ມູນຄ່າການສົ່ງອອກໃນ 8 ເດືອນເພີ່ມຂຶ້ນ 21,2%

16:18 | 31/08/2021

ຍສໝ - ວົງເງິນສົ່ງອອກຂອງຫວຽດນາມໃນເດືອນສິງຫາ 2021 ຫຼຸດລົງເມື່ອທຽບກັບເດືອນກໍລະກົດ ແລະທຽບກັບເດືອນສິງຫາ 2020, ແຕ່ໂດຍທົ່ວໄປແລ້ວສໍາລັບ 8 ເດືອນຕົ້ນປີ 2021, ວົງເງິນສົ່ງອອກເພີ່ມຂຶ້ນ 21.2% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ຫວຽດນາມເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງ ຂອງສະຫະລັດອາເມລິກາ ຫວຽດນາມເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງ ຂອງສະຫະລັດອາເມລິກາ
ຫວຽດນາມສືບຕໍ່ເປັນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ ຫວຽດນາມສືບຕໍ່ເປັນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ
ມູນຄ່າການສົ່ງອອກໃນ 8 ເດືອນເພີ່ມຂຶ້ນ 21,2%
ພາບປະກອບ

ອີງຕາມບົດລາຍງານສະພາບເສດຖະກິດ-ສັງຄົມ ໃນເດືອນສິງຫາ ແລະ 8 ເດືອນຕົ້ນປີ 2021 ຂອງກົມໃຫຍ່ສະຖິຕິ ແລ້ວ, ວົງເງິນສົ່ງອອກສິນຄ້າໃນເດືອນສິງຫາ ຄາດຄະເນບັນລຸ 26,2 ຕື້ໂດລາສະຫະລັດ, ຫຼຸດລົງ 6% ເມື່ອທຽບກັບເດືອນທີ່ຜ່ານມາ (ເດືອນ ກໍລະກົດ ບັນລຸ 86 ຕື້ໂດລາສະຫະລັດ) ແລະຫຼຸດລົງ 5.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ເຖິງຢ່າງໃດກໍ່ຕາມ, ໄລ່ລວມ 8 ເດືອນ ຕົ້ນປີ 2021, ວົງເງິນສົ່ງອອກຄາດວ່າບັນລຸໄດ້ 212.55 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ໃນນັ້ນຂົງເຂດ ເສດຖະກິດພາຍໃນປະເທດບັນລຸ 55,69 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 10,5%, ກວມເອົາ 26,2% ຂອງ ວົງເງິນສົ່ງອອກທັງໝົດ; ຂົງເຂດ FDI (ລວມທັງນ້ຳມັນດິບ) ບັນລຸ 156,86 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 25,5%, ກວມເອົາ 73,8%.

ໃນ 8 ເດືອນຜ່ານມາ, ສິນຄ້າ ມີ 30 ປະເພດ ທີ່ບັນລຸວົງເງິນສົ່ງອອກຫຼາຍກວ່າ 1 ຕື້ໂດລາສະຫະລັດ, ກວມ 91,8% ຂອງມູນຄ່າການສົ່ງອອກທັງໝົດ (ໃນນັ້ນ ມີສິນຄ້າສົ່ງອອກ 6 ປະເພດທີ່ບັນລຸໄດ້ຫຼາຍກວ່າ 10 ຕື້ໂດລາສະຫະລັດ, ກວມເອົາ 63,1%).

ກ່ຽວກັບໂຄງປະກອບຂອງກຸ່ມສິນຄ້າສົ່ງອອກໃນ 8 ເດືອນ, ກຸ່ມເຊື້ອໄຟ ແລະແຮ່ທາດ ຄາດຄະເນບັນລຸ 2,29 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກຸ່ມຜະລິດຕະພັນອຸດສາຫະກຳ ປຸງແຕ່ງ ຄາດຄະເນບັນລຸ 189,28 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 22,5%. ກຸ່ມຜະລິດຕະພັນກະເສດ ແລະເຄື່ອງປ່າຂອງດົງບັນລຸ 15,4 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 14,9%. ກຸ່ມສິນໃນນ້ຳ ບັນລຸ 5,58 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ໄລຍະດຽວກັນ.

