ, ລາຊະວັງຮວ່າງແທັງທັງລອງ ພ້ອມກັບວັດທະນະທຳການກິນດື່ມຕາມແຄມທາງທີ່ອຸດົມສົມບູນ ໄດ້ຊ່ວຍໃຫ້ເມືອງຫຼວງສ້າງສະເໜ່ອັນເປັນເອກະລັກສະເພາະຕົວ. ບັນດາຜະລິດຕະພັນປະສົບການໃນຕອນກາງຄືນ ຄື ທົວທ່ຽວຊົມຄຸກຮວ່າໂລ້ ຫຼື ເສັ້ນທາງຄົ້ນຄວ້າຮຽນຮູ້ລາຊະວັງຮວ່າງແທັງ ກໍມີສ່ວນຊ່ວຍນຳເອົາປະຫວັດສາດ ແລະ ວັດທະນະທຳ ເຂົ້າມາໃກ້ຊິດກັບນັກທ່ອງທ່ຽວຫຼາຍຂຶ້ນ.

ອອກຈາກບັນຍາກາດເຂດຕົວເມືອງ, ອ່າວຮ້າລອງ (ກວ້າງນິງ) ສືບຕໍ່ແມ່ນຈຸດໝາຍປາຍທາງທີ່ບໍ່ສາມາດພາດໄດ້. ບັນດາເກາະຫີນປູນອັນສະຫງ່າງາມຢູ່ເຄິ່ງກາງໜ້ານ້ຳສີຂຽວ, ເສັ້ນທາງທ່ອງທ່ຽວດ້ວຍກຳປັ່ນ, ການຄົ້ນຫາຖ້ຳ ຫຼື ປະສົບການຊົມອ່າວ ໄດ້ນຳເອົາຄວາມຊົງຈຳອັນຍາກທີ່ຈະລືມເລືອນມາໃຫ້ນັກທ່ອງທ່ຽວ. ໃນລະດູຮ້ອນປີ 2026, ງານບຸນກາກນາບານຮ້າລອງ (Carnaval Ha Long) ກໍແມ່ນຈຸດເດັ່ນທາງດ້ານວັດທະນະທຳ - ການທ່ອງທ່ຽວ, ມີສ່ວນຊ່ວຍເຮັດໃຫ້ປະສົບການຢູ່ແຄມຝັ່ງມໍລະດົກມີຄວາມອຸດົມສົມບູນຕື່ມອີກ.

ຢູ່ພາກກາງ, ດານັງ ດຶງດູດນັກທ່ອງທ່ຽວ ຍ້ອນການປະສົມປະສານລະຫວ່າງທະເລ, ບັນຍາກາດພັກຜ່ອນຕາກອາກາດ ແລະ ຄວາມສາມາດໃນການເຊື່ອມຕໍ່ຢ່າງສະດວກສະບາຍ ໄປຫາຫຼາຍຈຸດໝາຍປາຍທາງທີ່ມີຊື່ສຽງ. ນັບຕັ້ງແຕ່ບັນດາຫາດຊາຍທີ່ສວຍງາມ, ເຂດຫຼິ້ນບັນເທີງຢູ່ ບານາຮິວ, ຮູບພາບຂົວຄຳ ໄປຈົນເຖິງເມືອງເກົ່າ ຮົ່ຍອານ..., ເສັ້ນທາງທ່ອງທ່ຽວຢູ່ ດານັງ ສາມາດຕອບສະໜອງໄດ້ທັງຄວາມຕ້ອງການພັກຜ່ອນ ແລະ ການຄົ້ນຫາວັດທະນະທຳ.

ໃນຂະນະດຽວກັນນັ້ນ, ຍາຈາງ ແມ່ນໂດດເດັ່ນດ້ວຍບັນດາທົວທ່ຽວທະເລເກາະ, ການເຄື່ອນໄຫວຫຼິ້ນບັນເທີງຢູ່ເທິງທະເລ ແລະ ຕ່ອງໂສ້ງານກິດຈະກຳໃນລະດູຮ້ອນ, ໃນນັ້ນ ງານບຸນທະເລຄ້ານຮ່ວາ 2026 ຄາດວ່າຈະນຳເອົາຫຼາຍການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ ແລະ ການບັນເທີງອັນຟົດຟື້ນມາໃຫ້. ພູກວົກ ດຶງດູດນັກທ່ອງທ່ຽວ ຍ້ອນບັນດາຫາດຊາຍ, ເຂດພັກຜ່ອນຕາກອາກາດ, ຫຼາຍປະສົບການຫຼິ້ນບັນເທີງ ແລະ ບັນຍາກາດຊົມຕາເວັນຕົກດິນອັນເປັນເອກະລັກສະເພາະຂອງເກາະຫົກ...