ກ່ຽວກັບຕະຫຼາດສົ່ງອອກສິນຄ້າໃນ 8 ເດືອນຕົ້ນປີ 2021, ສະຫະລັດອາເມລິກາເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມດ້ວຍວົງເງິນບັນລຸ 62,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດມາແມ່ນຈີນ ບັນລຸ 32,7 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 19,8%. ຕະຫຼາດອີຢູ ບັນລຸ 26,1 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 14,5%. ຕະຫຼາດອາຊຽນ ບັນລຸໄດ້ 18,4 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 23,3%. ສ.ເກົາຫຼີ ບັນລຸ 13,9 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 9,9%. ຍີ່ປຸ່ນ ບັນລຸ 13,5 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 8,6%.

ໃນດ້ານການນຳເຂົ້າສິນຄ້າ (ປະຕິບັດໄດ້), ເດືອນສິງຫາ ຄາດຄະເນບັນລຸ 27,5 ຕື້ ໂດລາສະຫະລັດ, ຫຼຸດລົງ 5,5% ເມື່ອທຽບກັບເດືອນທີ່ຜ່ານມາ (ເດືອນກໍລະກົດ ບັນລຸ 29,11 ຕື້ ໂດລາສະຫະລັດ) ແລະເພີ່ມຂຶ້ນ 21,2% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ໄລ່ລວມແລ້ວ ສໍາລັບ 8 ເດືອນຕົ້ນປີ 2021, ວົງເງິນນໍາເຂົ້າສິນຄ້າມີປະມານ 216,26 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2020, ໃນນັ້ນຂົງເຂດ ເສດຖະກິດພາຍໃນບັນລຸ 76,05 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 29, 2%; ຂົງເຂດ FDI ບັນລຸ 140,21 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 36,4%.

ກ່ຽວກັບໂຄງປະກອບກຸ່ມສິນຄ້ານຳເຂົ້າ, ກຸ່ມວັດສະດຸການຜະລິດຄາດຄະເນບັນລຸ 204,16 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 34,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ໃນນັ້ນກຸ່ມເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່ບັນລຸ 96,6 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 27,2%; ກຸ່ມວັດຖຸດິບ, ນ້ຳມັນເຊື້ອໄຟ ແລະວັດສະດຸບັນລຸ 107.56 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 41,6%. ກຸ່ມສິນຄ້າບໍລິໂພກຄາດຄະເນບັນລຸ 12,1 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 24%.

ເດືອນສິງຫາ ຄາດວ່າການນໍາເຂົ້າຂາດດຸນບັນລຸ 1,3 ຕື້ໂດລາສະຫະລັດ. ໄລ່ລວມໃນ 8 ເດືອນ ຕົ້ນປີ 2021, ການນໍາເຂົ້າຂາດດຸນບັນລຸ 3.71 ຕື້ໂດລາສະຫະລັດ (ການສົ່ງອອກເກີນດຸນ ໃນໄລຍະດຽວກັນຂອງປີ 2020 ບັນລຸ 13.69 ຕື້ໂດລາສະຫະລັດ).

ອີງຕາມກົມໃຫຍ່ສະຖິຕິແລ້ວ, ການເພີ່ມຂຶ້ນຂອງລາຄາສະບຽງອາຫານ ແລະທັນຍະຫານ (ສ່ວນໃຫຍ່ແມ່ນຢູ່ໃນທ້ອງຖິ່ນທີ່ປະຕິບັດການແຍກຫ່າງໃນສັງຄົມ) ແມ່ນເຫດຜົນຕົ້ນຕໍທີ່ເຮັດໃຫ້ດັດຊະນີລາຄາບໍລິໂພກ (CPI) ໃນເດືອນສິງຫາ 2021 ເພີ່ມຂຶ້ນ 0.25% ເມື່ອທຽບກັບເດືອນກໍລະກົດ, ເພີ່ມຂຶ້ນ 2.51% ເມື່ອທຽບກັບເດືອນທັນວາ 2020 ແລະເພີ່ມຂຶ້ນ 2.82% ເມື່ອທຽບກັບເດືອນສິງຫາ 2020.

ເຖິງຢ່າງໃດກໍ່ຕາມ, ໄລ່ລວມ 8 ເດືອນຕົ້ນ ປີ 2021, CPI ເພີ່ມຂຶ້ນ 1,79% ເມື່ອທຽບກັບໄລຍະດຽວກັນຂອງປີ 2020 ແລະເປັນລະດັບເພີ່ມຂຶ້ນທີ່ຕໍ່າສຸດນັບແຕ່ປີ 2016 ເປັນຕົ້ນມາ.

ໄຊພອນ

ເຫດການ
302 Found

Found

The document has moved here.