ແຕ່ລະຈຸດໝາຍປາຍທາງລ້ວນແຕ່ມີສີສັນເປັນຂອງຕົນເອງ, ແຕ່ໄດ້ຮ່ວມກັນສ້າງເປັນທ່າແຮງອັນໃຫຍ່ຫຼວງຂອງ ຫວຽດນາມ: ນັກທ່ອງທ່ຽວສາມາດສຳຜັດກັບວັດທະນະທຳ, ທຳມະຊາດ, ອາຫານການກິນ ແລະ ການພັກຜ່ອນຕາກອາກາດ ໄດ້ໃນການເດີນທາງດຽວກັນ.

ຜົນສຳເລັດອັນຕັ້ງໜ້າຂອງການທ່ອງທ່ຽວຫວຽດນາມ ແມ່ນຕິດພັນກັບຫຼາຍປັດໄຈ ຄື: ສະພາບແວດລ້ອມຂອງຈຸດໝາຍປາຍທາງມີຄວາມປອດໄພ, ສະຖຽນລະພາບ; ນະໂຍບາຍວີຊານັບມື້ນັບສະດວກສະບາຍ; ການເຄື່ອນໄຫວໂຄສະນາໄດ້ຮັບການຍູ້ແຮງ; ຜະລິດຕະພັນການທ່ອງທ່ຽວມີຄວາມຫຼາກຫຼາຍກວ່າເກົ່າ ແລະ ຄຸນນະພາບການບໍລິການໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.

ຄຽງຄູ່ກັນນັ້ນ, ເຄືອຂ່າຍເສັ້ນທາງບິນສາກົນທີ່ໄດ້ຮັບການຂະຫຍາຍຕົວ ກໍຊ່ວຍໃຫ້ນັກທ່ອງທ່ຽວເດີນທາງມາ ຫວຽດນາມ ໄດ້ຢ່າງສະດວກສະບາຍຍິ່ງຂຶ້ນ. ບັນດາຜະລິດຕະພັນໃໝ່ ຄື ທົວທ່ຽວຕອນກາງຄືນ, ການທ່ອງທ່ຽວງານບຸນ, ການພັກຜ່ອນຕາກອາກາດຢູ່ທະເລ, ປະສົບການທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວງານກິດຈະກຳ ພວມຊ່ວຍໃຫ້ເສັ້ນທາງຄົ້ນຫາ ຫວຽດນາມ ມີຄວາມອຸດົມສົມບູນຂຶ້ນ ກວ່າການຢຸດຢູ່ພຽງແຕ່ການທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ຄຸ້ນເຄີຍຈຳນວນໜຶ່ງ.

Google ໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວຫວຽດນາມ Google ໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວຫວຽດນາມ

ຍສໝ - ຝ່າຍ Google ຈະສະຫນອງ 3 ເຄື່ອງມື ລວມມີ Art Camera, Google Street View ແລະ Table Top Scanner. ສະຖານທີ່ທ່ອງທ່ຽວ, ຫໍພິພິທະພັນ, ອານຸສາວະລີ... ສາມາດໃຊ້ເຄື່ອງມືເພື່ອບັນທຶກຮູບພາບ, ວິດີໂອ ແລະ ລົງຢູ່ໃນພື້ນຖານເກັບຮັກສາຂອງ Google. ...

ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ຄະນະ​ສະ​ເພາະ​ກິດປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ລະບາດ​ ຂອງ​ພະຍາດ​ໂຄ ວິດ-19 ຢືນຢັນວ່າ​ ມາ​ຮອດ​ໃນ​ວັນ​ທີ 8 ພຶດສະພາ 2020 ສປປ ລາວ ຍັງບໍ່​ພົບ​ຜູ້ຕິດ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ຕິດ​ຕໍ່​ກັນ​ແລ້ວ 26 ມື້. ຄະນະ​ທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